ສາທາເມືອງປາກອູ ເອົາໃຈໃສ່ຕໍ່ວຽກງານໂພຊະນາການ

ສາທາເມືອງປາກອູ ເອົາໃຈໃສ່ຕໍ່ວຽກງານໂພຊະນາການ
ໂດຍ: ບຸນຕອມ
    ເມືອງປາກອູ ເປັນອີກເມືອງໜຶ່ງຂອງແຂວງຫຼວງພະບາງ ທີ່ຍາມໃດກໍເປັນເຫັນຄວາມສຳຄັນຕໍ່ວຽກງານໂພຊະນາການແມ່-ເດັກ ໂດຍສຸມໃສ່ໃນການລົງໂຄສະນາສຸຂະສຶກສາໃຫ້ພໍ່ແມ່ປະຊາຊົນຮັບຮູ້ ແລະ ເຂົ້າໃຈຕໍ່ຄວາມສຳຄັນຂອງວຽກງານດັ່ງກ່າວ ເພື່ອຫຼຸດຜ່ອນອັດຕາການຕາຍຂອງແມ່ ບັນຫາການຂາດສານອາຫານ, ເດັກເຕ້ຍ, ນ້ຳໜັກຕ່ຳກວ່າເກນ ແລະ ອື່ນໆ ທັງນີ້ກໍເພື່ອແນໃສ່ເປັນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວຽກງານໂພຊະນາການ ໃຫ້ບັນລຸຕາມ 11 ໂຕຊີ້ບອກທີ່ສະພາແຫ່ງຊາດຮັບຮອງ.
ທ່ານ ຊາຍຄຳ ຈັນທະວົງ ຫົວໜ້າຫ້ອງການສາທາລະນະສຸກເມືອງປາກອູ ໄດ້ໃຫ້ສຳພາດຕໍ່ຄະນະນັກຂ່າວຈາກສູນກາງ ເມື່ອບໍ່ດົນມານີ້ວ່າ: ເມືອງປາກອູປະກອບມີ 52 ບ້ານ 8 ກຸ່ມພັດທະນາ 68 ຈຸດສັກຢາ ມີພົນລະເມືອງທັງໝົດ 31.113 ຄົນ ຍິງ 14.489 ຄົນ, ລາວລຸ່ມ 39%, ກຶມມຸ 35,8%, ມົ້ງ 26%, ມີໂຮງໝໍນ້ອຍ 6 ແຫ່ງ ແລະ ໂຮງໝໍຊຸມຊົນ 1 ແຫ່ງ. ການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ສາທາລະນະສຸກເມືອງພວກເຮົາໄດ້ເອົາໃຈໃສ່ປະຕິບັດວຽກງານຕ່າງໆຢ່າງຕັ້ງໜ້າ ໂດຍສະເພາະ 11 ໂຕຊີ້ບອກຂອງກະຊວງສະທາລະນະສຸກ ທີ່ສະພາແຫ່ງຊາດຮັບຮອງ ສາມາດປະຕິບັດໄດ້ຄື: ອັດຕາເດັກລຸ່ມ 5 ປີ ມີນໍ້າໜັກລຸ່ມກວ່າເກນບັນລຸໄດ້ 9% ເປົ້າໝາຍທີ່ຕັ້ງໄວ້ແມ່ນ 20% ເດັກອາຍຸຕໍ່າກວ່າ 5 ປີເຕ້ຍ ປະຕິບັດໄດ້ 10% ຄາດໝາຍທີ່ຕັ້ງໄວ້ 30% ອັດຕາການຕາຍຂອງເດັກຫຼຸດລົງເທົ່າກັບ 1/1.000 ຄົນ (ເສຍຊີວິດ 3 ຄົນຕໍ່ເດັກເກີດໃໝ່ 1.000 ຄົນ) ໂຕເລກທີ່ຕັ້ງໄວ້ບໍ່ໃຫ້ເກີນ 8/1.000 ຄົນ ອັດຕາການຕາຍຂອງເດັກລຸ່ມ 5 ປີ ເທົ່າ 1/1.000 ຄົນ ຕັ້ງໄວ້ບໍ່ໃຫ້ເກີນ 7/1.000 ຄົນ ສ່ວນອັດຕາການຕາຍຂອງແມ່ເປັນ 0 ໂດຍຕັ້ງໄວ້ບໍ່ໃຫ້ເກີນ 103/100.000 ຄົນ ອັດຕາການເກີດລູກໃນສະຖານທີ່ບໍລິການຮອດເດືອນກັນຍາ 2023 ປະຕິບັດໄດ້ 85% ໂຕເລກຕັ້ງໄວ້ແມ່ນ 