ສະພາ ນວ ຊຸກຍູ້ - ຕິດຕາມພະແນກແຮງງານ ນວ

ສະພາ ນວ ຊຸກຍູ້ - ຕິດຕາມພະແນກແຮງງານ ນວ

ສະພາ ນວ ຊຸກຍູ້ - ຕິດຕາມພະແນກແຮງງານ ນວ
ສະພາປະຊາຊົນ ນະຄອນຫຼວງວຽງຈັນ ນວ ໄດ້ລົງຊຸກຍູ້-ຕິດຕາມ ການປະຕິບັດວຽກງານ ຂອງພະແນກແຮງງານ ແລະ ສະຫວດດີການນະຄອນຫຼວງ ໃນວັນທີ 28 ກໍລະກົດນີ້ ທີ່ຫ້ອງປະຊຸມຂອງພະແນກດັ່ງກ່າວ. ໃຫ້ກຽດນໍາພາຄະນະ ໂດຍ ທ່ານ ນາງ ຄໍາແຫວນ ສິງບັນດິດ ຮອງປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ທ່ານ ສາລະພິດ ສູນວໍລະວົງ ຫົວໜ້າພະແນກແຮງງານ ແລະ ສະຫວດດີການສັງຄົມ ນວ ພ້ອມດ້ວຍຄະນະ.
ສະພາ ນວ ຊກຍ - ຕດຕາມພະແນກແຮງງານ ນວ - image 1
 

ໃນວາລະ, ທ່ານ ສາລະພິດ ສູນວໍລະວົງ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານ 18 ຄາດ ໝາຍ ດ້ານແຮງງານ ແລະ ສະຫວັດດີການສັງຄົມ ນວ ປະຈໍາໄຕມາດ II (4,5,6) 2026 ແລະ ທິດທາງ 6 ເດືອນຕໍ່ໜ້າປີ 2026. ການຈັດຕັ້ງປະຕິບັດ 18 ຄາດໝາຍດ້ານແຮງງານ ແລະ ສະຫວັດດີການສັງຄົມ ມີ: 1. ຄວບຄຸມອັດຕາການວ່າງງານ, 2. ພັດທະນາສີມືແຮງງານ ໃຫ້ຜູ້ບໍ່ມີວິຊາຊີບ, ຜູ້ຕ້ອງການປ່ຽນອາຊີບ, ຜູ້ວ່າງງານ ແລະ ຜູ້ທີ່ຈະເຂົ້າສູ່ຕຳແໜ່ງງານໃໝ່, 3. ສົ່ງເສີມການຈັດຫາວຽກເຮັດງານທໍາໃຫ້ແຮງງານທີ່ຕ້ອງການມີວຽກເຮັດງານທໍາ ໃຫ້ເຂົ້າສູ່ຕະຫຼາດແຮງງານ ໄດ້ 1,795 ຄົນ ຍິງ 953 ຄົນ, 4. ທົດສອບ ແລະ ອອກໃບຢັ້ງຢືນມາດຕະຖານສີມືແຮງງານ, 5. ຊຸກຍູ້ໃຫ້ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານນໍາໃຊ້ລະບົບຂໍ້ມູນຂ່າວສານຕະຫຼາດແຮງງານ ໃຫ້ສາມາດດັດສົມ ຄວາມຕ້ອງການ ແລະ ການຕອບສະໜອງແຮງງານເຂົ້າສູ່ຕະຫຼາດແຮງງານໄດ້ 4,634 ເທື່ອຄົນ ຍິງ 2,056, 6. ໂຄສະນາເຜີຍແຜ່ກົດໝາຍວ່າດ້ວຍແຮງງານ ແລະ ລົງຕິດຕາມ-ກວດກາບັນດາຫົວໜ່ວຍແຮງງານໃຫ້ປະຕິບັດກົດ ໝາຍແຮງງານ, 7. ໄດ້ຮັບຂໍ້ຂັດແຍ່ງແຮງງານທັງໝົດ ຈຳນວນ 9 ເລື່ອງ, 8. ຊຸກຍູ້ຫົວໜ່ວຍແຮງງານໃຫ້ໄດ້ມາດຖານແຮງງານແຫ່ງຊາດ ໃຫ້ໄດ້ 6 ຫົວໜ່ວຍ, 9. ຊຸກຍູ້ໃຫ້ຫົວໜ່ວຍແຮງງານສ້າງ ແລະ ປັບປຸງກົດລະບຽບພາຍໃນ ໄດ້ 98 ຫົວໜ່ວຍ, 10. ຊຸກຍູ້ໃຫ້ຫົວໜ່ວຍແຮງງານ ເຮັດສັນຍາແຮງງານ ໄດ້ 13 ຫົວໜ່ວຍ, 11. ຊຸກຍູ້ໃຫ້ຜູ້ອອກແຮງງານໄດ້ຮັບການກວດສຸຂະພາບແຮງງານ ໄດ້ 60 ຫົວໜ່ວຍ, 12. ຊຸກຍູ້ສ້າງຕັ້ງໜ່ວຍງານ ຄວາມປອດໄພ ແລະ ສຸຂະພາບແຮງງານ ໄດ້ 72 ຫົວໜ່ວຍ, 13. ໂຄສະນາປະຊາສໍາພັນວຽກປະກັນສັງຄົມໃຫ້ແກ່ບັນດາອົງການຈັດຕັ້ງຂອງລັດ ແລະ ຫົວໜ່ວຍວິສາຫະກິດໄດ້ 18 ຄັ້ງ, 14. ຂະຫຍາຍອັດຕາປົກຄຸມປະກັນສັງຄົມ ໄດ້ 389 ຄົນ ຍິງ 275 ຄົນ, 15. ປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີ ໃນພາລະກິດປະຕິວັດຊາດປະຊາທິປະໄຕ ໄດ້ 13 ທ່ານ ຍິງ 2 ທ່ານ, 16. ຊ່ວຍເຫຼືອເຂົ້າກິນໃຫ້ຜູ້ປະສົບໄພພິບັດ, ຜູ້ທຸກຍາກ ແລະ ຜູ້ດ້ອຍໂອກາດໃນສັງຄົມຂອບເຂດນະຄອນຫຼວງວຽງຈັນ ໄດ້ 1,963 ຄົນ, 17. ສ້າງບ້ານ ແລະ ຄອບຄົວພັດທະນາດ້ານແຮງານ ແລະ ສະຫວັດດີການສັງຄົມ ໄດ້ 2 ບ້ານ ມີ 1,294 ຄອບຄົວ ແລະ 18. ຊຸກຍູ້ສ້າງຕັ້ງກອງທຶນໄພພິບັດ ໄດ້ 9 ເມືອງ

