ສານອວຍພອນຂອງທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງ ສສກ ເນື່ອງໃນວັນວິທະຍາສາດແຫ່ງຊາດ ຄົບຮອບ 38 ປີ

ສານອວຍພອນຂອງທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງ ສສກ ເນື່ອງໃນວັນວິທະຍາສາດແຫ່ງຊາດ ຄົບຮອບ 38 ປີ

ສານອວຍພອນຂອງທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງ ສສກ  ເນື່ອງໃນວັນວິທະຍາສາດແຫ່ງຊາດ ຄົບຮອບ 38 ປີ
ຮຽນ: ບັນດາທ່ານການນໍາພັກ-ລັດທີ່ເຄົາລົບ ແລະ ນັບຖືຢ່າງສູງ - ບັນດາທ່ານຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ - ບັນດາອົງການຈັດຕັ້ງສາກົນ, ອົງການຈັດຕັ້ງສັງຄົມ, ສະມາຄົມ ແລະ ຜູ້ປະກອບການ, ນັກຄົ້ນຄວ້າວິທະຍາ ສາດ, ພະນັກງານ ແລະ ຄູ-ອາຈານ ນັກຮຽນຮູ້, ນັກສຶກສາ ແລະ ພໍ່-ແມ່ປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດທີ່ຮັກແພງທັງຫຼາຍ !.

 

 

ວັນທີ 12 ຕຸລາ ເປັນວັນທີ່ມີຄວາມໝາຍສໍາຄັນທາງປະຫວັດສາດ ສໍາລັບສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຕົ້ນ ວັນປະກາດເອກະລາດຈາກການເປັນຫົວເມືອງຂຶ້ນຂອງຈັກກະພັດຕ່າງດ້າວ, ວັນການທູດລາວ, ວັນແຫ່ງຊາດຕ້ານຢາເສບຕິດ ແລະ ຍັງເປັນວັນວິທະຍາສາດແຫ່ງຊາດ ຊຶ່ງລັດຖະບານໄດ້ຖືເອົາວັນສ້າງຕັ້ງສະພາວິທະຍາສາດ-ເຕັກນິກແຫ່ງລັດຄັ້ງທຳອິດຂອງ ສປປລາວ (ວັນທີ 12 ຕຸລາ 1987) ເປັນວັນວິ ທະຍາສາດແຫ່ງຊາດ ແລະ ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍວິທະຍາສາດ ແລະ ເຕັກໂນໂລຊີ ນັບແຕ່ປີ 2013 ເປັນຕົ້ນມາ ຊຶ່ງປີ 2025 ນີ້ພໍດີຄົບຮອບ 38 ປີ (12/10/1987-12/10/2025).

ເນື່ອງໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍ ແລະ ຮູ້ບຸນຄຸນເປັນຢ່າງສູງມາຍັງບັນດາທ່ານຜູ້ນໍາພັກ-ລັດ, ບັນດານັກປະຕິວັດອາວຸໂສ, ນັກຄົ້ນຄວ້າ, ນັກຮຽນຮູ້-ປັນຍາຊົນ, ຊາວຜູ້ອອກແຮງງານ ແລະ ປະຊາຊົນລາວບັນດາເຜົ່າທີ່ໄດ້ອອກເຫື່ອເທແຮງ ແລະ ສະຕິປັນຍາເຂົ້າໃນການນຳພາ-ຊີ້ນຳວຽກງານ ແລະ ການປະກອບສ່ວນເຂົ້າໃນການຄົ້ນຄວ້າ, ພັດທະນາວິທະຍາສາດເຕັກໂນໂລຊີ ແລະ ສ້າງນະວັດຕະກຳ ໃນໄລຍະຜ່ານມາຢ່າງສຸດອົກສຸດໃຈ !.

