ສະຖາບັນເລືອດຈະສືບ​ຕໍ່​​ປຸກລະດົມບໍລິຈາກ​ເລືອດ​ດ້ວຍ​ຄວາມ​ສະໝັກ​ໃຈເພີ່ມຂຶ້ນ

ສະຖາບັນເລືອດຈະສືບ​ຕໍ່​​ປຸກລະດົມບໍລິຈາກ​ເລືອດ​ດ້ວຍ​ຄວາມ​ສະໝັກ​ໃຈເພີ່ມຂຶ້ນ

ສະຖາບັນເລືອດຈະສືບ​ຕໍ່​​ປຸກລະດົມບໍລິຈາກ​ເລືອດ​ດ້ວຍ​ຄວາມ​ສະໝັກ​ໃຈເພີ່ມຂຶ້ນ
ທ່ານ ຈັນທະລາ ສຸກສາຄອນ ອະດີດຫົວໜ້າສະຖາບັນເລືອດແຫ່ງຊາດ (ປັດຈຸບັນເປັນຮອງປະທານອົງການກາແດງແຫ່ງຊາດລາວ), ໄດ້ລາຍງານໃນກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດໂຄງ ການ 2025 ແລະ ແຜນການໄລຍະຕົ້ນປີ 2026 ກ່ຽວກັບ “ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານປຸກລະດົມບໍລິຈາກເລືອດ ແລະ ສະໜອງເລືອດປອດໄພ” ວ່າ: ໃນປີ 2025, ໄດ້ຮັບເລືອດທັງໝົດ 72,452 ຖົງ, ກວມເອົາ 90% ຂອງເປົ້າໝາຍປະຈໍາປີ 80,400 ຖົງ, ການຮັບບໍລິຈາກເລືອດຢູ່ສູນກາງແມ່ນລື່ນຄາດໝາຍ, ແຕ່ຢູ່ຂັ້ນທ້ອງຖິ່ນແມ່ນຫຼຸດຄາດໝາຍທີ່ວາງໄວ້. ໃນນັ້ນ 33,603 ຖົງ (46%) ແມ່ນບໍລິຈາກເລືອດແບບສະໝັກໃຈ ແລະ ອີກຈໍານວນ 38,849 ຖົງ (54%) ແມ່ນບໍລິຈາກເລືອດຈາກສະມາຊິກຄອບຄົວ ຂອງຄົນເຈັບ ຊຶ່ງຈໍານວນ​ເລືອດທັງໝົດ​ທີ່​ໄດ້​ມາເຫັນວ່າ: ການ​ບໍລິຈາກ​ເລືອດ​ດ້ວຍ​ຄວາມ​ສະໝັກ​ໃຈ​ຍັງ​ຕ່ຳ​ກວ່າ​ເປົ້າ​ໝາຍ​ແຫ່ງ​ຊາດ 70%, ດັ່ງນັ້ນ ຈຶ່ງໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ຕ້ອງການ​ສືບ​ຕໍ່​ສູ້ຊົນ ​ແລະ ​ເພີ່ມ​ທະວີ​ການ​ບໍລິຈາກ​ເລືອດ​ດ້ວຍ​ຄວາມ​ສະໝັກ​ໃຈໃຫ້ເພີ່ມຂຶ້ນ​ໃນ​ທົ່ວ​ປະ​ເທດ.
ສະຖາບນເລອດຈະສບ​ຕ​​ປກລະດມບລຈາກ​ເລອດ​ດວຍ​ຄວາມ​ສະໝກ​ໃຈເພມຂນ - image 1
 

 

