ສະພາປະຊາຊົນ ນະຄອນຫຼວງວຽງຈັນ ສຳເລັດກອງປະຊຸມສຳມະນາຮ່າງນິຕິກຳ 2 ສະບັບ 

ສະພາປະຊາຊົນ ນະຄອນຫຼວງວຽງຈັນ ສຳເລັດກອງປະຊຸມສຳມະນາຮ່າງນິຕິກຳ 2 ສະບັບ 
ໃນວັນ 9 ມັງກອນ ຜ່ານມາ ທີ່ສຳນັກງານອົງການປົກຄອງ ນະຄອນຫຼວງວຽງຈັນ, ສະພາປະຊາຊົນ ນະຄອນຫຼວງ ໄດ້ດຳເນີນກອງປະຊຸມສຳມະນາ ຮ່າງນິຕິກຳ ຈຳນວນ 2 ສະບັບ ທີ່ໄດ້ຮັບຮອງເອົາດ້ານຫຼັກການໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຜ່ານມາ, ໂດຍການເປັນປະທານກອງປະຊຸມຂອງ ທ່ານ ນາງ ລຳພອຍ ສີອັກຄະຈັນ ກຳມະການປະຈຳພັກ ນະຄອນຫຼວງ ຮອງປະທານ ສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມມີບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1, ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ, ຄະນະຮັບຜິດຊອບຮ່າງນິຕິກຳ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໃນກອງປະຊຸມຄັ້ງນີ້, ໄດ້ຮັບຟັງການລາຍງານຈາກຄະນະຮັບຜິດຊອບບັນດາຮ່າງນິຕິກຳ2 ສະບັບ ຄື: ຮ່າງຂໍ້ຕົກລົງ ວ່າດ້ວຍກອງທຶນພັດທະນາກິລາ-ກາຍຍະກຳ ນະຄອນຫຼວງວຽງຈັນ ແລະ ຮ່າງຂໍ້ຕົກລົງ ວ່າດ້ວຍການກຳນົດລາຄາຫົວໜ່ວຍທົດແທນຄ່າເສຍຫາຍຂອງໂຄງການກໍ່ສ້າງປ້ອງກັນຕາຝັ່ງ ແລະ ພັດທະຄານແຄມຂອງ ໄລຍະທີ II.ພາຍຫຼັງທີ່ໄດ້ຖືກຮັບຮອງທາງດ້ານຫຼັກການ ໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນ ນວ ຄະນະຮັບຜິດຊອບໄດ້ສືບຕໍ່ປັບປຸງເນື້ອໃນຂອງແຕ່ລະມາດຕາ ແລະ ມາດຕະການຕ່າງໆ ຕາມການປະກອບຄຳເຫັນຂອງສະມາຊິກສະພາ ເພື່ອນຳມາລາຍງານຕໍ່ກອງປະຊຸມສຳມະນາຄັ້ງນີ້ ຊຶ່ງຕໍ່ກັບ 2 ຮ່າງຂໍ້ຕົກລົງດັ່ງກ່າວ ເຫັນວ່າຍັງມີບາງຈຸດທີ່ຕ້ອງໄດ້ສືບຕໍ່ປັບປຸງ ເປັນຕົ້ນ: ມາດຕາ ທີ່ຕິດພັນກັບຂອບເຂດການນໍາໃຊ້, ດ້ານໂຄງປະກອບແລະ ປັບປຸງຮຽບຮຽງເນື້ອໃນຄຳສັບຄືນເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ ແລ້ວນຳມາລາຍງານຄືນ ຕໍ່ກອງປະຊຸມ ສະພາປະຊາຊົນ ນະຄອນຫຼວງ ເພື່ອຈະໄດ້ຮັບຮອງເອົາບັນດາຮ່າງຂໍ້ຕົກລົງດັ່ງກ່າວ.
                                              ຂ່າວ-ພາບ:ສະພາປະຊາຊົນ ນວ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປະຊາຊົນບ້ານນາດອນຄູນ ໄດ້ຮັບຜົນກະທົບໄພພິບັດນ້ຳຖ້ວມ

