ສະພາແຫ່ງຊາດ ຫວຽດນາມ- ແຟງລັງ ຊຸກຍູ້ການພົວພັນຮ່ວມມື

ສະພາແຫ່ງຊາດ ຫວຽດນາມ- ແຟງລັງ ຊຸກຍູ້ການພົວພັນຮ່ວມມື
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໂດຍໄດ້ຮັບຄຳເຊີນຂອງທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດ ຫວຽດນາມ, ທ່ານ ຈັສຊິ ຮໍລລາ ອາໂຫ ປະທານສະພາແຫ່ງຊາດ ສ ແຟງລັງ ໄດ້ເດີນທາງມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 24 – 26 ມີນາ 2024 ແລະ ໃນວັນທີ 25 ມີນາ ຜ່ານມາຢູ່ ຮ່າໂນ້ຍ, ທ່ານ ເວືອງດິ່ງເຫວ້ ໄດ້ເປັນປະທານພິທີຕ້ອນຮັບທ່ານ ຈັສຊິ ຮໍລລາ ອາໂຫ ຢ່າງເປັນທາງການ.
ຂ່າວລະບຸວ່າ: ໃນການເຈລະຈາພາຍຫຼັງພິທີຕ້ອນຮັບ, ທ່ານ ເວືອງດິ່ງເຫວ້ ສະເໜີໃຫ້ສອງປະເທດຂຸດຄົ້ນບັນດາຜົນປະໂຫຍດສູງສຸດຈາກສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA). ໃນໄລຍະຈະມາເຖິງ, ທ່ານ ເວືອງດິ່ງເຫວ້ ສະເໜີໃຫ້ສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມືຜ່ານຊ່ອງການທູດລັດຖະສະພາ. ຫວຽດນາມ ປາຖະໜາຢາກຖອດຖອນບົດຮຽນນຳ ແຟນລັງ ເພື່ອສ້າງສໍາເລັດຂອບນິຕິກຳໃຫ້ແກ່ເສດຖະກິດນະວັດຕະກຳ, ການຫັນປ່ຽນສີຂຽວ. ສອງຝ່າຍສືບຕໍ່ເສີມຂະຫຍາຍກົນໄກສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການໃຫ້ຄຳປຶກສາ, ແລກປ່ຽນຂໍ້ມູນຂ່າວສານ, ສະໜັບສະໜູນຊຶ່ງກັນ ແລະ ກັນໃນບັນດາເວທີປາໄສຫຼາຍຝ່າຍ.
        ສ່ວນທ່ານ ຈັສຊິ ຮໍລລາ ອາໂຫ ກໍຢັ້ງຢືນວ່າ: ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືການຄ້າສໍາຄັນທີ່ສຸດຂອງ ແຟງລັງ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້.  ສັນຍາອາລັກຂາການລົງທຶນລະຫວ່າງ ຫວຽດນາມ ແລະ ອີຢູ ໂດຍ ແຟງລັງ ຮັບຮອງເອົາ, ກ່ອນນັ້ນ, ແຟງລັງ ກໍມີສັນຍາອາລັກຂາການລົງທຶນສອງຝ່າຍກັບ ຫວຽດນາມ. ບັນດາສັນຍານີ້ຈະເປີດໂອກາດຮ່ວມມືໃນຂົງເຂດພະລັງງານ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສຶກສາ.

ຄໍາເຫັນ

ຂ່າວຕ່າງປະເທດ

ມຽນມາ ປິດຊິມກາດ ທີ່ກ່ຽວຂ້ອງກັບການພະນັນອອນລາຍ

ມຽນມາ ປິດຊິມກາດ ທີ່ກ່ຽວຂ້ອງກັບການພະນັນອອນລາຍ

ຂ່າວຕ່າງປະເທດລາຍງານ ໃນວັນທີ 22 ມິຖຸນາ ຜ່ານມາວ່າ: ເຈົ້າໜ້າທີ່ມຽນມາໄດ້ປິດການໃຊ້ງານຊິມກາດ 143,409 ຊິມ ທີ່ສົງໃສວ່າເຊື່ອມໂຍງກັບການພະນັນອອນລາຍລະຫວ່າງເດືອນມີນາ 2025 ຫາ ເດືອນພຶດສະພາ 2026 ຫຼັງຈາກກວດພົບຂໍ້ຄວາມຈຳນວນຫຼວງຫຼາຍທີ່ມີເນື້ອຫາທີ່ກ່ຽວຂ້ອງກັບການພະນັນອອນລາຍ.
ທຶນ​ຕ່າງ​ປະ​ເທດ “ເປີດ​ໂສມໜ້າ​ໃໝ່” ດ້ານ​ການ​ລົງ​ທຶນ​ຢູ່​ຈີນ​ໄດ້​ແນວ​ໃດ?