ໃນປີ 2025 ສະຖາບັນເລືອດແຫ່ງຊາດ ໄດ້ຈັດກອງປະຊຸມວາງແຜນອອກຮັບບໍລິຈາກເລືອດຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃນທົ່ວປະເທດ ໂດຍສະເພາະແມ່ນຢູ່ນະຄອນຫຼວງວຽງຈັນ, ໄດ້ຈັດປະຊຸມວາງແຜນຮ່ວມກັບພາກສ່ວນການຈັດຕັ້ງຕ່າງໆເຊັ່ນ: ປກຊ-ປກສ, ກະຊວງ, ອົງການ, ມະຫາວິ ທະຍາໄລ, ມັດທະຍົມສົມບູນ, ພາກສ່ວນທຸລະກິດ, ໂຮງຈັກ-ໂຮງງານ, ປັບປຸງພື້ນຖານໂຄງລ່າງ ໂດຍໄດ້ສ້ອມແປງສູນເລືອດແຂວງ ຈໍານວນ 5 ແຂວງ ເພື່ອໃຫ້ເຮັດວຽກໄດ້ດີ, ໄດ້ສະໜອງອຸປະກອນການແພດ, ຄອມພີວເຕີ ຈຳນວນ 5 ໜ່ວຍ ໃຫ້ສູນເລືອດແຂວງ, ໄດ້ສະໜອງພາຫະນະຮັບໃຊ້ທາງດ້ານວິຊາການ 3 ຄັນ ປະກອບມີ: ລົດສຳລັບອົບຮົມ ແລະ ຊຸກຍູ້ຕິດຕາມ 1 ຄັນ ໃຫ້ສະຖາບັນເລືອດແຫ່ງຊາດ, ລົດຕູ້ຮັບບໍລິຈາກເລືອດ ໃຫ້ແກ່ແຂວງໄຊສົມບູນ 1 ຄັນ ແລະ ແຂວງເຊກອງ 1 ຄັນ, ໄດ້ສະໜອງຄອມພິວເຕີໃຫ້ 3 ແຂວງ ມີ: ຫຼວງພະບາງ, ໄຊຍະບູລີ ແລະ ແຂວງວຽງຈັນ ພ້ອມນັ້ນ ຍັງໄດ້ອົບຮົມແນະນໍາທາງດ້ານວິຊາການເພື່ອກະກຽມສອບເສັງເອົາໃບຢັ້ງຢືນຄຸນນະພາບຈາກສາກົນ ກໍຄື ຈາກໜ່ວຍງານສະມາຄົມຮັບປະກັນຄວາມປອດໄພຂອງເລືອດສາກົນ (AABB Certificate in Quality).

ນອກຈາກນັ້ນ, ທ່ານ ຈັນທະລາ ສຸກສາຄອນ ຍັງໄດ້ລາຍງານເພີ່ມຕື່ມວ່າ: ເລືອດແຕ່ລະຖົງໃນທົ່ວປະເທດແມ່ນໄດ້ຮັບການກວດວິເຄາະຢ່າງເປັນລະບົບໂດຍພະນັກງານວິຊາການທີ່ໄດ້ຮັບການຝຶກອົບ ຮົມ ທີ່ເປັນໄປຕາມມາດຕະຖານຂອງສະຖາບັນເລືອດແຫ່ງຊາດ, ການນໍາໃຊ້ສ່ວນປະກອບຂອງເລືອດ ໄດ້ເພີ່ມຂຶ້ນໃນທົ່ວປະເທດ ກວມເອົາ 93% ຂອງການນໍາໃຊ້ເລືອດທັງໝົດ, ໂດຍສະເພາະແມ່ນຢູ່ສູນກາງ 99%, ໄດ້ເຮັດການຝຶກອົບຮົມທາງດ້ານວິຊາການ, ການປຸກລະດົມບໍລິຈາກເລືອດ, ຄວາມປອດໄພຂອງເລືອດ ແລະ ການນໍາໃຊ້ເລືອດໃນລະດັບສູນກາງ ແລະ ລະດັບແຂວງ ມີຜູ້ເຂົ້າຮ່ວມຫຼາຍກວ່າ 150 ເທື່ອຄົນ, ໄດ້ມີການເຮັດການກວດສອບກັບທີ່ທາງດ້ານວິຊາການເພື່ອຊອກຮູ້ໄດ້ຄວາມສ່ຽງ ແລະ ແກ້ໄຂບັນດາຄວາມຜິດພາດ ຢູ່ສູນກາງ 2 ຄັ້ງ ແລະ ແຕ່ລະແຂວງ 1 ຄັ້ງ, ໄດ້ນໍາໃຊ້ຊ່ອງທາງການສື່ສານ ດ້ວຍຮູບການຕ່າງໆ ທັງໝົດ 3,636 ຄັ້ງ.

