ທ່ານ ວິໄລວັນ ບຸດດາຄໍາ ກ່າວວ່າ: ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ໄດ້ຖືກສ້າງຂຶ້ນ, ຮັບຮອງ ແລະ ປະກາດໃຊ້ນັບແຕ່ປີ 2005 ເປັນຕົ້ນມາ

ສະເໜີປັບປຸງ ກົດໝາຍວ່າດ້ວຍ ການຕ້ານການສໍ້ລາດບັງຫຼວງ

ສະເໜີປັບປຸງ ກົດໝາຍວ່າດ້ວຍ ການຕ້ານການສໍ້ລາດບັງຫຼວງ
ທ່ານ ວິໄລວັນ ບຸດດາຄໍາ ຮອງປະທານອົງການກວດກາລັດຖະບານຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ ແຫ່ງ ສປປ ລາວ ໄດ້ຂຶ້ນສະເໜີກ່ຽວກັບການປັບປຸງກົດໝາຍວ່າດ້ວຍ ການຕ້ານການສໍ້ລາດບັງຫຼວງ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ 18 ມິຖຸນານີ້ ພາຍໃຕ້ການເປັນປະທານຂອງ ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ.

ທ່ານ ວິໄລວັນ ບຸດດາຄໍາ ກ່າວວ່າ: ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ໄດ້ຖືກສ້າງຂຶ້ນ, ຮັບຮອງ ແລະ ປະກາດໃຊ້ນັບແຕ່ປີ 2005 ເປັນຕົ້ນມາ ແລະ ໄດ້ມີການປັບປຸງເທື່ອທີ 1 ໃນປີ 2012, ມາເຖິງປັດຈຸບັນ ກໍາລັງປັບປຸງເປັນເທື່ອທີ 2 ຕື່ມອີກ ເພື່ອໃຊ້ເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ການກໍ່ສ້າງ-ປັບປຸງກົງຈັກການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການຕ້ານການສໍ້ລາດບັງຫຼວງແຕ່ລະຂັ້ນ.ຜ່ານການຈັດຕັ້ງປະຕິບັດຕົວຈິງໃນໄລຍະຜ່ານມາ, ສາມາດເຫັນໄດ້ດ້ານດີຕັ້ງໜ້າ ແລະ ດ້ານອ່ອນຄົງຄ້າງ, ປະກົດການລ່ວງລະເມີດກົດໝາຍ ແລະ ລະບຽບການຕ່າງໆເປັນຕົ້ນ ການຍັກຍອກ-ສໍ້ໂກງ, ການໃຫ້-ຮັບສິນບົນ, ການສວຍໃຊ້ຖານະຕໍາແໜ່ງ-ໜ້າທີ່, ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ອື່ນໆ.ບັນຫາດັ່ງກ່າວກໍໄດ້ຮັບການແກ້ໄຂ, ມັນໄດ້ປະກອບສ່ວນສໍາຄັນເຂົ້າໃນການຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບປອດໄພ, ການພັດທະນາເສດຖະກິດ-ສັງຄົມ, ການລົງທຶນພາຍໃນ ແລະ ຕ່າງປະເທດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ດໍາເນີນສອດຄ່ອງຕາມກົດໝາຍ, ປະກົດການຫຍໍ້ທໍ້ຕ່າງໆໄດ້ຖືກຕີຖອຍ ໂດຍພື້ນຖານ.ເຖິງແນວໃດກໍຕາມ, ເມື່ອທຽບໃສ່ຄວາມຮຽກຮ້ອງຕ້ອງການຕົວຈິງຂອງສະພາບການໃໝ່, ກົດໝາຍ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ສະບັບປັດຈຸບັນ ຍັງບໍ່ທັນຄົບຖ້ວນ, ສະນັ້ນ ຈຶ່ງມີຄວາມຈໍາເປັນທີ່ຈະຕ້ອງໄດ້ຮັບການປັບປຸງແກ້ໄຂຕື່ມອີກ.