ທຶນ​ຕ່າງ​ປະ​ເທດ “ເປີດ​ໂສມໜ້າ​ໃໝ່” ດ້ານ​ການ​ລົງ​ທຶນ​ຢູ່​ຈີນ​ໄດ້​ແນວ​ໃດ?

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນ​ຖາ​ນະ​ເປັນ​ກິດ​ຈະ​ກຳ​​ໃຫຍ່​ທີ່ສຳ​ຄັນສຳ​ລັບບໍ​ລິ​ສັດ​ຂ້າມ​ຊາດ​ຄັ້ງ​ທຳ​ອິດ​ຂອງ​ຈີນ, ກອງ​ປະ​ຊຸມ​ສຸດຍອດ​ຜູ້​ນຳ​ບໍ​ລິ​ສັດ​ຂ້າມ​ຊາດ​ຊີງ​ຕາວ ​ຄັ້ງ​ທີ 7 ທີ່​ສຳ​ເລັດ​ລົງ​ໃນ​ວັນ​ທີ 17 ມິ​ຖຸ​ນາ ຜ່ານມາ ໄດ້​ດຶງ​ດູດ​ຜູ້​ບໍ​ລິ​ຫານ​ຂັ້ນ​ສູງ 322 ທ່ານ​​ຈາກບໍ​ລິ​ສັດ​ຂ້າມ​ຊາດ​ໃນ 44 ປະ​ເທດ ແລະ ເຂດ​ແຄວ້ນ​ເຂົ້າ​ຮ່ວມໂດຍ​ໄດ້​ເຊັນ​ສັນ​ຍາ​ 57 ໂຄງ​ການ.
ເອີຣົບ ປະເຊີນກັບວິກິດການຄື້ນຄວາມຮ້ອນຮ້າຍແຮງ

ເອີຣົບ ປະເຊີນກັບວິກິດການຄື້ນຄວາມຮ້ອນຮ້າຍແຮງ

ຂ່າວຕ່າງປະເທດລາຍງານ ໃນວັນທີ 22 ມິຖຸນາ ຜ່ານມາວ່າ: ເອີຣົບກຳລັງປະເຊີນກັບວິກິດການຄື້ນຄວາມຮ້ອນທີ່ຮ້າຍແຮງ, ໂດຍອຸນຫະພູມສູງຂຶ້ນເກືອບ 40 ອົງສາ ຊຶ່ງສົ່ງຜົນໃຫ້ມີການເຕືອນໄພທົ່ວປະເທດ. ລະບົບການຂົນສົ່ງສາທາລະນະຖືກຢຸດສະງັກ ແລະ ສັດປ່າໃນຫຼາຍພື້ນທີ່ກຳລັງເຈັບປ່ວຍຍ້ອນຄວາມກົດດັນຈາກຄວາມຮ້ອນ ຊຶ່ງຜູ້ຊ່ຽວຊານລະບຸວ່າແມ່ນສັນຍານອັນຕະລາຍຂອງການປ່ຽນແປງສະພາບອາກາດໂລກ.
ການ​ເຈ​ລະ​ຈາ​ລະ​ຫວ່າງ​ ອີ​ຣານ - ອາ​ເມ​ຣິ​ກາ​ ໄດ້​ຮັບ​ຄວາມ​ຄືບ​ໜ້າ

ການ​ເຈ​ລະ​ຈາ​ລະ​ຫວ່າງ​ ອີ​ຣານ - ອາ​ເມ​ຣິ​ກາ​ ໄດ້​ຮັບ​ຄວາມ​ຄືບ​ໜ້າ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 22 ມິ​ຖຸ​ນາ​ ຜ່ານມາ, ​ໃນ​ຖາ​ນະ​ເປັນຝ່າຍ​ໄກ່​ເກ່ຍ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ອີ​ຣານ-ອາ​ເມ​ຣິ​ກາ, ກາ​ຕາ ​ແລະ​ ປາ​ກິ​ສ​ຖານ ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​ວ່າ: ການ​ເຈ​ລະ​ຈາ​ລະ​ຫວ່າງ​ອີ​ຣານ-ອາ​ເມ​ຣິ​ກາ ​ໄດ້​ຈັດ​ຂຶ້ນ​ພາຍ​ໃຕ້​ບັນ​ຍາ​ກາດ​ທີ່​ມີ​ລັກ​ສະ​ນະ​ຕັ້ງ​ໜ້າ, ສ້າງ​ສັນ ແລະ ໄດ້​ຮັບ​ຄວາມ​ຄືບ​ໜ້າ​ທີ່​​ໜ້າ​ຊື່ນ​ຊົມ​ ຊຶ່ງລວມ​ທັງ​ໄດ້​ສ້າງ​ຕັ້ງ​ກົນ​ໄກ​​ສຳ​ລັບການ​ເຈ​ລະ​ຈາ​ດ້ານ​ວິ​ຊາ​ການ​ຕື່ມ​ອີກ.
ຫວຽດນາມ ຈັດກອງ​ປະ​ຊຸມຄັ້ງທີ 1 ​ຄະ​ນະ​ຊີ້​ນຳ​ສູນ​ກາງ ​ການ​ສ້າ​ງ​ລະ​ບອບ​ລະ​ບຽບ​ການໃຫ້ສົມບູນແບບ