ພ້ອມນັ້ນ, ສະຖາບັນເລືອດແຫ່ງຊາດ ຍັງໄດ້ສ້າງຂະບວນການໃນວັນສຳຄັນຂອງພັກ-ຂອງຊາດແລະ ສາກົນອື່ນ ເຊັ່ນ: ຢູ່ນະຄອນຫຼວງວຽງຈັນ, ຈໍາປາສັກ, ຫຼວງພະບາງ, ສະຫວັນນະເຂດ ແລະ ແຕ່ລະແຂວງກໍໄດ້ຈັດຂຶ້ນເຊັ່ນດຽວກັນ, ໄດ້ຈັດກອງປະຊຸມ, ຈັດຝຶກອົບຮົມໃຫ້ຜູ້ປະສານງານ ຮ່ວມກັບ ບັນດາໂຮງຈັກ, ໂຮງງານ ແລະ ຫົວໜ່ວຍທຸລະກິດ ໂດຍມີຜູ້ບໍລິຈາກເລືອດໃນກຸ່ມເປົ້າໝາຍ ໃຫ້ເພີ່ມຂຶ້ນ 25% ທຽບຈາກປີ 2024, ຕົວຊີ້ວັດວຽກງານປຸກລະດົມບໍລິຈາກເລືອດໄດ້ຖືກບັນຈຸ ຢູ່ໃນແຜນພັດທະນາເສດຖະ ກິດ-ສັງຄົມ ຂອງສະພາແຫ່ງຊາດ, ງົບປະມານຈາກລັດຖະບານກໍໄດ້ມີການເພີ່ມຂຶ້ນໃນແຕ່ລະປີ ໄປ ພ້ອມໆກັບຈໍານວນຮັບບໍລິຈາກເລືອດເພີ່ມຂຶ້ນ, ໄດ້ສຸມໃສ່ຊຸກຍູ້ໃຫ້ແຂວງເພີ່ມທະວີການປຸກລະດົມບໍລິຈາກເລືອດໃຫ້ຫຼາຍຂຶ້ນ ໂດຍສະເພາະແຂວງທີ່ມີທ່າແຮງໃຫ້ສາມາດກຸ້ມຕົນເອງ ຄືແຂວງສະຫວັນນະເຂດ, ຈໍາປາສັກ, ຄໍາມ່ວນ ແລະ ສາລະວັນ, ອັດຕາສ່ວນໃນການໃຊ້ຈ່າຍທີ່ຈໍາເປັນທີ່ໄດ້ຮັບຈາກລັດຖະບານ ແລະ ການເກັບຄ່າຊົດເຊີຍເພີ່ມຂຶ້ນໂດຍກວມເອົາອັດຕາສ່ວນຂອງການໃຊ້ຈ່າຍທັງໝົດ. ສໍາຄັນໄປກວ່ານັ້ນ, ໄດ້ຈັດກອງປະຊຸມຄະນະກຳມະການສົ່ງເສີມການບໍລິຈາກເລືອດ ສົ່ງເລືອດແຫ່ງຊາດ ແລະ ໄດ້ຈັດກອງປະຊຸມຮ່ວມກັບພາກສ່ວນສາທາລະນະສຸກໃນການປ້ອງກັນ ແລະ ຄວບຄຸມພະຍາດທາລາດເຊເມຍ.

ດັ່ງນັ້ນ, ເພື່ອໃຫ້ບັນລຸຕາມແຜນທີ່ວາງໄວ້ ປວງຊົນທຸກໆພາກສ່ວນ ຕ້ອງໄດ້ໃຫ້ຄວາມຮ່ວມມື ໃນການບໍລິຈາກເລືອດແບບສະໝັກໃຈ ບໍ່ຮຽກຮ້ອງຄ່າຕອບແທນ ໃຫ້ຫຼາຍຂຶ້ນ ເພື່ອກອບກູ້ເອົາຊີວິດ ຂອງເພື່ອນມະນຸດດ້ວຍກັນ ໃຫ້ກັບຄືນມາມີຊີວິດ ໃນສັງຄົມ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນເພື່ອຄວາມເປັນເອກະພາບແລະໂປ່ງໃສ

ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມຜ່ານຮ່າງຄູ່ມືຄຸ້ມຄອງລະບົບການເງິນ ຂອງອົງການກາແດງແຫ່ງຊາດລາວ ໃນວັນທີ 19 ພະຈິກນີ້, ໂດຍການເປັນປະທານ ຂອງທ່ານ ຄໍາລາວັນ ຈັນທະລາວັນ ກໍາມະການສູນກາງພັກເລຂາຄະນະພັກປະທານອົງການກາແດງແຫ່ງຊາດລາວ, ເຂົ້າຮ່ວມມີບັນດາຜູ້ແທນຈາກຂັ້ນສູນກາງ ແລະ ຂັ້ນແຂວງທົ່ວປະເທດ ພ້ອມດ້ວຍຄູ່ຮ່ວມງານພັດທະນາ.
ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ມ​ສ ສົງແຂວງຫລວງພະບາງ ໄດ້ຮັບການຊ່ວຍ​ເຫຼືອຈາກຄະນະສາຍບຸນ ສປ ຈີນ