ໃນຊຸມປີຜ່ານມາ, ພັກ ແລະ ລັດຖະບານ ໄດ້ເອົາໃຈໃສ່ຕໍ່ການພັດທະນາວຽກງານວິທະຍາສາດ ແລະ ເຕັກໂນໂລຊີຢ່າງຕໍ່ເນື່ອງ ຊຶ່ງສະແດງອອກໃນແນວທາງຂອງພັກ ແລະ ນະໂຍບາຍຂອງລັດ, ບັນດາກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນແຕ່ລະໄລຍະໂດຍໄດ້ເລັ່ງໃສ່ການພັດທະນາຊັບພະຍາກອນມະນຸດ ແລະ ການສ້າງພື້ນຖານໂຄງລ່າງ ສໍາລັບການຄົ້ນຄວ້າ-ພັດທະນາ ແລະ ນໍາໃຊ້ຄວາມກ້າວໜ້າທາງວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳເພື່ອການພັດທະນາ ຊຶ່ງໄດ້ສ້າງກົດໝາຍ, ນິຕິກໍາລຸ່ມກົດໝາຍ ຈຳນວນຫຼາຍສະບັບເພື່ອເປັນພື້ນຖານໃນການເຄື່ອນໄຫວຂອງວຽກງານຄົ້ນຄວ້າວິທະຍາສາດ, ອັນພົ້ນເດັ່ນແມ່ນໄດ້ສ້າງຍຸດທະສາດ ແລະ ແຜນພັດທະນາວິທະຍາສາດ-ເຕັກໂນໂລຊີ ແລະ ນະວັດຕະກໍາແຫ່ງຊາດໄລຍະ 2026-2040. ນອກນັ້ນຍັງໄດ້ເອົາໃຈໃສ່ກໍ່ສ້າງ, ຍົກລະດັບ ແລະ ພັດທະນາ ນັກຄົ້ນຄວ້າ, ນັກວິທະຍາສາດ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງການຄົ້ນຄວ້າວິທະຍາສາດໃນໄລຍະໃໝ່.

ບັນດາທ່ານທີ່ນັບຖື ແລະ ຮັກແພງ

ວິທະຍາສາດ ແມ່ນພື້ນຖານໃຫ້ມະນຸດເຂົ້າໃຈຢ່າງເລິກເຊິ່ງ ແລະ ເປັນເຈົ້າຂອງທໍາມະຊາດ-ສັງຄົມເພື່ອໝູນໃຊ້ເຂົ້າໃນການພັດທະນາຄວາມສີວິໄລ, ປັບປຸງຄຸນນະພາບການດໍາລົງຊີວິດ. ຈາກປະຫວັດສາດໄດ້ຢັ້ງຢືນໃຫ້ພວກເຮົາເຫັນວ່າ ການຂະຫຍາຍຕົວຂອງສັງຄົມມະນຸດ ແມ່ນຕິດພັນກັບການຄົ້ນພົບ ແລະ ການຂະຫຍາຍຕົວ ຂອງວິທະຍາສາດ ແລະ ເຕັກໂນໂລຊີ ຊຶ່ງມັນເປັນໝາກຜົນໂດຍລວມຈາກການອອກແຮງງານຂອງມະນຸດ; ມີຫຼາຍຄົນອາດຈະໃຫ້ຄຳນິຍາມກ່ຽວກັບວິທະຍາສາດທີ່ມີທັງຄືກັນ ແລະ ແຕກຕ່າງກັນ ແຕ່ສັງລວມແລ້ວວິທະຍາ ສາດມັນແມ່ນ “ເຫດ ແລະ ຜົນ, ຄວາມຈິງ ແລະ ພາວະວິໄສ” ວິທະຍາສາດມັນແມ່ນເລື່ອງກົດເກນ, ມັນແມ່ນເລື່ອງຂອງລະບົບ ແລະ ຕັກກະ.

