ສາ​ຍ​ພົວ​ພັນ​ລະ​ຫວ່າງ​ ພັກ​ກອມ​ມູ​ນິດ​ ຫວຽດ​ນາມ​ ແລະ ​ພັກ​ປະ​ຊາ​ຊົນ ປະ​ຕິ​ວັດ ລາວ

ສາ​ຍ​ພົວ​ພັນ​ລະ​ຫວ່າງ​ ພັກ​ກອມ​ມູ​ນິດ​ ຫວຽດ​ນາມ​ ແລະ ​ພັກ​ປະ​ຊາ​ຊົນ ປະ​ຕິ​ວັດ ລາວ

ສາ​ຍ​ພົວ​ພັນ​ລະ​ຫວ່າງ​ ພັກ​ກອມ​ມູ​ນິດ​ ຫວຽດ​ນາມ​ ແລະ ​ພັກ​ປະ​ຊາ​ຊົນ ປະ​ຕິ​ວັດ ລາວ
ບົດຂຽນຂອງ ສະຫາຍ ຫງວຽນ ມິງເຕິມ ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ສາຍພົວພັນ ລະຫວ່າງ ພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນ ປະຕິວັດ ລາວ ເປັນສາຍພົວພັນມິດຕະພາບອັນຍິ່ງໃຫຍ່,

 ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ດ້ວຍຖານະພັກດຽວກຳອຳນາດ, ຖືບົດບາດປະຫວັດສາດ ນຳພາການປະຕິວັດປົດປ່ອຍຊາດ, ນຳພາປະເທດຊາດ ເດີນຕາມເສັ້ນທາງສັງຄົມນິຍົມ.

1. ສາຍພົວພັນຮ່ວມກັນພັກໜຶ່ງ, ນັ້ນແມ່ນພັກກອມມູນິດອິນດູຈີນ, ນຳພາປະຊາຊົນສອງປະເທດ ຫວຽດນາມ ແລະ ລາວ ດຳເນີນການປະຕິວັດປົດປ່ອຍຊາດ (1930-1955).

ພັກກອມມູນິດອິນດູຈີນ ໄດ້ກຳເນີດເກີດຂຶ້ນ ດ້ວຍຄັນທຸງການປະຕິວັດຊາດ, ປະຊາທິປະໄຕຕິດແທດກັບການປະຕິວັດຂອງປະຊາຊົນລາວ ກາຍເປັນພາກສ່ວນໜຶ່ງ ທີ່ສະໜິດຕິດແທດຂອງການປະຕິວັດອິນດູຈີນ ແລະ ການປະຕິວັດໂລກ. ຈາກນັ້ນ, ສາຍພົວພັນເປັນເວລາດົນນານ ແລະ ມູນເຊື້ອຄວາມສາມັກຄີ, ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນປະຫວັດສາດຂອງສອງປະເທດ ຫວຽດນາມ ແລະ ລາວ ກ້າວເຂົ້າສູ່ໄລຍະແຫ່ງການພັດທະນາໃໝ່ ດ້ວຍການປະກົດຕົວການຮ່ວມສຳພັນສູ້ຮົບ ລະຫວ່າງ ການປະຕິວັດຂອງສອງປະເທດ.

2. ສາຍພົວພັນສາມັກຄີພິເສດ ແລະ ສຳພັນສູ້ຮົບ ຫວຽດນາມ-ລາວ ຕ້ານກັບຈັກກະພັດ
ຜູ້ຮຸກຮານ

ພາຍຫຼັງ ພັກປະຊາຊົນລາວ ໄດ້ສ້າງຕັ້ງຂຶ້ນ ແມ່ນສາຍພົວພັນ ລະຫວ່າງ ພັກກອມມູນິດ ກັບພັກປະຊາຊົນ ລາວ ກ້າວເຂົ້າສູ່ໄລຍະແຫ່ງການພັດທະນາໃໝ່ໜຶ່ງ. ເຖິງວ່າມີຊື່ເອີ້ນຕ່າງກັນ, ແຕ່ສອງພັກ ມີເປົ້າໝາຍຮ່ວມກັນ, ເດີນຕາມຈຸດປະສົງໜຶ່ງດຽວ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ອາໄສກັນເພື່ອປົກປ້ອງເອກະລາດແຫ່ງຊາດ ທີ່ຍາດມາໄດ້. ສ້າງສາຊີວິດການເປັນຢູ່ມີເສລີພາບ, ມີຄວາມຜາສຸກ ໃຫ້ແກ່ປະຊາຊົນ.

