![]() |
ການຝຶກອົບຮົມຄັ້ງນີ້, ມີນັກສຳມະນາກອນທັງໝົດ 24 ຄົນ ຍິງ 8 ຄົນເພື່ອເປັນການຜັນຂະຫຍາຍແຜນການຮ່ວມມືລາວ - ຈີນ, ການສ້າງຄູ່ຮ່ວມຊາຕາກຳ ຈີນ - ລາວ, ການຝຶກອົບຮົມໃນຄັ້ງນີ້, ນັກສຳມະນາກອນໄດ້ມີຄວາມເຂົ້າໃຈຕໍ່ປະເທດຈີນຫຼາຍຂຶ້ນເພື່ອສ້າງຄວາມເຂັ້ມແຂງໃຫ້ນັກຂ່າວໜຸ່ມຂອງ ສປປ ລາວ ໄດ້ຮັບຮູ້ຢ່າງເລິກເຊິ່ງຄວາມທັນສະໄໝແບບຈີນໃນຍຸກປັນຍາປະດິດ (AI) ຊຶ່ງກິດຈະກຳຕົ້ນຕໍປະກອບມີການບັນຍາຍ, ສຳມະນາສະເພາະດ້ານ, ການຢ້ຽມຢາມ ແລະ ສຶກສາພາກສະໜາມ ພ້ອມທັງສຳຜັດວັດທະນະທຳຢູ່ນະຄອນຫຼວງປັກກິ່ງ, ແຂວງຢຸນນານ, ກິ່ງແຂວງ 12 ພັນນາແລະ ສະຖານທີ່ສຳຄັນຕ່າງໆທາງວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດ ເພື່ອໂຄສະນາເຜີຍແຜ່ຂໍ້ມູນຂ່າວສານໃຫ້ປະຊາຊົນໄດ້ຮັບຮູ້ເຂົ້າໃຈຄວາມທັນສະໄໝແບບຈີນຫຼາຍຂຶ້ນ.
![]() |
ພາຍຫຼັງສຳເລັດຊຸດຝຶກອົບຮົມຄັ້ງນີ້, ບັນດານັກຂ່າວໜຸ່ມຂອງ ສປປ ລາວ ຈະໄດ້ນໍາເອົາຄວາມຮູ້, ບົດຮຽນດັ່ງກ່າວໄປໝູນໃຊ້ເຂົ້າໃນວຽກງານຂອງຕົນເພື່ອປະກອບສ່ວນພັດປະນາປະເທດຊາດ.
![]() |
ຂ່າວ: ພູວັນ



ຄໍາເຫັນ