ສຳເລັດຫຼາຍໜ້າວຽກຂອງການສ້າງແຜນຈັດສັນທີ່ດິນຕາມແລວທາງລົດໄຟ

ສຳເລັດຫຼາຍໜ້າວຽກຂອງການສ້າງແຜນຈັດສັນທີ່ດິນຕາມແລວທາງລົດໄຟ
ໂດຍ: ສ.ບຸດປະຊາ
    ການຈັັດສັນທີ່ດິນຢູ່ຂັ້ນທ້ອງຖິ່ນຕ່າງໆ ທີ່ລຽບຕາມແລວທາງລົດໄຟລາວ-ຈີນ ໃຫ້ລະອຽດ ໂດຍສະເພາະແມ່ນການກຳນົດເຂດສະຫງວນ ເພື່ອນໍາໃຊ້ເຂົ້າໃນການຜະລິດກະສິກຳ, ການປຸກສ້າງ, ເຂດອຸດສາຫະກຳ, ການຄ້າ, ບໍລິການ, ວັດທະນະທໍາ, ການທ່ອງທ່ຽວ ແລະ ເຂດອື່ນໆ ເພື່ອຮອງຮັບການລົງທຶນ ແລະ ການລະດົມທຶນ ຢູ່ໃນເຂດດັ່ງກ່າວ ຕາມແຜນພັດທະນາເສດຖະກິດ-ສັງຄົມ ໄດ້ກຳນົດໄວ້ ແມ່ນໜຶ່ງໃນໜ້າວຽກຈຸດສຸມ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃນຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ຊສ) ໂດຍສະເພາະກໍແມ່ນ ໜ້າວຽກໃນການສຸມໃສ່ ມະຕິ 07/ລບ, ລົງວັນທີ 4/10/2021.
    ໃນປີຜ່ານມາ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ສຸມໃສ່ການສ້າງແຜນຈັດສັນທີ່ດິນ ຕາມແລວທາງລົດໄຟລາວ-ຈີນ ໃນ 5 ແຂວງ 22 ເມືອງ ຊຶ່ງໄດ້ມີຄວາມຄືບໜ້າເປັນຢ່າງດີ ແລະ ຫຼາຍໜ້າວຽກກໍໄດ້ສຳເລັດ ຊຶ່ງຂໍ້ມູນດັ່ງກ່າວນັ້ນ ໄດ້ລະບຸໃນບົດສະຫຼຸບການຈັດຕັ້ງປະຕິບັດແຜນການປະຈໍາປີ 2023 ແລະ ທິດທາງແຜນການປີ 2024 ຂອງຂະແໜງ ຊສ ໂດຍໃຫ້ຮູ້ວ່າວຽກງານນີ້ ມີຫຼາຍໜ້າວຽກທີ່ສຳເລັດ ໂດຍສະເພາະໄດ້ສຳເລັດການເກັບຂໍ້ມູນ ເພື່ອສ້າງແຜນຈັດສັນທີ່ດິນ ຄືຢູ່ແຂວງວຽງຈັນ, ແຂວງຫຼວງພະບາງ, ແຂວງຫຼວງນໍ້າທາ ແລະ ແຂວງອຸດົມໄຊ, ສຳລັບນະຄອນຫຼວງວຽງຈັນ ກຳລັງດຳເນີນງານການລົງເກັບຂໍ້ມູນ; ພ້ອມນີ້, ໄດ້ສຳເລັດການກວດກາພື້ນທີ່ສະຖານີລົດໄຟ ຈໍານວນ 12 ສະຖານີ ໃນ 5 ແຂວງນັ້ນ ເພື່ອກະກຽມອອກໃບຕາດິນໃຫ້ກະຊວງໂຍທາທິການ ແລະ ຂົ່ນສົ່ງ. 
