ສາທາແຂວງສາລະວັນ ເອົາໃຈໃສ່ຕໍ່ວຽກງານໂພຊະນາການ ບັນລຸຕາມໂຕຊີ້ບອກທີ່ສະພາແຫ່ງຊາດຮັບຮອງ

ສາທາແຂວງສາລະວັນ ເອົາໃຈໃສ່ຕໍ່ວຽກງານໂພຊະນາການ ບັນລຸຕາມໂຕຊີ້ບອກທີ່ສະພາແຫ່ງຊາດຮັບຮອງ
ໂດຍ:ບຸນຕອມ
ພະແນກສາທາລະນະສຸກ  ແຂວງສາລະວັນ ຍາມໃດກໍໃຫ້ຄວາມສຳຄັນຕໍ່ວຽກງານໂພຊະນາການແມ່-ເດັກ ໂດຍສຸມໃສ່ໃນການລົງໂຄສະນາສຸຂະສຶກສາໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈຕໍ່ຄວາມສຳຄັນຂອງ ວຽກງານດັ່ງກ່າວ ເພື່ອຫຼຸດຜ່ອນອັດຕາການຕາຍຂອງແມ່ ບັນຫາການຂາດສານອາຫານ ເດັກເຕ້ຍ ນ້ຳໜັກຕ່ຳກວ່າເກນ ແລະ ອື່ນໆ ທັງນີ້ກໍເພື່ອແນໃສ່ເປັນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວຽກງານໂພຊະນາການ ໃຫ້ບັນລຸຕາມ 11 ໂຕຊີ້ບອກທີ່ສະພາແຫ່ງຊາດຮັບຮອງ.
ທ່ານ ວົງດາວ ສຸລິນທາ ຮອງຫົວໜ້າ ພະແນກສາທາລະນະສຸກແຂວງສາລະວັນ ໄດ້ໃຫ້ສຳພາດຕໍ່ທີມງານນັກຂ່າວຈາກສູນກາງໃນວັນທີ 9 ມັງກອນ ນີ້ ວ່າ: ພະແນກສາທາລະນະສຸກ ແຂວງສາລະວັນແລະ ຂະແໜງອະນາໄມ ສົ່ງເສີມສຸຂະພາບ ໄດ້ເອົາໃຈໃສ່ລົງເຄື່ອນໄຫວຈັດຕັ້ງປະຕິບັດຊີ້ນຳ-ນຳພາ ນັບແຕ່ຂັ້ນແຂວງ,ເມືອງ,ໂຮງໝໍນ້ອຍຈົນຮອດຂັ້ນບ້ານ ໄດ້ມີຜົນສຳເລັດຫຼາຍດ້ານ ກ່ຽວກັບ 11 ຕົວຊີ້ບອກສະພາແຫ່ງຊາດຮັບຮອງ ໂດຍສະເພາະແມ່ນອັດຕາເດັກນ້ອຍລຸ່ມ 5 ປີ ທີ່ນໍ້າໜັກຕໍ່າກວ່າມາດຕະຖານ ຖ້າທຽບໃສ່ຄາດໝາຍຕົວເດັກທີ່ພວກເຮົາຕັ້ງໄວ້ໃນແຕ່ລະປີເຫັນວ່າບັນລຸໄດ້ຕາມແຜນການ ແລະ  ເປົ້າໝາຍທີ່ຕັ້ງໄວ້ແມ່ນ 23%,ປະຕິບັດໄດ້ 11%,ເດັກອາຍຸຕໍ່າກວ່າ 5 ປີເຕ້ຍ ບໍໍ່ໄດ້ມາດຖານ ຄາດໝາຍທີ່ຕັ້ງໄວ້ 30%,  ປະຕິບັດໄດ້ 15%,ອັດຕາການຕາຍຂອງເດັກລຸ່ມ 1 ປີ ແມ່ນບັນລຸໄດ້, ອັດຕາການຕາຍຂອງເດັກລຸ່ມ 