ສ້າງຄວາມເຂັ້ມແຂງໃຫ້ແກ່ຊາວໜຸ່ມລາວຜ່ານການພັດທະນາທັກສະ ແລະ ກ້າວໄປສູ່ການມີວຽກງານທີ່ດີໃນອະນາຄົດ.

ສ້າງຄວາມເຂັ້ມແຂງໃຫ້ແກ່ຊາວໜຸ່ມລາວຜ່ານການພັດທະນາທັກສະ ແລະ ກ້າວໄປສູ່ການມີວຽກງານທີ່ດີໃນອະນາຄົດ.

ສ້າງຄວາມເຂັ້ມແຂງໃຫ້ແກ່ຊາວໜຸ່ມລາວຜ່ານການພັດທະນາທັກສະ ແລະ ກ້າວໄປສູ່ການມີວຽກງານທີ່ດີໃນອະນາຄົດ.
ເມື່ອບໍ່ດົນມານີ້, ຜູ້ຕາງໜ້າຈາກ ອົງການສະຫະປະຊາຊາດ ກອງທຶນສໍາລັບປະຊາກອນ(UNFPA) ຮ່ວມກັບກົມອາຊີວະສຶກສາ ແລະ ວິທະຍາໄລເຕັກນິກວິຊາຊີບ, ກະຊວງສຶກສາທິການ ແລະ ກິລາ,ລົງຢ້ຽມຢາມ

 

ໂຮງແຮມ ຄຣາວພາຊາ(Crowne Plaza)ແລະ ໂຮງແຮມຮໍລິເດ ອິນ - ຊຸດ ວຽງຈັນ(Holiday Inn & Suites Vientiane) ເພື່ອພົບປະກັບນັກຮຽນຝຶກງານໃນສາຂາ ສິລະປະໃນການປຸງແຕ່ງອາຫານ, ການເຮັດເຂົ້າໜົມອົບແລະຂອງຫວານ.ມີທ່ານ ຕິ່ງຄໍາ ສຸລິນທາຮອງຫົວໜ້າກົມອາຊີວະສຶກສາ, ກະຊວງສຶກສາທິການ ແລະ ກິລາ; ທ່ານ ບາກທິຢໍ ຄາດິເຣິບຜູ້ຕາງໜ້າ ອົງການ UNFPAປະຈຳສປປ ລາວ ແລະຜູ້ຕາງໜ້າຜູ້ຈັດການໃຫຍ່ຂອງກຸ່ມໂຮງແຮມ Crowne Plaza ແລະ Holiday Inn & Suites Vientiane.

ການຢ້ຽມຢາມຄັ້ງນີ້ໄດ້ຍົກໃຫ້ເຫັນຄວາມສໍາຄັນຂອງການຮ່ວມມືລະຫວ່າງພາກລັດ ແລະ ພາກເອກະຊົນໃນການສ້າງໂອກາດໃຫ້ແກ່ໄວໜຸ່ມ, ໂດຍສະເພາະແມ່ນແມ່ຍິງໜຸ່ມ, ເພື່ອໃຫ້ເຂົາເຈົ້າໄດ້ເຮັດພາກປະຕິບັດຕົວຈິງ, ເສີມສ້າງຄວາມໝັ້ນໃຈ ແລະ ກ້າວໄປສູ່ການມີວຽກງານທີ່ດີໃນອະນາຄົດ. ໃນໂອກາດດັ່ງກ່າວ ຄະນະຜູ້ແທນກໍໄດ້ພົບປະກັບນັກສຶກສາຝຶກງານ, ພ້ອມນີ້ຍັງໄດ້ຢ້ຽມຊົມການຝຶກງານ ປຸງແຕ່ງອາຫານຢູ່ຫ້ອງຄົວມືອາຊີບທີ່ໂຮງແຮມ. ນອກຈາກນັ້ນ ຄະນະຜູ້ແທນຍັງໄດ້ ສົນທະນາແລກປ່ຽນ ແລະ ປຶກສາຫາລືກ່ຽວກັບແຜນການຈັດຕັ້ງປະຕິບັດຂັ້ນຕອນຕໍ່ໄປໃນການເພີ່ມທະວີການຮ່ວມມືກັບຂະ

ແໜງການທີ່ກ່ຽວຂ້ອງ.

