ສຳມະນາວິທະຍາສາດລະດັບຊາດ ລະນຶກວັນເກີດປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ

ສຳມະນາວິທະຍາສາດລະດັບຊາດ ລະນຶກວັນເກີດປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ
ກອງປະຊຸມສຳມະນາວິທະຍາສາດລະດັບຊາດ ໃນໂອກາດລະນຶກ ວັນເກີດຂອງປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ (8/2/1924-8/2/2024) ໄດ້ຈັດຂຶ້ນໃນວັນທີ 22 ທັນວາ ນີ້ ທີ່ແຂວງຈໍາປາສັກ ໂດຍການເປັນປະທານຂອງ ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມັນຕີກະຊວງປ້ອງກັນຄວາມສະຫງົບ; ມີສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ສະຫາຍ ສີພາ ພົມມະຈັນ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ຜູ້ຊີ້ນໍາວຽກງານການເມືອງແນວຄິດຂອງແຂວງຈໍາປາສັກ, ມີພາກສ່ວນກ່ຽວຂ້ອງຈາກສູນກາງ ແລະ ແຂວງຈໍາປາສັກ, ເຊກອງ, ສາລະວັນ, ອັດຕະປື ແລະ ສະຫວັນນະເຂດເຂົ້າຮ່ວມ.
    ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ໄດ້ກ່າວເປີດກອງປະຊຸມວ່າ:ກອງປະຊຸມສໍາມະນາວິທະຍາສາດຄັ້ງນີ້ ສຸດທີ່ມີຄວາມໝາຍຄວາມສໍາຄັນຍິ່ງ ຊຶ່ງພວກເຮົາຈະໄດ້ຮັບຟັງການສະເໜີບົດຂອງບັນດານັກວິທະຍາສາດ ໃນ 9 ຫົວຂໍ້ ກ່ຽວກັບແນວຄິດຊີ້ນໍາຂອງ ປະທານ ຄໍາໄຕ ສີພັນດອນ ໃນແຕ່ລະຂົງເຂດ ເພື່ອສະຫຼຸບເປັນພື້ນຖານທາງດ້ານທິດສະດີ ແລະ ພຶດຕິກໍາຂອງພັກເຮົາ ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍ ເຂົ້າໃນວຽກງານສຶກສາອົບຮົມ ແລະ ປຸກລະດົມໃຫ້ ສະມາຊິກພັກ, ພະນັກງານ, ກໍາລັງປະກອບອາວຸດ, ມະຫາຊົນ ແລະ ຄົນຮຸ່ນຫຼັງ ໄດ້ນໍາເອົານໍ້າໃຈເສຍສະຫຼະ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນການນໍາພາ, ແບບແຜນວິທີເຮັດວຽກ ແລະ ແບບແຜນການດໍາລົງຊີວິດ ຕະຫຼອດຮອດແນວຄິດຊີ້ນໍາຂອງເພິ່ນ ໄປຄົ້ນຄວ້າ, ສຶກສາຮໍ່າຮຽນ ແລະ ເປັນແວ່ນແຍງໃນການເຄື່ອນໄຫວ ແລະ ປະຕິບັດໜ້າທີ່ວຽກງານຂອງຕົນ.
ປະທານ ຄໍາໄຕ ສີພັນດອນ ແມ່ນຜູ້ໜຶ່ງໃນບັນດາຜູ້ນໍາຮຸ່ນກໍ່ຕັ້ງຂະບວນການ ແລະ ບຸກເບີກ ເສັ້ນທາງການປະຕິວັດ ຢູ່ປະເທດເຮົາຊຶ່ງຍາມໃດເພິ່ນກໍມີຄວາມໜັກແໜ້ນທາງດ້ານການເມືອງ, ມີສະຕິຕໍ່ການຈັດຕັ້ງ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ໄດ້ຮັບມອບໝາຍ; ເລີ່ມຈາກພະນັກງານທໍາມະດາ ກາຍເປັນຜູ້ຊີ້ນໍາ-ບັນຊາ ແລະ ນໍາພາຂະບວນການຕໍ່ສູ້ປົດປ່ອຍຊາດ ຮ່ວມກັບປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະ ຜູ້ນໍາທ່ານອື່ນໆ ຂອງແນວລາວສ້າງຊາດ ໄດ້ຮັບໄຊຊະນະ, ສະຖາປະນາ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ ປີ 1975.ຫຼັງຈາກນັ້ນ, ກໍໄດ້ປະກອບສ່ວນຄົ້ນຄວ້າ, ກໍານົດທິດທາງໜ້າທີ່ຍຸດທະສາດ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ລວມທັງແນວທາງປ່ຽນແປງໃໝ່ ອອກຢ່າງຖືກຕ້ອງ, ສອດຄ່ອງ ທັງໄດ້ສືບຕໍ່ນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດແນວທາງດັ່ງກ່າວ ໄດ້ຮັບຜົນສໍາເລັດອັນສໍາຄັນຫຼາຍດ້ານ.
