ສຳມະນາວິທະຍາສາດລະດັບຊາດ ເພື່ອລະນຶກວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ

ສຳມະນາວິທະຍາສາດລະດັບຊາດ ເພື່ອລະນຶກວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ
ກອງປະຊຸມສຳມະນາວິທະຍາສາດລະດັບຊາດ ເພື່ອລະນຶກວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ (ວັນທີ 8 ກຸມພາ 1924 ຫາ ວັນທີ 8 ກຸມພາ 2024)ໄດ້ຈັດຂຶ້ນໃນວັນທີ 7 ທັນວານີ້ ທີ່ແຂວງຫົວພັນ ພາຍໃຕ້ການເປັນປະທານຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ,ທ່ານ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ຫົວໜ້າຄະນະຮັບຜິດຊອບຊີ້ນຳການກະກຽມສະເຫຼີມສະຫຼອງວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ, ທ່ານ ຄຳແພງ ໄຊສົມແພງ ກຳມະການສູນກາງພັກ ເລຂາຄະນະພັກ ເຈົ້າແຂວງຫົວພັນ, ທ່ານ ສອນທະນູ ທຳມະວົງ ກຳມະກາງສູນກາງພັກ ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ,ມີບັນດາແຂກຖືກເຊີນ ແລະ ພະນັກງານວິຊາການເຂົ້າຮ່ວມ.
ທ່ານ ຄຳພັນ ເຜີຍຍະວົງ ໄດ້ກ່າວວ່າ: ກອງປະຊຸມສຳມະນາວິທະຍາສາດ ກ່ຽວກັບຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງປະທານ ຄຳໄຕ ສີພັນດອນ ໃນຄັ້ງນີ້ເປັນຄັ້ງທີ 3 ຊຶ່ງຜ່ານມາພວກເຮົາໄດ້ຈັດຄັ້ງທີໜຶ່ງ ໃນໂອກາດວັນເກີດຂອງເພິ່ນຄົບຮອບ 80 ປີ ແລະ ຄັ້ງທີສອງ ໃນໂອກາດວັນເກີດຄົບຮອບ 90 ປີ, ການຈັດສໍາມະນາແຕ່ລະຄັ້ງ ແມ່ນໄດ້ລົງເລິກຄົ້ນຄວ້າສຶກສາບັນດາແນວຄິດຊີ້ນໍາໃນແຕ່ລະຂົງເຂດວຽກງານກໍຄືແບບແຜນຊີ້ນຳ-ນຳພາ, ການອຸທິດຕົນຢ່າງສຸດກົກສຸດປາຍ ເພື່ອປະເທດຊາດ, ເພື່ອປະຊາຊົນ ຂອງປະທານ ຄຳໄຕ ສີພັນດອນ, ທັງໝົດນີ້ແມ່ນ ເພື່ອສ້າງເປັນຂໍ້ມູນແລະ ເອກະສານທີ່ສຳຄັນທາງປະຫວັດສາດ ເພື່ອໂຄສະນາສຶກສາອົບຮົມແນວຄິດຮັກຊາດ ແລະ ມູນເຊື້ອປະຕິວັດ ໃຫ້ພະນັກງານ-ສະມາຊິກພັກ, ທະຫານ, ຕຳຫຼວດ, ນັກຮຽນນັກສຶກສາ, ປະຊາຊົນຊັ້ນຄົນຕ່າງໆໃນສັງຄົມ ໂດຍເອົາແບບຢ່າງດ້ານການເຄື່ອນໄຫວ ແລະ ການອຸທິດຕົນຂອງປະທານ ຄຳໄຕ ສີພັນດອນ ເພື່ອຄວາມເປັນເອກະລາດ, ຄວາມມັ່ງຄັ່ງເຂັ້ມແຂງ ແລະຄວາມຈະເລີນວັດທະນາຂອງປະເທດຊາດ, ເພື່ອຄວາມຢູ່ດີກິນດີແລະ ຄວາມຮັ່ງມີຜາສຸກຂອງປະຊາຊົນລາວບັນດາເຜົ່າ.
