ທ່ານ ໄພວັນ ແກ້ວປະເສີດ ໄດ້ຍົກໃຫ້ເຫັນສະພາບການປະຕິບັດວຽກງານຊັບພະຍາກອນທີ່ເປັນຢາ ຢູ່ ສປປ ລາວ ໃນໄລຍະທີ່ຜ່ານມາ

ສະເໜີຮ່າງກົດໝາຍວ່າດ້ວຍຊັບພະຍາກອນທີ່ເປັນຢາສະບັບສ້າງຂຶ້ນໃໝ່

ສະເໜີຮ່າງກົດໝາຍວ່າດ້ວຍຊັບພະຍາກອນທີ່ເປັນຢາສະບັບສ້າງຂຶ້ນໃໝ່
ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍຊັບພະຍາກອນທີ່ເປັນຢາ ຊຶ່ງເປັນກົດໝາຍສ້າງຂຶ້ນໃໝ່ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 20 ມີຖຸນາ ນີ້ , ພາຍໃຕ້ການເປັນປະທານຂອງ ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ.

ທ່ານ ໄພວັນ ແກ້ວປະເສີດ ໄດ້ຍົກໃຫ້ເຫັນສະພາບການປະຕິບັດວຽກງານຊັບພະຍາກອນທີ່ເປັນຢາ ຢູ່ ສປປ ລາວ ໃນໄລຍະທີ່ຜ່ານມາ; ເຫດຜົນແລະຄວາມຈໍາເປັນໃນການສ້າງຮ່າງກົດໝາຍ; ຂະບວນການຄົ້ນຄວ້າສ້າງຮ່າງກົດໝາຍ; ໂຄງປະກອບແລະເນື້ອໃນຂອງຮ່າງກົດໝາຍ ແລະ ຄາດຄະເນຜົນໄດ້ຮັບແລະປະກາດຮັບຮອງກົດ

ໝາຍສະບັບດັ່ງກ່າວ, ເນື່ອງຈາກວ່າໃນໄລຍະຜ່ານມາ ຍັງມີການເກັບກູ້ຊັບພະຍາກອນທີ່ເປັນຢາແບບຊະຊາຍ, ການຈຳໜ່າຍວັດຖຸທີ່ເປັນຢາຍັງບໍ່ໄດ້ຮັບການຄຸ້ມຄອງຢ່າງເປັນລະບົບ, ການຂຸດຄົ້ນຍັງບໍ່ທັນມີຈຸດສຸມຈຶ່ງມີຄວາມຈຳເປັນໃນການສ້າງຮ່າງກົດໝາຍສະບັບນີ້ ເພື່ອເປັນເຄື່ອງມືໃນການຄຸ້ມຄອງຊັບພະຍາກອນທີ່ເປັນຢາໃຫ້ມີຄວາມຍືນຍົງ.

ກົດໝາຍວ່າດ້ວຍຊັບພະຍາກອນທີ່ເປັນຢາ ສະບັບສ້າງຂຶ້ນໃໝ່ ປະກອບມີ 9 ພາກ 6 ໜວດ, ມີ 73 ມາດຕາ, ຈາກນັ້ນປະທານກອງປະຊຸມໄດ້ເນັ້ນໃຫ້ສະມາຊິກສະພາແຫ່ງຊາດ ປະກອບຄຳຄິດເຫັນຢ່າງມີຈຸດສຸມຕໍ່ກັບບາງເນື້ອ ໃນບາງຄຳຊັບໃຫ້ຖືກຕ້ອງຄົບຖ້ວນເໝາະສົມກັບສະພາບຕົວຈິງ ເປັນຕົ້ນ ໃນມາດຕາ 4 ນະໂຍບາຍຂອງລັດ ກ່ຽວກັບວຽກງານຊັບພະຍາກອນທີ່ເປັນຢາ, ມາດຕາ 17 ການສ້າງແຜນ ແລະ ການຂຸດຄົ້ນເກັບກູ້ ຊັບພະຍາກອນທີ່ເປັນຢາ ນອກນັ້ນຍັງມີ ມາດຕາ 47, 58 ຈົນຮອດ ມາດຕາ 64 ຊຶ່ງສະມາຊິກສະພາແຫ່ງຊາດຕ້ອງໄດ້ຄົ້ນຄ້ວາປະກອບຄຳເຫັນໃສ່ຮ່າງກົດໝາຍສະບັບສ້າງຂຶ້ນໃໝ່ໃຫ້ມີເນື້ອໃນຄົບຖ້ວນ ຈະແຈ້ງ ຮັດກຸມ ສາມາດເປັນບ່ອນອີງໃນການເຄື່ອນໄຫວຈັດຕັ້ງປະຕິບັດໃຫ້ເກີດປະໂຫຍດສູງສຸດ.