ສປປ ລາວໃນເງື່ອນໄຂຂອງການເຊື່ອມໂຍງກັບພາກພື້ນ ແລະ ສາກົນຍິ່ງມີຄວາມຕ້ອງການສູງໃນການພັດທະນາຊັບພະຍາກອນມະນຸດໃຫ້ເທົ່າທຽມກັບພາກພື້ນ ແລະ ສາກົນ ຊຶ່ງໃນນັ້ນສິ່ງທີ່ຂາດບໍ່ໄດ້ໃນການພັດທະ ນາຊັບພະຍາກອນມະນຸດ ແມ່ນຕ້ອງຮູ້ຈັກຄົ້ນຄວ້າ, ໝູນໃຊ້ວິທະຍາສາດເຂົ້າໃນການພັດທະນາຄົນ, ພັດທະນາເສດຖະກິດ-ສັງຄົມຂອງປະເທດ ໂດຍສອດຄ່ອງກັບສະພາບ ແລະ ເງື່ອນໄຂຕົວຈິງຂອງປະເທດເຮົາ. ດັ່ງນັ້ນ, ໃນໂອກາດວັນວິທະຍາສາດແຫ່ງຊາດ 12 ຕຸລາ 2025 ຄົບຮອບ 38 ປີ ໃນປີນີ້ ຂ້າພະເຈົ້າມີຄວາມມຸ້ງຫວັງ ຢາກໃຫ້ນັກຄົ້ນຄວ້າ-ນັກວິທະຍາສາດລາວ “ຮູ້ປະດິດສ້າງ ແລະ ຮູ້ໝູນໃຊ້ວິທະຍາສາດເຂົ້າໃນການພັດທະນາເສດຖະກິດເອກະລາດ ເປັນເຈົ້າຕົນເອງ ນັບມື້ນັບແຂງແຮງ ແລະ ທົ່ວເຖິງ” ຍ້ອນແນວນັ້ນຈຶ່ງຮຽກຮ້ອງມາຍັງ ບັນດາທ່ານດັ່ງນີ້:

1. ພວກເຮົາທຸກຄົນຈົ່ງປະດິດສ້າງ ແລະ ກະທຳຕາມຫຼັກວິທະຍາສາດ, ນໍາໃຊ້ກົດເກນທາງວິທະຍາສາດເຂົ້າໃນການແກ້ໄຂບັນຫາ, ການຜະລິດ, ການດຳລົງຊີວິດ ແລະ ໃນການພັດທະນາຢູ່ໃນທຸກການເຄື່ອນໄຫວຂອງຕົນ; ບໍ່ຝືນກົດເກນທາງທຳມະຊາດ ແລະ ກົດເກນສັງຄົມ;

2. ບັນດາທ່ານຜູ້ປະກອບການ, ນັກຄົ້ນຄວ້າວິທະຍາສາດ, ກະຊວງ-ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນຈົ່ງຮ່ວມແຮງ, ຮ່ວມໃຈກັນສົ່ງເສີມ ແລະ ພັດທະນາວຽກງານຄົ້ນຄວ້າວິທະຍາສາດໃຫ້ເປັນຂະບວນຟົດຟື້ນ ແລະ ແຂງແຮງໃນຂອບເຂດທົ່ວປະເທດ.

3. ເສີມຂະຫຍາຍຄວາມຮູ້-ພູມປັນຍາດ້ານວິທະຍາສາດ, ເຕັກໂນໂລຊີຂອງບັນພະບຸລຸດລາວບັນດາເຜົ່າໃຫ້ໄດ້ຮັບການຮັກສາ, ຟື້ນຟູ, ພັດທະນາຕໍ່ຍອດ ແລະ ສາມາດນຳໃຊ້ເຂົ້າໃນການແກ້ໄຂບັນຫາ, ການດໍາລົງຊີວິດ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາໃນປັດຈຸບັນ ແລະ ອະນາຄົດ;

4. ສ້າງຈິດສໍານຶກ, ປູກຝັງໃຫ້ລູກຫຼານ, ນັກຮຽນ-ນັກສຶກສາເຂົ້າໃຈ ແລະ ສົນໃຈວິທະຍາສາດໃຫ້ນັບມື້ນັບຫຼາຍຂຶ້ນ ຕິດພັນກັບການສ້າງໃຫ້ເຂົາເຈົ້າຮັກ-ມັກໃນການຮຽນ-ການອ່ານ, ການຄົ້ນຄວ້າເພື່ອສ້າງສັງຄົມແຫ່ງການຮຽນຮູ້ຕະຫຼອດຊີວິດ.

