ຂ້າພະເຈົ້າ ມີຄວາມເພິ່ງພໍໃຈເປັນຢ່າງຍິ່ງທີ່ເຫັນວ່າສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ອົສຕຣາລີ ມີສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືທີ່ມີປະສິດທິຜົນຕະຫຼອດໄລຍະ 74 ປີ ທີ່ຜ່ານມາ ຊຶ່ງໄດ້ຮັບການສືບຕໍ່ເສີມຂະຫຍາຍ ແລະ ພັດທະນາຢ່າງຕໍ່ເນື່ອງໃນຫຼາຍຂົງເຂດສຳຄັນໂດຍສະເພາະ ພາຍໃຕ້ການຈັດຕັ້ງປະຕິບັດການເປັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດພວກເຮົາ. ຂ້າພະເຈົ້າ ຕີລາຄາສູງ ຕໍ່ການສະໜັບສະໜູນ ແລະ ການຊ່ວຍເຫຼືອອັນລໍ້າຄ່າຂອງ ອົສຕຣາລີ ແກ່ ສປປ ລາວ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ແລະ ຫວັງຢ່າງຍິ່ງວ່າຈະໄດ້ສືບຕໍ່ຮ່ວມເຮັດວຽກຢ່າງໃກ້ຊິດ ກັບ ພະນະທ່ານ ເພື່ອສືບຕໍ່ເພີ່ມທະວີ ແລະ ເສີມຂະຫຍາຍມິດຕະພາບ ແລະ ການຮ່ວມມືທີ່ໃກ້ຊິດດັ່ງກ່າວນັ້ນ ໃຫ້ນັບມື້ນັບແໜ້ນແຟ້ນ, ເລິກເຊິ່ງຍິ່ງໆຂຶ້ນ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໃຫ້ ພະນະທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດອັນມີກຽດສູງສົ່ງຂອງ ພະນະທ່ານ ແລະ ປະຊາຊົນອົສຕຣາລີ ເພື່ອນມິດ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ.
ຄໍາເຫັນ