![]() |
ທ່ານ ບຸນຂວາງ ທະວີສັກ ໄດ້ຍົກໃຫ້ເຫັນເຖິງຂະບວນການປະຕິວັດແຫ່ງການກໍາເນີດຂອງພັກປະຊາຊົນ ປະຕິວັດລາວ ຕະຫຼອດໄລຍະ 71 ປີ ແຫ່ງການຊີ້ນໍາ-ນໍາພາຂອງ ພັກປະຊາຊົນລາວ ໃນແຕ່ລະໄລຍະຜ່ານມາ; ມູນເຊື້ອໃນການຕໍ່ສູ້ຕີເອົາຊະນະຈັກກະພັດຕາງດ້າວຜູ້ຮຸກຮານ, ໄດ້ຜະເຊີນໜ້າກັບພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ຈັກກະພັດລ່າເມືອງຂຶ້ນແບບໃໝ່, ພັກເຮົາໄດ້ແບກຫາບເອົາພາລະກຳອັນໜັກໜ່ວງ ເພື່ອຊີ້ນຳ-ນຳພາປວງຊົນລາວທັງຊາດຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດ ແລະ ລູກແຫຼ້ງຕີນມືປະຕິການຂາຍຊາດຢ່າງດຸເດືອດຂ້ຽວຂາດ ເຕັມໄປດ້ວຍຄວາມເສຍສະຫຼະກ້າວໄປເຖິງການປົດປ່ອຍປະເທດຊາດ ຢ່າງສົມບູນໃນປີ 1975 ແລະ ໄລຍະປົກປັກຮັກສາ, ສ້າງສາພັດທະນາປະເທດຊາດ, ການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ ຕະຫຼອດ 71 ປີຜ່ານມາ ພັກປະຊາຊົນ ປະຕິວັດລາວ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ດ້ວຍຄວາມເດັດດ່ຽວ, ສະຫຼາດສ່ອງໃສ ແລະ ມີຄວາມເຕີບໃຫຍ່ເຂັ້ມແຂງໃນທຸກດ້ານເປັນກ້າວໆມາ. ເສີມຂະຫຍາຍມູນເຊື້ອທາດແທ້ຂອງພັກປະຊາຊົນ ປະຕິວັດລາວ ມີຄວາມຈົງຮັກພັກດີ ແລະ ຢຶດໝັ້ນໃນແນວຄິດ-ທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ກໍຄືຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ; ຢຶດໝັ້ນ ແລະ ປະຕິບັດຢ່າງຖືກຕ້ອງບັນດາຫຼັກການພື້ນຖານດ້ານການຈັດຕັ້ງ ແລະ ການເຄື່ອນໄຫວຂອງພັກ, ນັ້ນຄືຫຼັກການລວມສູນປະຊາທິປະໄຕ, ເວລາໃດກໍຖືສໍາຄັນການເສີມຂະຫຍາຍຄວາມສາມັກຄີ ເປັນເອກະພາບບົນພື້ນຖານແນວທາງແຜນນະໂຍບາຍຂອງພັກ, ພັກໄດ້ເປັນເຈົ້າການປັບປຸງປ່ຽນແປງຕົນເອງຢູ່ສະເໝີ, ເອົາໃຈໃສ່ບຳລຸງສ້າງຖັນແຖວສະມາຊິກພັກ ໃຫ້ມີຄວາມເປັນແບບຢ່າງນໍາໜ້າ, ເປັນກໍາລັງແຮງສູ້ຮົບໃນທຸກຂົງເຂດວຽກງານທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນຮາກຖານ.
ພ້ອມນັ້ນ, ທ່ານກໍໄດ້ຍົກໃຫ້ເຫັນເຖິງວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 80 ປີ, ປະຫວັດຄວາມເປັນມາ, ການກຳເນີດບັ້ນຮົບປ້ອງກັນຕົວເມືອງທ່າແຂກ; ສະພາບ ແລະ ການກະກຽມການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບເກົ່າຂອງໜ່ວຍພັກເມືອງທ່າແຂກ; ເຫດການ ແລະ ການຕໍ່ສູ້ຢ່າງພິລະອາດຫານຂອງທະຫານ ແລະ ປະຊາຊົນຢູ່ເມືອງທ່າແຂກ ຍ້ອນການກະທໍາທີ່ໄຮ້ມະນຸດສະທໍາ ແລະ ໂຫດຮ້າຍປ່າເຖື່ອນຂອງພວກລ່າເມືອງຂຶ້ນແບບເກົ່າຜູ້ຮຸກຮານ. ວັນທີ 21 ມີນາ ຈຶ່ງກາຍເປັນວັນຄຽດແຄ້ນຂອງປະຊາຊົນລາວ.
(ຂ່າວ: ຕຸໄລເພັດ)

ຄໍາເຫັນ