ສຳມະນາການເສີມສ້າງບຸກຄະລິກກະພາບຈາກພາຍໃນສູ່ພາຍນອກ

ສຳມະນາການເສີມສ້າງບຸກຄະລິກກະພາບຈາກພາຍໃນສູ່ພາຍນອກ

ສຳມະນາການເສີມສ້າງບຸກຄະລິກກະພາບຈາກພາຍໃນສູ່ພາຍນອກ
ກອງປະຊຸມສຳມະນາ ໃນຫົວຂໍ້ “ການເສີມສ້າງບຸກຄະລິກກະພາບຈາກພາຍໃນສູ່ພາຍນອກ ແລະ ໃຫ້ຄວາມຮູ້ດ້ານສຸຂະພາບ (ພະຍາດມະເຮັງ) ແລະ ຫຼັກການຮັບປະທານ ໄດ້ຈັດຂຶ້ນຫວ່າງມໍ່ໆມານີ້ ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໂດຍການເປັນປະທານຂອງ ທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງລາວ, ມີພາກສ່ວນທີ່ກ່ຽວຂ້ອງ ແລະ ນັກສຳມະນາກອນເຂົ້າຮ່ວມ.
ການສຳມະນາຄັ້ງນີ້ຜູ້ເຂົ້າຮ່ວມໄດ້ຮັບຟັງການບັນລະຍາຍກ່ຽວກັບການເສີມສ້າງບຸກຄະລິກກະພາບພາຍໃນສູ່ພາຍນອກ, ການໃຫ້ຄວາມຮູ້ການປ້ອງກັນມະເຮັງຕ່າງໆ ແລະ ຫຼັກກການຮັບປະທານອາຫານທີ່ ເໝາະສົມເພື່ອປ້ອງກັນພາວະໄຂມັນສູງ ໂດຍແມ່ນຊ່ຽວຊານສະເພາະດ້ານ ຈາກປະເທດໄທໃຫ້ການບັນລະຍາຍ.
ທ່ານ ນາງ ຈັນທະຈອນ ວົງໄຊ ກ່າວວ່າ: ຈຸດປະສົງ: ໃນການສຳມະນາຄັ້ງນີ້ເພື່ອເປັນການປະກອບສ່ວນສ້າງຂະບວນການຂໍ່ານັບຮັບຕ້ອນວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ແລະ ເພື່ອສົ່ງເສີມໃຫ້ສະມາຊິກ ນັກທຸລະກິດ ແມ່ຍິງລາວ ແລະ ຜູ້ເຂົ້າຮ່ວມທັງໝົດໄດ້ຍົກສູງຄວາມຮັບຮູ້ ຄວາມເຂົ້າໃຈ ໃນຫຼາຍໆດ້ານ ໃນສະພາບຂອງໂລກມີການຫັນປ່ຽນ ແລະ ເຊື່ອມໂຍງກັນຢ່າງບໍ່ມີພົມແດນ ແລະ ທັນສະໄໝ, ສຳລັບຫົວຂໍ້ທີ່ກອງປະຊຸມຈະໄດ້ແລກປ່ຽນກັນໃນຄັ້ງນີ້ມີຫົວຂໍ້ຕ່າງໆທີ່ໜ້າສົນໃຈເປັນຕົ້ນ: ໃນຍຸກດີຈີຕອນ ຍິ່ງເຮັດໃຫ້ມີຄວາມຈໍາເປັນ ທີ່ຈະຕ້ອງໄດ້ເສີມສ້າງບຸກຄະລິກກະພາບຈາກພາຍໃນ ຄວາມຄິດ, ຄວາມຮູ້ສຶກ ຂອງຄົນເຮົາ ເພື່ອສະແດງອອກຜ່ານການກະທຳຕ່າງໆໃນໂລກອອນລາຍໄດ້ຢ່າງເໝະສົມ ແລະ ຄ່ອງຕົວ, ຫົວຂໍ້ກ່ຽວກັບຄວາມຮູ້ກ່ຽວກັບການຮັກສາສຸຂະພາບ ໂດຍລົງເລິກພະຍາດມະເຮັງ, ຫົວຂໍ້ຫຼັກການກິນອາຫານແນວໃດໃຫ້ເໝາະສົມ ເພື່ອປ້ອງກັນພະຍາດໄຂມັນສູງ ແລະ ຫົວຂໍ້ການກຽມພ້ອມທີ່ຈະຮັບມີກັບພະຍາດຮ້າຍແຮງທີ່ອາດເກີດຂຶ້ນໄດ້ທຸກເມື່ອ ຊຶ່ງບັນດາຫົວຂໍ້ດັ່ງກ່າວແມ່ນສຳຄັນ ແລະ ໜ້າສົນໃຈສໍາລັບຜູ້ຟັງເປັນຢ່າງຍິ່ງ ໂດຍສະເພາະແມ່ນຜູ້ຮັກສຸພະພາບທັງຫຼາຍ, ສະນັ້ນ ເຊື່ອວ່າການສໍາມະນາໃນຄັ້ງນີ້ ເຖິງເວລາຈະສັ້ນ ແຕ່ຜູ້ເຂົ້າຮ່ວມຈະໄດ້ຄວາມຮູ້ ຄວາມເຂົ້າໃຈຕື່ມອີກບໍ່ຫຼາຍກໍໜ້ອຍ ເພື່ອທຸກຄົນຈະໄດ້ມີສຸຂະພາບກາຍ ສຸຂະພາບຈິດ ແລະ ບຸກຄະລິກກະພາບທີ່ດີ ອອກສູ່ສັງຄົມ ດ້ວຍຄວາມໝັ້ນໃຈກວ່າເກົ່າ ແລະ ສຳຄັນແມ່ນພວກເຮົາໄດ້ເພີ່ມເຄືອຂ່າຍທຸລະກິດນຳກັນລະຫວ່າງ ສອງປະເທດ ລາວ-ໄທ ທີ່ມີການພົວພັນດ້ານການຄ້າຊາຍແດນນຳກັນມາແລ້ວໃຫ້ຮັດແໜ້ນ ແລະ ໃກ້ຊິດຂຶ້ນກວ່າເກົ່າ.
(ຂ່າວ-ພາບ: ສຳນານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສູນຝຶກຄົນພິການເປັນສ່ວນໜຶ່ງທີ່ສຳຄັນທາງສັງຄົມທີ່ປັກກິ່ງ

