ທ່ານ ສາກົນ ໄຊຍະລາດ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຂຶ້ນຜ່ານຂໍ້ຕົກລົງ ສະບັບເລກທີ 693-700/ສປສສ

ສານປະຊາຊົນສູງສຸດ ປະກາດການຈັດຕັ້ງສັບປ່ຽນບ່ອນປະຈຳການ

ສານປະຊາຊົນສູງສຸດ ປະກາດການຈັດຕັ້ງສັບປ່ຽນບ່ອນປະຈຳການ
ໃນວັນທີ 14 ມິຖຸນາຜ່ານມາ, ສານປະຊາຊົນສູງສຸດ(ສປສສ) ໄດ້ຈັດພິທີປະກາດການຈັດຕັ້ງ ສັບປ່ຽນບ່ອນປະຈຳການພະນັກງານ, ແຕ່ງຕັ້ງຕຳແໜ່ງບໍລິຫານ ແລະ ເລື່ອນຊັ້ນຜູ້ພິພາກສາໂດຍການເປັນປະທານຂອງທ່ານຄຳພັນ ບຸນພາຄົມ ຄະນະປະຈຳພັກຮອງປະທານສານປະຊາຊົນສູງສຸດ, ມີ ພະນັກງານສປສສ ແລະ ສານປະຊາຊົນເຂດພາຍໃນນະຄອນຫຼວງວຽງຈັນ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີດັ່ງກ່າວ, ທ່ານ ສາກົນ ໄຊຍະລາດ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຂຶ້ນຜ່ານຂໍ້ຕົກລົງ ສະບັບເລກທີ 693-700/ສປສສ ຂອງປະທານສານປະຊາຊົນສູງສຸດ ວ່າດ້ວຍການປະກາດການສັບປ່ຽນບ່ອນປະຈໍາການ ຂອງພະນັກງານແຕ່ງຕັ້ງຕຳແໜ່ງບໍລິຫານ ແລະ ເລື່ອນຊັ້ນຜູ້ພິພາກສາ. ເພື່ອຈັດວາງບຸກຄາລາກອນ ເຂົ້າໃສ່ໜ້າທີ່ວຽກງານໃຫ້ແທດເໝາະກັບບັນດາໜ້າວຽກ ການບໍລິຫານສານ ແລະ ບໍລິຫານຄະດີ ໃຫ້ມີຄວາມຊັດເຈນ ວ່ອງໄວ ໂປ່ງໃສ ແລະ ຍຸຕິທຳ.

(ຂ່າວ-ພາບ:ສປສສ)

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ປິດ​ລົງ​ດ້ວຍສໍາເລັດຜົນຢ່າງຈົບງາມ

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ປິດ​ລົງ​ດ້ວຍສໍາເລັດຜົນຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ໄດ້​ປິດ​ລົງ​ດ້ວຍຜົນສຳເລັດຢ່າງຈົບງາມ ໃນ​ວັນ​ທີ 26 ມິ​ຖຸ​ນາ​ນີ້, ທີ່ ສະພາແຫ່ງຊາດ ໂດຍການເປັນປະທານ ຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ບັນດາສະມາຊິກສະພາແຫ່ງຊາດ ເຂົ້າຮ່ວມ.
ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ພີ່ນ້ອງຮ່ວມຊາດ ທີ່ຮັກແພງ ທັງຫຼາຍ, ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 - 26 ມິຖຸນາ 2025) ນີີ້, ໃນນາມຕາງໜ້າໃຫ້ພັກ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍນໍາເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງອັນສະໜິດສະໜົມ ມາຍັງປະຊາຊົນ, ເພື່ອນມິດສະຫາຍ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ ແລະ ພະນັກງານລັດ-ຖະກອນ ໃນຂອບເຂດທົ່ວປະເທດ, ຖືໂອກາດນີີ້ ເປັນການຢືນຢັນຄືນເຖິງມານະຈິດທາງການເມືອງ ແລະ ຄວາມໝາຍໝັ້ນອັນແຮງກ້າ ຂອງວົງຄະນາຍາດສາກົນ ການຮ່ວມມືກັນໃນຂະບວນການຕ້ານຢາເສບຕິດແລ້ວ ຍັງເປັນໂອກາດອັນດີ ທີ່ພວກເຮົາຈະໄດ້ພ້ອມກັນທົບທວນ ແລະ ສັງເກດຕີລາຄາຄືນກ່ຽວກັບຜົນສໍາເລັດ ແລະ ບັນຫາຂໍ້ຄົງຄ້າງ ໂດຍສະເພາະໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2021-2025) ໃນ 1 ປີ ຜ່ານມາ.
ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນມິຖຸນາ 2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນມິຖຸນາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນມິຖຸນາໄດ້ປິດລົງໃນຕອນແລງວັນທີ 25 ມິຖຸນານີ້ ພາຍຫຼັງດຳເນີນມາເປັນເວລາສອງວັນ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມ.
ນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ແຂວງບໍລິຄຳໄຊ

ນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ແຂວງບໍລິຄຳໄຊ

ໃນຕອນເຊົ້າວັນທີ 20 ມິຖຸນານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ມາຢ້ຽມຢາມ ແລະ ຊຸກຍູ້ວຽກງານຢູ່ແຂວງບໍລິຄຳໄຊ, ໃຫ້ການຕ້ອນຮັບໂດຍທ່ານ ສອນທະນູ ທຳມະວົງ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະນຳຂອງແຂວງ.
ມອບສານຕາຕັ້ງ ໃຫ້ເອກອັກຄະລັດຖະທູດ ຜູ້ຕາງໜ້າຖາວອນ ໄປປະຈຳ ອົງການ ສປຊ