ພາຍຫຼັງກົດໝາຍວ່າດ້ວຍຊັບພະຍາກອນທີ່ເປັນຢາ ຖືກຮັບຮອງແລະປະກາດໃຊ້ແລ້ວຄາດວ່າຈະມີຜົນໄດ້ຮັບດັ່ງນີ້:ສາມາດຕິດຕາມຄຸ້ມຄອງແລະກວດກາວຽກງານຊັບພະຍາກອນທີ່ເປັນຢາໃຫ້ມີຄວາມຖືກຕ້ອງສອດຄ່ອງກັບແນວທາງນະໂຍບາຍ ລັດຖະທໍາມະນູນ ກົດໝາຍ ນິຕິກໍາໃຕ້ກົດໝາຍ;ເຮັດໃຫ້ຂອດການປະສານງານລະຫວ່າງຂະແໜງການສາທາລະນະສຸກ ແລະຂະແໜງການອື່ນໆທີ່ກ່ຽວຂ້ອງມີຄວາມຊັດເຈນແລະຮັດກຸມຂຶ້ນກວ່າເກົ່າ; ເຮັດໃຫ້ຊັບພະຍາກອນທີ່ເປັນຢາໄດ້ຮັບການຄຸ້ມຄອງຖືກນໍາໃຊ້ແບບຍືນຍົງແລະເປັນປະໂຫຍດທາງດ້ານການແພດດ້ວຍການນໍາໃຊ້ຢາພື້ນເມືອງສົມທົບຢາຫຼວງເຂົ້າໃນຕາໜ່າງສາທາລະນະສຸກຢູ່ໃນຂອບເຂດທົ່ວປະເທດ ປະຊາຊົນບັນດາເຜົ່າແລະສາກົນເຫັນໄດ້ເຖິງນະໂຍບາຍພັກ-ລັດ ໃນການຄຸ້ມຄອງອະນຸລັກປົກປັກຮັກສາພັດທະນາ ແລະ ນໍາໃຊ້ຊັບພະຍາກອນທີ່ເປັນຢາຢ່າງກວ້າງຂວາງ ແລະ ສົມເຫດສົມຜົນ ແລະ ທົ່ວສັງຄົມມີຄວາມຮັບຜິດຊອບຫຼາຍຂຶ້ນເປັນເຈົ້າການໃນການຮ່ວມມືຊ່ວຍອົງການຈັດຕັ້ງລັດໃນການປົກປັກຮັກສາພັດທະນາຊັບພະຍາກອນທີ່ເປັນຢາ. ນອກນັ້ນ, ຍັງເປັນທ່າແຮງດ້ານເສດຖະກິດ ວັດທະນະທໍາສັງຄົມສາມາດສ້າງສິ່ງແວດລ້ອມທີ່ດີ ມີຄວາມຍືນຍົງຄູ່ກັບຊາດລາວ ກາຍເປັນມໍລະດົກຕົກທອດຮອດຮູ່ນລູກຫຼານຕໍ່ໆໄປ ກ້າວໄປສູ່ການຄຸ້ມຄອງລັດ ຄຸ້ມຄອງສັງຄົມດ້ວຍກົດໝາຍ.