5 ປິ ແມ່ນບັນລຸໄດ້ 23% ສ່ວນອັດຕາການຕາຍຂອງແມ່ຖ້າທຽບໃສ່ ໜຶ່ງປີຜ່ານມາແມ່ນຫຼຸດລົງ,ປີຜ່ານມາເສຍຊີວິດ 10 ຄົນ, ໂດຍຕັ້ງໄວ້ບໍ່ໃຫ້ເກີນ 100/100.000 ຄົນ, ອັດຕາການເກີດລູກໃນສະຖານທີ່ບໍລິການທີ່ມີແພດຊ່ວຍໂຕເລກຕັ້ງໄວ້ແມ່ນ 85%, ປະຕິບັດໄດ້ 91%,ອັດຕາການສັກຢາກັນພະຍາດ ໂຕເລກຕັ້ງໄວ້ແມ່ນ 96%, ປະຕິບັດໄດ້ 101,7% ອັດຕາການໃຊ້ນໍ້າສະອາດໂຕເລກຄາດໝາຍແມ່ນ96%,ປະຕິບັດໄດ້ 96,1% ອັດຕາການຊົມໃຊ້ວິດຖ່າຍຄາດໝາຍ85%ປະຕິບັດໄດ້ 90% ອັດຕາຄວບຄຸມປະກັນສຸຂະພາບສາມາດຄວບຄຸມ 100%,ອັດຕາຮັບຮອງບ້ານສາທາລະນະສຸກແບບຢ່າງ ຄາດໝາຍແມ່ນ 85%, ປະຕິບັດໄດ້ 95% ຊຶ່ງວຽກປະກາດບ້ານຢຸດຕິການຖ່າຍຊະຊາຍ ຫຼື ບ້ານສາທາລະນະສຸກແບບຢ່າງ ຕາມແຜນແມ່ນເລັ່ງໃຫ້ບຸກທະລຸປີນີ້ແມ່ນໃຫ້ໄດ້ 7 ເມືອງ ພວກເຮົາກໍຈັດຕັ້ງປະຕິບັດໄດ້ ຄືເມືອງວາປີໄດ້ປະກາດໄປແລ້ວໃນປີ 2022,ປີນີ້ໄດ້ປະກາດເມືອງຄົງ,ເມືອງລະຄອນເພັງ,ເມືອງເລົ່າງາມ,ເມືອງຕະໂອ້ຍ,ເມືອງຕຸ້ມລານ ແລະ ຍັງແຕ່ເມືອງດຽວຄືເມືອງສາລະວັນ ຢູ່ໃນ 579 ບ້ານ ແມ່ນໄດ້ປະກາດໄປແລ້ວ 500 ບ້ານ ແລະ ຍັງພຽງແຕ່ 29 ບ້ານຂອງເມືອງສາລະວັນ ແລະ ໃນໄວໆນີ້ແມ່ນຈະໄດ້ປະກາດອີກ 6 ບ້ານ ແລະ ຍັງ 21 ບ້ານ ຕາມແຜນທີ່ໄດ້ປະຊຸມຮ່ວມກັບເມືອງສາລະວັນເລັ່ງໃສ່ໃຫ້ໄດ້ປະກາດໃນເດືອນກຸມພານີ້ຕາມແຜນການກຳນົດໄວ້ເພາະວ່າແຂວງສາລະວັນຕ້ອງໄດ້ປະກາດເປັນແຂວງຢຸດຕິການຖ່າຍຊະຊາຍໃນປີ 2024 ສະນັ້ນພວກເຮົາຕ້ອງໄດ້ເລັ່ງໃຫ້ເມືອງສາລະວັນໃຫ້ໄດ້ປະກາດຢູ່ໃນ 21 ບ້ານ ໃນທ້າຍເດືອນກຸມພາ 2024ນີ້ ແລະ ຢູ່ໃນ 8 ເມືອງ ເຮົາໄດ້ປະກາດໄປແລ້ວ 7 ເມືອງ ທີ່ຢຸດຕິການຖ່າຍຊະຊາຍ.