ມອບສານຕາຕັ້ງ ໃຫ້ເອກອັກຄະລັດຖະທູດ ຜູ້ຕາງໜ້າຖາວອນ ໄປປະຈຳ ອົງການ ສປຊ

ເມື່ອບໍ່ດົນມານີ້ ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ມອບສານຕາຕັ້ງ ໃຫ້ແກ່ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ເພື່ອໄປປະຕິບັດໜ້າທີ່ເປັນ ເອກອັກຄະລັດຖະທູດ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາ ອົງການສະຫະປະຊາຊາດ (ສປຊ) ທີ່ ນິວຢອກ ສະຫະລັດ ອາເມຣິກາ.
ທ່ານນາຍົກລັດຖະມົນຕີ ພົບປະໂອ້ລົມຕໍ່ການນຳຫຼັກແຫຼ່ງແຂວງວຽງຈັນ

ທ່ານນາຍົກລັດຖະມົນຕີ ພົບປະໂອ້ລົມຕໍ່ການນຳຫຼັກແຫຼ່ງແຂວງວຽງຈັນ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມ ຕໍ່ການນຳ ແລະ ພະນັກງານຫຼັກແຫຼ່ງແຂວງວຽງຈັນ ໃນຕອນບ່າຍ ວັນທີ 18 ມິຖຸນາ ຜ່ານມາ ທີ່ສະໂມສອນເມືອງເຟືອງ ແຂວງວຽງຈັນ; ນຳພາຄະນະຂອງແຂວງ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມດັ່ງກ່າວ, ໂດຍທ່ານ ຄໍາພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ.
ກົດໝາຍການປູກຝັງຖືກຮັບຮອງຈະຄຸ້ມຄອງວຽກງານປູກຝັງ ເຂົ້າສູ່ລະບົບ

ກົດໝາຍການປູກຝັງຖືກຮັບຮອງຈະຄຸ້ມຄອງວຽກງານປູກຝັງ ເຂົ້າສູ່ລະບົບ

ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ສະເໜີກົດໝາຍວ່າດ້ວຍການປູກຝັງ(ສ້າງໃໝ່) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX,ໃນວັນທີ 19 ມິຖຸນານີ້ ໂດຍການເປັນປະທານຂອງ ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ,ຈາກນັ້ນ ສສຊ ໄດ້ປະກອບຄຳເຫັນໃສ່ກົດໝາຍດັ່ງກ່າວດ້ວຍຄວາມຮັບຜິດຊອບສູງ ແລະ ໄດ້ລົງເລິກໃສ່ແຕ່ລະມາດຕາຂອງກົດໝາຍໃຫ້ມີຄວາມແທດເໝາະໃນການນຳໄປຈັດຕັ້ງປະຕິບັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.
ທ່ານ ສອນໄຊ ສີພັນດອນ ຢ້ຽມຢາມ ຈຸດສຸມຜາສັງ ເມືອງເຟືອງ

ທ່ານ ສອນໄຊ ສີພັນດອນ ຢ້ຽມຢາມ ຈຸດສຸມຜາສັງ ເມືອງເຟືອງ

ວັນທີ 18 ມິຖຸນານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ລົງມາຢ້ຽມຢາມ ແລະ ເຮັດວຽກຢູ່ຈຸດສູມຜາສັງ ເມືອງເຟືອງ ແຂວງວຽງຈັນ, ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ, ມີເຈົ້າເມືອງໆເຟືອງ, ການນຳພັກ-ລັດ ຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.
ລັດຖະບານສຸມໃສ່ 5 ວຽກຈຸດສຸມໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ

ລັດຖະບານສຸມໃສ່ 5 ວຽກຈຸດສຸມໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ

ລັດຖະບານ ໄດ້ສຸມໃສ່ຈັດ​ຕັ້ງປະຕິບັດວາລະແຫ່ງຊາດຕາມ 5 ວຽກຈຸດສຸມທີ່ສະພາແຫ່ງຊາດໄດ້ຮັບຮອງ. ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 11 ມິຖຸນານີ້ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ (ສສຊ).
ຖືເອົາການແກ້ໄຂບັນຫາເຄັ່ງຮ້ອນ ເປັນວຽກບູລິມະສິດໃນວຽກຈຸດສຸມ ແຕ່ນີ້ຮອດໝົດປີ 2025

ຖືເອົາການແກ້ໄຂບັນຫາເຄັ່ງຮ້ອນ ເປັນວຽກບູລິມະສິດໃນວຽກຈຸດສຸມ ແຕ່ນີ້ຮອດໝົດປີ 2025

ລັດຖະບານ ເຫັນວ່າ ບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ, ການເງິນ, ເງິນເຟີ້, ອັດຕາແລກປ່ຽນ, ລາຄາໄຟຟ້າ ແລະ ລາຄາສິນຄ້າເພີ່ມສູງຂຶ້ນ ກະທົບຕໍ່ການດຳລົງຊີວິດຂອງພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດ, ປະຊາຊົນບັນດາເຜົ່າ ຊຶ່ງແຕ່ນີ້ຮອດໝົດປີ 2025 ລັດຖະບານກໍໄດ້ຖືເອົາການແກ້ໄຂບັນຫາດັ່ງກ່າວ ເປັນວຽກບູລິມະສິດໃນວຽກຈຸດສຸມ ເພື່ອຈະແກ້ໄຂບັນຫາເຄັ່ງຮ້ອນນັ້ນ.
ເພີ່ມເຕີມ