![]() |
ທ່ານ ນາງ ອຳພອນ ວິຊາເທບ ໃຫ້ຮູ້ວ່າ: ພັກ ແລະ ລັດຖະບານ ໄດ້ໃຫ້ຄວາມສໍາຄັນ ເອົາໃຈໃສ່ເປັນພິເສດໃນວຽກງານການຮັກສາ, ສົ່ງເສີມສຸຂະພາບ ແລະ ເຝົ້າລະວັງປ້ອງກັນພະຍາດໃຫ້ປະຊາຊົນບັນ ດາເຜົ່າໃນທົ່ວປະເທດ, ກະຊວງສາທາລະນະສຸກ ໃນນາມເປັນເສນາທິການ ໄດ້ຢຶດຖືເອົາທິດທາງ "ການປ້ອງກັນພະຍາດເປັນຕົ້ນຕໍ, ການປິ່ນປົວເປັນສໍາຄັນ" ເພື່ອຮັບປະກັນໃຫ້ປະຊາຊົນບັນດາເຜົ່າທຸກຊັ້ນຄົນ, ທຸກຂົງເຂດ, ຕະຫຼອດຮອດກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕ້ອງໄດ້ຮັບການຮັກສາສຸຂະພາບຢ່າງທົ່ວເຖິງ; ຊຶ່ງການມອບ-ຮັບວັກຊິນ ແລະ ເປີດຂະບວນການສັກວັກຊິນປ້ອງກັນພະຍາດໄຂ້ຫວັດໃຫຍ່ຕາມລະດູການຮ່ວມກັນໃນຄັ້ງນີ້, ແມ່ນໜຶ່ງໃນຄວາມພະຍາຍາມ ແລະ ຄວາມເອົາໃຈໃສ່ຢ່າງຈິງຈັງຂອງກະຊວງສາທາລະນະສຸກ ໃນການຮ່ວມມືຢ່າງແໜ້ນແຟ້ນກັບກະຊວງ ປກສ ແນໃສ່ຊ່ວຍຫຼຸດຜ່ອນຄວາມສ່ຽງຂອງການລະບາດ, ປ້ອງກັນພະຍາດໄຂ້ຫວັດຕາມລະດູການ ແລະ ເປັນການເພີ່ມທະວີຄວາມສາມາດໃນການເບິ່ງແຍງສຸຂະພາບໃຫ້ການນໍາຫຼັກແຫຼ່ງ, ພະນັກງານ-ນັກຮົບແພດໝໍ ກໍຄືເຈົ້າໜ້າທີ່ໃນຂົງເຂດກໍາລັງ ປກສ ໃຫ້ມີສຸຂະພາບແຂງແຮງໄດ້ຢ່າງມີປະສິດທິພາບ ແລະ ມີປະສິດທິຜົນ.
![]() |
ສະຫາຍ ພົຕ ໜູຈອນ ກ້ອນທອງດຳ ໃຫ້ຮູ້ຕື່ມວ່າ: ໄຂ້ຫວັດໃຫຍ່ຕາມລະດູການ ເປັນພະຍາດຕິດຕໍ່ທາງລະບົບຫາຍໃຈ ທີ່ສາມາດແຜ່ລະບາດໃນຊຸມຊົນ ແລະ ພາຍໃນກົມກອງໄດ້, ການສັກຢາວັກຊິນປ້ອງກັນເປັນມາດຕະການທີ່ສໍາຄັນໜຶ່ງ ໃນການຫຼຸດຜ່ອນຄວາມສ່ຽງຕໍ່ການເຈັບປ່ວຍ ແລະ ຫຼຸດອາການຮຸນແຮງເມື່ອເວລາຕິດພະຍາດ. ຄຽງຄູ່ກັນນັ້ນ, ພວກເຮົາຕ້ອງໄດ້ເອົາໃຈໃສ່ຮັກສາອະນາໄມ, ລ້າງມືເປັນປະຈຳ, ໃສ່ຜ້າປິດປາກ-ດັງໃນເວລາໄອ-ຈາມ ການປົກປ້ອງສຸຂະພາບໃຫ້ພະນັກງານນັກຮົບ, ນາຍ ແລະ ພົນຕຳຫຼວດ ແມ່ນໜຶ່ງໃນບັນດາວຽກງານທີ່ສໍາຄັນ ເພາະວ່າຖ້າກໍາລັງພົນ (ນາຍ ແລະ ພົນຕຳຫຼວດ) ມີສຸຂະພາບແຂງແຮງດີ ຈະເປັນພື້ນຖານສໍາຄັນໃຫ້ການປະຕິບັດໜ້າທີ່ວຽກງານວິຊາສະເພາະ, ຮັກສາຄວາມສະຫງົບ, ປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ຮັບໃຊ້ປະຊາຊົນໄດ້ຢ່າງມີປະສິດທິຜົນ.
(ຂ່າວ: ສິດທິພັນ)


ຄໍາເຫັນ