ການນຳສອງທ່ານໄດ້ເຫັນດີເປັນເອກະພາບຊຸກຍູ້ສະພາແຫ່ງຊາດສອງປະເທດ ສະໜັບສະໜູນການຍູ້ແຮງການເຊືິ່ອມຕໍ່ສອງພື້ນຖານເສດຖະກິດຜ່ານການເພີ່ມທະວີການເຊື່ອມຕໍ່ພື້ນຖານໂຄງລ່າງ, ຄົມມະນາຄົມທາງບົກ, ການເດີນທະເລ, ການບິນ ແລະ ດ່ານຊາຍແດນ ເພື່ອແນໃສ່ສ້າງກຳລັງໜູນໃຫ້ແກ່ການຮ່ວມມືການຄ້າ, ການລົງທຶນ ແລະ ພັດທະນາແບບຍືນຍົງລະຫວ່າງສອງປະເທດ ແລະ ການພົບປະແລກປ່ຽນປະຊາຊົນ, ເພີ່ມທະວີການປະສານສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນໃນການປ້ອງກັນຕ້ານອາຊະຍາກຳຂ້າມຊາດ.
ການນຳສອງທ່ານໄດ້ເຫັນດີເປັນເອກະພາບເຮັດໃຫ້ການຮ່ວມມືລັດຖະສະພາເລິກເຊິ່ງກວ່າເກົ່າ, ຜ່ານການແລກປ່ຽນຄະນະຜູ້ແທນຂັ້ນສູງ, ບັນດາກຳມາທິການສະເພາະກິດ, ກຸ່ມສະມາຊິກລັດຖະສະພາມິດຕະພາບ, ສະມາຊິກລັດຖະສະພາໜຸ່ມ, ສະມາຊິກລັດຖະສະພາເພດຍິງ, ປະສານສົມທົບຢ່າງແໜ້ນແຟ້ນ ຢູ່ບັນດາເວທີປາໄສຫຼາຍຝ່າຍຄື ສະຫະພັນລັດຖະສະພາໂລກ (IPU).
ຄໍາເຫັນ