(ຂ່າວ-ພາບ: ຍຸພິນທອງ-ຕຸໄລເພັດ)

ຄໍາເຫັນ

ຂ່າວເດັ່ນ

ສື່ມວນຊົນ ຍັງມີພາລະໜ້າທີ່ ອັນໜັກໜ່ວງ ທີ່ຈະຕ້ອງປະເຊີນໜ້າໃນຍຸກໃໝ່

ສື່ມວນຊົນ ຍັງມີພາລະໜ້າທີ່ ອັນໜັກໜ່ວງ ທີ່ຈະຕ້ອງປະເຊີນໜ້າໃນຍຸກໃໝ່

ພາຍຫຼັງປະເທດຊາດ ໄດ້ຮັບການປົດປ່ອຍ, ສປປ ລາວ ໄດ້ຮັບການສະຖາປະນາຂຶ້ນມາ, ສື່ມວນຊົນຂອງປະເທດເຮົາ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນະພາບ ຢ່າງບໍ່ຢຸດຢັ້ງ, ປະເທດເຮົາ ໄດ້ມີພາຫະນະສື່ມວນຊົນຫຼາຍປະເພດ, ຫຼາຍລະດັບ, ຫຼາຍຂະແໜງການ ແລະ ສະຖາບັນ ກໍລ້ວນແຕ່ໄດ້ສ້າງສື່ຂອງຕົນຂຶ້ນ ແລະ ບັນດາສື່ມວນຊົນເຫຼົ່ານັ້ນ ໄດ້ຕັ້ງໜ້າຮັບໃຊ້ສັງຄົມຢ່າງກວ້າງຂວາງ, ທັງເຜີຍແຜ່ຂໍ້ມູນຂ່າວສານ, ເປັນທັງຜູ້ໃຫ້ຄວາມຮູ້ຕ່າງໆ ແລະ ທັງເປັນຜູ້ອົບຮົມສັ່ງສອນຄົນໃນສັງຄົມ, ລວມທັງເຜີຍແຜ່ແນວທາງນະໂຍບາຍ, ເຜີຍແຜ່ການພັດທະນາປະເທດຊາດຢ່າງຮອບດ້ານ ໃຫ້ສາກົນຮັບຮູ້, ເຜີຍແຜ່ວັດທະນະທຳອັນດີງາມຂອງຊາດ ແລະ ອື່ນໆໄດ້ດີ, ໄດ້ຫຼາຍ ຢ່າງນັບບໍ່ຖ້ວນ, ແຕ່ເຖິງວ່າ ໄດ້ມີຜົນງານ, ຜົນສຳເລັດຫຼາຍດ້ານກໍຕາມ, ສື່ມວນຊົນລາວ ກໍຍັງມີພາລະໜ້າທີ່ ອັນໜັກໜ່ວງ ທີ່ຈະຕ້ອງໄດ້ປະເຊີນໜ້າໃນຍຸກໃໝ່ນີ້.
ເລຂາທິການໃຫຍ່ ປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເຈີ່ນ ແທັງ ເໝີ້ນ

ເລຂາທິການໃຫຍ່ ປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເຈີ່ນ ແທັງ ເໝີ້ນ

ໃນວັນທີ 9 ສິງຫານີ້ ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການ ໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ຂອງ ສະຫາຍ ເຈີ່ນ ເເທັງ ເໝີ້ນ ກໍາມະການກົມການເມືອງສູນກາງພັກ ປະ ທານສະພາແຫ່ງຊາດ ສ​ສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລັດ ສສ ຫວຽດນາມ ໃນໂອກາດເດີນທາງມາວາງພວງມາລາ ແລະ ໄວ້ອາໄລເຖິງດວງວິນຍານ ຂອງ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ສປປ ລາວ ທີ່ໄດ້ເຖິງແກ່ ມໍລະນະກໍາ ໃນວັນທີ 8 ສິງຫາ 2026.
ແຈ້ງຂ່າວພິເສດ ຂອງຄະນະບໍລິຫານງານສູນກາງພັກ

