ຝ່າຍຕ່າງໆໄດ້ຕີລາຄາສູງຕໍ່ການປະຕິບັດວຽກງານຂອງຈີນໃນໄລຍະທີ່ເປັນປະເທດປະທານໝູນວຽນຂອງອົງການຮ່ວມມືຊຽງໄຮ້ລະຫວ່າງປີ 2024-2025ແລະຢືນຢັນວ່າຈະສະໜັບສະໜູນກຽກກິດສະຖານເປັນປະເທດປະທານໝູນວຽນຄັ້ງຕໍ່ໄປຂອງອົງການຮ່ວມມືຊຽງໄຮ້.
ຖະແຫຼງການເນັ້ນໜັກອີກວ່າ: ປະເທດສະມາຊິກຕ່າງໆຈະຢຶດໝັ້ນຈຸດປະສົງ ແລະ ຫຼັກການຂອງກົດບັດສະຫະປະຊາຊາດ, ສະໜັບສະໜູນອົງການສະຫະປະຊາຊາດດຳເນີນການປະຕິຮູບທີ່ຈຳເປັນ, ເພື່ອສອດຄ່ອງກັບທ່າອ່ຽງທີ່ໂລກກາຍເປັນຫຼາຍຂົ້ວ. ຝ່າຍຕ່າງໆຮ່ວມກັນຄັດຄ້ານການແກ້ໄຂບັນຫາສາກົນດ້ວຍວິທີທີ່ເປັນປໍລະປັກກັນລະຫວ່າງກຸ່ມ, ເນັ້ນໜັກວ່າຕ້ອງຮ່ວມກັນປົກປັກຮັກສາລະບົບການຄ້າຫຼາຍຝ່າຍແລະສຸມກຳລັງເພື່ອສ້າງຂອບຄວາມໝັ້ນຄົງທີ່ສະເໝີພາບ ແລະ ຕັດແຍກບໍ່ໄດ້ຢູ່ແຜ່ນດິນໃຫຍ່ອາຊີ-ເອີຣົບ. ກອງປະຊຸມໄດ້ກຳນົດຢ່າງຈະແຈ້ງວ່າ: ໃນຕໍ່ໜ້າຈະຈັດຕັ້ງປະຕິບັດ “ຍຸດທະສາດການພັດທະນາໃນ 10 ປີຕໍ່ໜ້າຂອງອົງການຮ່ວມມືຊຽງໄຮ້” ເປັນຈຸດສຸມຮ່ວມກັນສົ່ງເສີມຄວາມໝັ້ນຄົງ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ.
ກອງປະຊຸມສະພາມົນຕີຫົວໜ້າລັດຖະບານປະເທດສະມາຊິກອົງການຮ່ວມມືຊຽງໄຮ້ຄັ້ງຕໍ່ໄປຈະຈັດຂຶ້ນຢູ່ກຽກກິດສະຖານໃນປີ 2026.
ຄໍາເຫັນ