ໃນໄລຍະຜ່ານມາ ໂດຍອີງໃສ່ແຜນຍຸດທະສາດ ການບໍລິການ ການເຊື່ອມສານດ້ານໂພຊະນາການ ຂອງແມ່, ເດັກເກີດໃໝ່ ແລະ ໄວໜຸ່ມ ພວກເຮົາໄດ້ເອົາໃຈໃສ່ປະຕິບັດຢ່າງຕັ້ງໜ້າ ໂດຍໄດ້ລົງໂຄສະນາສຸຂະສຶກສາໃຫ້ແກ່ບັນດາບ້ານເປົ້າໝາຍ ໂຮງຮຽນມັດທະຍົມຕອນຕົ້ນ ສ່ວນເດັກເກີດໃໝ່ ໂດຍສະເພາະເດັກ 1.000 ວັນ ໄດ້ລົງໂຄສະນາສຸຂະສຶກສາຢູ່ບ້ານ  ເພື່ອຫຼຸດຜ່ອນອັດຕາການຕາຍຂອງແມ່-ເດັກ.
ທ່ານຍັງໃຫ້ຮູ້ຕື່ມວ່າ:  ຂໍ້ດີ ແລະ ຂໍ້ຫຍຸ້ງຍາກ ກໍຄື ບັນຫາສິ່ງທ້າທາຍ ເພາະພາຍໃນແຂວງຍັງມີບ້ານທີ່ຢູ່ໃນເຂດຫ່າງໄກສອກຫຼີກ ເສັ້ນທາງຄົມມານາຄົມບໍ່ສາມາດເຂົ້າເຖິງ ເຮັດໃຫ້ການລົງເຄື່ອນໄຫວໂຄສະນາສຸຂະສຶກສາຂອງພະນັກງານແພດໝໍບໍ່ສາມາດເຂົ້າເຖິງເປົ້າໝາຍດັ່ງກ່າວ. ຢ່າງໃດກໍຕາມ, ທາງແຂວງກໍຈະໄດ້ສືບຕໍ່ສຸມໃສ່ບັນດາວຽກງານທີ່ຍັງບໍ່ທັນບັນລຸຄຽງຄູ່ກັນນັ້ນກໍຍັງຮຽກຮ້ອງໃຫ້ປະຊາຊົນເປັນເຈົ້າການຕື່ມໃນການຮັກສາສຸຂະພາບຂອງສະມາຊິກພາຍໃນຄອບຄົວ ໂດຍການນຳເອົາລູກຫຼາຍໄປສັກຢາຕາມຈຸດຕ່າງໆ ແນະນຳແມ່ຍິງຖືພາໃຫ້ໄປຝາກທ້ອງຕາມຈຸດບໍລິການ ແລະ ອື່ນໆ ເພື່ອໃຫ້ປະຊາຊົນມີສຸຂະພາບແຂງແຮງ ປະກອບສ່ວນບັນລຸຕາມຕົວຊີ້ບອກທີ່ທາງລັດຖະບານໄດ້ດຳນົດໄວ້.
ສ່ວນການເຄື່ອນໄຫວຂອງທີມງານສື່ມວນຊົນຈາກສູນກາງຢູ່ແຂວງສາລະວັນ ເພື່ອຕິກຕາມສະພາບການຈັກຕັ້ງປະຕິບັດວຽກງານໂພຊະນາການແມ່-ເດັກ ມີຂຶ້ນໃນລະຫວ່າງວັນທີ 8-12 ທັນວາ ນີ້ ນຳພາໂດຍ ທ່ານ ນາງ ນິນລະນາ ພົມມະຈັນ ວິຊາການສູນສະຖິຕິ ແລະ ຂ່າວສານສາທາລະນະສຸກກະຊວງສາທາລະນະສຸກ ແລະ ໄດ້ຮັບການສະ
ໜັບສະໜູນ ຈາກ ສະຫະພາບເອີລົບ EU ໂດຍຜ່ານ ອົງການອຸຍນີເຊັບUnicefປະຈຳລາວ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ

ສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ

ໜັງສືພິມປະຊາຊົນ ສຽງຂອງສູນກາງພັກປະຊາຊົນປະຕິວັດລາວ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ ຄົບຮອບ 75 ປີ (13/8/1950-13/8/2025) ຂຶ້ນ ໃນວັນທີ 15 ສິງຫານີ້ ທີ່ສຳນັກງານໜັງສືພິມປະຊາຊົນ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຫົວໜ້າກົມ, ຮອງກົມ, ບັນດາຜູ້ອຳນວຍການສື່ສິ່ງພິມ, ວິທະຍຸ, ໂທລະພາບ, ອະດີດບັນນາທິການ, ພະນັກງານອາວຸໂສບຳນານ ແລະ ພະນັກງານເຂົ້າຮ່ວມ.
ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ໃນວັນທີ 14 ສິງຫານີ້ ສະມາຄົມຜະລິດ ແລະ ປຸງແຕ່ງກຳສິກຳລາວ (ສະມາຄົມທຸລະກິດກະສິກຳລາວ) ໄດ້ຈັດພິທີເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ (ໂຄງການສົ່ງເສີມປູກສົ້ມພໍດີ, ງາດຳ-ງາຂາວ ແລະ ຫົວບົ່ວໃຫຍ່ ເປັນສິນຄ້າສົ່ງອອກໄປ ສ.ເກົາຫຼີ ແລະ ເຊັນສັນຍາຊື້-ຂາຍຮ່ວມກັນ ຂຶ້ນທີ່ສວນຂອງສະຫະກອນ 3 ເອຟ໋ ກະສິກໍາຍືນຍົງຂອງລາວ ບ້ານນາເທບ ເມືອງໂພນໂຮງ ແຂວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານສະການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ.
ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ

ໃນວັນທີ 14 ສິງຫານີ້ ສະມາຄົມຜະລິດ ແລະ ປຸງແຕ່ງກຳສິກຳລາວ (ສະມາຄົມທຸລະກິດກະສິກຳລາວ) ໄດ້ຈັດພິທີເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ (ໂຄງການສົ່ງເສີມປູກສົ້ມພໍດີ, ງາດຳ-ງາຂາວ ແລະ ຫົວບົ່ວໃຫຍ່ ເປັນສິນຄ້າສົ່ງອອກໄປ ສ.ເກົາຫຼີ ແລະ ເຊັນສັນຍາຊື້-ຂາຍຮ່ວມກັນ ຂຶ້ນທີ່ສວນຂອງສະຫະກອນ 3 ເອຟ໋ ກະສິກໍາຍືນຍົງຂອງລາວ ບ້ານນາເທບ ເມືອງໂພນໂຮງ ແຂວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານສະການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ.
ກຽມພ້ອມຮັບມື ຕ້ານໄພພິບັດທາງທຳມະຊາດ ໃນໄລຍະລະດູຝົນປີນີ້