    ປີ 2006 ໃນກອງປະຊຸມໃຫຍ່ ຄັ້ງທີ VIII ຂອງພັກ, ປະທານ ຄໍາໄຕ ສີພັນດອນ ໄດ້ອອກພັກ ຜ່ອນບໍານານ; ແຕ່ເວລາໃດເພິ່ນ ກໍມີຄວາມເປັນຫ່ວງເປັນໄຍ ແລະ ເອົາໃຈໃສ່ຕິດຕາມຢ່າງຈົດຈໍ່ ຕໍ່ສະພາບການຂອງປະເທດຊາດ, ບ້ານເມືອງ ກໍຄືການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງພັກ, ຂອງລັດຖະບານ ໃນແຕ່ລະໄລຍະ; ເພິ່ນສືບຕໍ່ເຄື່ອນໄຫວ ຢ່າງບໍ່ຮູ້ອິດຮູ້ເມື່ອຍ ເພື່ອປະກອບສ່ວນ ໃນການປັບປຸງ-ກໍ່ສ້າງພັກເຮົາ ໃຫ້ເຂັ້ມແຂງ, ສ້າງລັດໃຫ້ກາຍເປັນລັດ ທີ່ປົກຄອງດ້ວຍກົດໝາຍ ແລະ ບໍລິຫານຮັບໃຊ້ປະຊາຊົນ ດ້ວຍຄວາມບໍລິສຸດໂປ່ງໃສ; ດ້ວຍຄວາມເປັນຫ່ວງເປັນໄຍ ແລະ ຢາກໃຫ້ແນວທາງທີ່ພັກວາງອອກກາຍເປັນຈິງ, ເພິ່ນຈິ່ງໃຊ້ຊີວິດໃນຍາມພັກຜ່ອນ ຢູ່ໃກ້ຊິດຕິດແທດ ກັບຊີວິດຕົວຈິງຂອງປະຊາຊົນ, ຊອກຮູ້ບັນຫາ ແລະ ຄວາມຕ້ອງການຂອງປະຊາຊົນ; ຈາກນັ້ນ, ຈິ່ງຄົ້ນຄວ້າຫາວິທີຊ່ວຍເຫຼືອເຂົາເຈົ້າ, ແນະນໍາ ແລະ ພາປະຊາຊົນເຮັດຕົວຈິງ; ເພິ່ນໃຊ້ເວລາພັກຜ່ອນ ລົງຕິດແທດກັບປະຊາຊົນ, ປຸກສ້າງສິ່ງສາທາລະນະປະໂຫຍດ ແລະ ສຶກສາອົບຮົມປະຊາຊົນ ໃຫ້ມີຄວາມຕື່ນຕົວ ເປັນເຈົ້າການທໍາມາຫາກິນ ແລະ ສ້າງສາບ້ານຊ່ອງ; ເພິ່ນທັງເຄື່ອນໄຫວເປັນແບບຢ່າງ ໃຫ້ປະຊາຊົນເຫັນ ທັງຊຸກຍູ້ປຸກລະດົມໃຫ້ປະຊາຊົນເຮັດນໍາ ແລະ ເຮັດເພື່ອໃຫ້ຊຸມຊົນມີສ່ວນຮ່ວມ; ເພິ່ນພັກຜ່ອນແຕ່ຍັງຕິດພັນກັບການອອກແຮງງານ ແລະ ເຮັດຕົວຈິງຄືແນວນັ້ນ “ບໍ່ແມ່ນເພື່ອ ຜົນປະໂຫຍດສ່ວນຕົວ ແລະ ຄອບຄົວຂອງເພິ່ນແຕ່ຢ່າງໃດ, ການກະທໍາດັ່ງກ່າວ ແມ່ນເພື່ອຢາກໃຫ້ ແນວທາງຂອງພັກ ປະກົດຜົນເປັນຈິງ, ທັງເປັນປະໂຫຍດ ສໍາລັບການສຶກສາຮຽນຮູ້ ຂອງປະຊາຊົນລາວ ບັນດາເຜົ່າ ເພື່ອເສີມຂະຫຍາຍຕໍ່ໆໄປ”.