ຫວຽດນາມ ຈັດກອງ​ປະ​ຊຸມຄັ້ງທີ 1 ​ຄະ​ນະ​ຊີ້​ນຳ​ສູນ​ກາງ ​ການ​ສ້າ​ງ​ລະ​ບອບ​ລະ​ບຽບ​ການໃຫ້ສົມບູນແບບ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນທີ 22 ມິ​ຖຸ​ນາ ຜ່ານມາ ຢູ່ນະຄອນຫຼວງ​ຮ່າ​ໂນ້ຍ, ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ຄັ້ງ​ທີ 1 ຄະ​ນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ສ້າ​ງ​ລະ​ບອບ​ລະ​ບຽບ​ການ​ໃຫ້​ສົມ​ບູນ​ແບບ ແລະ ການ​ປະ​ຕິ​ບັດ​ກົດ​ໝາຍ. ເຂົ້າ​ຮ່ວມ​ມີ​ທ່ານ​ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ, ທ່ານ ເຈິ່ນ​ແທັງ​ເໝິນ ​ປະ​ທ​ານ​ສະ​ພາ​ແຫ່ງ​ຊາດ ແລະ ທ່ານ ເຈິ່ນ​ເກິມ​ຕູ້ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການສູນກາງພັກ.
​​ຈີນ​ ມີ​ສ່ວນ​ຮ່ວມ​ໃນ​ງານ​ແຂ່ງ​ຂັນ​ບານ​ເຕະ​ຊີງ​ແຊັມ​ໂລກ ​​ທີ່ອາ​ເມ​ຣິ​ກາ-ແມັກ​ຊິກ - ກາ​ນາ​ດາ ​ເປັນ​ເຈົ້າ​ພາບ

​​ຈີນ​ ມີ​ສ່ວນ​ຮ່ວມ​ໃນ​ງານ​ແຂ່ງ​ຂັນ​ບານ​ເຕະ​ຊີງ​ແຊັມ​ໂລກ ​​ທີ່ອາ​ເມ​ຣິ​ກາ-ແມັກ​ຊິກ - ກາ​ນາ​ດາ ​ເປັນ​ເຈົ້າ​ພາບ

ງານແຂ່ງຂັນບານເຕະຊີງແຊັມໂລກປີ 2026 ທີ່ອາເມຣິກາ-ແມັກຊິກ-ການາດາຮ່ວມກັນເປັນເຈົ້າພາບໄດ້ເລີ່ມຂຶ້ນຢ່າງເປັນທາງການໃນວັນທີ 11 ມິຖຸນາ ຜ່ານມານີ້. ເຖິງວ່າທີມຊາດຈີນບໍ່ໄດ້ເຂົ້າຮ່ວມການແຂ່ງຂັນ, ແຕ່ຈີນໄດ້ມີສ່ວນຮ່ວມໃນຫຼາຍຂົງເຂດຂອງການແຂ່ງຂັນຄັ້ງນີ້ຢ່າງຮອບດ້ານ, ຈາກການສະໜັບສະໜູນ ຫຼື ເປັນສະປອນເຊີຍີ່ຫໍ້ຕ່າງໆ, ເຕັກໂນໂລຊີສຳຄັນຮອດວັດທະນະທຳທີ່ທັນສະໄໝ, ຈີນໄດ້ມີສ່ວນຮ່ວມຢ່າງກວ້າງຂວາງ ແລະ ເລິກເຊິ່ງ ຊຶ່ງມີຫຼາຍກວ່າຄວາມຮັບຮູ້ຂອງຄົນທົ່ວໄປ.
ສິງກະໂປ ຊ່ວຍເຫຼືອບໍລິສັດສື່ ພັດທະນາເນື້ອໃນດີຈີຕອນ