ຂ້າພະເຈົ້າຂໍອວຍພອນໄຊອັນປະເສີດມາຍັງບັນດາການນຳພັກ-ລັດ, ນັກວິທະຍາສາດ, ນັກຄົ້ນຄວ້າ, ນັກຮຽນຮູ້ ແລະ ປັນຍາຊົນທຸກຖ້ວນໜ້າ ຕະຫຼອດຮອດນັກຮຽນ-ນັກສຶກສາ ແລະ ປະຊາຊົນລາວບັນດາເຜົ່າຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນ, ມີຄວາມສຸກຄວາມຈະເລີນ ແລະ ປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານຂອງບັນດາທ່ານ.

ຊົມເຊີຍວັນວິທະຍາສາດແຫ່ງຊາດ 12 ຕຸລາ ຢ່າງສຸດໃຈ !

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທນບ ຮ່ວມມື “ພັດທະນາທຸລະກິດກະສິກໍາລາວ ໃຫ້ເຂັ້ມແຂງ”

ທນບ ຮ່ວມມື “ພັດທະນາທຸລະກິດກະສິກໍາລາວ ໃຫ້ເຂັ້ມແຂງ”

ໃນວັນທີ 10 ຕຸລາ 2025 ນີ້,ໄດ້ບັນລຸການເຊັນສັນຍາ ບັນທຶກຕົກລົງ (MOA) ຮ່ວມມືຍຸດທະສາດ 3 ຝ່າຍ ທີ່ສໍານັກງານ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ-LNCCI) ລະຫວ່າງ “ສຄອຊ - ສະມາຄົມທຸລະກິດກະສິກໍາລາວ (ສຄກລ-LABA) - ທະນາຄານນະໂຍບາຍ (ທນບ-NBB)” ພາຍໃຕ້ໂຄງການຮ່ວມມື “ພັດທະນາທຸລະກິດກະສິກໍາລາວໃຫ້ເຂັ້ມແຂງ” ບົນເນື້ອໃນຈິດໃຈ ເປັນຄູ່ຮ່ວມຍຸດທະສາດຍາວນານ ຕ່າງຝ່າຍ ຕ່າງສະໝັກໃຈຮ່ວມ, ສະເໝີ ພາບ ແລະ ມີຜົນປະໂຫຍດຮ່ວມກັນ. ສ້າງກົນໄກໃນການສະໜັບສະໜູນບັນດາລາຍການສິນຄ້າ ທີ່ເປັນທ່າແຮງນອນຢູ່ໃນ ບູລິມະສິດຂອງລັດຖະບານ, ສົ່ງເສີມຕ່ອງໂສ້ຜະລິດ ແລະ ປຸງແຕ່ງສິນຄ້າກະສິກໍາ ໃຫ້ຕອບສະໜອງຄວາມຕ້ອງການຕະຫຼາດ ທົດແທນການນໍາເຂົ້າ ແລະ ຮ່ວມມືກຽມຄວາມພ້ອມປະຕິບັດເງື່ອນໄຂການເຂົ້າເຖິງແຫຼ່ງທຶນ ຕົ້ນທຶນທາງການເງິນທີ່ເໝາະສົມຈາກແຫຼ່ງພາຍໃນ ແລະ ຕ່າງປະເທດ ຕາມແນວທາງນະໂຍບາຍ ຂອງລັດຖະບານໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕາມທິດເຊື່ອມໂຍງ, ເຊື່ອມຈອດ ແລະ ຍືນຍົງ.
ປິດຊຸດອົບຮົມຄູຝຶກ ການອ່ານ ແລະ ແປອັກສອນລາວເດີມໃນໜັງສືຜູກໃບລານ

