ສຳນັກງານດັ່ງກ່າວລະບຸວ່າ: ມີຢ່າງໜ້ອຍ 11 ໃນ 21 ແຂວງຂອງມົງໂກລີກຳລັງປະສົບກັບອາກາດ "Dzud" ຊຶ່ງເປັນຄຳສັບພາສາມົງໂກລີທີ່ໃຊ້ເພື່ອອະທິບາຍເຖິງລະດູໜາວທີ່ຮຸນແຮງ ຈົນເຮັດໃຫ້ສັດລ້ຽງເສຍຊີວິດຈຳນວນຢ່າງຫຼວງຫຼາຍ ເນື່ອງຈາກພື້ນດິນແຂງ ຫຼື ປົກຄຸມດ້ວຍຫິມະ, ເຮັດໃຫ້ສັດລ້ຽງບໍ່ສາມາດຊອກຫາຫຍ້າກິນໄດ້.
ທັງນີ້, ການລ້ຽງສັດເປັນໜຶ່ງໃນເສົາຄ້ຳທີ່ສຳຄັນຂອງເສດຖະກິດມົງໂກລີ, ໂດຍມີປະຊາກອນຊົນເຜົ່າທີ່ຢູ່ອາໄສບໍ່ເປັນຫຼັກແຫຼ່ງຂອງປະເທດເກືອບ 40% ອາໄສອາຊີບນີ້ເພື່ອການດຳລົງຊີວິດ. ຢ່າງໃດກໍຕາມ, ລະດູໜາວທີ່ຍາວນານ ແລະ ໂຫດຮ້າຍເຮັດໃຫ້ຜູ້ລ້ຽງສັດທີ່ຢູ່ອາໄສບໍ່ເປັນຫຼັກແຫຼ່ງຂອງມົງໂກລີຈຳນວນຫຼາຍຕ້ອງສູນເສຍສັດລ້ຽງໃນແຕ່ລະປີ.
ສະຖິຕິຊີ້ໃຫ້ເຫັນວ່າ: ມາຮອດທ້າຍປີ 2025, ມົງໂກລີມີສັດລ້ຽງທັງໝົດ 58.1 ລ້ານໂຕ.
ຄໍາເຫັນ