ກຽມພ້ອມຮັບມື ຕ້ານໄພພິບັດທາງທຳມະຊາດ ໃນໄລຍະລະດູຝົນປີນີ້

ໃນລະດູຝົນນີ້, ກົມຊົນລະປະທານ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ກຽມຄວາມພ້ອມຮອບດ້ານ ຮັບມືກັບໄພພິບັດທາງທຳມະຊາດ ເຝົ້າລະວັງເຂດພື້ນທີ່ ມີຄວາມສ່ຽງ ພ້ອມທັງໄດ້ອອກແຈ້ງການ ເຖິງຂະແໜງຊົນລະປະທານແຂວງ, ນະຄອນຫຼວງວຽງຈັນ ໃຫ້ກະກຽມຄວາມພ້ອມຮັບມືກັບປະກົດການທີ່ຈະເກີດຂຶ້ນ.
ພູມໃຈໃນວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ພູມໃຈໃນວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ເນື່ອງໃນໂອກາດເຂົ້າຮ່ວມພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13/8/1950-13/8/2025) ຈັດຂຶ້ນໃນວັນທີ 13 ສິງຫາ ຜ່ານມາ ທີ່ຫໍປະຊຸມແຫ່ງຊາດ, ທ່ານ ພູວົງ ພະມີສິດ ກຳມະການສູນກາງແນວລາວສ້າງຊາດ ຫົວໜ້າທີ່ປຶກສາວຽກງານຊົນເຜົ່າ ທັງເປັນປະທານສວນວັດທະນະທໍາບັນດາເຜົ່າ ໄດ້ສະແດງຄວາມຮູ້ສຶກຕໍ່ວັນດັ່ງກ່າວຜ່ານສື່ມວນຊົນວ່າ: ວັນສ້າງຕັ້ງແນວລາວສ້າງຊາດເປັນໜຶ່ງວັນທີ່ມີຄວາມໝາຍ-ສຳຄັນ ຕົນເອງມີຄວາມຮູ້ສຶກດີໃຈ ແລະ ພູມໃຈຫຼາຍທີ່ໄດ້ເຂົ້າຮ່ວມງານສະເຫຼີມສະຫຼອງວັນດັ່ງກ່າວໃນຄັ້ງນີ້.
ມອບເງີນຊຸກຍູ້ ກອງປະຊຸມໃຫຍ່ຄັ້ງທີIX ຂອງອົງຄະນະພັກແຂວງຫຼວງນ້ຳທາ.

ມອບເງີນຊຸກຍູ້ ກອງປະຊຸມໃຫຍ່ຄັ້ງທີIX ຂອງອົງຄະນະພັກແຂວງຫຼວງນ້ຳທາ.

ວັນທີ 13 ສິງຫາ 2025 ຢູ່ທີ່ຫ້ອງວ່າການແຂວງຫຼວງນໍ້າທາ,ບັນດາບໍລິສັດຕ່າງໆ ມອບເງິນຊຸກຍູ້ກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງຫຼວງນໍ້າທາ ຄື: ບໍລິສັດ ກຸຫຼາບຄໍາ ຈໍາກັດ ມອບ100,000,000 ກີບ, ບໍລີສັດ skvກຣຸບ 100,000,000 ກີບ, ບໍລິສັດ ລ້ານຊ້າງ ກໍ່ສ້າງ ທາງດ່ວນ ບໍ່ເຕ່ນ-ນາເຕີຍ100,000,000 ກີບ ແລະ ບໍລິສັດ ສົມປະສົງ ເຄຫາ, ຂົວທາງ ແລະ ຊົນລະປະທານ ຈໍາກັດຜູ້ດຽວ ຈໍານວນ 30,000,000 ກີບລວມເປັນເງີນທັງໝົດ 330,000,000 ກີບ, ໃຫ້ກຽດມອບໂດຍຜູ້ຕາງໜ້າແຕ່ລະບໍລິສັດ ແລະ ໃຫ້ກຽດຮັບໂດຍທ່ານ ອ່ອນຈັນ ຄໍາພາວົງ ຮອງເຈົ້າແຂວງຫຼວງນໍ້າທາ.
ລົງເລິກການຮ່ວມມືລະຫວ່າງສະຖາບັນກັບວິສາຫະກິດ

ລົງເລິກການຮ່ວມມືລະຫວ່າງສະຖາບັນກັບວິສາຫະກິດ

ສະຖາບັນຂົງຈື ມະຫາວິທະຍາໄລ ສຸພານຸວົງ ໄດ້ຮ່ວມມືກັບ ບໍລິສັດ ຊີຈີເອັນເອເນີຈີເຕັກໂນໂລຊີ (ລາວ) ຈຳກັດ, ບໍລິສັດ ທາງລົດໄຟລາວ-ຈີນ, ບໍລິສັດ ພາວເວີຊາຍນາ ແລະ ຫົວໜ່ວຍທຸລະກິດຈີນອື່ນໆ ສ້າງສູນສາທິດການຝຶກຫັດງານໃນຫຼາຍໆພື້ນທີ່, ລົງເລິກການພັດທະນາການສ້າງພະນັກງານທ້ອງຖິ່ນ ຜ່ານໂຄງການ “ພາສາຈີນ ເຕັກນິກວິຊາຊີບ”.
ພູມໃຈໃນອາຊີບສື່ມວນຊົນ