ປະຊາຊົນບ້ານນາດອນຄູນ ໄດ້ຮັບຜົນກະທົບໄພພິບັດນ້ຳຖ້ວມ

ໃນວັນທີ 6 ກໍລະກົດຜ່ານມານີ້, ຄະນະຮັບຜິດຊອບກຸ່ມກອກຫວານ ນະຄອນ ຫຼວງພະບາງ ແຂວງຫຼວງພະບາງ ໄດ້ລົງກວດກາຕົວຈິງ ຜົນກະທົບໄພພິບັດນ້ຳຖ້ວມ ຢູ່ບ້ານນາດອນຄູນ ທີ່ຖືກກະທົບຈາກໄພນ້ຳຖ້ວມ ນຳໂດຍ ທ່ານ ພັນໂທ ບຸນຄົງ ອຳພອນ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນ ຫຼວງພະບາງ ຮອງຫົວໜ້າກຸ່ມພັດທະນາກອກຫວານ.
ອົງການພຸດທະສາສະໜາສັມພັນລາວ ແຂວງບໍລິຄຳໄຊ ສຳເລັດກອງປະຊຸມໃຫຍ່ສະໄໝທີ 8

ອົງການພຸດທະສາສະໜາສັມພັນລາວ ແຂວງບໍລິຄຳໄຊ ສຳເລັດກອງປະຊຸມໃຫຍ່ສະໄໝທີ 8

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວແຂວງ ບໍລິຄຳໄຊ ສະໄໝທີ 8 ໄດ້ໄຂຂຶ້ນໃນວັນທີ 7 ກໍລະກົດຜ່ານມາ ຢູ່ສາລາໂຮງທຳ ວັດສີລະວະນາຣາມ (ບ ອານຸສອນໄຊ) ເມືອງປາກຊັນ ແຂວງບໍລິຄຳໄຊ ພາຍໃຕ້ການເປັນປະທານຂອງພະອາຈານ ຄຳປັນ ອິນທະວົງ ຄະນະກຳມະການສູນກາງອົງການພຸດທະສາສະໜາສັມພັນແຫ່ງສປປລາວ ປະທານອົງການພຸດທະສາສະໜາສັມພັນລາວ (ອພສ)ແຂວງບໍລິຄຳໄຊ, ມີພຣະອາຈານ ມະຫາເວດ ມະເສໄນ ອົງຮັກສາການ ປະທານສູນກາງ ອພສ.
ເປີດນຳໃຊ້ອາຄານສຳນັກງານ ທະນາຄານພັດທະນາລາວ ເມືອງຕະໂອ້ຍ

ເປີດນຳໃຊ້ອາຄານສຳນັກງານ ທະນາຄານພັດທະນາລາວ ເມືອງຕະໂອ້ຍ

ໃນວັນທີ 8 ກໍລະກົດນີ້.ໄດ້ຈັດພິທີເປີດການນຳໃຊ້ອາຄານສຳນັກງານ ທະນາຄານພັດທະນາລາວ ໜ່ວຍບໍລິການເມືອງຕະໂອ້ຍ ແຂວງສາລະວັນຂຶ້ນ. ໃນພິທີ, ທ່ານ ຄຳລຽນ ສິມມະວົງ ຫົວໜ້າທະນາຄານພັດທະນາລາວ ສາຂາພາກໃຕ້ແຂວງ ຈຳປາສັກ ໄດ້ກ່າວວ່າ: ຈຸດປະສົງຂອງການເປີດໜ່ວຍບໍລິການເມືອງຕະໂອ້ຍ ກໍເພື່ອເປັນການຂະຫຍາຍພື້ນທີ່ຈຸດໃຫ້ການບໍລິການ ອຳນວຍຄວາມສະດວກໃຫ້ແກ່ລູກຄ້າທີ່ເຂົ້າມາໃຊ້ບໍລິການໃນໜ່ວຍບໍລິການທະນາຄານພັດທະນາລາວ.
ມອບ - ຮັບ ວຽກງານສື່ມວນຊົນ ແລະ ຖະແຫຼງຂ່າວມາຂຶ້ນກັບ ຄອສພ