    ບົດສະຫຼຸບຍັງລາຍງານຄວາມຄືບໜ້າຂອງວຽກງານດັ່ງກ່າວອີກ ໂດຍໃຫ້ຮູ້ວ່າ: ປັດຈຸບັນ ແມ່ນໄດ້ຮ່າງເບື້ອງຕົ້ນ ແຜນຈັດສັນດິນແຕ່ລະປະເພດ ກໍຄື 8 ເຂດດິນ ຊຶ່ງມີ ເຂດກະສິກຳ, ເຂດດິນປຸກສ້າງ, ເຂດອຸດສາຫະກຳ, ເຂດດິນການຄ້າ, ເຂດດິນບໍລິການ, ເຂດດິນວັດທະນະທໍາ, ເຂດດິນທ່ອງທ່ຽວ, ເຂດດິນປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ສໍາລັບເນື້ອທີ່ ແມ່ນກຳລັງດຳເນີນຕາມຂະບວນການ ຮ່າງແຜນຈັດສັນທີ່ດິນຂັ້ນເມືອງ). ນອກນີ້, ກໍຍັງສຳເລັດກວດກາທີ່ດິນອ້ອມຂ້າງ ແລະ ສຳເລັດການຂຶ້ນທະບຽນ ອອກໃບຕາດິນ ໃຫ້ກັບສະຖານີລົດໄຟ ຈໍານວນ 22 ສະຖານີໃນ 5 ແຂວງດັ່ງກ່າວ ໂດຍມອບໃຫ້ກະຊວງໂຍທາທິການ ແລະ ການຂົ່ນສົ່ງ ເປັນຜູ້ຄຸ້ມຄອງ ແລະ ສະເໜີລັດຖະບານໃນການພັດທະນາຂັ້ນຕໍ່ໄປ.
    ຄວາມຄືບໜ້າ ແລະ ຄວາມສຳເລັດນັ້ນ, ກໍຄືຜົນງານໜຶ່ງທີ່ສຳຄັນໃນປີຜ່ານມາຂອງ ກຊສ ໃນການຕັ້ງໜ້າປະຕິບັດວຽກງານຂອງຕົນ ປະກອບສ່ວນສຳຄັນ ເພື່ອຍູ້ແຮງການພັດທະນາເສດຖະກິດ-ສັງຄົມ ທັງແຜນປະຈໍາປີ ແລະ ເປັນສ່ວນປະກອບຂອງຜົນການຈັດຕັ້ງປະຕິບັດແຜນການ 5 ປີ ຂອງຂະແໜງ ຊສ ເພື່ອເປັນສ່ວນໜຶ່ງໃນໝາກຜົນຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX; ພ້ອມນີ້, ກໍເປັນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຂອງປະເທດເຮົາ ໃຫ້ມີຄວາມຄືບໜ້າ ແລະ ກ້າວສູ່ການປະກົດຜົນເປັນຈິງ ເທື່ອລະກ້າວ.
(ພາບປະກອບຈາກເພສ: ທາງລົດໄຟລາວ-ຈີນ)