ສູນຝຶກຄົນພິການເປັນສ່ວນໜຶ່ງທີ່ສຳຄັນທາງສັງຄົມທີ່ປັກກິ່ງ

ຄົນປົກກະຕິທຸກຄົນອາດຈະຂາດບາງຢ່າງໃນຊີວິດມັນກໍ່ເປັນເລື່ອງທຳມະດາ ແຕ່ສິ່ງທີ່ຄົນພິການບໍ່ເຄີຍຂາດຄື “ຄວາມຝັນ ແລະ ກຳລັງໃຈ” ໃນໂລກທີ່ເຕັມໄປດ້ວຍອຸປະສັກ ແລະ ຄວາມບໍ່ເທົ່າທຽມ ຄົນພິການຫຼາຍຄົນກໍ່ຍັງຢືນຢັນວ່າ “ຄວາມພິການ” ບໍ່ແມ່ນກຳແພງກັ້ນຄວາມຝັນ ແຕ່ເປັນພຽງບົດຮຽນທົດສອບໃນຊີວິດທີ່ເຮັດໃຫ້ພວກເຂົາເຂັ້ມແຂງກວ່າເກົ່າ.
ຊີວະປະຫວັດ ທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ຊີວະປະຫວັດ ທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ສະຖານທີ່ເກີດ ນະຄອນຫຼວງບາງກອກ ປະເທດໄທ ການສຶກສາ: ປະລິນຍາຕີ ສາຂາ ວິສະວະກຳອຸດສາຫະກຳ, ມະຫາວິທະຍາໄລ Hofstra ນິວຢອກ ສະຫະລັດອາເມຣິກາ ສາສະໜາ: ພຸດ ປະຫວັດທາງອາຊີບ
ບໍລິສັດໄຟຟ້ານໍ້າເທີນ 2 ຈັດກິດຈະກໍາວັນແຫ່ງຄວາມປອດໄພປະຈໍາປີ 2025.

ບໍລິສັດໄຟຟ້ານໍ້າເທີນ 2 ຈັດກິດຈະກໍາວັນແຫ່ງຄວາມປອດໄພປະຈໍາປີ 2025.

ພິທີສະເຫຼີມສະຫຼອງ ວັນແຫ່ງຄວາມປອດໄພ (SAFETY DAY)ປະຈໍາປີ ຂອງບໍລິສັດໄຟຟ້ານໍ້າເທີນ 2 ໄດ້ຈັດຂຶ້ນ ໃນວັນ 15 ຕຸລານີ້ ທີ່ເຮືອນຈັກເຂື່ອນໄຟຟ້ານໍ້າເທີນ 2 ເມືອງຍົມມະລາດ ແຂວງຄໍາມ່ວນ, ໃຫ້ກຽດເຂົ້າຮ່ວມ ເປັນປະທານ ໂດຍ ທ່ານ ມາກ ອັງຕວນຣຸບ ຜູ້ອຳນວຍການບໍລິສັດ ໄຟຟ້ານໍ້າເທີນ 2, ມີບັນດາທ່ານໃນຄະນະບໍລິຫານງານຂອງບໍລິສັດ, ພ້ອມດ້ວຍແຂກຖືກເຊີນຈາກພະແນກການຂັ້ນແຂວງ, ເມືອງນາກາຍ, ຍົມມະລາດ ແລະ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ເຂົ້າຮ່ວມ.
ກອງປະຊຸມຄົບຄະນະ ກວທສ ປະຈຳປີ 2025