ປິດຊຸດອົບຮົມຄູຝຶກ ການອ່ານ ແລະ ແປອັກສອນລາວເດີມໃນໜັງສືຜູກໃບລານ

ຊຸດຝຶກອົບຮົມການເປັນຄູຝຶກການອ່ານ ແລະ ແປອັກສອນລາວເດີມໃນໜັງສືຜູກໃບລານໄດ້ປິດລົງໃນວັນທີ 10 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ພາຍຫຼັງທີ່ໄດ້ເປີດມາແຕ່ວັນທີ 6 ຕຸລາຜ່າມມາ, ເປັນກຽດເຂົ້າຮ່ວມມີທ່ານ ນາງ ດາລານີ ພົມມະວົງສາ ຄະນະປະຈຳພັກກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ), ມີບັນດາວິທະ ຍາກອນ, ສຳມະນາກອນ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ປະກາດການຈັດຕັ້ງຕຳແໜ່ງບໍລິຫານ, ປະດັບ, ເລື່ອນ ແລະ ທຽບຊັ້ນນັກການທູດໃຫ້ພະນັກງານ

ປະກາດການຈັດຕັ້ງຕຳແໜ່ງບໍລິຫານ, ປະດັບ, ເລື່ອນ ແລະ ທຽບຊັ້ນນັກການທູດໃຫ້ພະນັກງານ

ໃນວັນທີ 7 ຕຸລາຜ່ານມານີ້ ທີ່ ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດສັບຊ້ອນເລື່ອນຕຳ ແໜ່ງບໍລິຫານ ແລະ ຊັ້ນນັກການທູດ ໃຫ້ພະນັກງານ-ລັດຖະກອນ ຂອງກະຊວງການຕ່າງປະເທດຂຶ້ນ, ພາຍໃຕ້ການເປັນປະທານຂອງ ທ່ານ ໄມທອງ ທຳມະວົງສາ ຮອງເລຂາຄະນະບໍລິຫານງານພັກກະຊວງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຄະນະພັກ-ຄະນະນຳກະຊວງ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນຂອງກະຊວງການຕ່າງປະເທດເຂົ້າຮ່ວມ ຈຳນວນທັງໝົດ 273 ທ່ານ ຍິງ 110 ທ່ານ.
ເຜີຍແຜ່ການເຊື່ອມໂຍງກົນໄກການຮ່ວມມືທາງດ້ານກົດໝາຍຂອງບັນດາປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງການແກ້ໄຂບັນຫາອາຊະຍາກໍາຂ້າມຊາດ

ເຜີຍແຜ່ການເຊື່ອມໂຍງກົນໄກການຮ່ວມມືທາງດ້ານກົດໝາຍຂອງບັນດາປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງການແກ້ໄຂບັນຫາອາຊະຍາກໍາຂ້າມຊາດ

ໃນວັນທີ 9 ຕຸລາ ຜ່ານມານີ້ ທີ່ຫ້ອງປະຊຸມຂອງໂຮງແຮມເອັຣບູຕິກ ເມືອງວັງວຽງ ແຂວງວຽງຈັນ. ກົມສົນທິສັນຍາ ແລະ ກົດໝາຍ ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ກ່ຽວກັບການເຊື່ອມໂຍງກົນໄກການຮ່ວມມືທາງດ້ານກົດໝາຍຂອງບັນດາປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງໃນການແກ້ໄຂບັນຫາອາຊະຍາກໍາຂ້າມຊາດທີ່ມີການຈັດຕັ້ງ. ໂດຍພາຍໃຕ້ການເປັນປະທານຂອງທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາທ່ານຄະນະກົມ ແລະ ຄະນະພະແນກຈາກກະຊວງປ້ອງກັນຄວາມສະຫງົບ, ກະຊວງການຕ່າງປະເທດ ແລະ ສານປະຊາຊົນ, ອົງການໄອຍະການປະຊາຊົນສູງສຸດ, ພະແນກ, ພະນັກງານ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງບັນດາແຂວງພາກກາງເຂົ້າຮ່ວມຢ່າງພ້ອມພຽງ.
ຫຼວງພະບາງ ຝຶກອົບຮົມ ການແກ້ໄຂບັນຫາການຕ້ານຕໍ່ຢາຕ້ານເຊື້ອໃຫ້ວິຊາການ