ຄໍາເຫັນ

ຂ່າວການຮ່ວມມື

ກອງປະຊຸມ ລມຕ ກະສິກໍາ ແລະ ປ່າໄມ້ ອາຊຽນ ຄັ້ງທີ 47 ແລະ ກອງປະຊຸມທີ່ກ່ຽວຂ້ອງ

ກອງປະຊຸມ ລມຕ ກະສິກໍາ ແລະ ປ່າໄມ້ ອາຊຽນ ຄັ້ງທີ 47 ແລະ ກອງປະຊຸມທີ່ກ່ຽວຂ້ອງ

ໃນລະຫວ່າງວັນທີ 1-2 ຕຸລາ ຜ່ານມາ ທີ່ ມະນີລາ, ປະເທດຟີລິບປິນ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ ພ້ອມທັງເປັນລັດຖະມົນຕີ ກະສິກໍາ ແລະ ປ່າໄມ້ ອາຊຽນ ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມ ປະກອບມີ:
ກອງປະຊຸມເຄືອຂ່າຍຄັງປັນຍາ ອາຊຽນ-ຣັດເຊຍ ຄັ້ງທີ 6

ກອງປະຊຸມເຄືອຂ່າຍຄັງປັນຍາ ອາຊຽນ-ຣັດເຊຍ ຄັ້ງທີ 6

ໃນວັນທີ 7 ຕຸລານີ້, ສະຖາບັນການຕ່າງປະເທດ ໃນນາມຜູ້ປະສານງານເຄືອຂ່າຍຄັງປັນຍາອາຊຽນ-ຣັດເຊຍ (NARTT) ໂດຍການເປັນເຈົ້າພາບຮ່ວມກັບມະຫາວິທະຍາໄລ MGIMO ຣັດເຊຍ ໄດ້ຈັດກອງປະຊຸມເຄືອຂ່າຍຄັງປັນຍາອາຊຽນ-ຣັດເຊຍ ຄັ້ງທີ 6 (The 6th Meeting of Network of ASEAN-Russia Think Tanks) ພາຍໃຕ້ຫົວຂໍ້ “ASEAN-Russia Strategic Partnership for Sustainable Peace and Development”, ໃນລະຫວ່າງວັນທີ 7-8 ຕຸລາ 2025 ທີ່ ໂຮງແຮມສຸພັດຕຣາ ນະຄອນຫຼວງວຽງຈັນ. ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານກ່າວເປີດກອງປະຊຸມຂອງ ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດພ້ອມດ້ວຍຄະນະສະຖາບັນ, ຄະນະພະແນກ, ນັກຄົ້ນຄວ້າ ແລະ ຜູ້ຊ່ຽວຊານຈາກບັນດາປະເທດສະມາຊິກເຄືອຂ່າຍຄັງປັນຍາອາຊຽນ-ຣັດເຊຍລວມຈຳນວນທັງໝົດ 30 ທ່ານ.
ຫົວໜ້າຫ້ອງການ ADB ລົງຢ້ຽມຢາມຜົນສໍາເລັດ ແລະ ຜົນປະໂຫຍດຂອງປະຊາຊົນ

ຫົວໜ້າຫ້ອງການ ADB ລົງຢ້ຽມຢາມຜົນສໍາເລັດ ແລະ ຜົນປະໂຫຍດຂອງປະຊາຊົນ

ຫວ່າງບໍ່ດົນມານີ້, ທ່ານນາງ ແຊນນີ ແຄັມເບວ ຫົວໜ້າຫ້ອງການທະນາຄານພັດທະນາອາຊີ (ADB) ປະຈຳລາວ ພ້ອມດ້ວຍຜູ້ຕາງໜ້າຈາກ ກະຊວງກະສິກຳ ແລະ ສິ່ງແລ້ວລ້ອມ, ກະຊວງການເງິນ, ສື່ມວນຊົນ ADB - ສື່ມວນຊົນລາວ (ສູນກາງ) ໄດ້ເຄື່ອນໄຫວຢ້ຽມຢາມເບິ່ງຜົນສຳເລັດ ແລະ ຜົນປະໂຫຍດຂອງປະຊາຊົນທີ່ໄດ້ຮັບຈາກໂຄງການພັດທະນາຕົວເມືອງຕາມແລວທາງອະນຸພາກພື້ນແມ່ນໍ້າຂອງ 2 GMS2 ຢູ່ແຂວງຫຼວງນໍ້າທາ.
ເຈົ້າໜ້າທີ່ອາວຸໂສອາຊຽນຫາລືການຮ່ວມມືທາງອາຍາ ຄັ້ງທີ 4

ເຈົ້າໜ້າທີ່ອາວຸໂສອາຊຽນຫາລືການຮ່ວມມືທາງອາຍາ ຄັ້ງທີ 4

ອົງການໄອຍະການປະຊາຊົນສູງສຸດ (ອອປສ) ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນຂອງອົງການໃຈກາງປະສານງານວ່າດ້ວຍການຮ່ວມມືທາງອາຍາ ຄັ້ງທີ 4 (The 4th SOM-MLAT) ຂຶ້ນໃນລະຫວ່າງວັນທີ 7-8 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດແຫ່ງ ສປປ ລາວ, ມີຄະນະຜູ້ແທນຈາກປະເທດສະມາຊິກອາຊຽນ, ກອງເລຂາອາຊຽນ ແລະ ຕີມໍແລັດສະເຕ (ຜູ້ສັງເກດການ), ອອປສ, ກະຊວງການຕ່າງປະເທດ, ກະຊວງຍຸຕິທໍາ, ກະຊວງ ປກສ, ສານປະຊາຊົນສູງສຸດເຂົ້າຮ່ວມ.
ເປີດເສັ້ນທາງນໍາເຂົ້ານໍ້າມັນໃໝ່ຜ່ານທ່າເຮືອຫງີເຊີນ ສົ່ງຕໍ່ໄປຫາພາກເໜືອຂອງລາວ