ກອງປະຊຸມຄົບຄະນະ ກວທສ ປະຈຳປີ 2025

ກອງປະຊຸມຄົບຄະນະກຳມາທິການວັດທະນະທຳ-ສັງຄົມ (ກວທສ) ປະຈຳປີ 2025 ໄດ້ຈັດຂຶ້ນໃນວັນທີ 13 ຕຸລາ ຜ່ານມາ ທີ່ເມືອງວັງວຽງ ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ບຸນຕາ ເທບພະວົງ ປະທານກຳມາທິການວັດທະນະທຳ-ສັງຄົມ, ເຂົ້າຮ່ວມໂອ້ລົມໂດຍທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ (ສພຊ); ມີບັນດາທ່ານປະທານ-ຮອງປະທານກຳມາທິການ, ຮອງເລຂາທິການ ແລະ ຫົວໜ້າສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ, ບັນດາທ່ານຮອງລັດຖະມົນຕີ, ສະມາຊິກສະພາແຫ່ງຊາດທີ່ເປັນກໍາມະການສັງກັດ ກວທສ, ຮອງປະທານອົງການກາແດງລາວ, ຫົວໜ້າຫ້ອງການຄະນະກໍາມະການແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ, ບັນດາທ່ານຫົວໜ້າ-ຮອງຫົວໜ້າກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນຈາກ ສພຊ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ຄະນະກໍາມະການຄຸ້ມຄອງໄພພິບັດແຂວງ ມອບຮັບເຂົ້າສານໃຫ້ເມືອງສິງ

ຄະນະກໍາມະການຄຸ້ມຄອງໄພພິບັດແຂວງ ມອບຮັບເຂົ້າສານໃຫ້ເມືອງສິງ

ໃນຕອນເຊົ້າວັນທີ 14 ຕຸລາຜ່ານມານີ້ ຢູ່ທີ່ຫ້ອງການເມືືອງສິງ ແຂວງຫຼວງນໍ້າທາ, ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ນໍາເອົາເຂົ້າສານມອບໃຫ້ຄະນະກໍາມະການຄຸ້ມຄອງໄພພິບັດເມືອງສິງ, ໂດຍການເຂົ້າຮ່ວມຂອງທ່ານ ກອນແກ້ວ ບັນນະວົງ ຮັກສາການ ຮອງປະທານຄະນະກໍາມະການ ປົກຄອງເມືອງ ປະທານແນວລາວສ້າງຊາດເມືອງສິງ, ທ່ານ ຊຽງວັນ ສົມລັດທອງ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີຄະນະກໍາມະການໄພພິບັດຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມ.
ມອບທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກໃຫ້ໜ່ວຍຊາວໜຸ່ມ ສານປະຊາຊົນພາກເໜືອ

ມອບທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກໃຫ້ໜ່ວຍຊາວໜຸ່ມ ສານປະຊາຊົນພາກເໜືອ

ເມື່ອບໍ່ດົນຜ່ານມານີ້, ທີ່ສານປະຊາຊົນພາກເໜືອ ແຂວງຫຼວງພະບາງ ໄດ້ມີພິທີມອບທຸງໄຊນໍາໜ້າຂະບວນການແຂ່ງຂັນ 4 ບຸກ ຄັ້ງທີ III ປະຈຳປີ 2024, ປະດັບຫຼຽນກາລະນຶກ 65 ປີ ແລະ ມອບໃບຍ້ອງຍໍ ໂດຍເປັນປະທານຂອງ ທ່ານ ສົມໃຈ ຢາທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງຫຼວງພະບາງ, ມີຄະນະນຳສານປະຊາຊົນພາກເໜືອ, ເລຂາ, ຮອງເລຂາ ພ້ອມດ້ວຍສະມາຊິກຊາວໜຸ່ມພາຍໃນໜ່ວຍຮາກຖານ ແລະແຂກຮັບເຊີນ ເຂົ້າຮ່ວມ.
ຂົງເຂດທະນາຄານ ແລະ ສະຖາບັນການເງິນ 3 ແຂວງ ໄດ້ຮັບການຍົກລະດັບວິຊາສະເພາະ