ເຖິງຢ່າງໃດກໍຕາມ, ຄວາມມຸ່ງມາດປາຖະໜາອັນຊອບທຳນັ້ນ ພັດຖືກກີດຂວາງຍ້ອນຈັກກະພັດແບບໃໝ່ ຂຸ້ນຂ້ຽວດຳເນີນປະຕິບັດນະໂຍບາຍຮຸກຮານລ່າເມືອງຂຶ້ນແບບໃໝ່ ຕໍ່ປະເທດລາວ ເວົ້າສະເພາະ ແລະ ຕໍ່ 3 ປະເທດອິນດູຈີນ ເວົ້າລວມ.

ພາຍຫຼັງກຳເນີດຂຶ້ນ, ພັກປະຊາຊົນລາວ ໄດ້ມີສະຕິຄວາມຮັບຜິດຊອບສູງ ຕໍ່ຊາຕະກຳເປັນຕາຍ ແລະ ພາລະກຳພັດທະນາຂອງຊາດ, ຂອງການປະຕິບັດ, ພັກປະຊາຊົນ ລາວ ຍອມທີ່ຈະປະເຊີນໜ້າກັບຈັກກະພັດຜູ້ຮຸກຮ້ານ. ພັກ ໄດ້ນຳພາປະຊາຊົນ ລາວ ດຳເນີນການຕໍ່ສູ້ຢ່າງມະຫັດສະຈັນ ເພື່ອຕ້ານກັບຈັກກະພັດຮຸກຮານ ແລະ ສາມາດຍາດໄດ້ໄຊຊະນະຢ່າງລຽນຕິດ.

3. ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດ ສັງຄົມນິຍົມ

ພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນ ປະຕິວັດ ລາວ ລ້ວນແຕ່ເປັນພັກດຽວກຳອຳນາດ ຖືບົດບາດປະຫວັດສາດ ນຳພາພາລະກິດການປະຕິວັດຂອງແຕ່ລະປະເທດ. ສະນັ້ນ, ເມື່ອກ່າວເຖິງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ ໝາຍຄວາມວ່າແມ່ນກ່າວເຖິງສາຍພົວພັນສາມັກຄີພີເສດ ລະຫວ່າງ ພັກກອມມູນິດຫວຽດນາມ ກັບ ພັກປະຊາຊົນ ປະຕິວັດ ລາວ. ພ້ອມກັນນັ້ນ, ເມື່ອກ່າວເຖິງສາຍພົວພັນສອງພັກ ກໍໝາຍຄວາມວ່າ ແມ່ນກ່າວເຖິງສາຍພົວພັນ ຫວຽດນາມ-ລາວ ທັງໝົດ ພາຍໃຕ້ການນຳພາຂອງສອງພັກ.

4. ບາງທິດທາງການຮ່ວມມື ລະຫວ່ງ ພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນ ປະຕິວັດລາວ