ເປີດເສັ້ນທາງນໍາເຂົ້ານໍ້າມັນໃໝ່ຜ່ານທ່າເຮືອຫງີເຊີນ ສົ່ງຕໍ່ໄປຫາພາກເໜືອຂອງລາວ

ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ໄດ້ເປີດເສັ້ນທາງນໍາເຂົ້ານໍ້າມັນເຊື້ອໄຟ ເສັ້ນທາງໃໝ່ຢ່າງເປັນທາງການ ຜ່ານທ່າເຮືອເຂດເສດຖະກິດພິເສດຫງີເຊີນ ແຂວງແທັງຮວ່າ ສສ ຫວຽດນາມ ເພື່ອຈໍາໜ່າຍສູ່ພື້ນທີ່ພາກເໜືອຂອງ ສປປ ລາວ.
ລາວ-ໄທ ຮ່ວມແກ້ໄຂບັນຫາພະຍາດໃບໄມ້ໃນຕັບ ແລະ ມະເຮັງທໍ່ນໍ້າບີ

ລາວ-ໄທ ຮ່ວມແກ້ໄຂບັນຫາພະຍາດໃບໄມ້ໃນຕັບ ແລະ ມະເຮັງທໍ່ນໍ້າບີ

ສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນກະຊວງສາທາລະນະສຸກ ສປປ ລາວ ຮ່ວມກັບ ມະຫາວິທະຍາໄລຂອນແກ່ນ ຣາຊະອານາຈັກໄທ ລົງນາມເຊັນບົດບັນທຶກຄວາມເຂົ້າໃຈໂຄງການຮ່ວມມືທາງດ້ານວິຊາການເພື່ອແກ້ໄຂບັນຫາພະຍາດໃບໄມ້ໃນຕັບ ແລະ ມະເຮັງທໍ່ນໍ້າບີຢູ່ ສປປ ລາວ (ໄລຍະ 2 ປີ) ຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ຮ່ວມລົງນາມໂດຍທ່ານ ຄຳແພງ ຟອງລືຊາ ຫົວໜ້າສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນກະຊວງສາທາລະນະສຸກ ສປປ ລາວ ແລະ ທ່ານ ຊານໄຊ ພັນທອງວິລິຍະກຸນ ປະທານມະຫາວິທະຍາໄລຂອນແກ່ນ ຣາຊະອານາຈັກໄທ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດສິງກະໂປ

ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດສິງກະໂປ

ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາ ຂອງທ່ານ ຊູເດສ ມາເນຍ (Sudesh Maniar) ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງສາທາລະນະລັດສິງກະໂປ ປະຈໍາ ສປປ ລາວ, ໃນໂອກາດສໍາເລັດໃນການປະຕິບັດໜ້າທີ່ການທູດສໍາເລັດ, ໃນວັນທີ 6 ຕຸລານີ້ ທີ່ທໍານຽບປະທານປະເທດ.
ຄະນະຜູ້ແທນ ສວສສຊ ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດສາກົນຢູ່ ຣາຊາອານາຈັັັັກກຳປູເຈຍ

ຄະນະຜູ້ແທນ ສວສສຊ ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດສາກົນຢູ່ ຣາຊາອານາຈັັັັກກຳປູເຈຍ

