ທ່ານ ລີ ອອນຈິນ ປະທານ ແລະ ຫົວໜ້າຝ່າຍການຕະຫຼາດລະດັບໂລກຂອງ Samsung ໄດ້ເປີດເຜີຍວ່າ: ບັນຫາການສະໜອງເຊມິຄອນດັກເຕີກໍາລັງຈະກາຍເປັນບັນຫາທີ່ຈະສົ່ງຜົນກະທົບຕໍ່ທຸກຄົນ, ໂດຍລາຄາຈະເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ອາດຈະຮອດຈຸດທີ່ການເພີ່ມຂຶ້ນຂອງລາຄາສິນຄ້າຈະເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້.
ທ່າອ່ຽງທີ່ເພີ່ມຂຶ້ນຢ່າງໄວວາຂອງການສ້າງສູນຂໍ້ມູນເພື່ອຮອງຮັບ AI ໄດ້ຊຸກຍູ້ຄວາມຕ້ອງການຊິບໜ່ວຍຄວາມຈຳແບນວິດສູງໃຫ້ເພີ່ມສູງຂຶ້ນແບບບໍ່ເຄີຍມີມາກ່ອນ. ໂດຍກ່ອນໜ້ານີ້, ຍີ່ຫໍ້ໃຫຍ່ໆເຊັ່ນ: Dell ແລະ Xiaomi ໄດ້ອອກມາເຕືອນກ່ຽວກັບການເພີ່ມຂຶ້ນຂອງລາຄາແລ້ວ, ໃນຂະນະທີ່ Lenovo ໄດ້ເລີ່ມກັກຕຸນຊິບໜ່ວຍຄວາມຈຳຕັ້ງແຕ່ປີກາຍນີ້ ເພື່ອຫຼຸດຜ່ອນຄວາມສ່ຽງ.
ຢ່າງໃດກໍຕາມ, Samsung ຍັງຄົງມີຂໍ້ໄດ້ປຽບເໜືອຄູ່ແຂ່ງທີ່ບໍ່ໄດ້ຜະລິດຊິບໃຊ້ເອງ ແລະ ເຫັນວ່າທ່າອ່ຽງຂອງປີ 2026 ໃນທາງບວກຫຼາຍກວ່າປີກາຍ. ໂດຍສະເພາະໂທລະສັບມືຖື ຊຶ່ງການມາເຖິງຂອງ AI ອາດຈະເຮັດໃຫ້ຜູ້ບໍລິໂພກຍົກລະດັບອຸປະກອນໃໝ່ ເພື່ອນຳໃຊ້ເຕັກໂນໂລຊີລ້າສຸດເຫຼົ່ານີ້ໄດ້ຢ່າງເຕັມປະສິດທິພາບ.
ຄໍາເຫັນ