ສ້າງຄວາມເຂັ້ມແຂງ ແລະ ຄຸ້ມຄອງກອງທຶນພັດທະນາບ້ານ  ຢູ່ແຂວງໄຊສົມບູນ

ສ້າງຄວາມເຂັ້ມແຂງ ແລະ ຄຸ້ມຄອງກອງທຶນພັດທະນາບ້ານ  ຢູ່ແຂວງໄຊສົມບູນ
ບໍລິສັດ ພູເບ້ຍມາຍນິງ ຈຳກັດ ແລະ ກອງທຶນພັດທະນາໄຊສົມບູນ ໄດ້ເຊັນບົດບັນທຶກການຮ່ວມມື ແລະ ການມອບ-ຮັບ ກອງທຶນພັດທະນາບ້ານນ້ຳໂມ້ ເມືອງອະນຸວົງ, ກອງທຶນພັດທະນາບ້ານນາໄຊສະຫວ່າງ ເມືອງລ້ອງແຈ້ງ ແລະ ສືບຕໍ່ສ້າງຄວາມເຂັ້ມແຂງ ໃຫ້ແກ່ກອງທຶນພັດທະນາບ້ານນໍ້າຍອນ ເມືອງອະນຸວົງ ແຂວງໄຊສົມບູນ ເມື່ອບໍ່ດົນມານີ້ ທີ່ຫ້ອງວ່າການແຂວງ. ຕາງໜ້າເຊັນໂດຍທ່ານ ລອນ ພອນພັກດີ ຫົວໜ້າພະແນກພັດທະນາຊຸມຊົນ, ບໍລິສັດ ພູເບ້ຍ ມາຍນິງ ຈຳກັດ ແລະ ທ່ານ ສີສຸພັນ ໂພໄຊສີ ຫົວໜ້າກອງທຶນພັດທະນາໄຊສົມບູນ, ມີທ່ານ ສຸກສະຫວາດ ວົງພູມເຫຼັກ ຮອງເຈົ້າແຂວງໄຊສົມບູນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ສຸກປະເສີດ ເສັນບັນດິດ ຫົວໜ້າຂະແໜງເຜີຍແຜ່ ແລະ ສ້າງຄວາມເຂັ້ມແຂງ ກອງທຶນພັດທະນາໄຊສົມບູນ ໄດ້ລາຍງານວ່າ: ການຈັດຕັ້ງປະຕິບັດວຽກງານສ້າງຄວາມເຂັ້ມແຂງ ແລະ ຄຸ້ມຄອງກອງທຶນພັດທະນາບ້ານ ທີ່ໄດ້ມີການຮ່ວມມືກັບ ບໍລິສັດ ພູເບ້ຍ ມາຍນິງ ຈຳກັດ ມີ 3 ບ້ານ ໃນ 2 ເມືອງຄື: ບ້ານນໍ້າໂມ້, ບ້ານນໍ້າຍອນ ເມືອງອະນຸວົງ ແລະ ບ້ານນາໄຊສະຫວ່າງ ເມືອງລ້ອງແຈ້ງ ແຂວງໄຊສົມບູນ, ໄລຍະຜ່ານມາໄດ້ຈັດຝຶກອົບຮົມວຽກງານສ້າງຄວາມເຂັ້ມແຂງ ແລະ ການຄຸ້ມຄອງກອງທຶນພັດທະນາບ້ານ ໃຫ້ແກ່ຄະນະກຳມະການທັງ 3 ບ້ານ ພ້ອມທັງລົງກວດກາ-ເກັບກຳຂໍ້ມູນກອງທຶນພັດທະນາບ້ານນ້ຳໂມ້ຊຶ່ງມີຊັບສິນ, ໜີ້ສິນ ແລະ ທຶນທັງໝົດ 1 ຕື້ກວ່າກີບ.
ສຳລັບກອງທຶນພັດທະນາ ບ້ານນາໄຊສະຫວ່າງ ມີຊັບສິນ, ໜີ້ສິນ ແລະ ທຶນທັງໝົດ 1 ຕື້ກວ່າກີບ. ພ້ອມດຽວກັນນີ້, ຍັງໄດ້ຍົກໃຫ້ເຫັນເຖິງບັນຫາຂໍ້ຫຍຸ້ງຍາກ, ບົດຮຽນທີ່ຖອດຖອນໄດ້ ແລະ ວິທີແກ້ໄຂໃນຕໍ່ໜ້າ ທັງນີ້ກໍເພື່ອ ເປັນການສືບຕໍ່ປັບປຸງ ແລະ ພັດທະນາລະບົບຄຸ້ມຄອງ ກອງທຶນພັດທະນາໃນ 3 ບ້ານ ໃຫ້ມີຄວາມເຂັ້ມແຂງ, ຂະຫຍາຍຕົວ, ໝັ້ນຄົງ, ຍືນຍົງ ແລະ ເປັນການຜັນຂະຫຍາຍດຳລັດ 414 ຂອງລັດຖະບານໃຫ້ປະກົດຜົນເປັນຈິງ ສາມາດເຮັດໃຫ້ແຕ່ລະຝ່າຍ ດຳເນີນວຽກງານວິຊາສະເພາະ ຢ່າງມີຈຸດສຸມພັດທະນາ, ສົ່ງຜົນໃຫ້ການຈັດຕັ້ງປະຕິບັດວຽກງານຢ່າງຖືກຕ້ອງ ແລະ ບັນລຸເປົ້າໝາຍທີ່ວາງໄວ້.
(ຂ່າວ-ພາບ: ຟອງ ນໍນິນທາ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ມອບອຸປະກອນປູກຜັກເຮືອນຮົ່ມ ໃຫ້ແກ່ກຸ່ມປູກພືດຜັກ 3 ເມືອງຂອງແຂວງຄໍາມ່ວນ

