ສ້າງຈິດໃຈເອກະລາດເປັນເຈົ້າຕົນເອງວຽກງານໂຄສະນາອົບຮົມ

ສ້າງຈິດໃຈເອກະລາດເປັນເຈົ້າຕົນເອງວຽກງານໂຄສະນາອົບຮົມໃນໄລຍະໃໝ່

ສ້າງຈິດໃຈເອກະລາດເປັນເຈົ້າຕົນເອງວຽກງານໂຄສະນາອົບຮົມໃນໄລຍະໃໝ່
ໂດຍ: ແສງຈັນ ເພື່ອຜັນຂະຫຍາຍມະຕິ 04/ກມສພ, ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່. ຄະນະໂຄສະນາອົບຮົມສູນກາງພັກ ຈຶ່ງໄດ້ຫັນເອົາມະຕິດັ່ງກ່າວ ມາຜັນຂະຫຍາຍເຂົ້າໃນວຽກງານໂຄສະນາອົບຮົມ

 

 ເພື່ອສ້າງບາດກ້າວບຸກທະລຸໃນການພັດທະນາ ແລະ ຍົກຄຸນນະພາບວຽກງານໂຄສະນາອົບຮົມໃຫ້ເຕີບໃຫຍ່, ໜັກແໜ້ນ, ເຂັ້ມແຂງ,ຮັບປະກັນການພັດທະນາບົນພື້ນຖານສ້າງຈິດໃຈເອກະລາດ,ເປັນເຈົ້າຕົນເອງ ວຽກງານໂຄສະນາອົບຮົມໃນໄລຍະໃໝ່.

ສະຫາຍນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງເລຂາຄະນະພັກຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ລາຍງານເນື້ອໃນບາງດ້ານຕໍ່ກອງປະຊຸມສະຫຼຸບວຽກງານໂຄສະນາອົບຮົມທົ່ວປະເທດ ທີ່ນະຄອນຫຼວງວຽງຈັນເມື່ອບໍ່ດົນມານີ້ວ່າ: ວຽກງານໂຄສະນາອົບຮົມຂອງພັກ ແມ່ນສ່ວນປະກອບທີ່ສໍາຄັນເປັນໃຈກາງວຽກງານການເມືອງ-ແນວຄິດຂອງພັກ, ເປັນວຽກງານທີ່ເຮັດໄປກ່ອນຂະບວນການ, ເຮັດໄປພ້ອມຂະບວນ ແລະ ເຮັດຕາມຫຼັງຂະບວນ, ມີບົດບາດເປັນເສນາທິການ ໃຫ້ແກ່ຄະນະບໍລິຫານງານສູນກາງພັກໂດຍສະເພາະແມ່ນກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ໃນວຽກງານຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກໍາ, ວຽກງານໂຄສະນາອົບຮົມ, ວຽກງານສື່ມວນຊົນ ແລະ ສື່ສິ່ງພິມ, ສື່ເອເລັກໂຕຣນິກ. ການເຮັດວຽກງານໂຄສະນາອົບຮົມ ເນື້ອແທ້ແມ່ນຜັນຂະຫຍາຍບັນດາແນວທາງນະໂຍບາຍຂອງພັກ ເປັນຕົ້ນແມ່ນ: ການເຜີຍແຜ່ທາງດ້ານທິດສະດີພຶດຕິກໍາ,ແນວຄິດໄກສອນພົມວິຫານ, ບັນດາແນວທາງນະໂຍບາຍຂອງພັກ-ລັດ,ເກັບກຳສະພາບແນວຄິດຫາງສຽງສັງຄົມເພື່ອຕອບແກ້ແລະນໍາພາແນວຄິດຂອງຄົນໃນສັງຄົມໂດຍເລັ່ງໃສ່ໂຄສະນາສຶກສາອົບຮົມໃຫ້ບັນດາເປົ້າໝາຍໄດ້ຮັບຮູ້ ແລະ ເຂົ້າໃຈ,ມີຄວາມຕື່ນຕົວ ແລະ ເປັນເຈົ້າການປະຕິບັດຕາມແນວທາງນະໂຍບາຍຂອງພັກໃຫ້ສໍາເລັດຜົນຕາມຄາດໝາຍທີ່ວາງໄວ້.