ມອບ - ຮັບ ວຽກງານສື່ມວນຊົນ ແລະ ຖະແຫຼງຂ່າວມາຂຶ້ນກັບ ຄອສພ

ພິທີເຊັນບົດບັນທຶກການມອບ - ຮັບວຽກງານສື່ມວນຊົນ (ວຽກງານຖະແຫຼງຂ່າວ) ມາຂຶ້ນກັບຄະ ນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດຂຶ້ນໃນວັນທີ 8 ກໍລະກົດນີ້ ທີ່ ຄະນະໂຄສະນາອົບ ຮົມສູນກາງພັກ. ໂດຍການຮ່ວມລົງນາມໃນບົດບັນທຶກລະຫວ່າງ ທ່ານ ຄຳພັນ ເຜີຍຍະວົງ ຄະນະ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ແລະ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນາທຳ ແລະ ການທ່ອງທ່ຽວ ມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ສຳເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ເມືອງວຽງຄໍາ ຄັ້ງທີ VI

ສຳເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ເມືອງວຽງຄໍາ ຄັ້ງທີ VI

ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດເມືອງວຽງຄໍາ ແຂວງວຽງຈັນ ຄັ້ງທີ VI ໄດ້ໄຂຂຶ້ນ ແລະ ສຳເລັດລົງ ໃນວັນທີ 8 ກໍລະກົດຜ່ານມາ ທີ່ຫ້ອງວ່າການປົກຄອງເມືອງ, ໂດຍການເຂົ້າຮ່ວມຂອງ ທ່ານ ເທບພະໄທ ແກ້ວເຂັມເພັດ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງວຽງຈັນ, ທ່ານ ສົມໝາຍ ໄຊຍະວົງ ເລຂາຄະນະບໍລິຫານງານພັກເມືອງ.
ໄຟຟ້າຫົງສາ ຖວາຍທຽນພັນສາ-ຜ້າອາບນໍ້າຝົນ ໃຫ້ວັດພາຍໃນເມືອງຫົງສາ

ໄຟຟ້າຫົງສາ ຖວາຍທຽນພັນສາ-ຜ້າອາບນໍ້າຝົນ ໃຫ້ວັດພາຍໃນເມືອງຫົງສາ

ໃນລະຫວ່າງວັນທີ 3-7 ກໍລະກົດ ນີ້ ບໍລິສັດໄຟຟ້າຫົງສາ ຈໍາກັດ ໄດ້ຈັດກິດຈະກໍາ ຖວາຍທຽນພັນສາ ແລະ ຜ້າອາບນໍ້າຝົນໃຫ້ວັດພາຍໃນເຂດເມືອງຫົງສາ ລວມທັງໝົດຈໍານວນ 15 ວັດ ເນື່ອງໃນໂອກາດວັນບຸນເຂົ້າພັນສາ ປະຈໍາປີ 2025 ເພື່ອຮ່ວມສົ່ງເສີມພຸດທະສາສະໜາ ແລະ ອະນຸລັກຮີດຄອງປະເພນີອັນດີງາມຂອງຊາວພຸດໃນທ້ອງຖິ່ນ.
ປີນີ້ ລັດຖະບານ ມີແຜນປ່ອຍປາ ແລະ ສັດນໍ້າ ໃຫ້ໄດ້ຫຼາຍກວ່າ 65 ລ້ານໂຕ