ທ່ານ ຄຳແພງ ໄຊສົມແພງ ໄດ້ກ່າວວ່າ: ກອງປະຊຸມຂອງພວກເຮົາໃນຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນຢ່າງຍິ່ງແຫ່ງປະຫວັດສາດຂອງຊາດລາວ ໂດຍສະເພາະກໍແມ່ນຊີວິດການກໍາເນີດ ແລະ ການເຕີບໃຫຍ່ໃນແປວໄຟແຫ່ງການປະຕິວັດຂອງປະທານ ຄຳໄຕ ສີພັນດອນ ແມ່ນຜູ້ໜຶ່ງໃນບັນດາຜູ້ນຳຮຸ່ນທຳອິດຂອງພັກເຮົາ ທີ່ມີຄວາມປີຊາສາມາດ, ອົງອາດກ້າແກ່ນ, ມີຄວາມສຸຂຸມຮອບຄອບ ແລະ ໜັກແໜ້ນໃນທຸກດ້ານ; ເພິ່ນທັງແມ່ນນັກຍຸດທະສາດ ແລະ ນັກຍຸດໂທບາຍທີ່ເຫັນການໄກ, ວ່ອງໄວ,ຄວາມຄິດປະດິດສ້າງສູງ, ແມ່ນຜູ້ທີ່ມີແບບແຜນຊີ້ນຳ, ບັນຊາແທດກັບຕົວຈິງ,ຍາມໃດກໍມີຈົ່ງຮັກພັກດີ ບໍລິສຸດຜຸດຜ່ອງຕໍ່ພັກ, ຕໍ່ປະເທດຊາດ ແລະ ປະຊາຊົນ,ມີຄວາມເປັນຫວ່ງແລະ ເອົາໃຈໃສ່ຕິດຕາມຢ່າງໃກ້ຊິດຕໍ່ພາລາກິດ ປົກປັກຮັກສາ ແລະ ພັດທະນາປະເທດຊາດ ແລະ ແມ່ນຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ
ທ່ານ ຈັນສະໝອນ ຈັນຍາລາດ ໄດ້ກ່າວວ່າ: ປະທານ ຄໍາໄຕ ສີພັນດອນ ແມ່ນຜູ້ໜຶ່ງໃນບັນດາຜູ້ນໍາຮຸ່ນກໍໍ່ຕັັ້ງຂະບວນການ ແລະ ບຸກເບີກເສັ້ນທາງການປະຕິວັດ ຢູ່ປະເທດເຮົາຊຶ່ງຍາມໃດເພິ່ນກໍມີຄວາມໜັກແໜ້ນທາງດ້ານການເມືອງ, ມີສະຕິຕໍ່ການຈັດຕັັ້ງ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີີ່ມອບໝາຍ; ເລີີ່ມຈາກພະນັກງານທໍາມະດາກາຍເປັນຜູ້້ຊີ້ນໍາ-ບັນຊາ ແລະ ນໍາພາຂະບວນການຕໍ່ສູ້ປົດປ່ອຍຊາດ ຮ່ວມກັບປະທານ ໄກສອນພົມວິຫານ, ປະທານ ສຸພານຸວົງ ແລະ ທ່ານອື່ນໆ ຂອງແນວລາວສ້າງຊາດໄດ້ຮັບໄຊຊະນະ, ສະຖາປະນາ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ ປີ 1975, ຫຼັງຈາກນັັ້ນ ກໍໄດ້ປະກອບສ່ວນຄົ້ນຄວ້າ ແລະ ກໍານົດທິດທາງໜ້າທີີ່ຍຸດທະສາດ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ລວມທັງແນວທາງປ່ຽນແປງໃໝ່ອອກຢ່າງຖືກຕ້ອງ, ສອດຄ່ອງ ທັງໄດ້ສືບຕໍ່ນໍາພາ-ຊີ້ນໍາການຈັດຕັັ້ງປະຕິບັດ ໃຫ້ໄດ້ຮັບຜົນສໍາເລັດອັນສໍາຄັນຫຼາຍດ້ານ. ປະທານ ຄໍາໄຕ ສີພັນດອນ ຍາມໃດກໍ່ມຄວາມຈົງຮັກພັກດີ, ບໍລິສຸດຜຸດຜ່ອງຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ, ມີຄວາມເປັນຫ່ວງເປັນໃຍ ແລະ ເອົາໃຈໃສ່ຕິດຕາມຢ່າງຈົດຈໍ່ ຕໍ່ຊີບພະຈອນ ຂອງປະເທດຊາດ, ເພິ່ນສືບຕໍ່ເຄື່ອນໄຫວ ຢ່າງບໍ່ຮູ້ອິດຮູ້ເມື່ອຍ ເພື່ອປະກອບສ່ວນໃນການປັບປຸງ-ກໍ່ສ້າງພັກເຮົາ ໃຫ້ເຂັ້ມແຂງ, ສ້າງລັດໃຫ້ກາຍເປັນລັດທີີ່ປົກຄອງດ້ວຍກົດໝາຍ ແລະບໍລິຫານຮັບໃຊ້ປະຊາຊົນ ດ້ວຍຄວາມບໍລິສຸດໂປ່ງໃສ. ດ້ວຍຄວາມເປັນຫ່ວງເປັນໃຍ ແລະ ຢາກໃຫ້ແນວທາງທີີ່ພັກວາງອອກກາຍເປັນຈິງ ເພິ່ນຈຶ່ງໃຊ້ຊີວິດໃນຍາມພັກຜ່ອນ ຢູ່ໃກ້ຊິດຕິດແທດກັບຊີວິດຕົວຈິງ ຂອງປະຊາຊົນ, ຊອກຮູ້ບັນຫາ ແລະ ຄວາມຕ້ອງການຂອງປະຊາຊົນ, ຈາກນັັ້ນ ຈຶ່ງຄົ້ນຄວ້າຫາວິທີຊ່ວຍເຫຼືອເຂົາເຈົ້າ ແນະນໍາ ແລະ ພາປະຊາຊົນເຮັດຕົວຈິງ. ເພິ່ນໃຊ້ເວລາພັກຜ່ອນລົງຕິດແທດກັບປະຊາຊົນປຸກສ້າງສິ່ງສາທາລະນະປະໂຫຍດ ແລະ ສຶກສາອົບຮົມປະຊາຊົນ ໃຫ້ມີຄວາມຕື່ນຕົວເປັນເຈົ້າການທໍາມາຫາກິນ ແລະ ສ້າງສາບ້ານຊ່ອງ, ເພິ່ນທັງເຄື່ອນໄຫວເປັນແບບຢ່າງໃຫ້ປະຊາຊົນເຫັນ ທັງຊຸກຍູ້ປຸກລະດົມ ໃຫ້ປະຊາຊົນເຮັດນໍາ ແລະ ເຮັດເພື່ອໃຫ້ຊຸມຊົນມີສ່ວນຮ່ວມ. ເພິ່ນພັກຜ່ອນຕິດພັນກັບການອອກແຮງງານ ແລະ ເຮັດຕົວຈິງ ແນວນັັ້ນ ບໍ່ແມ່ນເພືື່ອຜົນປະໂຫຍດສ່ວນຕົວ ແລະ ຄອບຄົວຂອງເພິ່ນແຕ່ຢ່າງໃດ, ການກະທໍາດັ່ງກ່າວ ແມ່ນເພືື່ອຢາກໃຫ້ແນວທາງຂອງພັກ ປະກົດຜົນເປັນຈິງ, ທັງເປັນປະໂຫຍດສໍາລັບການສຶກສາຮຽນຮູ້ ຂອງປະຊາຊົນລາວບັນດາເຜົ່າ ເພືື່ອເສີມຂະຫຍາຍຕໍ່ໆໄປ. ການສຳມະນາວິທະຍາສາດຄັ້ງນີ້ ຈະຊ່ວຍໃຫ້ເຫັນບັນຫາທີ່ສໍາຄັນຕົ້ນຕໍ ແລະ ອັນພົ້ນເດັ່ນໃນແນວຄິດຊີ້ນໍາຂອງເພິ່ນ; ຊ່ວຍໃຫ້ຜູ້ເຂົ້າຮ່ວມສໍາມະນາເຫັນໄດ້ ແລະ ເຂົ້າໃຈເລິກເຊິ່ງ, ເປັນລະບົບກ່ຽວກັບເນື້ອໃນຄວາມໝາຍຂອງແຕ່ລະບັນຫາ.ພ້ອມກັນນັ້ນຈະໄດ້ຈຳແນກ ແລະ ຢືນຢັນໃຫ້ເຫັນວ່າແນວຄິດຊີ້ນຳດັ່ງກ່າວນັ້ນ ລ້ວນແຕ່ສອດຄ່ອງກັບເງື່ອນໄຂ ແລະ ສະພາບຄວາມເປັນຈິງຂອງປະເທດຊາດ; ສອດຄ່ອງກັບຄວາມມຸ່ງມາດປາຖະໜາ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ, ທັງສອດຄ່ອງກັບທ່າອ່ຽງລວມແຫ່ງການພົວພັນຮ່ວມມື ແລະ ການພັດທະນາໃນໂລກປັດຈຸບັນ ແລະ ອະນາຄົດ. 
ສຳລັບເອກະສານທີ່ມາສຳມະນາໃນຄັ້ງນີ້ປະກອບມີ 6 ຂົງເຂດວຽກງານມີ  9 ຫົວຂໍ້ຄື: ແນວຄິດຊີ້ນຳຂອງ ປະທານ ຄຳໄຕ ສີພັນດອນ ກ່ຽວກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການນຳໃຊ້ 3 ບາດຄ້ອນຍຸດທະສາດ ເຂົ້າໃນການຢຶດອຳນາດ ໃນປີ 1975 ຂອງທ່ານປະທານ ຄຳໄຕ ສີພັນດອນ, ແນວຄິດຊີ້ນຳ ກ່ຽວກັບການກໍ່ສ້າງຮາກຖານການເມືອງ ຢູ່ແຂວງຈຳປາສັກ, ແນວຄິດຊີ້ນຳ ກ່ຽວກັບການພັດທະນາວຽກງານເສດຖະກິດ-ການເງິນ, ແນວຄິດຊີ້ນຳ ກ່ຽວກັບວຽກງານແນວໂຮມ ແລະ ອົງການຈັດຕັ້ງມະຫາຊົນ, ຊີວິດຄອບຄົວ ແລະ ການເຄື່ອນໄຫວປະຕິວັດຂອງ ປະທານ ຄຳໄຕ ສີພັນດອນ, ແນວຄິດຊີ້ນຳ ກ່ຽວກັບວຽກງານວັດທະນະທຳ, ແນວຄິດຊີ້ນຳ ກ່ຽວກັບການກໍ່ສ້າງພັກ-ພະນັກງານ ໃນໄລຍະໃໝ່, ແລະ ແນວຄິດຊີ້ນຳ ກ່ຽວກັບວຽກງານພົວພັນຕ່າງປະເທດ. 
ຂ່າວ-ພາບ: ບຸນຕອມ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ເພີ່ມເຕີມ