ສໍາລັບໜ່ວຍງານທີ່ເຮັດໜ້າທີ່ໃນວຽກໂຄສະນາອົບຮົມຂອງພັກຂັ້ນສູນກາງປະກອບດ້ວຍໜ່ວຍງານຫຼັກ ຄື: ກົມໂຄສະນາ, ກົມອົບຮົມ, ສະພາທິດສະດີສູນກາງພັກ, ສື່ມວນຊົນ (ວິທະຍຸ, ໂທລະພາບ, ໜັງສືພິມ, ວາລະສານ) ແລະ ໜ່ວຍງານຄົ້ນຄວ້າເກັບກໍາຫາງສຽງສັງຄົມ, ສ່ວນຢູ່ຂັ້ນທ້ອງຖິ່ນ:ແມ່ນຄະນະໂຄສະນາອົບຮົມແຂວງ (ຂະແໜງອົບຮົມ, ຂະແໜງໂຄສະນາ, ພະແນກຖະແຫຼງຂ່າວ-ວັດທະນະທໍາ, ໜ່ວຍງານຄົ້ນຄວ້າເກັບກໍາຫາງສຽງສັງຄົມ). ສະນັ້ນ, ບັນດາກົມດັ່ງກ່າວຈຶ່ງເຮັດໜ້າທີ່ຂອງເຂົາເຈົ້າໃນຖານະທີ່ເປັນເສນາທິການດ້ານວຽກງານ.

ມາຮອດປັດຈຸບັນ, ວຽກງານອົບຮົມໄດ້ສ້າງເອກະສານອົບຮົມໃຫ້ແກ່ເປົ້າໝາຍຕ່າງໆໄດ້ຫຼາຍເປົ້າໝາຍ ຄື:(1).ເອກະສານອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງແລະການສ້າງບ້ານພັດທະນາ; (2). ເອກະສານອົບຮົມການເມືອງ-ແນວຄິດໃຫ້ຄູ-ອາຈານສອນວິຊາສັງຄົມ-ການເມືອງ; (3). ເອກະສານອົບຮົມບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກໃຫ້ພະນັກງານ, ສະມາຊິກພັກ;(4).ເອກະສານອົບຮົມເປົ້າໝາຍຂະຫຍາຍເຂົ້າພັກ; (5). ເອກະສານອົບຮົມສະມາຊິກພັກ; (6).ເອກະສານອົບຮົມປະຊາຊົນລຽບຕາມຊາຍແດນ; (7). ເອກະສານອົບຮົມກໍາມະກອນ; (8). ເອກະສານອົບຮົມແມ່ຍິງ; (9). ເອກະສານອົບຮົມຊາວໜຸ່ມ; (10). ເອກະສານອົບຮົມພະສົງສໍາມະເນນ; (11). ເອກະສານອົບຮົມນັກທຸລະກິດ; (12). ເອກະສານອົບຮົມຜູ້ຊົງຄຸນວຸດທິບັນດາເຜົ່າ; (13). ເອກະສານຝຶກອົບຮົມວຽກງານໂຄສະນາອົບຮົມ; (14). ເອກະສານອົບຮົມປະຊາຊົນລຽບຕາມເສັ້ນທາງລົດໄຟ ລາວ-ຈີນ.

