ສະພາແຫ່ງຊາດ ລາວ-ອາເມນີ ປຶກສາຫາລື ເພີ່ມທະວີການຮ່ວມມືສອງຝ່າຍ

ສະພາແຫ່ງຊາດ ລາວ-ອາເມນີ ປຶກສາຫາລື ເພີ່ມທະວີການຮ່ວມມືສອງຝ່າຍ

ສະພາແຫ່ງຊາດ ລາວ-ອາເມນີ ປຶກສາຫາລື ເພີ່ມທະວີການຮ່ວມມືສອງຝ່າຍ
ທ່ານ ຄໍາໃບ ດໍາລັດ, ຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພົບປະກັບ ທ່ານ ຮາຄອບ ອາຊາກຢານ (Ha kob Arshakyan) ຮອງປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ອາເມນີໃນວັນທີ 19 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ.

ທ່ານ ຄໍາໃບ ດໍາລັດ, ຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພົບປະກັບ ທ່ານ ຮາຄອບ ອາຊາກຢານ (Ha kob Arshakyan) ຮອງປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ອາເມນີໃນວັນທີ 19 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ.

ໃນໂອກາດດັ່ງກ່າວທ່ານ ຄໍາໃບ ດໍາລັດໄດ້ ຕີລາຄາສູງ ຕໍ່ການເດີນທາງເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 45 (AIPA-45) ຂອງ ທ່ານ ແລະ ຄະນະ ຊຶ່ງເປັນການໃຫ້ກໍາລັງໃຈ ແລະ ສະໜັບສະໜູນການປະຕິບັດພັນທະສາກົນຂອງ ສະພາແຫ່ງຊາດລາວ ໃນການເປັນປະທານ ໄອປາ (AIPA) ກໍຄື ເປັນເຈົ້າພາບກອງປະຊຸມໄອປາ ຄັ້ງນີ້ ໃຫ້ສໍາເລັດຜົນຢ່າງຈົບງາມ ແລະ ທັງເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ກໍຄືລະຫວ່າງ ສອງອົງການນິຕິບັນຍັດໃຫ້ນັບມື້ນັບຂະຫຍາຍຕົວ ແລະ ເປັນຮູບປະທໍາຍິ່ງໆຂຶ້ນ;

ທ່ານ ຄຳໃບ ດຳລັດໄດ້ເນັ້ນວ່າ: ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ອາເມນີ ນັບແຕ່ໄດ້ສ້າງຕັ້ງສາຍພົວພັນການທູດ ນໍາກັນໃນວັນທີ 21 ເມສາ 1998 ເປັນຕົ້ນມາ, ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ພັດທະນາດີຂຶ້ນ, ເຖິງວ່າ ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆ ຍັງບໍ່ທັນຫຼາຍ, ແຕ່ພວກເຮົາ ກໍຍັງພົບພໍ້ກັນ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະສະພາພາກພື້ນ ແລະ ສາກົນ ; ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງ 2 ປະເທດ ກໍຍັງບໍ່ທັນໄດ້ມີຫຍັງເທື່ອ ແລະ ຫວັງວ່າ ໃນອະນາຄົດ ຈະມີການພົວພັນຮ່ວມມືນໍາກັນຫຼາຍຂຶ້ນ.

ສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດອາເມນີ ເຖິງວ່າຍັງບໍ່ມີການພົວພັນກັນຫຼາຍ ແຕ່ສອງຝ່າຍ ກໍໄດ້ມີໂອກາດພົບປະຊຶ່ງກັນ ແລະ ກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ, ມີການແລກປ່ຽນສານຊົມເຊີຍ, ສານອວຍພອນ ໃນໂອກາດວັນສຳຄັນຕ່າງໆ ຂອງ 2 ປະເທດ. ໃນໄລຍະຜ່ານມາ, ສອງອົງການນິຕິບັນຍັດ ຍັງບໍ່ທັນມີການແລກປ່ຽນຄະນະຜູ້ແທນນໍາກັນເທື່ອ.

ທ່ານ ຄຳໃບ ດຳລັດ ໄດ້ສະເໜີ ໃຫ້ສອງສະພາແຫ່ງຊາດ ຊຸກຍູ້ ໃຫ້ມີການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງ, ຂັ້ນກຳມາທິການ ແລະ ຄະນະມິດຕະພາບລັດຖະສະພາຂອງສອງປະເທດ ໃຫ້ເປັນປົກກະຕິນໍາກັນ, ສະເໜີ ຊຸກຍູ້ ແລະ ສົ່ງເສີມໃຫ້ລັດຖະບານຂອງສອງປະເທດ ເອົາໃຈໃສ່ໃນການຈັດຕັ້ງປະຕິບັດການຕົກລົງເຫັນດີນໍາກັນໃຫ້ມີປະສິດທິຜົນດີຂຶ້ນກວ່າເກົ່າ, ສືບຕໍ່ຮ່ວມມື, ຊ່ວຍເຫຼືອ ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ.