95% ອັດຕາການສັກຢາກັນພະຍາດຮອດເດືອນກໍລະກົດ 2023 ປະຕິບັດໄດ້ 68% ຄາດວ່າຮອດທ້າຍປີ 2023 ໃຫ້ສາມາດປະຕິບັດບັນລຸ 95%  ອັດຕາການໃຊ້ນໍ້າສະອາດໂຕເລກສະສົມປະມານ 98% ອັດຕາການຊົມໃຊ້ວິດຖ່າຍ 86% ແລະ ຈະໃຫ້ບັນລຸ 100% ເພື່ອປະກາດເປັນເມືອງຢຸດຕິການຖ່າຍຊະຊາຍໃນທ້າຍປີ 2023 ອັດຕາຄວບຄຸມປະກັນສຸຂະພາບສາມາດຄວບຄຸມ 100% ການສ້າງບ້ານສາທາລະນະສຸກມາຮອດປັດຈຸບັນປະຕິບັດໄດ້ 41 ບ້ານ ກວມເອົາ 78,84%. ໃນໄລຍະຜ່ານມາ ໂດຍອີງໃສ່ແຜນຍຸດທະສາດ ການບໍລິການ ການສື່ສານດ້ານໂພຊະນາການ ຂອງແມ່ ເດັກເກີດໃໝ່ ແລະ ໄວໜຸ່ມ ພວກເຮົາໄດ້ເອົາໃຈໃສ່ປະຕິບັດຢ່າງຕັ້ງໜ້າ ໂດຍໄດ້ລົງໂຄສະນາສຸຂະສຶກສາໃຫ້ແກ່ບັນດາບ້ານເປົ້າໝາຍ ໂຮງຮຽນມັດທະຍົມຕອນຕົ້ນ ສ່ວນເດັກເກີດໃໝ່ ໂດຍສະເພາະເດັກ 1.000 ວັນ ໄດ້ລົງສຸຂະສຶກສາຢູ່ບ້ານ  ເພື່ອຫຼຸດຜ່ອນອັດຕາການຕາຍຂອງແມ່-ເດັກ.
ທ່ານຫົວໜ້າຫ້ອງການສາທາລະນະສຸກ ຍັງໄດ້ກ້າວເຖິງ ຂໍ້ດີ ແລະ ຂໍ້ຫຍຸ້ງຍາກ ກໍຄື ບັນຫາສິ່ງທ້າທາຍ ເພາະພາຍໃນເມືອງຍັງມີບ້ານທີ່ຢູ່ໃນເຂດຫ່າງໄກສອກຫຼີກ ເສັ້ນທາງຄົມມານາຄົມບໍ່ສາມາດເຂົ້າເຖິງ ເຮັດໃຫ້ການລົງເຄື່ອນໄຫວໂຄສະນາສຸຂະສຶກສາຂອງພະນັກງານແພດໝໍບໍ່ສາມາດເຂົ້າເຖິງເປົ້າໝາຍດັ່ງກ່າວ ຢ່າງໃດກໍຕາມ ທາງເມືອງກໍຈະໄດ້ສືບຕໍ່ສຸມໃສ່ບັນດາວຽກງານທີ່ຍັງບໍ່ທັນບັນລຸ ຄຽງຄູ່ກັນນັ້ນກໍຍັງຮຽກຮ້ອງໃຫ້ປະຊາຊົນເປັນເຈົ້າການຕື່ມໃນການຮັກສາສຸຂະພາບຂອງສະມາຊິກພາຍໃນຄອບຄົວ ໂດຍການນຳເອົາລູກຫຼານໄປສັກຢາຕາມຈຸດຕ່າງໆ ແນະນຳແມ່ຍິງຖືພາໄປຝາກທ້ອງຕາມຈຸດບໍລິການ ແລະ ອື່ນໆ ເພື່ອໃຫ້ພໍ່ແມ່ປະຊາຊົນມີສຸຂະພາບແຂງແຮງປະກອບສ່ວນບັນລຸຕາມຕົວຊີ້ບອກທີ່ທາງລັດຖະບານໄດ້ດຳນົດໄວ້.
    ສ່ວນການເຄື່ອນໄຫວຂອງຄະນະສື່ມວນຊົນຈາກສູນກາງຢູ່ແຂວງຫຼວງພະບາງ ເພື່ອຕິກຕາມສະພາບການຈັກຕັ້ງປະຕິບັດວຽກງານໂພຊະນາການແມ່-ເດັກ ມີຂຶ້ນໃນທ້າຍເດືອນກັຍບາ 2023 ຜ່ານມາ ນຳໂດຍ ກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ໃຫ້ການສະໜັບສະໜູນກິດຈະກຳຄັ້ງດັ່ງກ່າວຂອງ ອົງການ Unicef ປະຈຳລາວ.