ສິງກະໂປ ຊ່ວຍເຫຼືອບໍລິສັດສື່ ພັດທະນາເນື້ອໃນດີຈີຕອນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ອົງການພັດທະນາສື່ຂໍ້ມູນຂ່າວສານ (IMDA) ຂອງລັດຖະບານສິງກະໂປ ໄດ້ປະກາດແຜນການດຳເນີນໂຄງການພັດທະນາເນື້ອໃນດີຈີຕອນ ແລະ ຂີດຄວາມສາມາດທາງດີຈີຕອນ ໄລຍະ 4 ປີ ມູນຄ່າ 48 ລ້ານໂດລາສິງກະໂປ ເພື່ອຊ່ວຍເຫຼືອບໍລິສັດສື່ພັດທະນາເນື້ອໃນດີຈີຕອນ ແລະ ປັບໃຊ້ເຄື່ອງມືປັນຍາປະດິດ (AI).
ອົສຕຣາລີ ຢືນຢັນກໍລະນີທຳອິດຂອງໄຂ້ຫວັດສັດປີກ H5N1 ໃນອົສຕຣາລີ

ອົສຕຣາລີ ຢືນຢັນກໍລະນີທຳອິດຂອງໄຂ້ຫວັດສັດປີກ H5N1 ໃນອົສຕຣາລີ

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານນາງ ຈູລີ ຄໍລລິນສ ລັດຖະມົນຕີກະຊວງກະສິກຳ, ການປະມົງ ແລະ ປ່າໄມ້ຂອງອົສຕຣາລີ ໄດ້ຢືນຢັນການກວດພົບເຊື້ອໄວຣັດໄຂ້ຫວັດສັດປີກ H5N1 ຄັ້ງທຳອິດໃນແຜ່ນດິນຂອງອົສຕຣາລີ. ໂດຍຜົນການທົດສອບຢືນຢັນວ່ານົກ skua ສີນ້ຳຕານທີ່ພົບໃນອຸທະຍານແຫ່ງຊາດທາງພາກໃຕ້ຂອງລັດ Western Australia ໃນວັນທີ 14 ມິຖຸນາ ຜ່ານມາ ໄດ້ຕິດເຊື້ອ ແລະ ຕາຍຍ້ອນໄຂ້ຫວັດສັດປີກຊະນິດຮຸ່ນແຮງນີ້.
ອາ​ຊຽນ - ຣັດ​ເຊຍ ສ້າງວິ​ໄສ​ທັດ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ໃໝ່

ອາ​ຊຽນ - ຣັດ​ເຊຍ ສ້າງວິ​ໄສ​ທັດ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ໃໝ່

ວິທະຍຸກະຈາຍສຽງຫວຽດນາມລາຍງານ ໃນວັນທີ 20 ມິຖຸນາ ຜ່ານມາວ່າ: ກອ​ງ​ປະ​ຊຸມ​ສຸດຍອດ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ ອາ​ຊຽນ - ຣັດ​ເຊຍ ຄົບ​ຮອບ 35 ປີ ໄດ້​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 17 – 18 ມິ​ຖຸ​ນາ ຜ່ານມາ ຢູ່​ນະ​ຄອນ Kazan ສະ​ຫະ​ພັນ ຣັດ​ເຊຍ, ໄດ້​ຮັບ​ຮອງ​ເອົາ​ເອ​ກະ​ສານ​ຍຸດ​ທະ​ສາດ 4 ສະ​ບັບ, ໃນ​ນັ້ນ ມີ​ຖະ​ແຫຼງ​ການ Kazan 2026 ແລະ ແຜນ​ການ​ເຄື່ອນ​ໄຫວໄລ​ຍະ 2026 – 2030, ແນ​ໃສ່​ກຳ​ນົດ​ ແລະ ຍົກ​ລະ​ດັບ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ​ໃນ​ບັນ​ດາ​ຂົງ​ເຂດ​ຄວາມ​ໝັ້ນ​ຄົງ, ພະ​ລັງ​ງານ ແລະ ເສດ​ຖະ​ກິດ.
ຈີນ ກຽມຈັດຕັ້ງອົງການຮ່ວມມືດ້ານປັນຍາປະດິດໂລກ

ຈີນ ກຽມຈັດຕັ້ງອົງການຮ່ວມມືດ້ານປັນຍາປະດິດໂລກ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ຫ້ອງການຖະແຫຼງຂ່າວຂອງລັດຖະບານຈີນໄດ້ຈັດກອງປະຊຸມຂ່າວຫວ່າງມໍ່ໆມານີ້ ໂດຍໄດ້ແຈ້ງໃຫ້ຮູ້ວ່າ: ຈີນກຳລັງເລັ່ງລັດກຽມຈັດຕັ້ງອົງການຮ່ວມມືດ້ານປັນຍາປະດິດໂລກ ແລະ ຍິນດີຕ້ອນຮັບທຸກຝ່າຍເຂົ້າຮ່ວມ.
ເພີ່ມເຕີມ