ພູມໃຈໃນອາຊີບສື່ມວນຊົນ

ແມ່ຍິງລາວ ແມ່ນຜູ້ທີ່ມີຄວາມດຸໝັ່ນ ພາກພຽນ ຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ແລະ ເຮັດວຽກຄຽງບ່າຄຽງໄຫຼ່ ກັບເພດຊາຍ ບໍ່ວ່າຈະແມ່ນໄລຍະສົງຄາມກໍຄືໄລຍະສັນຕິສຸກ, ແມ່ຍິງປະກອບສ່ວນສ້າງສາພັດທະນາປະເທດຊາດດ້ວຍຄວາມຫ້າວຫັນໃນຫຼາກຫຼາຍສາຂາອາຊີບ ຊຶ່ງອາຊີບໃນຂົງເຂດສື່ມວນຊົນ ກໍເປັນອາຊີບໜຶ່ງ ທີ່ແມ່ຍິງລາວເຮົາ ມີບົດບາດສຳຄັນ ປະກອບສ່ວນຕໍ່ຜົນສຳເລັດຂອງການປະຕິບັດສອງໜ້າທີ່ຍຸດທະຍຸດທະສາດ ດັ່ງ ທ່ານ ນາງ ອາດີນາ ມະຫາວົງ ກໍເປັນຜູ້ໜຶ່ງທີ່ໄດ້ເຄື່ອນໄຫວຢ່າງຫ້າວຫັນ ແລະ ມີຄວາມພູມໃຈຕໍ່ອາຊີບສື່ມວນຊົນ.
ທ່ານ ດາວວີ ວົງໄຊ ຍື່ນສານຕາຕັ້ງຕໍ່ ເຈົ້າຊາຍ ອາລົວ ແຫ່ງ ເລັກເຕິນສະເຕນ

ທ່ານ ດາວວີ ວົງໄຊ ຍື່ນສານຕາຕັ້ງຕໍ່ ເຈົ້າຊາຍ ອາລົວ ແຫ່ງ ເລັກເຕິນສະເຕນ

ໃນວັນທີ 12 ສິງຫາ ຜ່ານມາ ທີ່ສຳນັກພະລາດຊະວັງ ວາດູສ ປະເທດເລັກເຕິນສະເຕນ (Principality of Liechtenstein), ທ່ານ ດາວວີ ວົງໄຊ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ເຈົ້າຊາຍ ອາລົວ ແຫ່ງ ເລັກເຕິນສະເຕນ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມຄົນໃໝ່ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳປະເທດເລັກເຕິນສະເຕນ ຊຶ່ງມີສຳນັກງານສະຖານທູດ ຕັ້ງຢູ່ເຊີແນວ ປະເທດສະວິດ.
ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງ ຍທຂ  ສະໄໝທີ VI ຮອບທີ I

ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງ ຍທຂ ສະໄໝທີ VI ຮອບທີ I

ຄະນະພັກກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກກະຊວງສະໄໝທີ VI ຮອບທີ I ຂຶ້ນໃນວັນທີ 14 ສິງຫານີ້ ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ ພາຍໃຕ້ການເປັນປະທານຂອງ ສະຫາຍ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງ ຍທຂ, ມີຄະນະປະຈໍາພັກກະຊວງ, ກໍາມະການພັກ, ຄະນະໜ່ວຍພັກ, ຮາກຖານພັກ ແລະ ບັນດາສະມາຊິກພັກເຂົ້າຮ່ວມ.
ເພີ່ມເຕີມ