![]() |
ທ່ານ ສາກົນ ໄຊຍະລາດ ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຜ່ານຂໍ້ຕົກລົງຂອງທ່ານປະທານສານປະຊາ ຊົນສູງສຸດ ສະບັບເລກທີ 033/ສປສສ, ລົງວັນທີ 14 ມັງກອນ 2026 ວ່າດ້ວຍການອະນຸດໃຫ້ພະນັກງານ-ລັດ ຖະກອນ ສານປະຊາຊົນສູງສຸດເຂົ້າຮັບອຸດໜູນບຳນານ. ໃນນີ້, ເຫັນດີອະນຸມັດໃຫ້ທ່ານ ທອງຄໍາ ສະຫວັນເພັດ ຜູ້ພິພາກສາຊັ້ນ 4 ຫົວໜ້າຄະນະສານປົກຄອງສານປະຊາຊົນສູງສຸດ ອອກພັກການຮັບອຸດໜຸນບໍານານຕາມລະບຽງການ.
![]() |
ໂອກາດນີ້, ທ່ານ ບຸນຂວາງ ທະວີສັກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານຂອງພະນັກງານອອກພັກການ-ຮັບອຸດໜູນບຳນານ ຊຶ່ງໄດ້ປະກອບສ່ວນເຫື່ອແຮງສຸມສະຕິປັນຍາ, ຄວາມເສຍສະຫຼະສ່ວນຕົວເຂົ້າໃນການພັດທະນາປັບປຸງວຽກງານສານປະຊາຊົນສູງສຸດ ໃນໄລຍະທີ່ຜ່ານມາຢ່າງມີຜົນສໍາເລັດ.
(ຂ່າວ: ບຸນພະຈັນ)


ຄໍາເຫັນ