ການປັບປຸງກົດໝາຍສະບັບດັ່ງກ່າວ, ກໍເພື່ອເຮັດໃຫ້ເນື້ອໃນຂອງກົດໝາຍຄົບຖ້ວນ, ຊັດເຈນ, ສອດຄ່ອງກັບສະພາບການໃໝ່, ຈັດຕັ້ງປະຕິບັດມີປະສິດທິຜົນແລະ ເພື່ອລວບລວມເອົາບາງເນື້ອໃນທີ່ກ່ຽວຂ້ອງກັບວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ທີ່ໄດ້ກໍານົດຢູ່ໃນກົດໝາຍ, ລະບຽບການ ແລະ ນິຕິກໍາອື່ນໆ ມາໄວ້ໃນກົດໝາຍວ່າ ດ້ວຍການຕ້ານການສໍ້ລາດບັງຫຼວງ ເຮັດໃຫ້ກົດໝາຍດັ່ງກ່າວ ມີລັກສະນະກວມລວມ, ການຈັດຕັ້ງປະຕິບັດຕົວຈິງມີຄວາມເປັນເອກະພາບ, ການເຄື່ອນໄຫວວຽກງານດັ່ງກ່າວ ມີຄວາມສັກສິດ, ໜັກແໜ້ນ, ເຂັ້ມແຂງ.ຜ່ານການປະເມີນ ແລະ ຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດກົດໝາຍສະບັບດັ່ງກ່າວນີ້ ເຫັນວ່າ ຍັງມີບາງໝວດ, ບາງມາດຕາ, ບາງເນື້ອໃນ ທີ່ໄດ້ກໍານົດໃນເວລານັ້ນ ມາຮອດປັດຈຸບັນບໍ່ສອດຄ່ອງ ແລະ ແທດເໝາະກັບສະພາບການໃໝ່ ເປັນຕົ້ນ ລະບົບກົງຈັກການຈັດຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່, ໂຄງປະກອບການຈັດຕັ້ງ ແລະ ບຸກຄະລາກອນ ຂອງອົງການຕ້ານການສໍ້ລາດບັງຫຼວງແຕ່ລະຂັ້ນຍັງບໍ່ທັນແຈ້ງ, ບໍ່ທັນຮັດກຸມ, ມີບາງເນື້ອໃນຂອງບາງມາດຕາປະຕິບັດໄດ້ຍາກ ແລະ ອື່ນໆ. ພ້ອມນັ້ນ, ກໍເຫັນວ່າມີຄວາມຈໍາເປັນທີ່ຈະຕ້ອງເຮັດໃຫ້ການເຄື່ອນໄຫວວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ມີລັກສະນະກວ້າງຂວາງກວ່າເກົ່າ ຈຶ່ງໄດ້ກໍານົດເພີ່ມເຕີມ ບາງເນື້ອໃນເຂົ້າໃສ່ຕື່ມ ເປັນຕົ້ນການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ, ການຮ່ວມມືສາກົນກ່ຽວກັບການຕ້ານການສໍ້ລາດບັງຫຼວງ, ບັນດາຂໍ້ຫ້າມ, ການຕິດຕາມ-ກວດກາວຽກງານຕ້ານການສໍ້ລາດບັງຫຼວງ, ງົບປະມານ, ຕາປະທັບ ແລະ ອື່ນໆ.

ຈາກເຫດຜົນດັ່ງກ່າວ, ຈຶ່ງມີຄວາມຈໍາເປັນຈະຕ້ອງໄດ້ມີການປັບປຸງ ເພື່ອເຮັດໃຫ້ກົດໝາຍສະບັບ ດັ່ງກ່າວມີເນື້ອໃນຄົບຖ້ວນ, ພາວະວິໄສ, ປະຕິບັດໄດ້ງ່າຍ ທັງສອດຄ່ອງກັບກົດໝາຍ ແລະ ນິຕິກໍາອື່ນທີ່ກ່ຽວຂ້ອງ ໂດຍໄດ້ມີການປັບປຸງໃນດ້ານໂຄງປະກອບ ແລະ ເນື້ອໃນຂອງມາດຕາ ຄື: ກົດໝາຍວ່າດ້ວຍ ການຕ້ານການສໍ້ລາດບັງຫຼວງສະບັບປັດຈຸບັນ ປະກອບດ້ວຍ 10 ໝວດ ແລະ 64 ມາດຕາ. ຮ່າງກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ສະບັບປັບປຸງ (ສະບັບໃຫມ່) ປະກອບມີ 10 ພາກ, 8 ໝວດ ແລະ 95 ມາດຕາ. ໃນຮ່າງກົດໝາຍສະບັບປັບປຸງນີ້, ຍັງໄດ້ມີການປັບປຸງໂຄງສ້າງ, ຈັດລຽງບາງພາກ, ບາງໝວດ ແລະ ບາງມາດຕາ. ໃນນີ້ ໄດ້ຕັດອອກ 9 ມາດຕາ ຍ້ອນໄດ້ເອົາເນື້ອໃນຂອງບາງມາດຕາສັບຊ້ອນເຂົ້າ ບັນດາມາດຕາ ກ່ຽວກັບສິດ ແລະ ໜ້າທີ່ຂອງອົງການຕ້ານການສໍ້ລາດບັງຫຼວງແຕ່ລະຂັ້ນ, ບາງມາດຕາ ແມ່ນໄດ້ສັບຊ້ອນເຂົ້າພາກທີ VI ຂໍ້ຫ້າມ ແລະ ບາງມາດຕາ ແມ່ນໄດ້ກໍານົດຢູ່ໃນກົດໝາຍວ່າດ້ວຍການກວດກາລັດ ແລະ ປະມວນກົດຫມາຍອາຍາແລ້ວ ດັ່ງນັ້ນຈຶ່ງຈໍາເປັນຕ້ອງໄດ້ຕັດອອກ ເພື່ອບໍ່ໃຫ້ເນື້ອໃນຊໍ້າຊ້ອນກັນ; ເພີ່ມໃໝ່ 41 ມາດຕາ, ປັບປຸງ 38 ມາດຕາ, ຮັກສາເນື້ອໃນເກົ່າໄວ້ 16 ມາດຕາ.