ມອບອຸປະກອນປູກຜັກເຮືອນຮົ່ມ ໃຫ້ແກ່ກຸ່ມປູກພືດຜັກ 3 ເມືອງຂອງແຂວງຄໍາມ່ວນ

ໃນວັນທີ 15-16 ພຶດສະພານີ້, ທ່ານ ເດດສັກດາ ມະນີຄໍາ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງຄໍາມ່ວນ ພ້ອມຄະນະ ໄດ້ນໍາເອົາອຸປະກອນປູກຜັກເຮືອນຮົ່ມ ລວມເຖິງປັດໄຈການຜະລິດລົງມອບໃຫ້ກຸ່ມປູກພືດຜັກໃນຈໍານວນ 3 ເມືອງຂອງແຂວງຄື: ນາກາຍ, ຍົມມະລາດ ແລະ ໜອງບົກ. ເມືອງນາກາຍ, ມີ 1 ກຸ່ມຜະລິດ, ມີ 4 ບ້ານ, ມີ 9 ຄອບຄົວ, ມີເຮືອນຮົມຈໍານວນ 20 ຫຼັງ. ເມືອງຍົມມະລາດມີ 1 ກຸ່ມຜະລິດ, ມີ 4 ບ້ານຄື: ທ່າໂທດ, ນາລາດຄວາຍ, ໂຄກສະຫວ່າງ ແລະ ຜາທຸງລວມມີທັງໝົດ 46 ຄອບຄົວ, ມີເຮືອນຮົ່ມ 46 ຫຼັງ ແລະ ເມືອງໜອງບົກມີ 1 ກຸມຜະລິດ, ມີ 1 ບ້ານ (ບ້ານດອນປາແດກ), ມີ 4 ຄອບຄົວ, ມີເຮືອນຮົ່ມ 14 ຫຼັງ.
ທະຫານໃໝ່ 66 ສະຫາຍ ສໍາເລັດຊຸດອົບຮົມ-ຫັດແອບທະຫານປະຈຳປີ 2024

ທະຫານໃໝ່ 66 ສະຫາຍ ສໍາເລັດຊຸດອົບຮົມ-ຫັດແອບທະຫານປະຈຳປີ 2024

ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ໄດ້ເຂົ້າຮ່ວມເປັນປະທານໃນພິທີປິດຊຸດອົບຮົມ-ຫັດແອບໃຫ້ນັກຮຽນທະຫານໃໝ່ປະຈຳປີ 2024. ພິທີດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 15 ພຶດສະພາຜ່ານມາ ທີ່ໂຮງຮຽນການທະຫານທ້ອງຖິ່ນແຂວງ, ເຂົ້າຮ່ວມມີ ສະຫາຍ ພັອ ພັນວິໄລ ລາດສະຍົນ ເລຂາຄະນະພັກ ຫົວໜ້າກອງບັນຊາການທະຫານແຂວງ.
ເມືອງໄຊຍະບູລີ ສະຫຼຸບການຈັດຕັ້ງປະຕິບັດການຜະລິດລະດູແລ້ງສົກປີ 2024-2025

ເມືອງໄຊຍະບູລີ ສະຫຼຸບການຈັດຕັ້ງປະຕິບັດການຜະລິດລະດູແລ້ງສົກປີ 2024-2025

ໃນຕອນບ່າຍວັນທີ 15 ພຶດສະພາຜ່ານມາ, ເມືອງໄຊຍະບູລີ ແຂວງໄຊຍະບູລີໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດການຜະລິດລະດູແລ້ງສົກປີ 2024-2025 ແລະ ກຳນົດທິດທາງແຜນການຜະລິດລະດູຝົນປີ 2025 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເຂົ້າຮ່ວມຂອງທ່ານ ເສນ ພັນລັກ ວ່າການເຈົ້າເມືອງ, ມີຫົວໜ້າ, ຮອງຫົວໜ້າຫ້ອງການ, ນັກທຸລະກິດ ພ້ອມດ້ວຍນາຍບ້ານເທດສະບານເມືອງເຂົ້າຮ່ວມ.
ຫາລືການປະກອບຄໍາເຫັນໃສ່ຮ່າງແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດໄລຍະ IV

ຫາລືການປະກອບຄໍາເຫັນໃສ່ຮ່າງແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດໄລຍະ IV

ກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ໄດ້ຈັດກອງປະຊຸມປຶກສາຫາລືການປະກອບຄໍາເຫັນໃສ່ຮ່າງແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດໄລຍະ IV (2026-2030) ແລະ ເຜີຍແຜ່ກົນໄກການປະສານງານແລກປ່ຽນຂໍ້ມູນ ແລະ ສົ່ງຕໍ່ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດຢູ່ ສປປ ລາວ ຂຶ້ນໃນວັນທີ 13 ພຶດ ສະພາຜ່ານມາ ໂດຍການເປັນປະທານຂອງ ທ່ານ ພັອ ກິແກ້ວ ຈັນທະລັງສີ ຫົວໜ້າກົມຕໍາຫຼວດສະກັດກັ້ນ
ກອງປະຊຸມຖອດຖອນບົດຮຽນການສະເຫຼີມສະຫຼອງວັນສ້າງຕັ້ງພັກ ຄົບຮອບ 70 ປີ

ກອງປະຊຸມຖອດຖອນບົດຮຽນການສະເຫຼີມສະຫຼອງວັນສ້າງຕັ້ງພັກ ຄົບຮອບ 70 ປີ

ວັນທີ 14 ພຶດສະພາ ນີ້ ທີ່ສູນກາງແນວລາວສ້າງຊາດອະນຸກໍາມະການໂຄສະນາ ຂະບວນການ, ແຂ່ງຂັນ ແລະ ຍ້ອງຍໍ ໄດ້ຈັດກອງປະຊຸມຖອດຖອນບົດຮຽນການສະເຫຼີມສະຫຼອງວັນສ້າງຕັ້ງພັກ ຄົບຮອບ 70 ປີ ແລະ ກະກຽມຄວາມພ້ອມໃນການສະເຫຼີມສະຫຼອງວັນສະຖາປານາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ
ເຈົ້າແຂວງຄຳມ່ວນ ລົງພົບປະຢ້ຽມຢາມພໍ່ແມ່ປະຊາຊົນບ້ານນາໂພ ແລະ ບ້ານທ່າໝີ

ເຈົ້າແຂວງຄຳມ່ວນ ລົງພົບປະຢ້ຽມຢາມພໍ່ແມ່ປະຊາຊົນບ້ານນາໂພ ແລະ ບ້ານທ່າໝີ

ໃນວັນທີ 14 ພຶດສະພາຜ່ານມາ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ພ້ອມດ້ວຍບັນດາການນຳຂອງແຂວງ, ພະແນກການກ່ຽວຂ້ອງ ໄດ້ລົງພົບປະພໍ່ແມ່ປະຊາຊົນບ້ານນາໂພ ແລະ ບ້ານທ່າໝີ ເມືອງຫີນບູນ ໂດຍມີທ່ານ ຄຳສິງ ອໍລະວັນ ເຈົ້າເມືອງຫີນບູນ, ມີບັນດາການນຳຂອງເມືອງ, ອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນທັງສອງບ້ານໃຫ້ການຕ້ອນຮັບ. ພ້ອມນີ້ ກໍໄດ້ຮັບຟັງການລາຍງານໂດຍສັງເຂບ ກ່ຽວກັບສະພາບລວມ ແລະ ການພັດທະນາບ້ານ ລວມເຖິງຂໍ້ສະເໜີ ທີ່ເປັນບັນຫາຄວາມຫຍຸ້ງຍາກໃນການດຳລົງ
ກອງປະຊຸມໃຫຍ່ຜູ້ແທນ ພະສົງທົ່ວເມືອງໄຊຍະບູລີສະໄໝທີ V