ພິທີມອບ - ຮັບ ອຸປະກອນການສຶກສາ ຂອງຄະນະທີມງານສາຍບຸນ ຈາກ ສປ ຈີນ ໃຫ້ແກ່ໂຮງຮຽນມັດທະຍົມສົມບູນສົງ (ມ​ສ ສົງ) ແຂວງຫຼວງພະບາງ,ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ພະ​ຈິກ​ຜ່ານ​ມາທີ່ ມ​ສ ດັ່ງ​ກ່າວ, ໂດຍມີ ສາທຸ ຈັນທະລິນ ຈີນນະທັມໂມ ຮອງປະທານ ອົງການພຸດທະສາສະໜາສັມພັນລາວ (ອພສ) ຫົວໜ້າກັມມາທິການສຶກສາສົງແຂວງ, ທ່ານ ຄຳຄ່ອງ ພົມມະປັນຍາ ປະທານກວດກາພັກ-ອົງການກວດກາລັດແຂວງ, ພ້ອມດ້ວຍ ຜູ້ຕາງໜ້າຈາກພະແນກການກ່ຽວຂ້ອງ ເຂົ້າຮ່ວມ.
ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ນາງ ອາລຸນໄຊ ພຸດທະວົງ ຈາກ ມສ ຄອນ ຊະ​ນະ​ເລີດ ການ​ປະ​ກວດ​ໝໍ​ລຳ​ສີ​ພັນ​ດອນ

ງານຕະຫຼາດນັດກາງຄືນຂອງ ເມືອງ​ໂຂງ ແຂວງ​ຈຳ​ປາ​ສັກ ເພື່ອສືບສານສິລະປະໝໍລຳສີພັນດອນ ພາຍໃຕ້ຄຳຂວັນ: “ມົນສະເໜ່ສີພັນດອນ ສືບສານວິຖີຊີວິດ ສ້າງສີສັນຍາມຄ່ຳຄືນ” ຕິດພັນກັບການປະກວດໝໍລຳສີພັນດອນ ໃນລະດັບໂຮງຮຽນມັດທະຍົມສົມບູນ (ມສ) ທົ່ວເມືອງໂຂງ ໄດ້​ປິດ​ລົງ​ຢ່າງຄຶກຄື້ນ ແລະ ມ່ວນຊື່ນ ໃນ​ຄ່ຳ​ຄືນ​ຂອງວັນ​ທີ 19 ພະ​ຈິກ​ຜ່ານ​ມາ ທີ່ ບ້ານ​ເມືອງ​ແສນ ຕາ​ແສງດອນ​ໂຂງ, ໂດຍມີ ທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງໂຂງ, ທ່ານ ສະເຫຼີມໄຊ ແສງສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ ຕະຫຼອດ​ຮອດ​ປະ​ຊາ​ຊົນ​ຊາວ​ເມືອງ​ໂຂງເຂົ້າຮ່ວມຢ່າງຫຼວງຫຼາຍ.
ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

ແຂວງຄຳມ່ວນ ມອບ 500 ລ້ານກີບ ບູລະນະໂຮງຮຽນ ມ.ປ ທ່າແຂກ

“ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ມອບເງິນ 500 ລ້ານກີບ ທີ່ໄດ້ຈາກການລະດົມທຶນຈາກສັງຄົມ ໃຫ້ແກ່ໂຮງຮຽນມັດທະຍົມຕອນປາຍທ່າແຂກ ເພື່ອບູລະນະສ້ອມແປງອາຄານ ແລະ ປັບປຸງສະພາບແວດລ້ອມການຮຽນ-ການສອນ.
ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຈັດ​ກິດ​ຈະ​ກຳບໍລິຈາກເລືອດ

ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ໄດ້ຈັດກິດຈະກຳ ຮັບບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ, ໃນ​ວັນ​ທີ 20 ພະ​ຈິກ​ນີ້, ໂດຍມີ ທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມແຂວງ, ຕາງໜ້າອົງການກາແດງແຂວງ, ພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການ ພາຍໃນແຂວງ ເຂົ້າຮ່ວມ.
ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ອັດຕະປື ເປີດນຳໃຊ້ລະ​ບົບ​ໃບເກັບ​ເງິນເອ​ເລັກ​ໂຕ​ຣ​ນິກ ແລະ ເບີກຈ່າຍງົບປະມານລັດ