ທ່ານ ບາກທິຢໍ ຄາດິເຣິບ ໄດ້ກ່າວວ່າ:ໃນນາມນັກສຶກສາຂອງວິທະຍາໄລເຕັກນິກວິຊາຊີບປາກປ່າສັກ, ການມີໂອກາດໃດ້ມາປະຕິບັດຕົວຈິງຢູ່ໂຮງແຮມ Crowne Plaza ແລະ ໂຮງແຮມ Holiday Inn ບໍ່ພຽງແຕ່ເປັນການຝຶກງານເທົ່ານັ້ນ; ແຕ່ຍັງເປີດທາງໃຫ້ພວກເຮົາໄດ້ມີການຮຽນຮູ້ທັກສະວິຊາຊີບທີ່ມີມາດຕະຖານສາກົນໃນຂະແໜງການບໍລິການ. ເປັນໂອກາດທີ່ນັກສຶກສາໄດ້ຮຽນຮູ້ຈາກປະສົບການຕົວຈິງທີ່ຈໍາເປັນເພື່ອຄວາມສໍາເລັດ, ການສ້າງຄວາມເຂັ້ມແຂງ ໃຫ້ແກ່ໄວໜຸ່ມເປັນສ່ວນໜຶ່ງຂອງການສ້າງກໍາລັງແຮງງານທີ່ມີທັກສະເພື່ອປະກອບສ່ວນເຂົ້າໃນການສະໜັບສະໜູນຄວາມໝັ້ນຄົງຂອງເສດຖະກິດ; ເນື່ອງຈາກວ່າ ສປປ ລາວ ມີປະຊາກອນໜຸ່ມອາຍຸຕໍ່າກວ່າ 25 ປີ ຈໍານວນຫຼາຍ ກວມ 60% ຂອງພົນລະເມືອງທົ່ວປະເທດ, ຊຶ່ງເປັນໂອກາດດີທີ່ສຸດ ທີ່ພວກເຮົາຈະໄດ້ປະຕິບັດໂດຍການຕັດສິນໃຈຮ່ວມກັນເພື່ອພັດທະນາໄວໜຸ່ມຂອງພວກເຮົາໃຫ້ເຂັ້ມແຂງ, ບໍ່ພຽງແຕ່ດ້ານທັກສະ ແລະ ວຽກເຮັດງານທໍາເທົ່ານັ້ນ, ລວມເຖິງ ຄວາມພາກພູມໃຈ ແລະ ຄວາມເປັນຕົວຂອງຕົວເອງອີກດ້ວຍ.

ທ່ານ ຕິ່ງຄໍາ ສຸລິນທາກ່າວວ່າ: ການຢ້ຽມຢາມຄັ້ງນີ້ຍັງເປັນການຍົກໃຫ້ເຫັນພາລະບົດບາດຂອງພາກເອກະຊົນໃນການປະກອບສ່ວນສະໜັບສະໜູນການຂະຫຍາຍການຝຶກອົບວິຊາຊີບໃຫ້ແກ່ໄວໜຸ່ມ ແລະ ສົ່ງເສີມຄວາມກ້າວໜ້າສຳລັບໜົດທຸກຄົນ. ການຮ່ວມມືຄັ້ງນີ້ສະທ້ອນໃຫ້ເຫັນພະລັງຂອງວິໄສທັດ ແລະ ຄວາມຮັບຜິດຊອບຮ່ວມກັນ, ຊາວໜຸ່ມຈະເຂັ້ມແຂງໄດ້ກໍຕໍ່ເມື່ອເຂົາເຈົ້າມີຄວາມຮູ້ ແລະ ທັກສະຈາກການປະຕິບັດຕົວຈິງຊຶ່ງພວກເຂົາເຫຼົ່ານັ້ນຈະກາຍເປັນຕົວແທນແຫ່ງການປ່ຽນແປງ, ບໍ່ພຽງແຕ່ການປ່ຽນແປງພາຍໃນຄອບຄົວຂອງເຂົາເຈົ້າເອງເທົ່ານັ້ນ, ຍັງລວມທັງທົ່ວປະເທດ. ນີ້ເປັນໂຄງການລິເລີ່ມເພື່ອເປັນຂົວຕໍ່ໃນການສ້າງຄວາມຍືດຍຸ່ນ, ຄວາມໝັ້ນໃຈ ແລະ ການພັດທະນາປະເທດໃນອະນາຄົດ.

ໂຮງແຮມ Crowne Plaza ແລະ Holiday Inn & Suites Vientiane ໄດ້ເປີດຮັບນັກສຶກສາຝຶກງານຢູ່ຫ້ອງຄົວຈໍານວນ 7 ຄົນ ເປັນໂອກາດພິເສດໃຫ້ແກ່ໄວໜຸ່ມໄດ້ສໍາຜັດກັບພາກປະຕິບັດຕົວຈິງຢູ່ໃນຂະແໜງການບໍລິການ.ໃນອະນາຄົດ, UNFPA, ກະຊວງສຶກສາທິການ ແລະ ກິລາແລະ Crowne Plaza ແລະ Holiday Inn & Suites ວາງແຜນທີ່ຈະຂະຫຍາຍໂຄງການນີ້, ເຮັດໃຫ້ໄວໜຸ່ມເຂົ້າເຖິງການຝຶກງານຫຼາຍຂຶ້ນ, ໂດຍສະເພາະໄວໜຸ່ມດ້ອຍໂອກາດ ແລະ ເຂດຊົນນະບົດ ໂດຍມີການເຊື່ອມສານທັກສະຊີວິດ, ການສຶກສາສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ລວມທັງຄວາມສະເໝີພາບທາງເພດເຂົ້າໃນໂຄງການວິຊາຊີບ. ການຢ້ຽມຢາມ ຄັ້ງນີ້ໄດ້ຢືນຢັນຄຳໝາຍໝັ້ນຂອງຄູ່ຮ່ວມງານທັງໝົດແນໃສ່ຮັບປະກັນວ່າບໍ່ມີເຍົາວະຊົນຄົນໃດ ຖືກປະໄວ້ຂ້າງຫຼັງ ບົນເສັ້ນທາງແຫ່ງການພັດທະນາສຳລັບໝົດທຸກຄົນ ແລະ ຍືນຍົງຂອງ ສປປ ລາວ.

ຂ່າວ: ຍຸພິນທອງຂໍ້ມູນ: UNFPA

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