(ຂ່າວ: ສຳນານ, ພາບ: ສຸກສະຫວັນ)

ดูข้อมูลเชิงลึกและโฆษณา

โปรโมทโพสต์

ความรู้สึกทั้งหมด

88

แชร์ 2 ครั้ง

ถูกใจ

แสดงความคิดเห็น

แชร์

ຄໍາເຫັນ

ຂ່າວເດັ່ນ

ບໍລິສັດ ASFC ຈຳກັດ ໃຫ້ການອຸປະຖໍາເຄື່ອງສາກໄຟຟ້າ ເພື່ອນໍາໃຊ້ເຂົ້າໃນວຽກງານ ຂອງກຳລັງປ້ອງກັນຊາດ

ບໍລິສັດ ASFC ຈຳກັດ ໃຫ້ການອຸປະຖໍາເຄື່ອງສາກໄຟຟ້າ ເພື່ອນໍາໃຊ້ເຂົ້າໃນວຽກງານ ຂອງກຳລັງປ້ອງກັນຊາດ

ໃນຕອນເຊົ້າ ວັນທີ 17 ພະຈິກ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ບໍລິສັດ ຮ່ວມທຶນດ້ານພະລັງງານສະອາດໃນລາວ ຈຳກັດ (ບໍລິສັດ ASFC ຈຳກັດ) ໄດ້ມອບການອຸປະຖໍາເຄື່ອງສາກໄຟຟ້າດ້ວຍພະລັງງານແສງຕາເວັນແບບພົກພາ ໃຫ້ແກ່ກະຊວງປ້ອງກັນປະເທດ ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂິພິຍານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ, ກ່າວມອບໂດຍທ່ານ ນາງ ມິລິນດາ ວິໄລສຸກ, ຜູ້ອຳນວຍການໃຫຍ່ ບໍລິສັດ ASFCຈໍາກັດ ແລະ ກ່າວຮັບໂດຍທ່ານ ພົນຕີ ວັນທອງ ບຸດຕະວົງ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ກະຊວງປ້ອງກັນປະເທດ, ມີທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ຮອງລັດຖະມົນຕີກະຊວງການເງິນ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບ ຮອງນາຍົກລັດຖະມົນຕີ ສສ ຫວຽດນາມ

ນາຍົກລັດຖະມົນຕີ ຕ້ອນຮັບ ຮອງນາຍົກລັດຖະມົນຕີ ສສ ຫວຽດນາມ

ໃນວັນທີ 13 ພະຈິກນີ້, ທີ່ ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາ ມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າ ຢ້ຽມຂໍ່ານັບຂອງ ສະຫາຍ ໂຮ່ ດຶກ ເຝິກ, ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນວັນທີ 12-13 ພະຈິກ 2025.
ລັດຖະບານຈະສືບຕໍ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ

ລັດຖະບານຈະສືບຕໍ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ

ລັດຖະບານ ຈະສືບຕໍ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ-ການເງິນ ໂດຍສະເພາະບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາກະແສໄຟຟ້າ ແລະ ລາຄາສິນຄ້າເພີ່ມສູງຂຶ້ນ ທີ່ກະທົບຕໍ່ການດໍາລົງຊີວິດຂອງພະນັກງານ-ລັດຖະກອນ, ທະຫານ-ຕຳຫຼວດ, ປະຊາຊົນບັນດາເຜົ່າເປັນວຽກບູລິມະສິດໃນວຽກຈຸດສຸມ.
ປະທານປະເທດ ເນັ້ນໃຫ້ເຍົາວະຊົນທັນວາຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນຄົນຮູ້ ມີສະຕິປັນຍາ

ປະທານປະເທດ ເນັ້ນໃຫ້ເຍົາວະຊົນທັນວາຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນຄົນຮູ້ ມີສະຕິປັນຍາ

ໃນວັນທີ 12 ພະຈິກ 2025 ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ໄດ້ພົບປະໂອ້ລົມຫຼານນ້ອຍເຍົາວະຊົນທັນວາທົ່ວປະເທດ ໃນໂອກາດທີ່ເຂົ້າຮ່ວມງານພົບປະຕັ້ງຄ້າຍເຍົາວະຊົນທັນວາທົ່ວປະເທດ ຄັ້ງທີ VI, ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ
ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ  ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ

ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ

ໃນຕອນບ່າຍຂອງວັນທີ 12 ພະຈິກ 2025, ທີ່ ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ,ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ໂຮ່ ດຶກ ເຝິກ, ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນວັນທີ 12-13 ພະຈິກ 2025.
ສະຫາຍ ເລຂາທິການ​ໃຫຍ່ ຕ້ອນຮັບ ຫົວໜ້າ​ຄະນະ​ໂຄສະນາ ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ

ສະຫາຍ ເລຂາທິການ​ໃຫຍ່ ຕ້ອນຮັບ ຫົວໜ້າ​ຄະນະ​ໂຄສະນາ ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ

ສະຫາຍ ທອງ​ລຸນ ສີ​ສຸ​ລິດ ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ປະທານ​ປະເທດ ແຫ່ງ ສປປ ລາວ ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂໍ່າ​ນັບ​ຂອງ ສະຫາຍ ຫຼີ ຊູ ເລີຍ ກໍາ​ມະ​ການ​ກົມ​ການເມືອງ​ສູນ​ກາງ​ພັກ ຄະນະ​ເລຂາທິການ​ສູນ​ກາງ​ພັກ ຫົວໜ້າ​ຄະນະ​ໂຄສະນາ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ໃນ​ວັນ​ທີ 11 ພະຈິກ​ນີ້ ທີ່ຫ້ອງ​ວ່າການ​ສູນ​ກາງ​ພັກ, ໃນ​ໂອກາດ​ທີ່​ຄະນະ​ດັ່ງກ່າວ​ເດີນທາງ​ມາ​ຢ້ຽມຢາມ ແລະ ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ທິດ​ສະ​ດີ​ສອງ​ພັກ ລາວ - ຈີນ ຄັ້ງ​ທີ XIII ໃນ​ລະຫວ່າງ​ວັນ​ທີ 10-11 ພະຈິກ​ນີ້.
5 ປີຜ່ານມາ ລັດຖະບານ ປະຕິບັດລາຍຮັບໄດ້ 251,910ຕື້ກວ່າກີບ

5 ປີຜ່ານມາ ລັດຖະບານ ປະຕິບັດລາຍຮັບໄດ້ 251,910ຕື້ກວ່າກີບ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ປະຈໍາປີ 2025, ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 5 ປີ (2021-2025) ປະຈໍາປີ 2025 ແລະ ແຜນເງິນຕາ ປະຈຳປີ 2025; ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ປະຈໍາປີ 2026, ຮ່າງແຜນງົບປະມານແຫ່ງລັດ 5 ປີ (2026-2030) ປະຈໍາປີ 2026 ແລະ ຮ່າງແຜນເງິນຕາ ປະຈໍາປີ 2026; ການດັດແກ້ງົບປະມານແຫ່ງລັດລາຍຮັບ-ລາຍຈ່າຍ ວິຊາການຂອງຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ປີ 2025 ແລະ ເງິນເກີນແຜນ ປີ 2024ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 10 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ປີໜ້າ ລັດຖະບານຈະສູ້ຊົນເກັບລາຍຮັບງົບປະມານແຫ່ງລັດ ໃຫ້ໄດ້ 20% ຂອງ GDP

ປີໜ້າ ລັດຖະບານຈະສູ້ຊົນເກັບລາຍຮັບງົບປະມານແຫ່ງລັດ ໃຫ້ໄດ້ 20% ຂອງ GDP

ປີ 2026 ລັດຖະບານຈະສຸມໃສ່ການພັດທະນາເສດຖະກິດຢ່າງຕໍ່ເນື່ອງ ແລະ ມີປະສິດທິຜົນ, ຊຸກຍູ້ການຫັນປ່ຽນສູ່ໂຄງປະກອບເສດຖະກິດທີ່ມີມູນຄ່າເພີ່ມສູງ,ໃນຂະນະດຽວກັນຈະສູ້ຊົນເກັບລາຍຮັບງົບປະມານແຫ່ງລັດ ໃຫ້ໄດ້ບໍ່ຫຼຸດ 20% ຂອງ GDPຕາມທິດ ສອຈ ໂດຍຈະສຸມໃສ່ການສ້າງນະໂຍບາຍຊຸກຍູ້ສົ່ງເສີມໃຫ້ມີຫົວໜ່ວຍລາຍຮັບໃໝ່ເພີ່ມຂຶ້ນ ແລະ ຍູ້ການຫັນເປັນທັນສະໄໝໃນການເກັບລາຍຮັບ ຈາກຖານລາຍຮັບທີ່ມີແລ້ວໃຫ້ຄົບຖ້ວນ ແລະ ແຂງແຮງກວ່າເກົ່າ.
5 ປີເສດຖະກິດສປປ ລາວ ຂະຫຍາຍຕົວ ສະເລ່ຍ 4.24% ຕໍ່ປີ

5 ປີເສດຖະກິດສປປ ລາວ ຂະຫຍາຍຕົວ ສະເລ່ຍ 4.24% ຕໍ່ປີ

ໄລຍະ 5 ປີ ຜ່ານມາ (2021-2025) ລັດຖະບານ ໄດ້ເອົາໃຈໃສ່ປະຕິບັດມາດຕະການຕ່າງໆ ເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຍູ້ແຮງການເຕີບໂຕຂອງເສດຖະກິດ, ຜ່ານການປະຕິບັດຕົວຈິງ ສາມາດເຮັດໃຫ້ເສດຖະກິດສາມາດສືບຕໍ່ຂະຫຍາຍຕົວຕາມແຜນການ 5 ປີ ທີ່ກໍານົດໄວ້ ສະເລ່ຍ 4.24% ຕໍ່ປີ. ສໍາລັບປີ 2025 ຄາດວ່າຈະຂະຫຍາຍຕົວໃນລະດັບ 4.8%.
ເພີ່ມເຕີມ