ໃນປັດຈຸບັນ, ສະພາບການໂລກ ແລະ ພາກພື້ນ ໄດ້ມີການປ່ຽນແປງຢ່າງເລິກເຊິ່ງ, ຫຼວງຫຼາຍ, ກະທົບຕໍ່ສາຍພົວພັນຂອງສອງປະເທດ ຫວຽດນາມ - ລາວ. ສະນັ້ນ, ໃນໄລຍະຕໍ່ໜ້າ, ເພື່ອສາມາດຮັບປະກັນປະຕິບັດພາລະກິດແຫ່ງການປ່ຽນແປງໃໝ່ ຂອງແຕ່ລະປະເທດ, ມະຕິກອງປະຊຸມໃຫຍ່ ຂອງແຕ່ລະພັກ ຢ່າງມີໄຊ, ສອງພັກ, ສອງລັດ ສືບຕໍ່ຢືນຢັນລະດັບຄວາມສຳຄັນ ແລະ ຄວາມໝາຍຍຸດທະສາດຂອງສາຍພົວພັນມິດຕະພາບຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ ໃນສະພາບການໃໝ່ ບົນພື້ນຖານສະເໝີຕົ້ນສະເໝີປາຍ ບັນດາຫຼັກການ ຊຶ່ງສອງພັກ, ສອງລັດ ໄດ້ເປັນເອກະສັນ. ສອງຝ່າຍ ເປັນເອກະພາບ ຍູ້ແຮງກວ່າເກົ່າ ສາຍພົວພັນການຮ່ວມມືຮອບດ້ານ ຫວຽດນາມ-ລາວ ບົນພື້ນຖານເສີມຂະຫຍາຍຈິດໃຈເອກະລາດ, ເປັນເຈົ້າຕົນເອງ ແລະ ມານະຈິດເຂັ້ມແຂງດ້ວຍຕົນເອງ, ກຸ້ມຕົນເອງ, ຮ່ວມມືສະເໝີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ປະສານສົມທົບລັກສະນະພິເສດຂອງສາຍພົວພັນ ຫວຽດນາມ-ລາວ ກັບຂໍ້ກໍານົດສາກົນ ຢ່າງສົມເຫດສົມຜົນ, ເພື່ອການພັດທະນາ, ວັດທະນະຖາວອນຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາຢູ່ອາຊີອາຄະເນ ແລະ ໃນໂລກ. ສາຍພົວພັນ ລະຫວ່າງ ສອງພັກ, ສອງລັດ ຕ້ອງສຸມໃສ່ບາງເນື້ອດັ່ງນີ້:

ໜຶ່ງ, ສືບຕໍ່ນຳເອົາສາຍພົວພັນດ້ານການເມືອງເຂົ້າສູ່ລວງເລິກ, ນັບມື້ໄວ້ເນື້ອເຊື່ອໃຈ, ເປັນແກນກາງ ກຳນົດທິດທາງໃຫ້ແກ່ການສັງລວມການພົວພັນສອງປະເທດ. ສອງຝ່າຍ ປະສານສົມທົບຢ່າງແໜ້ນແຟ້ນ ໃນບັນດາບັນຫາຍຸດທະສາດກ່ຽວຂ້ອງເຖິງຄວາມສະຫງົບ ແລະ ການພັດທະນາຂອງແຕ່ລະປະເທດ. ນີ້ແມ່ນໜຶ່ງໃນບັນດາເງື່ອນໄຂພື້ນຖານ ຕັດສິນໄຊຊະນະພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດສັງຄົມນິຍົມ ຢູ່ແຕ່ລະປະເທດ, ເປັນພື້ນຖານໜັກແໜ້ນ ເພື່ອເພີ່ມທະວີມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ.

ສອງ, ປັບປຸງ ແລະ ເພີ່ມທະວີ ຢ່າງໜັກແໜ້ນຄວາມຮັບຮູ້ລວມຂອງສອງພັກ ກ່ຽວກັບລະດັບຄວາມສຳຄັນຍຸດທະສາດຂອງສາຍພົວພັນພິເສດ ຫວຽດນາມ-ລາວ, ຖືວ່ານີ້ແມ່ນບັນຫາທີ່ມີຄວາມໝາຍເປັນຕາຍ ຕໍ່ພາລະກິດແຫ່ງການປ່ຽນແປງໃໝ່, ປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງແຕ່ລະປະເທດ.

ສາມ, ຮັກສາວຽກງານສຶກສາການເມືອງແນວຄິດເປັນປະຈຳ ຜ່ານບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ການທູດປະຊາຊົນ ເພື່ອທົ່ວພັກ, ທົ່ວປວງຊົນ ເປັນຕົ້ນ ແມ່ນໄວໜຸ່ມສອງປະເທດ ເຂົ້າໃຈຈະແຈ້ງກ່ຽວກັບຄວາມໝາຍ ແລະ ຄວາມຈຳເປັນ ໃນການຕ້ອງເພີ່ມທະວິສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ລະຫວ່າງ ສອງພັກ, ສອງລັດ. ພ້ອມທັງ, ປະສານສົມທົບຕໍ່ສູ້ຕອບໂຕ້ຄືນ ຕໍ່ບັນດາຖ້ອຍທຳນອງບິດເບືອນ, ແບ່ງແຍກສາຍພົວພັນ ລະຫວ່າງສອງພັກ, ສອງລັດ.