ແຈ້ງຂ່າວພິເສດ ຂອງຄະນະບໍລິຫານງານສູນກາງພັກ

ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສູນກາງແນວລາວສ້າງຊາດ ແລະ ຄອບຄົວ ພົມວິຫານ ຂໍແຈ້ງຂ່າວໂສກເສົ້າສະຫຼົດໃຈ ມາຍັງພີ່ນ້ອງຮ່ວມຊາດ, ພະນັກງານ, ສະມາຊິກພັກ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນທົ່ວປະເທດ ແລະ ເພື່ອນມິດທີ່ຢູ່ໃກ້ ແລະ ໄກ ຊາບຢ່າງທົ່ວເຖິງກັນວ່າ:
ນາຍົກລັດຖະມົນຕີ ໂອ້ລົມຕໍ່ກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ ສທໜລ

ນາຍົກລັດຖະມົນຕີ ໂອ້ລົມຕໍ່ກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ ສທໜລ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໂອ້ລົມຕໍ່ກອງປະຊຸມສະຫຼຸບ ວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ຂອງສະມາຄົມນັກທຸລະກິດໜຸ່ມລາວ (ສທໜລ) ໃນວັນທີ 6 ສິງຫາ ນີ້ ທີ່ໂຮງແຮມສຸພັດຕາ ນະຄອນຫຼວງວຽງຈັນ: ໂດຍມີ ທ່ານ ທອງລີ ສີສຸລິດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ພ້ອມດ້ວຍຄະນະບໍລິຫານງານ ແລະ ສະມາຊິກສະມາຄົມນັກທຸລະກິດໜຸ່ມລາວເຂົ້າຮ່ວມຢ່າງພ້ອມພຽງ.
ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກໍລະກົດ

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກໍລະກົດ

ທ່ານ ເຂິງຄໍາ ແກ້ວໜູຈັນ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 28 ກໍລະກົດນີ້ ທີ່ສໍານັກງານນາຍົກລັດຖະມົນຕີ ກ່ຽວກັບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກໍລະກົດ 2026 ວ່າ: ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກໍລະກົດ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 27-28 ກໍລະກົດ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາ ຊິກລັດຖະບານ ແລະ ຜູ້ຕາງໜ້າເຂົ້າຮ່ວມແບບເຊິ່ງໜ້າ, ບັນດາປະທານ, ຮອງປະທານ ຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍງານສະພາບພົ້ນເດັ່ນປະຈຳເດືອນກໍລະກົດ ແລະ ທິດທາງແຜນວຽກຈຸດສຸມປະຈຳເດືອນສິງຫາ 2026.
ເປີດກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈໍາເດືອນກໍລະກົດ 2026

ເປີດກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈໍາເດືອນກໍລະກົດ 2026

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກໍລະກົດ 2026 ໄດ້ເປີດຂຶ້ນໃນວັນທີ 27 ກໍລະກົດ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານເຂົ້າ​ຮ່ວມ​ແບບ​ເຊິ່ງ​ໜ້າ; ບັນດາປະທານ, ຮອງປະທານ ຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນກໍລະກົດ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນສິງຫາ 2026.
ນາຍົກລັດຖະມົນຕີ ຊີ້ນຳວຽກງານ ຢູ່ຕາແສງຕຸ້ມລານ

