ສັງຄົມມີຄວາມສຸກ ຍ້ອນມີກໍາລັງຂອງກອງທັບປະຊາຊົນລາວ

ສັງຄົມມີຄວາມສຸກ ຍ້ອນມີກໍາລັງຂອງກອງທັບປະຊາຊົນລາວ
ໂດຍ: ແສງຈັນ
ທ່ານ ສຸລິນ ອິນທາທິລາດ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຫາດຊາຍຟອງ ໃຫສໍາພາດຕໍ່ຜູ້ຂຽນ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (20/1/1949-20/1/2024)ວ່າ:ຖ້າຫາກວ່າ ບໍ່ມີກໍາລັງແຮງສູ້ຮົບຕ້ານຈັກກະພັດຜູ້ຮຸກຮານກໍບໍ່ມີວັນນີ້, ຍ້ອນວ່າກອງທັບປະຊາຊົນລາວມີທາດແທ້ອັນດີງາມ,ສັງຄົມມີຄວາມສຸກຍ້ອນມີກໍາລັງຂອງກອງທັບປະຊາຊົນລາວ ເພາະວ່າກອງທັບປະຊາຊົນລາວ ມີທາດແທ້ດີ 3 ປະການທີ່ເດັ່ນຊັດຄື: ທາດແທ້ຊົນຊັ້ນກໍາມະກອນ, ທາດແທ້ປະຕິວັດ ແລະ ທາດແທ້ປະຊາຊົນ. ຍ້ອນວ່າກອງທັບປະຊາຊົນລາວ ແມ່ນພັກປະຊາຊົນປະຕິວັດລາວ ເປັນຜູ້ຈັດຕັ້ງ, ນໍາພາ ແລະສຶກສາອົບຮົມຊຶ່ງພັກປະຊາຊົນປະຕິວັດລາວ ເປັນພັກທີ່ໝູນໃຊ້ລັດທິມາກ-ເລນິນທີ່ຢຶດໝັ້ນແນວຄິດຊົນຊັ້ນກໍາມະກອນນໍາໜ້າ,ສະນັ້ນກອງທັບເຮົາຈຶ່ງມີທາດແທ້ຊົນຊັ້ນກໍາມະກອນ. ກອງທັບປະຊາຊົນລາວກໍາເນີດມາຈາກປະຊາຊົນ, ໂດຍປະຊາຊົນ ແລະຕໍ່ສູ້ເພື່ອຄວາມສົມບູນພູນສຸກຂອງປະຊາຊົນລາວບັນດາເຜົ່າ ນັບແຕ່ມື້ສ້າງຕັ້ງແລະເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆເປັນກຳລັງຫຼັກແຫຼ່ງໃນຂະບວນການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າຕ້ານຈັກກະພັດຜູ້ຮຸກຮານ ເພື່ອປົດປ່ອຍປະເທດຊາດ ແລະ ສືບຕໍ່ປະຕິບັດພາລະກິດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ.
ສໍາລັບມູນເຊື້ອອັນສະຫງ່າງາມ ຂອງກອງທັບປະຊາຊົນລາວ ປະກອບມີ 6 ມູນເຊື້ອຄື:
ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະຊາຊົນ, ຕໍ່ປະເທດຊາດ ແລະອຸດົມການສັງຄົມນິຍົມ, ມີນໍ້າໃຈສູ້ຮົບພິລະອາດຫານກ້າແກ່ນໜຽວແໜ້ນ, ມີພິກໄຫວ, ມີນ້ຳໃຈດຸໝັ່ນຂະຫຍັນພຽນ ໃນການອອກແຮງງານເພີ່ມພູນຜະລິດຜົນ ແລະ ປະຢັດສັດທ່ຽງ, ກອງທັບປະຊາຊົນລາວຍາມໃດກໍມີຄວາມສາມັກຄີອັນແໜ້ນແຟ້ນ ກັບປະຊາຊົນບັນດາເຜົ່າ, ກອງທັບເຮົາໄດ້ປະຕິບັດແນວທາງການຕ່າງປະເທດຂອງພັກຢ່າງຖືກຕ້ອງ, ກອງທັບປະຊາຊົນລາວ ມີປະຊາທິປະໄຕແລະມີລະບຽບວິໄນເຂັ້ມງວດ.  