ສີ່, ເພີ່ມທະວີບັນດາການແລກປ່ຽນດ້ານທິດສະດີ ແລະ ພຶດຕິກຳຕົວຈິງ, ແລກປ່ຽນບົດຮຽນກ່ຽວກັບການກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງ, ຄຸ້ມຄອງລັດ, ພັດທະນາເສດຖະກິດ-ສັງຄົມ, ເຊື່ອມໂຍງສາກົນ ກ່ຽວກັບບັນດາບັນຫາ ຊຶ່ງສອງຝ່າຍມີຄວາມສົນໃຈຮ່ວມກັນ. ເສີມຂະຫຍາຍກົນໄກພົບປະສ້າງສັນ, ການຮ່ວມມືໂດຍກົງ ລະຫວ່າງ ບັນດາອົງການສູນກາງຂອງສອງພັກ, ລະຫວ່າງ ອົງຄະນະພັກຂັ້ນທ້ອງຖິ່ນ ເປັນຕົ້ນ ແມ່ນບັນດາທ້ອງຖິ່ນ ທີ່ມີຊາຍແດນຕິດຈອດກັນ. ຍູ້ແຮງການ ຮ່ວມມື ກ່ຽວກັບການກໍ່ສ້າງພະນັກງານ, ລວມທັງພະນັກງານສາຍພັກ, ອຳນາດການປົກຄອງ, ການຈັດຕັ້ງມະຫາຊົນ ນັບແຕ່ຂັ້ນສູນກາງ ຕະຫຼອດຮອດຂັ້ນທ້ອງຖິ່ນ ແລະ ຮາກຖານ, ພະນັກງານຂອງລະບົບການເມືອງ ແລະ ນັກຊ່ຽວຊານ ໃນຂົງເຂດຕ່າງໆ.

ຫ້າ, ເພີ່ມທະວີການຊີ້ນຳ, ກຳນົດທິດຍຸດທະສາດ ໃນການຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ການສຶກສາ, ການກໍ່ສ້າງ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ວຽກງານການຕ່າງປະເທດ ລະຫວ່າງ ສອງປະເທດ, ໃນນັ້ນ ການຮ່ວມມືດ້ານເສດຖະກິດ ຕ້ອງມີການບຸກທະລຸຕາມທິດເພີ່ມທະວີການເຊື່ອມຈອດ ລະຫວ່າງ ສອງພື້ນຖານເສດຖະກິດ ແລະ ລະບອບລະບຽບການ, ໂຄງລ່າງຄົມມະນາຄົມ, ການເງິນ, ທະນາຄານ, ພະລັງງານໄຟຟ້າ, ໂທລະຄົມມະນາຄົມ, ການທ່ອງທ່ຽວ; ການຮ່ວມມື ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນເສົາຄ້ຳ; ການຮ່ວມມດ້ານວັດທະນະທຳ, ການສຶກສາ, ວິທະຍາສາດ-ເຕັກນິກ ເປັນພື້ນຖານທີ່ສະໜິດຕິດແທດສາຍພົວພັນແບບຍືນຍົງລະຫວ່າງ ສອງປະເທດ. ສອງຝ່າຍ ຕັ້ງໜ້າຜັນຂະຫຍາຍຢ່າງມີປະສິດທິຜົນ ຂໍ້ຕົກລົງຍຸດທະສາດ ການຮ່ວມມື ຫວຽດນາມ-ລາວ ໄລຍະ 2021-2030 ແລະ ແຜນການຮ່ວມມືປະຈຳປີ ລະຫວ່າງ ສອງລັດຖະບານ.

ຫົກ, ເພີ່ມທະວີການແລກປ່ຽນຄະນະ ລະຫວ່າງ ບັນດາຂະແໜງການ, ຂັ້ນຕ່າງໆ, ການຈັດຕັ້ງມະຫາຊົນ ແລະ ທ້ອງຖິ່ນຂອງສອງປະເທດ ເປັນຕົ້ນ ແມ່ນລະຫວ່າງ ບັນດາທ້ອງຖິ່ນທີ່ມີຊາຍແດນຕິດຈອດກັນ ເພື່ອເພີ່ມທະວີຄວາມເຂົ້າໃຈຊຶ່ງກັນ ແລະ ກັນ, ບິແບ່ງຂໍ້ມູນ, ບົດຮຽນ ແລະ ກະຕຸກຊຸກຍູ້ການຮ່ວມມື, ການຊ່ວຍເຫຼືອກັນ ພ້ອມກັນພັດທະນາ.