ກະຊວງການເງິນ ຮ່ວມກັບ ອົງການປົກຄອງແຂວງອັດຕະປື ຈັດກອງປະຊຸມເຜີຍແຜ່ແນະນຳ ແລະ ເປີດນຳໃຊ້ລະບົບໃບເກັບເງິນເອເລັກໂຕຣນິກ (E-Tax Invoice) ແລະ ລະບົບຄຸ້ມຄອງແບບຟອມ ແລະ ເບີກຈ່າຍງົບປະມານພາກລັດແບບເອເລັກໂຕຣນິກ (D-Filing) ໃນວັນທີ 19 ພະຈິກຜ່ານ​ມາ ທີ່ແຂວງອັດ​ຕະ​ປື, ໂດຍມີ ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວ ໜ້າກົມສ່ວຍ ສາອາກອນ ກະຊວງການເງິນ, ມີທ່ານ ນາງ ໄຍຄຳ ສີຊາຊົນ ຮອງຫົວໜ້າພະແນກການເງິນແຂວງອັດຕະປື, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ
ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ສະມໍລບີ ໃຊ້ພະນັກງານ 280 ຄົນ ອະນາໄມໃນງານບຸນພະທາດຫຼວງ ຕະຫຼອດ 24 ຊົ່ວໂມງ

ບໍລິສັດ ສະມໍລບີ ໄດ້ກະກຽມກໍາລັງພະນັກງານຈໍານວນ 280 ຄົນ ພ້ອມອຸປະກອນ ແລະ ພາຫະນະຮັບໃຊ້ວຽກງານອະນາໄມ, ເກັບມ້ຽນ ແລະຂົນສົ່ງຂີ້ເຫຍື້ອພາຍໃນງານບຸນນະມັດສະການພະທາດຫຼວງວຽງຈັນ ປີ 2026 ໂດຍໄດ້ຈັດກໍາລັງພະນັກງານປະຈໍາການຕະຫຼອດ 24 ຊົ່ວໂມງ ເພື່ອຮັກສາສະພາບແວດລ້ອມພາຍໃນງານບຸນໃຫ້ສະອາດງາມຕາ ແລະ ເປັນລະບຽບຮຽບຮ້ອຍ.
ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ 38 ຕາແສງ ທົ່ວແຂວງສາລະວັນ

ຄະນະຈັດຕັ້ງສູນກາງພັກ ມອບອຸປະກອນໄອທີໃຫ້ຄະນະກຳມະການປົກຄອງຕາແສງ 38 ຕາແສງ ທົ່ວແຂວງສາລະວັນ ປະກອບມີ ປີ່ນເຕີ 38 ເຄື່ອງ, ແທັບເລັດ 38 ເຄື່ອງ ແລະ ຄອມພິວເຕີແລັບທັອບ 38 ເຄື່ອງ, ລວມທຸກລາຍການທັງໝົດ 114 ເຄື່ອງ.
ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ສາລະວັນວາງເປົ້າໝາຍສ້າງຄອບຄົວພົ້ນທຸກ 5 ພັນກວ່າຄອບຄົວ

ແຂວງ​ສາ​ລະ​ວັນໄດ້​ຈັດກອງປະຊຸມເຜີຍແຜ່ ວາລະແຫ່ງຊາດ ວ່າດ້ວຍ ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນວັນທີ 18 ພະຈິກຜ່​ານ​ມາທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງ ທັງເປັນຫົວໜ້າຄະນະຊີ້ນໍາການຈັດຕັ້ງປະຕິບັດ ວາລະແຫ່ງຊາດຂັ້ນແຂວງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທຶ່ອທີ2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V

ກອງປະຊຸມສະໄໝສາມັນເທຶ່ອທີ2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V

ກອງປະຊຸມສະໄໝສາມັນເທຶ່ອທີ 2 ຂອງສະພາປະຊາຊົນແຂວງໄຊຍະບູລີຊຸດທີ V ໄດ້ເປີດ​ຂຶ້ນ​ໃນວັນທີ 19 ພະຈິກ 2026 ທີ່ແຂວງໄຊ​ຍະ​ບູ​ລີ,ພາຍໃຕ້ການເປັນປະທານຂອງທ່ານເພັງນິລັນຄໍາພັນເພັງກໍາມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງໄຊຍະບູລີ,ມີທ່ານດວງຕາໄຊວຸດປະທານຄະນະກໍາມະການປົກຄອງແຂວງ, ມີບັນດາການນຳ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ່7, ສະມາຊິກສະພາປະຊາຊົນແຂວງແລະພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