ສະພາ ນວ ຊກຍ - ຕດຕາມພະແນກແຮງງານ ນວ - image 2
 

ທິດທາງແຜນການ 6 ເດືອນຕໍ່ໜ້າ ປີ 2026 ຄວບຄຸມອັດຕາວ່າງງານ ໃຫ້ຢູ່ໃນລະດັບ 1.5%. ພັດທະນາສີມືແຮງງານ ໃຫ້ຜູ້ບໍ່ມີວິຊາຊີບ, ຜູ້ຕ້ອງການປ່ຽນອາຊີບ, ຜູ້ວ່າງງານ ແລະ ຜູ້ທີ່ຈະເຂົ້າສູ່ຕຳ ແໜ່ງງານ ໃໝ່ ໃຫ້ໄດ້ 2,134 ຄົນ. ສົ່ງເສີມການຈັດຫາວຽກເຮັດງານທຳ ໃຫ້ແຮງງານທີ່ຕ້ອງການ ເຂົ້າສູ່ຕະຫຼາດແຮງງານ ໃຫ້ໄດ້ 1,502 ຄົນ, ທົດສອບ ແລະ ອອກໃບຢັ້ງຢືນມາດຕະຖານສີມືແຮງງານ ໃຫ້ໄດ້ 50 ຄົນ, ຊຸກຍູ້ໃຫ້ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານນຳໃຊ້ລະບົບຂໍ້ມູນຂ່າວສານຕະຫຼາດແຮງງານ ໃຫ້ໄດ້ 283 ເທື່ອຄົນ, ໂຄສະນາເຜີຍແຜ່ກົດໝາຍວ່າດ້ວຍແຮງງານ ແລະ ລົງຕິດຕາມ-ກວດກາບັນດາຫົວໜ່ວຍແຮງງານໃຫ້ປະຕິບັດກົດໝາຍແຮງງານ, ຊຸກຍູ້ຫົວໜ່ວຍແຮງງານໃຫ້ໄດ້ມາດຕະຖານແຮງງານແຫ່ງຊາດ ໃຫ້ໄດ້ 1 ຫົວໜ່ວຍ, ຊຸກຍູ້ໃຫ້ຫົວໜ່ວຍແຮງງານສ້າງ ແລະ ປັບປຸງກົດລະບຽບພາຍໃນ ໃຫ້ໄດ້ 11 ຫົວໜ່ວຍ, ຊຸກຍູ້ໃຫ້ຫົວໜ່ວຍແຮງງານ ເຮັດສັນຍາແຮງງານ ໃຫ້ໄດ້ 3 ຫົວໜ່ວຍ, ຊຸກຍູ້ໃຫ້ຜູ້ອອກແຮງງານໄດ້ຮັບການກວດສຸຂະພາບແຮງງານ ໃຫ້ໄດ້ 20 ຫົວໜ່ວຍ ແລະ ວຽກງານອື່ນໆ.

(ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນ ຂອງອົງການກາແດງແຫ່ງຊາດລາວ ໃນວັນທີ 19 ພະຈິກນີ້, ໂດຍການເປັນປະທານ ຂອງທ່ານ ຄໍາລາວັນ ຈັນທະລາວັນ ກໍາມະການສູນກາງພັກເລຂາຄະນະພັກປະທານອົງການກາແດງແຫ່ງຊາດລາວ, ເຂົ້າຮ່ວມມີບັນດາຜູ້ແທນຈາກຂັ້ນສູນກາງ ແລະ ຂັ້ນແຂວງທົ່ວປະເທດ ພ້ອມດ້ວຍຄູ່ຮ່ວມງານພັດທະນາ.
ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ພິທີມອບ - ຮັບ ອຸປະກອນການສຶກສາ ຂອງຄະນະທີມງານສາຍບຸນ ຈາກ ສປ ຈີນ ໃຫ້ແກ່ໂຮງຮຽນມັດທະຍົມສົມບູນສົງ (ມ​ສ ສົງ) ແຂວງຫຼວງພະບາງ,ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ພະ​ຈິກ​ຜ່ານ​ມາທີ່ ມ​ສ ດັ່ງ​ກ່າວ, ໂດຍມີ ສາທຸ ຈັນທະລິນ ຈີນນະທັມໂມ ຮອງປະທານ ອົງການພຸດທະສາສະໜາສັມພັນລາວ (ອພສ) ຫົວໜ້າກັມມາທິການສຶກສາສົງແຂວງ, ທ່ານ ຄຳຄ່ອງ ພົມມະປັນຍາ ປະທານກວດກາພັກ-ອົງການກວດກາລັດແຂວງ, ພ້ອມດ້ວຍ ຜູ້ຕາງໜ້າຈາກພະແນກການກ່ຽວຂ້ອງ ເຂົ້າຮ່ວມ.
ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ງານຕະຫຼາດນັດກາງຄືນຂອງ ເມືອງ​ໂຂງ ແຂວງ​ຈຳ​ປາ​ສັກ ເພື່ອສືບສານສິລະປະໝໍລຳສີພັນດອນ ພາຍໃຕ້ຄຳຂວັນ: “ມົນສະເໜ່ສີພັນດອນ ສືບສານວິຖີຊີວິດ ສ້າງສີສັນຍາມຄ່ຳຄືນ” ຕິດພັນກັບການປະກວດໝໍລຳສີພັນດອນ ໃນລະດັບໂຮງຮຽນມັດທະຍົມສົມບູນ (ມສ) ທົ່ວເມືອງໂຂງ ໄດ້​ປິດ​ລົງ​ຢ່າງຄຶກຄື້ນ ແລະ ມ່ວນຊື່ນ ໃນ​ຄ່ຳ​ຄືນ​ຂອງວັນ​ທີ 19 ພະ​ຈິກ​ຜ່ານ​ມາ ທີ່ ບ້ານ​ເມືອງ​ແສນ ຕາ​ແສງດອນ​ໂຂງ, ໂດຍມີ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໂຂງ, ທ່ານ ສະເຫຼີມໄຊ ແສງສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ ຕະຫຼອດ​ຮອດ​ປະ​ຊາ​ຊົນ​ຊາວ​ເມືອງ​ໂຂງເຂົ້າຮ່ວມຢ່າງຫຼວງຫຼາຍ.
ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

“ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ມອບເງິນ 500 ລ້ານກີບ ທີ່ໄດ້ຈາກການລະດົມທຶນຈາກສັງຄົມ ໃຫ້ແກ່ໂຮງຮຽນມັດທະຍົມຕອນປາຍທ່າແຂກ ເພື່ອບູລະນະສ້ອມແປງອາຄານ ແລະ ປັບປຸງສະພາບແວດລ້ອມການຮຽນ-ການສອນ.
ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ໄດ້ຈັດກິດຈະກຳ ຮັບບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ, ໃນ​ວັນ​ທີ 20 ພະ​ຈິກ​ນີ້, ໂດຍມີ ທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມແຂວງ, ຕາງໜ້າອົງການກາແດງແຂວງ, ພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການ ພາຍໃນແຂວງ ເຂົ້າຮ່ວມ.
ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ກະຊວງການເງິນ ຮ່ວມກັບ ອົງການປົກຄອງແຂວງອັດຕະປື ຈັດກອງປະຊຸມເຜີຍແຜ່ແນະນຳ ແລະ ເປີດນຳໃຊ້ລະບົບໃບເກັບເງິນເອເລັກໂຕຣນິກ (E-Tax Invoice) ແລະ ລະບົບຄຸ້ມຄອງແບບຟອມ ແລະ ເບີກຈ່າຍງົບປະມານພາກລັດແບບເອເລັກໂຕຣນິກ (D-Filing) ໃນວັນທີ 19 ພະຈິກຜ່ານ​ມາ ທີ່ແຂວງອັດ​ຕະ​ປື, ໂດຍມີ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວ ໜ້າກົມສ່ວຍ ສາອາກອນ ກະຊວງການເງິນ, ມີທ່ານ ນາງ ໄຍຄຳ ສີຊາຊົນ ຮອງຫົວໜ້າພະແນກການເງິນແຂວງອັດຕະປື, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ
ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ບໍລິສັດ ສະມໍລບີ ໄດ້ກະກຽມກໍາລັງພະນັກງານຈໍານວນ 280 ຄົນ ພ້ອມອຸປະກອນ ແລະ ພາຫະນະຮັບໃຊ້ວຽກງານອະນາໄມ, ເກັບມ້ຽນ ແລະຂົນສົ່ງຂີ້ເຫຍື້ອພາຍໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປີ 2026 ໂດຍໄດ້ຈັດກໍາລັງພະນັກງານປະຈໍາການຕະຫຼອດ 24 ຊົ່ວໂມງ ເພື່ອຮັກສາສະພາບແວດລ້ອມພາຍໃນງານບຸນໃຫ້ສະອາດງາມຕາ ແລະ ເປັນລະບຽບຮຽບຮ້ອຍ.
ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ຄະນະກຳມະການປົກຄອງຕາແສງ 38 ຕາແສງ ທົ່ວແຂວງສາລະວັນ ປະກອບມີ ປີ່ນເຕີ 38 ເຄື່ອງ, ແທັບເລັດ 38 ເຄື່ອງ ແລະ ຄອມພິວເຕີແລັບທັອບ 38 ເຄື່ອງ, ລວມທຸກລາຍການທັງໝົດ 114 ເຄື່ອງ.
ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ແຂວງ​ສາ​ລະ​ວັນໄດ້​ຈັດກອງປະຊຸມເຜີຍແຜ່ ວາລະແຫ່ງຊາດ ວ່າດ້ວຍ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນວັນທີ 18 ພະຈິກຜ່​ານ​ມາທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ ທັງເປັນຫົວໜ້າຄະນະຊີ້ນໍາການຈັດຕັ້ງປະຕິບັດ ວາລະແຫ່ງຊາດຂັ້ນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທຶ່ອທີ2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V

ກອງປະຊຸມສະໄໝສາມັນເທຶ່ອທີ2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V

ກອງປະຊຸມສະໄໝສາມັນເທຶ່ອທີ 2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V ໄດ້ເປີດ​ຂຶ້ນ​ໃນວັນທີ 19 ພະຈິກ 2026 ທີ່ແຂວງໄຊ​ຍະ​ບູ​ລີ,ພາຍໃຕ້ການເປັນປະທານຂອງທ່ານເພັງນິລັນຄໍາພັນເພັງກໍາມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງໄຊຍະບູລີ,ມີທ່ານດວງຕາໄຊວຸດປະທານຄະນະກໍາມະການປົກຄອງແຂວງ, ມີບັນດາການນຳ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ່7, ສະມາຊິກສະພາປະຊາຊົນແຂວງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