ເຊື່ອມຊຶມແນວຄິດຂອງປະທານ ໂຮ່ຈິມິນ ແລະ ຄວາມມຸ່ງຫວັງຂອງປະທານ ໄກສອນ ພົມວິຫານ ດ້ວຍຄວາມພະຍາຍາມຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ. ແນ່ນອນວ່າ: ສາຍພົວພັນສາມັກຄີພິເສດ ຫວຽດນາມ-ລາວ ຈະໄດ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ນັບມື້ເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ແທດຈິງ, ນຳເອົາຜົນປະໂຫຍດໃຫ້ແກ່ປະຊາຊົນ ແຕ່ລະປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ການພັດທະນາຢູ່ພາກພື້ນ ແລະ ສາກົນ.

ຄໍາເຫັນ

ຂ່າວການຮ່ວມມື

ການນຳຂັ້ນສູງພັກກອມມູນິດຫວຽດນາມ ເນັ້ນ 4 ທິດທາງສຳຄັນ ຍົກລະດັບການຮ່ວມມືຊາວໜຸ່ມລາວ-ຫວຽດນາມ

ການນຳຂັ້ນສູງພັກກອມມູນິດຫວຽດນາມ ເນັ້ນ 4 ທິດທາງສຳຄັນ ຍົກລະດັບການຮ່ວມມືຊາວໜຸ່ມລາວ-ຫວຽດນາມ

ໃນໂອກາດເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ສະຫາຍ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ເຈີ່ນ ເກີ້ມ ຕູ໊ ກຳມະການກົມການເມືອງ ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ເມື່ອບໍ່ດົນມານີ້.
ສື່ມວນຊົນລາວ ແລກປ່ຽນບົດຮຽນກັບວາລະສານກົງສ້ານ

ສື່ມວນຊົນລາວ ແລກປ່ຽນບົດຮຽນກັບວາລະສານກົງສ້ານ

ພິທີພົບປະແລກປ່ຽນບົດຮຽນ ລະຫວ່າງ ຄະນະສື່ມວນຊົນລາວ ແລະ ວາລະສານກົງສ້ານຂອງພັກກອມມູນິດຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ ທີ່ສໍານັກງານວາລະສານກົງສ້ານ ນະ ຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ຕາງໜ້າຝ່າຍລາວນຳໂດຍທ່ານ ນາງ ກອງບຸນ ສຸລິວົງ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ, ຫົວໜ້າຄະນະສໍາມະນາກອນ 20 ທ່ານ ທີ່ມາຝຶກອົບຮົມວຽກງານນໍາພາ, ຄຸ້ມຄອງສື່ມວນຊົນ-ໂຄສະນາ ແລະ ຝ່າຍຫວຽດນາມ ນຳໂດຍສະຫາຍ ເລ ຮາຍ ຄະນະບັນນາທິການ ຫົວໜ້າພະແນກວາລະສານອອນລາຍ, ວາລະສານກົງສ້ານ, ມີຫົວໜ້າພະແນກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ຊາວໜຸ່ມລາວ-ຊາວໜຸ່ມນະຄອນເຫວ້ ສືບຕໍ່ເສີມຂະຫຍາຍຫຼາຍຂົງເຂດວຽກງານສໍາຄັນ

ຊາວໜຸ່ມລາວ-ຊາວໜຸ່ມນະຄອນເຫວ້ ສືບຕໍ່ເສີມຂະຫຍາຍຫຼາຍຂົງເຂດວຽກງານສໍາຄັນ

ວັນທີ 22 ຕຸລາຜ່ານມາ, ຄະນະຜູ້ແທນຊາວໜຸ່ມລາວ ນໍາໂດຍ ສະຫາຍ ທອງລີ ສີສຸລິດ ກຳມະ ການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ເຂົ້າພົບປະ ແລະ ເຮັດວຽກກັບ ສະຫາຍ ຈິ້ງ ມັ່ງ ລິງ ກຳມະການສູນກາງພັກກອມມູນິດຫວຽດນາມ ຮອງເລຂາພັກນະຄອນເຫວ້ ພ້ອມດ້ວຍການນຳ ແລະ ຜູ້ແທນອົງການຊາວໜຸ່ມນະຄອນເຫວ້ ສສ ຫວຽດນາມ.
ລັດວາງຄາດໝາຍດຶງດູດການລົງທຶນຂົງເຂດກະສິກໍາ 5 ປີໃຫ້ໄດ້ 10 ຕື້ໂດລາ