ພາຍຫຼັງທີ່ຮ່າງກົດໝາຍວ່າດ້ວຍ ການຕ້ານການສໍ້ລາດບັງຫຼວງ ສະບັບປັບປຸງດັ່ງກ່າວນີ້, ໄດ້ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ຈະກາຍເປັນນິຕິກໍາພື້ນຖານທີ່ສໍາຄັນ ໃຫ້ແກ່ການເຄື່ອນໄຫວວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ເປັນບ່ອນອີງທີ່ຈະແຈ້ງຊັດເຈນ ໃຫ້ແກ່ການນໍາພາ-ຊີ້ນໍາ ຂອງຄະນະພັກ, ຄະນະນໍາ ຂອງອົງການລັດ ກໍຄື ອົງການຕ້ານການສໍ້ລາດບັງຫຼວງແຕ່ລະຂັ້ນ ໃນການແກ້ໄຂບັນຫາດັ່ງກ່າວ ຊຶ່ງຈະປະກອບສ່ວນສໍາຄັນ ເຂົ້າໃນການຮັບປະກັນເຮັດໃຫ້ປະເທດຊາດມີຄວາມໝັ້ນຄົງ, ມີສະຖຽນລະພາບທາງດ້ານການເມືອງທີ່ໜັກແໜ້ນ, ເຂັ້ມແຂງ, ສັງຄົມມີ ຄວາມສະຫງົບປອດໄພ, ເປັນລະບຽບຮຽບຮ້ອຍ ແລະ ຍຸຕິທໍາ; ສາມາດແກ້ໄຂບັນດາປະກົດການຫຍໍ້ທໍ້, ການສໍ້ລາດບັງຫຼວງ, ການລະເມີດກົດໝາຍທີ່ເກີດຂຶ້ນໃນກົງຈັກການຈັດຕັ້ງລັດ, ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ພາກສ່ວນຕ່າງໆ ຕາມຂອບເຂດການນໍາໃຊ້ກົດໝາຍສະບັບນີ້; ຮັບປະກັນໃຫ້ແກ່ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ, ວັດທະນາທໍາ-ສັງຄົມດ້ວຍກົດໝາຍ ແລະ ສ້າງຄວາມເຂັ້ມແຂງ, ຄວາມເຊື່ອໝັ້ນໃຫ້ແກ່ປະຊາຊົນລາວບັນດາເຜົ່າ, ໃຫ້ແກ່ບັນດາປະເທດໃນພາກພື້ນ ແລະ ສາກົນ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດສະໄໝທີ IX ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 23 ທັນວານີ້ ທີ່ ຫໍປະຊຸມແຫ່ງຊາດ. ໂດຍການເປັນປະທານຂອງ ພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ), ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນໍາພັກ-ລັດ, ອົງການຈັດຕັ້ງທີ່ຢູ່ອ້ອມຂ້າງ ພັກ-ລັດ, ຜູ້ແທນພະສົງ, ແນວລາວສ້າງຊາດແຂວງ, ນະຄອນຫຼວງ, ເມືອງ, ທ່ານຜູ້ຊົງຄຸນວຸດທິ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ເພີ່ມເຕີມ