ນາຍົກລັດຖະມົນຕີ ຊີ້ນຳວຽກງານ ຢູ່ຕາແສງຕຸ້ມລານ

ໃນວັນທີ 22 ກໍລະກົດຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນໍາວຽກງານ ຢູ່ຕາແສງຕຸ້ມລານ ເມືອງຕຸ້ມລານ ແຂວງສາລະວັນ; ມີທ່ານ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະນຳຂອງແຂວງ, ເມືອງຕຸ້ມລານ ແລະ ປະຊາຊົນພາຍໃນເມືອງ ໃຫ້ການຕ້ອນຮັບ.
ນາຍົກລັດຖະມົນຕີ ຊຸກຍູ້ໂຄງການໄຟຟ້າພະລັງງານແສງຕາເວັນ ຢູ່ນະຄອນໄກສອນ ພົມວິຫານ

ນາຍົກລັດຖະມົນຕີ ຊຸກຍູ້ໂຄງການໄຟຟ້າພະລັງງານແສງຕາເວັນ ຢູ່ນະຄອນໄກສອນ ພົມວິຫານ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ ພ້ອມຄະນະ ໄດ້ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ໂຄງການໄຟຟ້າພະລັງງານແສງຕາເວັນ 100 MW ຢູ່ເຂດບ້ານທ່າສະໂນ, ບ້ານບຶງທະເລ ແລະ ບ້ານນໍ້າບໍ່, ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໃນ​ວັນ​ທີ 21 ກໍ​ລະ​ກົດ​ຜ່ານ​ມາ, ໂດຍມີທ່ານ ເລຂາພັກແຂວງ ພ້ອມດ້ວຍຄະນະນຳຂອງແຂວງ, ນະຄອນໄກສອນ ພົມວິຫານ, ຄະນະບໍລິຫານກຸ່ມບໍລິສັດຜູ້ພັດທະນາໂຄງການພະລັງງານແສງ ຕາເວັນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ທອງລຸນ ສີສຸລິດ ຢ້ຽມຢາມ ແລະ ໂອ້ລົມພະນັກງານຫຼັກແຫຼ່ງ ຂອງແຂວງວຽງຈັນ

ສະຫາຍ ທອງລຸນ ສີສຸລິດ ຢ້ຽມຢາມ ແລະ ໂອ້ລົມພະນັກງານຫຼັກແຫຼ່ງ ຂອງແຂວງວຽງຈັນ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ, ພ້ອມດ້ວຍຄະນະ ໄດ້ລົງມາຢ້ຽມຢາມ ແລະ ໂອ້ລົມພະນັກງານຫຼັກແຫຼ່ງ ຂອງແຂວງວຽງຈັນ ໃນ​ວັນ​ທີ 21 ກໍ​ລະ​ກົດ​ຜ່ານ​ມາ ທີ່ ເມືອງວັງ​ວຽງ ໂດຍມີ ສະຫາຍ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງວຽງຈັນ, ພ້ອມດ້ວຍຄະນະນຳຂອງແຂວງ ແລະ ເມືອງວັງວຽງ ເຂົ້າ​ຮ່ວມ​ຮັບ​ຟັງ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ການນຳຫຼັກແຫຼ່ງເມືອງໄຊບົວທອງ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ການນຳຫຼັກແຫຼ່ງເມືອງໄຊບົວທອງ

ໃນວັນທີ 20 ກໍລະກົດນີ້ ທີ່ສະໂມສອນເມືອງໄຊບົວທອງ ແຂວງຄຳມ່ວນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍທ່ານລັດຖະມົນຕີ, ຮອງລັດຖະມົນຕີ ກະຊວງ-ອົງການທີ່ກ່ຽວຂ້ອງ ໄດ້ພົບປະໂອ້ລົມ ແລະ ຊີ້ນໍາວຽກງານ ຕໍ່ການນຳຫຼັກແຫຼ່ງຂອງເມືອງໄຊບົວທອງ ໂດຍມີທ່ານເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄຳມ່ວນ, ພ້ອມດ້ວຍຄະນະນຳ ຂອງແຂວງ, ເມືອງໄຊບົວທອງ ແລະ ຕາງໜ້າພາກສ່ວນທີ່ກ່ຽວຂ້ອງໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມ.
ເພີ່ມເຕີມ