    ກອງປະຊຸມສຳມະນາຄັ້ງນີ້ ເປັນການສືບຕໍ່ດໍາເນີນການສໍາມະນາຢູ່ຈຸດທີສອງ, ພາຍຫຼັງຈັດສໍາມະນາຈຸດທໍາອິດ ທີ່ແຂວງຫົວພັນ ເມື່ອບໍ່ດົນມານີ້, ຄະນະຮັບຜິດຊອບໄດ້ ຖອດຖອນບົດຮຽນ ແລະ ສືບຕໍ່ປັບປຸງບັນດາບົດວິທະຍາສາດດັ່ງກ່າວ ໃຫ້ລະອຽດ, ຈະແຈ້ງ ແລະ ມີ ເນື້ອໃນຄົບຖ້ວນ ເລິກເຊິ່ງກວ່າເກົ່າ.
ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ ຍັງໄດ້ຮຽກຮ້ອງມາຍັງບັນດາສະຫາຍ ນັກວິທະຍາສາດ, ນັກຄົ້ນຄວ້າ, ນັກວິທະຍາກອນ ຈົ່ງຍົກສູງຄວາມຮັບຜິດຊອບ ໃນການສະເໜີບົດໃຫ້ເຈາະຈົງເຂົ້າບັນຫາ, ຈະແຈ້ງ, ບໍ່ເລົ່າເລື່ອງ ແລະ ຮັບປະກັນເວລາທີ່ໄດ້ກໍານົດ; ສ່ວນບັນດາສະຫາຍ ຈະປະກອບຄວາມເຫັນ ກໍ່ໃຫ້ຄົ້ນຄວ້າລົງເລິກບັນຫາ ໃຫ້ກະທັດຮັດຈະແຈ້ງ ແລະ ເຂົ້າບັນຫາ ເພື່ອເຮັດໃຫ້ກອງປະຊຸມສໍາມະນາທີ່ສໍາຄັນນີ້ ມີເນື້ອໃນ ອຸດົມສົມບູນ ແລະ ມີຜົນສໍາເລັດຢ່າງຈົບງາມ.
    ກອງປະຊຸມຄັ້ງນີ້, ໄດ້ຮັບຟັງກ່ຽວກັບການນໍາໃຊ້ 3 ບາດຄ້ອນຍຸດທະສາດ ເຂົ້າໃນການຍຶດອໍານາດ ໃນປີ 1975 ຂອງປະທານ ຄໍາໄຕ ສີພັນດອນ ໂດຍ ສະຫາຍ ບົວສອນ ບຸບຜາວັນ ອະດີດກຳມະການກົມການເມືອງສູນກາງພັກ ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຂຶ້ນສະເໜີເນື້ອໃນດັ່ງກ່າວ.ພ້ອມນີ້, ກໍໄດ້ຮັບຟັງການຫວນຄືນເຖິງຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງປະທານ ຄໍາໄຕ ສີພັນດອນ ໂດຍສະຫາຍນາງ ແສງດາວັນ ສີພັນດອນ ຕາງໜ້າໃຫ້ຄອບຄົວ ປະທານ ຄໍາໄຕ ສີພັນດອນ; ນອກນີ້, ກໍຍັງມີບັນດາທ່ານການນໍາຂັ້ນຕ່າງໆ ສະເໜີເນື້ອໃນແນວຄິດຊີ້ນໍາຂອງ ປະທານ ຄໍາໄຕ ສີພັນດອນ ກ່ຽວກັບວຽກງານຕ່າງໆຄື: ແນວຄິດຊີ້ນໍາກ່ຽວກັບວຽກງານແນວໂຮມ ແລະ ອົງການຈັດຕັ້ງມະຫາຊົນ, ແນວຄິດຊີ້ນໍາກ່ຽວກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ແນວຄິດຊີ້ນໍາກ່ຽວກັບການພັດທະນາເສດຖະກິດ-ການເງິນ, ແນວຄິດຊີ້ນໍາກ່ຽວກັບການກໍ່ສ້າງຮາກຖານການເມືອງຢູ່ແຂວງຈໍາປາສັກ, ແນວຄິດຊີ້ນໍາກ່ຽວກັບການກໍ່ສ້າງພັກ-ພະນັກງານໃນໄລຍະໃໝ່, ແນວຄິດຊີ້ນໍາກ່ຽວກັບວຽກງານວັດທະນະທໍາ, ແນວຄິດຊີ້ນໍາກ່ຽວກັບວຽກງານພົວພັນຕ່າງປະເທດ.
(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