ສະພາແຫ່ງຊາດປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປປ ລາວ

ສະພາແຫ່ງຊາດປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປປ ລາວ

ສະພາແຫ່ງຊາດປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປປ ລາວ
ສະພາແຫ່ງຊາດ ໄດ້ຈັດພິທີປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (ພັກປປ ລາວ) ໃຫ້ສະມາຊິກພັກພາຍໃນສະພາແຫ່ງຊາດ ຂຶ້ນໃນວັນທີ 12 ມິຖຸນານີ້ ທີ່ຫ້ອງປະຊຸມສະພາແຫ່ງຊາດ; ເປັນກຽດປະດັບຫຼຽນໂດຍ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສະພາແຫ່ງຊາດ, ສະຫາຍ ຄໍາໃບ ດໍາລັດ ກໍາມະການສູນກາງພັກ ກໍາມະການປະຈໍາພັກ ປະທານຄະນະກວດກາພັກ ຮອງປະທານສະພາແຫ່ງຊາດ; ມີບັນດາສະຫາຍກໍາມະການຄະນະບໍລິຫານງານພັກ, ອະດີດຄະນະປະຈໍາສະພາແຫ່ງຊາດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

 

ສະພາແຫງຊາດປະດບຫຽນກາລະນກ 70 ປ ວນສາງຕງພກປປ ລາວ - image 1
 

ໃນພິທີ, ສະຫາຍ ສິງຄໍາ ວົງພະຈັນ ກໍາມະການຄະນະບໍລິຫານງານພັກຮອງເລຂາທິການສະພາແຫ່ງຊາດໄດ້ຂຶ້ນຜ່ານມະຕິຂອງຄະນະເລຂາທິການສູນກາງພັກວ່າດ້ວຍການປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປປ ລາວ ສະບັບເລກທີ 441/ຄລສພ, ລົງວັນທີ 14 ມີນາ 2025; ຜ່ານລາຍຊື່ສະມາຊິກພັກທີ່ໄດ້ຮັບຫຼຽນກາລະນຶກ 70 ປີ ພັກປປ ລາວ. ການປະດັບຫຼຽນກາລະນຶກໃນຄັ້ງນີ້, ມີທັງໝົດ 49 ສະຫາຍ. ໃນນັ້ນ, ມີສະມາຊິກພັກບໍານານ 27 ສະຫາຍ, ຍິງ 7 ສະຫາຍ ແລະ ສະມາຊິກພັກປະຈໍາການ 22 ສະຫາຍ, ຍິງ 4 ສະຫາຍ ຊຶ່ງບັນດາສະຫາຍທີ່ໄດ້ຮັບການປະດັບຫຼຽນຄັ້ງນີ້ ແມ່ນຜູ້ທີ່ມີຜົນງານ, ຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ.

ສະພາແຫງຊາດປະດບຫຽນກາລະນກ 70 ປ ວນສາງຕງພກປປ ລາວ - image 2
 

ໂອກາດນີ້, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ໃຫ້ກຽດໂອ້ລົມເພື່ອເປັນທິດໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າເປັນຕົ້ນແມ່ນ ຕາມລັດຖະທຳມະນູນມາດຕາ 53 ໄດ້ກຳນົດໃຫ້ສະພາແຫ່ງຊາດເປັນອົງການຕົວແທນແຫ່ງສິດ ແລະຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ, ເປັນອົງການສູງສຸດແຫ່ງອໍານາດລັດ. ສະນັ້ນ, ການພິຈາລະນາຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ, ການພິຈາລະນາຕົກລົງຮັບຮອງເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດ ຕ້ອງຮັບປະກັນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ໃຫ້ເປັນອັນລະອຽດເຂົ້າໃນກົດໝາຍ, ມະຕິຂອງສະພາແຫ່ງຊາດ ເພື່ອກຳນົດມາດຕະການ ເຮັດໃຫ້ແນວທາງນະໂຍບາຍຂອງພັກ ໄດ້ຮັບການຈັດຕັ້ງປະຕິບັດ, ທັງຮັບປະກັນການນໍາເອົາຜົນປະໂຫຍດມາສູ່ປະເທດຊາດ ກໍຄືປະຊາຊົນບັນດາເຜົ່າ.

ສະພາແຫງຊາດປະດບຫຽນກາລະນກ 70 ປ ວນສາງຕງພກປປ ລາວ - image 3
 

ພ້ອມກັນນີ້, ສະຫາຍ ໄຊສົມພອນ ພົມວິຫານ ກໍເນັ້ນໃຫ້ ຄະນະບໍລິຫານງານພັກສະພາແຫ່ງຊາດ ຕ້ອງໄດ້ເພີ່ມທະວີການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກໂດຍສະເພາະການຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງຂອງສະພາແຫ່ງຊາດ ຕາມມະຕິຂອງຄະນະບໍລິຫານງານສູນກາງພັກສະບັບເລກທີ 03/ຄບສພ,ລົງວັນທີ 12 ມີນາ 2025 ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ຊຶ່ງໄດ້ກຳນົດກົງຈັກການຈັດຕັ້ງຂອງ ສະພາແຫ່ງຊາດ ຊຸດທີ X ດ້ວຍການຫຼຸດຜ່ອນກົງຈັກການຈັດຕັ້ງຂອງສະພາແຫ່ງຊາດ ທີ່ມີໃນປັດຈຸບັນ ໃຫ້ຍັງເຫຼືອ 5 ກຳມາທິການ ແລະ ຫ້ອງວ່າການສະພາແຫ່ງຊາດ. ຕໍ່ກັບວຽກງານດັ່ງກ່າວ, ສະເໜີໃຫ້ຄະນະປັບປຸງກົງຈັກສຸມໃສ່ລົງເລິກຄົ້ນຄວ້າກ່ຽວກັບທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່;ໂຄງປະກອບກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ 4 ແຕ່ລະກຳມາທິການ ທີ່ເປັນເປົ້າໝາຍໂຮມເຂົ້າກັນ ເພື່ອຈັດວາງຄືນໃໝ່ ໃຫ້ມີຄວາມສອດຄ່ອງກັບວຽກງານໃນໄລຍະໃໝ່, ຮັບປະກັນໃຫ້ກົງຈັກການຈັດຕັ້ງມີຄວາມກະທັດຮັດ, ການປະຕິບັດໜ້າທີ່ວຽກງານໃຫ້ມີປະສິດທິຜົນ. ນອກນີ້, ກໍຍັງຊີ້ນໍາວຽກງານອື່ນໆທີ່ສຳຄັນ ຕື່ມອີກ.

ສະພາແຫງຊາດປະດບຫຽນກາລະນກ 70 ປ ວນສາງຕງພກປປ ລາວ - image 4
 
ສະພາແຫງຊາດປະດບຫຽນກາລະນກ 70 ປ ວນສາງຕງພກປປ ລາວ - image 5
 

(ຂ່າວ-ພາບ: ວັນເພັງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