ປີນີ້ ລັດຖະບານ ມີແຜນປ່ອຍປາ ແລະ ສັດນໍ້າ ໃຫ້ໄດ້ຫຼາຍກວ່າ 65 ລ້ານໂຕ

ໃນວັນທີ 7 ກໍລະກົດ ຜ່ານມາ ນີ້ ທີ່ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ໃຫ້ກຽດຖະແຫຼງຂ່າວ ເນື່ອງໃນໂອກາດ ວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ ວ່າ: ພັກ ແລະ ລັດຖະບານ ຍາມໃດກໍເຫັນຄວາມສໍາຄັນ ແລະ ຖືເອົາການຄຸ້ມຄອງ ການປົກປັກຮັກສາ ການພັດທະນາ ແລະ ການນຳໃຊ້ ປາ ແລະ ສັດນໍ້າ ເປັນວຽກສຳຄັນ ແລະ ມີຄວາມຈໍາເປັນ ສໍາລັບຊີວິດການເປັນຢູ່ ຂອງປະຊາຊົນລາວ ຊຶ່ງໄດ້ກຳນົດເອົາ ວັນທີ 13 ກໍລະກົດ ຂອງທຸກໆປີ ເປັນວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ ເພື່ອຄຸ້ມຄອງ ປົກປັກຮັກສາ ແລະ ພັດທະນາສັດນ້ຳ ໃຫ້ອຸດົມສົມບູນ ແລະ ມີຄວາມຍືນຍົງ ຊຶ່ງໄດ້ເລີ່ມແຕ່ປີ 1997 ເປັນຕົ້ນມາ ແລະ ໃນປີນີ້ ກໍຄົບຮອບ 28 ປີ. ນອກຈາກນີ້ ວັນດັ່ງກ່າວ ຍັງກົງກັບ ວັນເກີດຂອງ ປະທານ ສຸພານຸວົງ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ.
2024 ນະຄອນຫຼວງວຽງຈັນ ສາມາດປົດໜີ້ສິນໂຄງການລົງທຶນຂອງລັດໄດ້ 25 ໂຄງການ

2024 ນະຄອນຫຼວງວຽງຈັນ ສາມາດປົດໜີ້ສິນໂຄງການລົງທຶນຂອງລັດໄດ້ 25 ໂຄງການ

ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ (ສສນວ) ຮັບຟັງການຊີ້ແຈງກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ຄັ້ງທີ IX (2021- 2025) ໃນວັນທີ 8 ກໍລະກົດນີ້ ທີ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II, ໂດຍການເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນວ.
ມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2024

ມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2024

ຄະນະປະຈຳພັກ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2024, ປະກາດພະນັກງານເຂົ້າຮັບອຸດໜູນບຳນານ ແລະ ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝ XI ຂຶ້ນໃນວັນທີ 8 ກໍລະກົດນີ້ ທີ່ ມຊ ໂດຍການເປັນປະທານຂອງສະຫາຍ ທອງສະລິດ ມັງໜໍ່ເມກ ເລຂາຄະນະພັກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີຄະນະພັກ, ຄະນະນຳ, ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ຄວາມຄິດເຫັນ ຕໍ່ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ  (20 ກໍລະກົດ1955-20 ກໍລະກົດ 2025)

ຄວາມຄິດເຫັນ ຕໍ່ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ1955-20 ກໍລະກົດ 2025)

ໃນໂອກາດວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 70 ປີ, ທ່ານ ນາງ ຜາສຸກ ວົງວິຈິດ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ປະທານສະຫະພັນແມ່ຍິງ ກະຊວງສາທາລະນະສຸກ ຮອງອະທິການບໍດີ ມະຫາວິທະຍາໄລ ວິທະຍາສາດ ສຸກຂະພາບ ໄດ້ສະແດງຄວາມຄິດເຫັນຕໍ່ວັນດັ່ງກ່າວວ່າ: ວັນທີ 20 ກໍລະກົດ ປີ 1955 ເປັນວັນທີ່ມີຄວາມໝາຍຄວາມສຳຄັນທີ່ສຸດ ເປັນວັນກຳເນີດເກີດຂຶ້ນຂອງສະຫະພັນແມ່ຍິງລາວ ນັບແຕ່ ວັນທີ 22 ມີນາ 1955 ພັກປະຊາຊົນລາວ ໄດ້ຮັບການສ້າງຕັ້ງຂຶ້ນ; ພັກກໍໄດ້ຈັດຕັ້ງໜ່ວຍຄົ້ນຄວ້າວຽກງານແມ່ຍິງ ຂຶ້ນຢ່າງເປັນທາງການ (ຊຶ່ງເປັນ​ຕົ້ນກຳເນີດ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວໃນປັດຈຸບັນ)
ເພີ່ມເຕີມ