ກອງປະຊຸມໃຫຍ່ຜູ້ແທນ ພະສົງທົ່ວເມືອງໄຊຍະບູລີສະໄໝທີ V

ໃນວັນທີ 14 ພຶດສະພາຜ່ານມານີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງໄຊຍະບູລີ ແຂວງໄຊຍະບູລີໄດ້ຈັດກອງປະຊຸມໃຫຍ່ ຜູ້ແທນ ພະສົງທົ່ວເມືອງໄຊຍະບູລີສະໄໝທີ V ຂຶ້ນ ໂດຍການເຂົ້າຮ່ວມຂອງ ພະອາຈານ ບຸນທຽນ ພຸດທະວະໂລ ປະທານອົງການພຸດທະສາສະໜາສຳພັນລາວ (ອພສ) ແຂວງ ໄຊຍະບູລີ.
ຄົ້ນຄວ້າ ແລະ ສະໜອງແນວພັນ, ເຕັກນິກ ເພື່ອພັດທະນາເສດຖະກິດກະສິກຳ

ຄົ້ນຄວ້າ ແລະ ສະໜອງແນວພັນ, ເຕັກນິກ ເພື່ອພັດທະນາເສດຖະກິດກະສິກຳ

ໂດຍ: ສ.ບຸດປະຊາ ພັກ-ລັດເຮົາ ໄດ້ເອົາໃຈໃສ່ຍູ້ແຮງການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍສະເພາະຊຸກຍູ້ໃຫ້ມີການຜະລິດກະສິກຳເປັນສິນຄ້າ ເພື່ອໃຫ້ປະຊາຊົນລາວຜູ້ທີ່ມີເງື່ອນໄຂໃນການເຮັດກະສິກຳ ໄດ້ມີຢູ່ມີກິນ ບໍ່ມີໄພອິດຫີວ ແລະ ແກ້ໄຂຄວາມທຸກຍາກຄອບຄົວ; ໃນນີ້, ການຜະລິດກະສິກຳເປັນສິນຄ້າ ກໍແມ່ນການຫັນການເຮັດກະສິກຳ ເຂົ້າສູ່ການເຮັດເສດຖະກິດກະສິກຳ ປູກຝັງ-ລ້ຽງສັດ
ເປີດໂຄງການເພີ່ມລາຍຮັບສ່ວຍສາອາກອນພາຍໃນປະເທດແບບທັນສະໄໝ

ເປີດໂຄງການເພີ່ມລາຍຮັບສ່ວຍສາອາກອນພາຍໃນປະເທດແບບທັນສະໄໝ

ພິທີເປີດໂຄງການເພີ່ມລາຍຮັບສ່ວຍສາອາກອນພາຍໃນປະເທດແບບທັນສະໄໝ ໄດ້ຈັດຂຶ້ນໃນວັນທີ 14 ພຶດສະພານີ້ ທີ່ໂຮງແຮມສຸພັດຕຣາ ນະຄອນຫຼວງວຽງຈັນ; ໂດຍມີທ່ານ ສຸລິວັດ ສຸວັນນະຈຸມຄໍາ ຮອງລັດຖະມົນ ຕີກະຊວງການເງິນ ຫົວໜ້າຄະນະຊີ້ນໍາໂຄງການເພີ່ມລາຍຮັບສ່ວຍສາອາກອນພາຍໃນປະເທດແບບທັນສະໄໝ (DRMM), ທ່ານ ອາເມີ ກາຣີ (Amr Qari) ຮອງຫົວໜ້າຫ້ອງການທະນາຄານພັດທະນາອາຊີ (ADB) ປະຈໍາ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ວາງສີລາລືກໂຄງການກໍ່ສ້າງສຳນັກງານໃຫຍ່ ແລະ ສູນຝຶກຂອງກົມພາສີ

ວາງສີລາລືກໂຄງການກໍ່ສ້າງສຳນັກງານໃຫຍ່ ແລະ ສູນຝຶກຂອງກົມພາສີ

ພິທີວາງສີລາລຶກໂຄງການກໍ່ສ້າງສຳນັກງານໃຫຍ່ ແລະ ສູນຝຶກຂອງກົມພາສີ ໄດ້ຈັດຂຶ້ນໃນວັນທີ 14 ພຶດສະ ພາ ຜ່ານມາ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ມີທ່ານ ນາງ ເຮເທີ ວາຣີອາຣາ (Heather Variara) ເອກອັກຄະລັດຖະທູດສະຫະລັດ ອາເມຣິກາ ປະຈຳລາວ, ທ່ານນາງ ຊາມີນາ ຄາດວານີ (Samina KADWANI) ຫົວໜ້າຫ້ອງການອົງການສະຫະປະຊາຊາດ, ທ່ານ ບາຄໍເດຍ ເບີຄານອບຟ (Bakhodir Burkhanov)
ເພີ່ມເຕີມ