ຂົງເຂດທະນາຄານ ແລະ ສະຖາບັນການເງິນ 3 ແຂວງ ໄດ້ຮັບການຍົກລະດັບວິຊາສະເພາະ

ວັນທີ 14 ຕຸລານີ້ ທີ່ສະໂມສອນໃຫຍ່ ທະນາຄານແຫ່ງ ສປປ ລາວ ສາຂາພາກເໜືອແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສຳມະນາວຽກງານວິຊາສະເພາະ ໃຫ້ກັບວິຊາການຂະແໜງທະນາຄານທຸລະກິດ ແລະ ສະຖາບັນການເງິນ ທີ່ບໍ່ແມ່ນທະນາຄານຈາກ 3 ແຂວງ ຄື: ແຂວງໄຊຍະບູລີ, ແຂວງວຽງຈັນ ແລະ ແຂວງຫຼວງພະບາງ, ໂດຍເປັນປະທານຂອງ ທ່ານ ວາລະສິນ ດາລາພອນ ຮອງຫົວໜ້າ ທະນາຄານແຫ່ງ ສປປ ລາວ ສາຂາພາກເໜືອ ແຂວງຫຼວງພະບາງ.
ເມືອງສິງ ປະຖະກະຖາສອງວັນປະຫວັດສາດ

ເມືອງສິງ ປະຖະກະຖາສອງວັນປະຫວັດສາດ

ເມືອງສິງ ແຂວງຫຼວງນໍ້າທາ ໄດ້ຈັດພິທີປະຖະກະຖາວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວຄົບຮອບ 80 ປີ (12 ຕຸລາ 1945-12 ຕຸລາ 2025) ຂຶ້ນໃນວັນ 14 ຕຸລາ 2025 ຢູ່ທີສະໂມສອນຂອງເມືອງສິງ, ໂດຍການເຂົ້າຮ່ວມຂອງທ່ານ ໜານມອນ ແກ້ວສີງໄຊ ກໍາມະການພັກແຂວງ ເລຂາພັກເມືອງ ຜູ້ຊີ້ນວຽກງານ ປກຊ-ປກສ ແລະ ພາກສ່ວນກ່ຽວຂ້ອງອ້ອມຂ້າງເມືອງເຂົ້າຮ່ວມ
ປະກອບຄໍາເຫັນໃສ່ການປັບປຸງລັດຖະບັນຍັດວ່າດ້ວຍການໃຫ້ອະໄພຍະໂທດ

ປະກອບຄໍາເຫັນໃສ່ການປັບປຸງລັດຖະບັນຍັດວ່າດ້ວຍການໃຫ້ອະໄພຍະໂທດ

ກອງເລຂາຄະນະກຳມະການອະໄພຍະໂທດລະດັບຊາດ ຈັດກອງປະຊຸມແລກປ່ຽນປະກອບຄໍາເຫັນໃສ່ການປັບປຸງລັດຖະບັນຍັດວ່າດ້ວຍການໃຫ້ອະໄພຍະໂທດສະບັບເລກທີ 001/ປປທ, ລົງວັນທີ 20 ມີນາ 2018 ໂດຍການເປັນປະທານຮ່ວມຂອງທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ), ຫົວໜ້າກອງເລຂາຄະນະກຳມະການອະໄພຍະໂທດລະດັບຊາດ ແລະ ທ່ານ ອິນທະປັນຍາ ຂຽວວົງພະຈັນ ຮອງລັດ ຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ມີບັນດາຜູ້ຕາງໜ້າຈາກອົງການໄອຍະການປະຊາ ຊົນສູງສຸດ, ກະຊວງປ້ອງກັນຄວາມສະຫງົບ, ຫ້ອງວ່າການສຳນັກງານປະທານປະເທດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສານປະຊາຊົນສູງສຸດ, ກະຊວງຍຸຕິທຳ, ກະຊວງປ້ອງກັນປະເທດ ແລະ ກອງເລຂາຄະນະກໍາມະການອະໄພຍະໂທດລະດັບຊາດເຂົ້າຮ່ວມ.
ມອບເງິນສະໜັບສະໜູນກອງປະຊຸມໃຫຍ່ອົງຄະນະພັກອົງການກາແດງແຫ່ງຊາດລາວ

ມອບເງິນສະໜັບສະໜູນກອງປະຊຸມໃຫຍ່ອົງຄະນະພັກອົງການກາແດງແຫ່ງຊາດລາວ

ໃນຕອນເຊົ້າວັນທີ 14 ຕຸລາ ນີ້ ທີ່ສຳນັກງານອົງການກາແດງແຫ່ງຊາດລາວ, ພາກສ່ວນທະນາຄານ ແລະ ບໍລິສັດຫຼາຍແຫ່ງໄດ້ຮ່ວມມອບເງິນສະໜັບສະໜູນໃຫ້ແກ່ອົງການກາແດງແຫ່ງຊາດລາວ ເພື່ອສະໜັບສະໜູນການຈັດກອງປະຊຸມໃຫຍ່ສະມາຊິກພັກຂອງອົງຄະນະພັກອົງການກາແດງແຫ່ງຊາດລາວທີ່ຈະຈັດຂຶ້ນໃນໄວໆນີ້.
ເພີ່ມເຕີມ