ຫຼວງພະບາງ ຝຶກອົບຮົມ ການແກ້ໄຂບັນຫາການຕ້ານຕໍ່ຢາຕ້ານເຊື້ອໃຫ້ວິຊາການ

ວັນທີ 9 ຕຸລານີ້ ຢູ່ພະແນກສາທາລະນະສຸກແຂວງຫຼວງພະບາງ ໄດ້ຈັດກອງປະຊຸມການຝຶກອົບຮົມ ແກ້ໄຂບັນຫາການຕ້ານຕໍ່ຢາຕ້ານເຊື້ອ (AMR) ໃນລະດັບທ້ອງຖິ່ນ ໂດຍນຳໃຊ້ວິທີການ "ສຸຂະພາບໜຶ່ງດຽວ" (One Health), ມີທ່ານ ນາງ ສຸພາພອນ ພະນາວັນ ຮອງຫົວໜ້າພະແນກສາທາລະນະສຸກແຂວງຫຼວງພະບາງ, ມີຄະນະນຳພະແນກກະສິກຳ ແລະ ສິ່ງແວດລ້ອມ, ໂຮງຮຽນສັດຕະວະແພດ ປະເທດຝຣັ່ງ ແລະ ວິຊາການ ເຂົ້າຮ່ວມ.
ກອງປະຊຸມການສົ່ງເສີມ ແລະ ໂຄສະນາກິດຈະກຳ ຕະຫຼາດທ່ອງທ່ຽວຢູ່ແຂວງສາລະວັນ.

ກອງປະຊຸມການສົ່ງເສີມ ແລະ ໂຄສະນາກິດຈະກຳ ຕະຫຼາດທ່ອງທ່ຽວຢູ່ແຂວງສາລະວັນ.

ພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງສາລະວັນ ຈັດກອງປະຊຸມສົ່ງເສີມ ແລະ ໂຄສະນາກິດຈະກຳ ການຕະຫຼາດທ່ອງທ່ຽວຢູ່ແຂວງສາລະວັນຂຶ້ນ ໃນວັນທີ 9 ຕຸລານີ້ ທີ່ຫ້ອງປະຊຸມຂອງຕົນ, ໂດຍການເປັນປະທານຂອງ ທ່ານ ບຸນກ່ອງ ເກດທອງຄຳ ຮອງຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງ, ມີທ່ານ ພູທອນ ດາລາລົມ ຮອງຫົວໜ້າກົມໂຄສະນາການທ່ອງທ່ຽວ ກະຊວງວັດທະນະທຳ ແລະທ່ອງທ່ຽວ, ພາກສ່ວນທີ່ກ່ຽວຂ້ອງຈາກພາກລັດ ແລະ ພາກທຸລະກິດການທ່ອງທ່ຽວພາຍໃນແຂວງເຂົ້າຮ່ວມ.
ເຈົ້າແຂວງຄຳມ່ວນ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ຢູ່ກອງພົນທະຫານຮາບທີ 4

ເຈົ້າແຂວງຄຳມ່ວນ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ຢູ່ກອງພົນທະຫານຮາບທີ 4

ໃນວັນທີ 9 ຕຸລານີ້, ທ່ານ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຄຳມ່ວນ ທັງເປັນປະທານຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງຄຳມ່ວນ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ, ຢ້ຽມຢາມ, ພົບປະໂອ້ລົມ ພະນັກງານຫຼັກແຫຼ່ງ ກອງພົນທີ 4 ຢູ່ທີ່ແຂວງສະຫວັນນະເຂດ, ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ພັນເອກ ໃຈເພັດ ວົງແສນສົມ ກຳມະການຄະນະພັກກະຊວງ ເລຂາຄະນະພັກ ຫົວໜ້າການເມືອງ ກອງພົນທີ 4, ທ່ານ ພົນຈັດຕະວາ ຂັນທີ ສະໜາມອຸ່ນ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງພົນທີ 4, ພ້ອມດ້ວຍຄະນະພັກ - ຄະນະບັນຊາກອງພົນ, ອົງການ 5 ຫ້ອງ, ກອງພັນໃຫຍ່, ກອງພັນນ້ອຍ, ກອງຮ້ອຍເອກະລາດເຂົ້າຮ່ວມ.
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ

ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ

ທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຊຽງຂວາງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາ ສສ ຫວຽດນາມ ໃນວັນທີ 9-11 ຕຸລາ 2025, ໃຫ້ກຽດຕ້ອນຮັບໂດຍທ່ານ ນາງ ຈ່າງ ທິ ຊົນ ຮອງປະທານຄະນະກຳມະການປະຊາຊົນແຂວງເຊີນລາ ພ້ອມດ້ວຍຄະນະ ຢູ່ທີ່ໂຮງແຮມເມືອງແທັງແຂວງເຊີນລາ.
ຫ້ອງການ ຄຄອຊ ມອບອຸປະກອນຄອມພິວເຕີ ໃຫ້ ຄະນະໂຄສະນາອົບຮົມສູນກາງພັກ

ຫ້ອງການ ຄຄອຊ ມອບອຸປະກອນຄອມພິວເຕີ ໃຫ້ ຄະນະໂຄສະນາອົບຮົມສູນກາງພັກ

ຫ້ອງການກອງເລຂາ ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ(ຄຄອຊ) ໄດ້ນຳເອົາອຸປະກອນຄອມພິວເຕີ ຈຳນວນ 4 ຊຸດໃນນັ້ນ, ເຄື່ອງອຸປະກອນ Laptop 2 ຊຸດ ແລະ ເຄື່ອງອຸປະກອນຄອມພິວເຕີ ຈຳນວນ 2 ເຄື່ອງ ຊຶ່ງລວມມີມູນຄ່າທັງໝົດ 84,680,000 ກີບ ມາມອບໃຫ້ແກ່ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ).
ບໍລິສັດ ຊີເຄພາວເວີຈໍາກັດ ແລະ ບໍລິສັດ ໄຊຍະບູລີພາວເວີ ຈໍາກັດ ມອບຄອມພິວເຕີໃຫ້ເມືອງແກ່ນທ້າວ.

ບໍລິສັດ ຊີເຄພາວເວີຈໍາກັດ ແລະ ບໍລິສັດ ໄຊຍະບູລີພາວເວີ ຈໍາກັດ ມອບຄອມພິວເຕີໃຫ້ເມືອງແກ່ນທ້າວ.

ໃນວັນທີ 9 ຕຸລານີ້, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງແກ່ນ ທ້າວແຂວງໄຊຍະລີ, ບໍລິສັດ ຊີເຄພາວເວີຈໍາກັດ (ມະຫາຊົນ) ແລະ ບໍລິສັດ ໄຊຍະບູລີພາວເວີ ຈໍາກັດ ໄດ້ມອບຄອມພິວເຕີສະໜັບສະໜູນການສຶກສາເມືອງ ແກ່ນທ້າວ ຈໍານວນ 10 ເຄື່ອງ. ເປັນກຽດມອບໂດຍທ່ານ ພະລາກອນ ລົດເວດສະນັນ ຜູ້ອໍານວຍການອາວຸໂສຝ່າຍຈັດຊື້-ຈັດຈ້າງ ຫົວໜ້າບໍລິສັດ ໄຊຍະບູລີພາວເວີ ຈໍາກັດ ພ້ອມດ້ວຍທີມງານ ແລະ ໃຫ້ກຽດຮັບໂດຍທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງ, ມີພາກສ່ວນກ່ຽວຂ້ອງ ຂອງເມືອງເຂົ້າຮ່ວມ.
ເພີ່ມເຕີມ