ພຶດຕິກໍາແຫ່ງການຕໍ່ສູ້ກູ້ຊາດອັນຍືດເຍື້ອຍາວນານໄດ້ຢັ້ງຢືນຢ່າງຈະແຈ້ງວ່າ: ກອງທັບປະຊາຊົນລາວ ແມ່ນກຳເນີດມາຈາກປະຊາຊົນ, ໂດຍປະຊາຊົນ ແລະເພື່ອປະຊາຊົນ, ໂດຍສືບທອດມູນເຊື້ອ ພິລະອາດຫານຂອງວິລະບູລຸດຂອງຊາດ ຊຶ່ງຜ່ານພຶດຕິກຳແຫ່ງການຕໍ່ສູ້ກູ້ຊາດອັນຍືດເຍື້ອຍາວນານ, ດຸເດືອດຂ້ຽວຂາດ, ແຕ່ກອງທັບເຮົາຍາມໃດກໍເດັດດ່ຽວໜຽວແໜ້ນ, ມີຄວາມອາດຫານ, ບໍ່ຫວັ່ນໄຫວຄອນແຄນຕໍ່ຂໍ້ຫຍຸ້ງຍາກ ແລະອຸປະສັກຕ່າງໆ ຍິ່ງສູ້ຮົບກໍຍິ່ງເຕີບໃຫຍ່ເຂັ້ມແຂງ,ຍິ່ງສູ້ຮົບກໍຍິ່ງມີໄຊຊະນະກອງທັບເຮົາໄດ້ໃຊ້ສີລະປະຍຸດ, ມູນເຊື້ອດຸໝັ່ນຂະຫຍັນພຽນ,ໃນການອອກແຮງງານປູກຝັງລ້ຽງສັດ ຄືດັ່ງຄຳສຸພາສິດລາວເວົ້າວ່າ: “ໄປຢຽບໝາ ມາຢຽບຂຽດ” ນັ້ນເປັນການຍ້ອງຍໍສັນລະເສີນ ມູນເຊື້ອອັນດຸໝັ່ນຂະຫຍັນພຽນຂອງຄົນລາວ. ກອງທັບເຮົາ ຊຶ່ງແມ່ນລູກຫຼານຂອງປະຊາຊົນລາວບັນດາເຜົ່ານັ້ນກໍໄດ້ສືບຕໍ່ຮັກສາມູນເຊື້ອອັນດີງາມດັ່ງກ່າວບົນຈິດໃຈເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ. ກົມກອງຕັ້ງທັບຢູ່ໃສກໍໄດ້ເພີ່ມພູນຜະລິດຜົນຢູ່ບ່ອນນັ້ນ (ເອີ້ນວ່າ ຂະບວນສ້າງພະລາທິການກັບທີ່), ສາມັກຄີປອງດອງເປັນປຶກແຜ່ນ ແມ່ນມູນເຊື້ອອັນປະເສີດຂອງຊາດລາວເຮົາ, ກອງທັບເຮົາເວລາໃດກໍຖືວ່າ ຄວາມສາມັກຄີເປັນປັດໄຈສຳຄັນກວ່າໝູ່ຂອງກໍາລັງແຮງສັງລວມ ແລະ ຄວາມເປັນເອກະພາບແຫ່ງຊາດ ແມ່ນກຳລັງແຮງສູ້ຮົບເອົາຊະນະສັດຕູ, ພິເສດແມ່ນການຊ່ວຍເຫຼືອຈາກພັກ-ລັດ, ກອງທັບ ແລະປະຊາຊົນຫວຽດນາມ, ພົວພັນຮ່ວມມື ແລະຮັບການສະໜັບສະໜູນຂອງບັນປະເທດເພື່ອນມິດອື່ນໆກໍຄືໃນພູມິພາກອາຊຽນ ແລະ ທົ່ວໂລກ, ພັກເຮົາຖືວ່າ ປະຊາທິປະໄຕ ທັງແມ່ນຈຸດໝາຍທັງແມ່ນກໍາລັງດັນຂອງພາລະກິດປະຕິວັດຂອງຊາດ, ການເສີມຂະຫຍາຍປະຊາທິປະໄຕ ແມ່ນຂະບວນວິວັດໜຶ່ງທີ່ຕິດພັນກັບຈັງຫວະການຂະຫຍາຍຕົວ ໃນທຸກດ້ານຂອງປະເທດຊາດ ດ້ວຍທັດສະນະດັ່ງກ່າວ,ໃນຖານະທີ່ເປັນກອງທັບປະຊາຊົນລາວ, ເປັນເຄື່ອງມືອັນແຫຼມຄົມຂອງພັກ ກອງທັບເຮົາເວລາໃດກໍໄດ້ຍົກສູງ ແລະເປີດກວ້າງປະຊາທິປະໄຕຢູ່ໃນທຸກຂົງເຂດວຽກງານ ເປັນຕົ້ນແມ່ນປະຊາທິປະໄຕດ້ານການເມືອງ, ການທະຫານ ແລະດ້ານເສດຖະກິດ.
    ເນື່ອງໃນໂອກາດທີ່ສະຫງ່າລາສີນີ້, ທ່ານສຸລິນ ອິນທາທິລາດໃນນາມຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຫາດຊາຍຟອງ, ຕາງໜ້າພະນັກງານ-ລັດຖະກອນ ທົ່ວຫ້ອງການ ຂໍອວຍໄຊໃຫ້ພອນແດ່ ນາຍ ແລະ ພົນທະຫານ ພ້ອມດ້ວຍທະຫານທຸກໆກົມກອງ, ເຫຼົ່າຮົບຕ່າງໆ ຈົ່ງມີສຸຂະພາບເຂັ້ມແຂງ ຈົ່ງສືບຕໍ່ປະຕິບັດໜ້າທີ່ປົກປ້ອງຜືນແຜ່ນດິນລາວອັນຄົບຖ້ວນ ໄວ້ໄດ້ຕະຫຼອດໄປ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