ລັດວາງຄາດໝາຍດຶງດູດການລົງທຶນຂົງເຂດກະສິກໍາ 5 ປີໃຫ້ໄດ້ 10 ຕື້ໂດລາ

ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນຂົງເຂດກະສິກໍາຢູ່ ສປປ ລາວ ຮ່ວມກັບນັກລົງທຶນດ້ານກະສິກຳລາວ-ຫວຽດນາມ ຂຶ້ນໃນວັນທີ 22 ຕຸລານີ້ ຢູ່ໂຮງແຮມເມືອງແທ໋ງ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາ ສປປ ລາວ, ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ, ມີບັນດາຮອງລັດຖະມົນຕີ, ປະທານ-ຮອງປະທານຄະນະກໍາມະການປົກຄອງແຂວງ, ຫົວໜ້າກົມ, ຮອງກົມ, ບັນດາຜູ້ອຳນວຍການບໍລິສັດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ພິທີມອບ-ຮັບໜ້າທີ່ ຄະນະບໍລິຫານງານ​ສະມາຄົມ ລາວ-ໄທ ເພື່ອມິດຕະພາບ

ພິທີມອບ-ຮັບໜ້າທີ່ ຄະນະບໍລິຫານງານ​ສະມາຄົມ ລາວ-ໄທ ເພື່ອມິດຕະພາບ

ໃນວັນ​ທີ 22 ຕຸລານີ້, ທີ່ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້​ຈັດ​ພິ​ທີມອບ-ຮັບ ໜ້າທີ່ລະຫວ່າງຄະ​ນະ​ບໍ​ລິ​ຫານ​ງານສະມາຄົມ ລາວ-ໄທ ເພື່ອມິດຕະພາບ ຊຸດ​ເກົ່າ ແລະ ຊຸດ​ໃໝ່​ ໂດຍກ​ານ​ເປັນ​ປະ​ທານ​ຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ​ມີ​ບັນ​ດາສະຫາຍ​ຄະ​ນະ​ພັກ, ຄະ​ນະ​ນຳ​ຄ​ະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ ແລະ ​ພາກ​ສ່ວນ​ທີ່ກ່ຽວ​ຂ້ອງ ​​ເຂົ້າ​ຮ່ວມ.
ສູນກາງຊາວໜຸ່ມລາວ ຊຸກຍູ້ການຮ່ວມມືດ້ານ AI ແລະ ການສຶກສາ ທີ່ຫວຽດນາມ

ສູນກາງຊາວໜຸ່ມລາວ ຊຸກຍູ້ການຮ່ວມມືດ້ານ AI ແລະ ການສຶກສາ ທີ່ຫວຽດນາມ

ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ, ຄະນະຜູ້ແທນຂັ້ນສູງຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ນຳໂດຍ ສະຫາຍ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ ໄດ້ເຂົ້າຢ້ຽມຊົມ ແລະ ພົບປະເຮັດວຽກກັບມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ ໃນວັນທີ 20 ຕຸລາຜ່ານມາ.
ລາວ-ກໍາປູເຈຍ ສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 70 ປີ

ລາວ-ກໍາປູເຈຍ ສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 70 ປີ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ແຫ່ງ ສປປ ລາວ ແລະ ກະຊວງທ່ອງທ່ຽວ ແຫ່ງຣາຊະອານາຈັກກໍາປູເຈຍ ຮ່ວມເປັນເຈົ້າພາບຈັດງານສະເຫຼີມສະຫຼອງ 70 ປີ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ກຳປູເຈຍ ໃນລະຫວ່າງວັນທີ 19-22 ຕຸລານີ້ ທີ່ແຂວງຊຽງແຕງ ແລະ ແຂວງຈໍາປາສັກ ໃຫ້ກຽດຮ່ວມເປັນເຈົ້າ ພາບໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ສປປ ລາວ ແລະ ທ່ານ ຫຸດ ຮັກ ລັດຖະມົນຕີ ກະຊວງທ່ອງທຽວ ກໍາປູເຈຍ.
ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະ ເພື່ອໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ ປະຈໍາປີ 2026

ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະ ເພື່ອໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ ປະຈໍາປີ 2026

ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ (LJI) ມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດງານພົບປະ ເພື່ອໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ ປະຈໍາປີ 2026 (Study in Japan Fair 2026) ແບບເຊິ່ງໜ້າ ແລະ ແບບອອນລາຍ ໃນວັນທີ 21 ຕຸລາຜ່ານມາ, ທີ່ສະຖາບັນດັ່ງກ່າວ ໂດຍມີທ່ານ ແສງສະເດັນ ບຸນລາວົງ ຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ສຸກສາຄອນ ແສງສຸລິວົງ ຮອງຫົວໜ້າສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ພ້ອມດ້ວຍຜູ້ຕາງໜ້າຈາກສະຖານ ທູດຍີ່ປຸ່ນ ປະຈໍາລາວ, ຫ້ອງການ JICA ປະຈໍາລາວ, ຜູ້ຕາງໜ້າຈາກ 5 ມະຫາວິທະຍາໄລປະເທດຍີ່ປຸ່ນ, ອົງການ JASSO ສະຖາບັນສອນພາສາຍີ່ປຸ່ນ, ສະມາຄົມອະດີດນັກສຶກສາຍີ່ປຸ່ນ ພ້ອມດ້ວຍຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ຮັບຮອງຢ່າງເປັນທາງການຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງ ລະຫວ່າງລັດຖະບານ ລາວ ແລະ ອົງການ ສປຊ ສະບັບໃໝ່

ຮັບຮອງຢ່າງເປັນທາງການຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງ ລະຫວ່າງລັດຖະບານ ລາວ ແລະ ອົງການ ສປຊ ສະບັບໃໝ່

ໃນວັນທີ 21 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ, ໄດ້ມີການຈັດພິທີຮັບຮອງຢ່າງເປັນທາງຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດປະຈໍາ ສປປ ລາວ ສຳລັບປີ 2027-2031, ໂດຍການໃຫ້ກຽດເປັນປະທານຮ່ວມພິທີຂອງທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ບາໂຄເດຍ ເບີຄານ໊ອບ (Bakhodir Burkhanov) ຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ ຊຶ່ງມີບັນດາທ່ານຮອງລັດຖະມົນຕີ, ເອກອັກຄະລັດຖະທູດ, ຫົວໜ້າຫ້ອງການກະຊວງ, ຄະນະກົມ, ຜູ້ຕາງໜ້າຈາກບັນດາກະຊວງຂະ ແໜງການ ແລະ ຜູ້ຕາງໜ້າອົງການເຄືອຂ່າຍ ສປຊ ເຂົ້າຮ່ວມຫຼາຍກ່ວາ 70 ທ່ານ.
ສມປຊ - ສະຖາບັນກໍ່ສ້າງພະນັກງານປາຍເຊີ້ກວາງຊີ ສປ ຈີນ ເສີມຂະຫຍາຍການຮ່ວມມື

ສມປຊ - ສະຖາບັນກໍ່ສ້າງພະນັກງານປາຍເຊີ້ກວາງຊີ ສປ ຈີນ ເສີມຂະຫຍາຍການຮ່ວມມື

ໃນວັນທີ 21 ຕຸລານີ້, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຕ້ອນຮັບຄະນະຜູ້ແທນຈາກສະຖາບັນກໍ່ສ້າງພະນັກງານປາຍເຊີ້ ເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີ ສາທາລະ ນະລັດປະຊາຊົນຈີນ, ນໍາໂດຍທ່ານ ຫຼີວຈ້ຽນ ຮອງຫົວໜ້າສະຖາບັນກໍ່ສ້າງພະນັກງານປາຍເຊີ້ກວາງຊີ ສປ ຈີນ ພ້ອມຄະນະ, ໃນໂອກາດເດີນທາງມາເຄື່ອນໄຫວວຽກງານຢູ່ ສປປ ລາວ; ໃຫ້ການຕ້ອນຮັບໂດຍທ່ານ ດາວສະຫວັນ ເຄືອມີໄຊ ກຳມະການສໍາຮອງສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງຫົວໜ້າ ສມປຊ, ພ້ອມດ້ວຍຄະນະຜູ້ຕາງໜ້າຈາກສອງຝ່າຍເຂົ້າຮ່ວມ.
ເພີ່ມເຕີມ