ການພັດທະນາວຽກງານໂຄສະນາອົບຮົມ ບົນພື້ນຖານສ້າງຈິດໃຈເອກະລາດ ເປັນເຈົ້າຕົນເອງ ແມ່ນເລັ່ງໃສ່ການພັດທະນາບັນດາວຽກຫຼັກດັ່ງກ່າວນີ້ໃຫ້ມີຄວາມເຂັ້ມແຂງ, ສາມາດເຄື່ອນໄຫວໃຫ້ມີຄຸນນະພາບ. ສະນັ້ນ, ການສ້າງຈິດໃຈເອກະລາດ ເປັນເຈົ້າຕົນເອງ ໃນວຽກງານໂຄສະນາອົບຮົມ ຕ້ອງເຮັດ ຄື: 1. ເປັນເຈົ້າການທາງດ້ານການເມືອງ-ແນວຄິດ,2. ເປັນເຈົ້າການ ໃນການພັດທະນາຕົນເອງ,3. ເປັນເຈົ້າການໃນການຈັດຕັ້ງຜັນຂະຫຍາຍແນວທາງ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ ຫັນມາເປັນແຜນການ, ໂຄງການວຽກງານລະອຽດຂອງຄະນະພັກ, ຂອງຂະແໜງການ ແລະ ທ້ອງຖິ່ນຂອງຕົນ, 4. ເປັນເຈົ້າການຕໍ່ການຈັດຕັ້ງ ຫຼື ມີສະຕິຕໍ່ການຈັດຕັ້ງ, ມີສະຕິເຄົາລົບກົດໝາຍ, ລະບຽບການຕ່າງໆ ບໍ່ເຮັດໃນສິ່ງທີ່ລະເມີດກົດໝາຍ ແລະ ຮູ້ຈໍາແນກມິດ-ສັດຕູຢ່າງຈະແຈ້ງ, 5. ເປັນເຈົ້າການ ເດັດດ່ຽວຕ້ານປະກົດການຫຍໍ້ທໍ້ຕ່າງໆ, 6. ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ ທີ່ໄດ້ຮັບມອບໝາຍສູງ ແລະ 7. ເປັນເຈົ້າການ ໃນການສ້າງເສດຖະກິດ:ຕ້ອງເປັນເຈົ້າການໃນການຄົ້ນຄວ້າ, ຂຸດຄົ້ນຊອກຫາທ່າແຮງບົ່ມຊ້ອນ, ແຫຼ່ງທຶນ ເພື່ອມາຊ່ວຍດຸນງົບປະມານຂອງລັດ, ບໍ່ເອື່ອຍອີງໃສ່ງົບປະມານຂອງລັດພຽງຢ່າງດຽວ.

ທິດທາງໃນການສ້າງຈິດໃຈເອກະລາດ ເປັນເຈົ້າຕົນເອງ ວຽກງານໂຄສະນາອົບຮົມ ໃນໄລຍະໃໝ່ຕ້ອງກໍາແໜ້ນທິດທາງໃນການປັບປຸງບາງດ້ານ ຄື:1. ປັບປຸງບົດບາດຂອງຄະນະໂຄສະນາອົບຮົມສູນກາງພັກ ຂອງບັນດາກົມ ແລະ ຄະນະໂຄສະນາອົບຮົມແຕ່ລະຂັ້ນ ໃຫ້ສອດຄ່ອງກັບໜ້າທີ່ການເມືອງໃນແຕ່ລະໄລຍະ, ປັບປຸງກົງຈັກການຈັດຕັ້ງໃຫ້ກະທັດຮັດ, ເປັນລະບົບຄົບຊຸດ ແລະ ມີປະສິດທິຜົນ, 3. ປັບປຸງການຈັດຕັ້ງໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ພະນັກງານ-ລັດຖະກອນຄະນະໂຄສະນາອົບຮົມສູນກາງພັກໃຫ້ມີຈໍານວນຫຼຸດລົງຫຼືໃຫ້ເໝາະສົມກັບສະພາບຕົວຈິງ ແຕ່ຄຸນນະພາບເພີ່ມສູງຂຶ້ນ ສາມາດປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍໄດ້ຢ່າງມີປະສິດທິພາບ-ປະສິດທິຜົນ, 3. ປັບປຸງກົງຈັກການຈັດຕັ້ງ ແລະ ການກໍານົດຕໍາແໜ່ງງານ ຂອງຄະນະໂຄສະນາອົບຮົມສູນກາງພັກ,ຄະນະໂຄສະນາອົບຮົມທ້ອງຖິ່ນໃຫ້ຕິດພັນກັບການຄົ້ນຄວ້າປັບປຸງກົນໄກ,ແບບແຜນວິທີເຮັດວຽກ ແລະ ວຽກພົວພັນປະສານງານ ລະຫວ່າງຄະນະໂຄສະນາອົບຮົມສູນກາງພັກ ກັບຄະນະໂຄສະນາອົບຮົມບັນດາແຂວງ, ເມືອງໃຫ້ເປັນລະບົບໂລ່ງລ່ຽນ; ຫຼີກເວັ້ນການກ້າວກ່າຍ, ຊໍ້າຊ້ອນວຽກງານຊຶ່ງກັນແລະກັນ; ເດັດດ່ຽວແກ້ໄຂການມີຫຼາຍຂັ້ນ-ຫຼາຍຂອດ ບໍລິຫານທີ່ບໍ່ຈໍາເປັນໃນວຽກງານອັນດຽວກັນ ແລະ ວຽກງານອື່ນໆ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