ຫວ່າງບໍ່ດົນມານີ້, ຄະນະຜູ້ແທນ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ນໍາໂດຍທ່ານ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ​ເລຂາຄະນະພັກ ປະທານ ສວສສຊ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສໍາມະນາວິທະຍາສາດສາກົນ ຄັ້ງທີ XII ຊຶ່ງຈັດຂຶ້ນທີ່ນະຄອນຫຼວງພະນົມເປັນ ຣາຊາອານາຈັກກຳປູເຈຍ ພາຍໃຕ້ຫົວຂໍ້: “ການພັດທະນາເສດຖະກິດ, ສັງຄົມ ແລະ ວັດທະນະທຳ ທີ່ກົມກຽວ ຢູ່ ລາວ, ຫວຽດນາມ ແລະ ກຳປູ ເຈຍ” ໂດຍການເປັນເຈົ້າພາບຂອງຣາຊະບັນດິດສະພາກໍາປູເຈຍ (RAC). ຄະນະປະທານກອງປະຊຸມປະກອບມີ ທ່ານ Sok Touch ປະທານສະພາບັນດິດ ແຫ່ງຣາຊາອານາຈັກກຳປູເຈຍ (RAC), ທ່ານ ກອງແກ້ວ ໄຊສົງຄາມ ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (LASES), ທ່ານ ປອ. ດັ້ງ ຊວນ ແທ່ງ ຮອງປະທານສະຖາບັນດິດວິທະຍາສາດສັງຄົມຫວຽດນາມ (VASS) ຊຶ່ງເປັນກຽດເຂົ້າເປັນປະທານເປີດກອງປະຊຸມສຳມະນາວິທະຍາສາດສາກົນ ຄັ້ງນີ້ແມ່ນ ທ່ານ ບັນດິດ Hing Thoraxy ເລຂາທິການແຫ່ງລັດ ລັດຖະມົນຕີປະຈໍາຫ້ອງການສະພາລັດຖະມົນຕີ, ມີບັນດາຄະນະຜູ້ແທນ, ນັກຄົ້ນຄວ້າ, ນັກວິທະຍາສາດຂອງ 3 ສະຖາບັນ, ມະຫາວິທະຍາໄລ, ສະຖາບັນການສຶກສາຂັ້ນສູງ, ສະຖາບັນຄົ້ນຄວ້າຕ່າງໆ, ຜູ້ຕາງໜ້າຈາກບັນດາພາກລັດ ແລະ ຂະແໜງການກ່ຽວຂ້ອງ ຂອງຣາຊາອານາຈັກກຳປູເຈຍ ເຂົ້າຮ່ວມ.
ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ການນໍາຂັ້ນສູງ ສກູບາ

ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ການນໍາຂັ້ນສູງ ສກູບາ

ໃນວັນທີ 2 ຕຸລາ ຜ່ານມາທີ່ ນະຄອນຫຼວງລາຮາວານ, ສະຫາຍ ທອງສະຫວັນ ພົມວິຫານລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ມີເກນ ດີເອັດຊ-ກາແນນ (Miguel Diaz-Canel)ປະທານປະເທດ ແລະ ສະຫາຍ ມານູເອັນ ມາເຣໂຣ ກຣູຊ (Manual Marrero Cruz)ນາຍົກລັດຖະມົນຕີ ແຫ່ງ ສກູບາ, ໃນໂອກາດເດີນທາງຢ້ຽມຢາມ ສກູບາ ຢ່າງເປັນທາງການ ໃນວັນທີ 2-3 ຕຸລາ 2025.
ຮອງລັດຖະມົນຕີກະຊວງການຕ່າງປະເທດ ອວຍພອນວັນຊາດ ສປ ຈີນ ຄົບຮອບ 76ປີ

ຮອງລັດຖະມົນຕີກະຊວງການຕ່າງປະເທດ ອວຍພອນວັນຊາດ ສປ ຈີນ ຄົບຮອບ 76ປີ

ໃນຕອນບ່າຍວັນທີ 29 ກັນຍາຜ່ານມານີ້, ສະຫາຍ ໄມທອງ ທໍາມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະໄປອວຍພອນ ສະຫາຍ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ, ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 76ປີ (1 ຕຸລາ 1949 – 1 ຕຸລາ 2025) ທີ່ ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ.
ເພີ່ມເຕີມ