ຄໍາເຫັນ

ຂ່າວສາທະລະນະສຸກ

ເປີດໂຄງການຮັກສາພະຍາດຫົວໃຈແຕ່ກຳເນີດຂອງເດັກນ້ອຍ

ເປີດໂຄງການຮັກສາພະຍາດຫົວໃຈແຕ່ກຳເນີດຂອງເດັກນ້ອຍ

ກະຊວງສາທາລະນະສຸກ ສປປ ລາວ ຮ່ວມກັບສະຖານບັນການຮ່ວມມື ເພື່ອການພັດທະນາເສດຖະກິດລຸ່ມແມ່ນ້ຳຂອງ (MI) ແລະ ໂຮງໝໍ Fuwai ສະຖາບັນວິທະຍາສາດການແພດຈີນ ຈັດພິທີເປີດໂຄງການຮັກສາພະຍາດຫົວໃຈແຕ່ກໍາເນີດຂອງເດັກນ້ອຍຢູ່ບັນດາປະເທດລຸ່ມແມ່ນໍ້າຂອງຢ່າງເປັນທາງການ (2025–2027) ຂຶ້ນໃນວັນທີ 11 ທັນວານີ້, ທີ່ກະຊວງສາທາລະນະສຸກ ໂດຍມີທ່ານ ຄໍາປະສົງ ເທບປັນຍາ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ, ທ່ານ ສຸຣິຍັນ ວິຈິດເລກການ ຜູ້ອຳນວຍການໃຫຍ່ສະຖານບັນ MI, ທ່ານ ດົວ ລິນ ຜູ້ຕາງໜ້າໂຮງໝໍ Fuwai ແລະ ຜູ້ປະສານງານຂອງໂຄງການຮັກສາພະຍາດຫົວໃຈແຕ່ກໍາເນີດຂອງເດັກ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດ ລົງຕິດຕາມໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ນັກກິລາຢ່າງໃກ້ຊິດ

ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດ ລົງຕິດຕາມໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ນັກກິລາຢ່າງໃກ້ຊິດ

ວັນທີ 10 ທັນວາຜ່ານມາ ທີ່ມະຫາວິທະຍາໄລແຫ່ງຊາດ (ມຊ), ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດຄັ້ງທີ IV ນຳໂດຍທ່ານ ນາງ ຂັນທະລີ ສິລິພົງພັນ ປະທານຄະນະກຳ ມະການພາຣາແລມປິກແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ, ຊຸກຍູ້ ແລະ ໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ຄະນະຮັບຜິດຊອບທີ່ກ່ຽວຂ້ອງ ລວມທັງຄະນະຄູຝຶກ ແລະ ນັກກິລາຈາກພາກສ່ວນຕ່າງໆຢ່າງໃກ້ ຊິດ ເພື່ອໃຫ້ທຸກຄົນເອົາໃຈໃສ່ໃນການປະຕິບັດໜ້າທີ່ຮັບຜິດຊອບຂອງຕົນຢ່າງເຕັມທີ່ ພ້ອມກັນສ້າງຜົນ ງານໃຫ້ພົ້ນເດັ່ນ ແລະ ປະສົບຜົນສຳເລັດຕາມຄາດໝາຍ.
ນວ ເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025

ນວ ເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025

ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດພິທີເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025 ຂຶ້ນໃນວັນທີ 9 ທັນວາຜ່ານມາ, ທີ່ ນວ ໂດຍມີທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນວ, ທ່ານ ໄຊຍະວົງ ດວງມະນີ ຮອງຫົວໜ້າພະແນກສາທາລະນະສຸກ ນວ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ນວ, ແພດໝໍ, ຄູ-ອາຈານ ແລະ ນັກຮຽນຍິງເຂົ້າຮ່ວມ.
ເມືອງລະມາມ ເປີດຂະບວນການສັກວັກຊີນກັນມະເຮັງປາກມົດລູກ

ເມືອງລະມາມ ເປີດຂະບວນການສັກວັກຊີນກັນມະເຮັງປາກມົດລູກ

ວັນທີ 9 ທັນວານີ້, ເມືອງລະມາມ ແຂວງເຊກອງ ເປີດຂະບວນການສັກວັກຊິນປ້ອງກັນມະເຮັງປາກມົດລູກ ໃຫ້ເດັກຍິງ ໃນກຸ່ມເປົ້າໝາຍ ອາຍຸ 10 ປີ (HPV) ແລະ ເຊື່ອມສານກັບການໃຫ້ວັກຊີນກັນພະຍາດບາດທະຍັກ ແລະ ຄໍຕີບ (Td) ແກ່ເດັກຍິງ-ຊາຍ ຊັ້ນ ປ1 ຢູ່ທີ່ໂຮງຮຽນປະຖົມບ້ານໂນມີໄຊ, ໂດຍມີທ່ານ ນາງ ພອນໄພ ສີວິໄລ ຮອງປະທານຄະນະກຳມະການປົກຄອງເມືອງລະມາມ, ທ່ານ ນາງ ລໍາພັນ ໄຊຄໍາມີ ຫົວໜ້າພະແນກສາທາລະນະສຸກແຂວງເຊກອງ, ອໍານາດການປົກຄອງ 6 ບ້ານເທສະບານເມືອງ, ແຂກຖືກເຊີນ, ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ເດັກຍິງມີອາຍຸ 10 ປີ ຄວນໄປຮັບວັກຊິນປ້ອງກັນມະເຮັງປາກມົດລູກ ແລະ ເຊື້ອ HPV

ເດັກຍິງມີອາຍຸ 10 ປີ ຄວນໄປຮັບວັກຊິນປ້ອງກັນມະເຮັງປາກມົດລູກ ແລະ ເຊື້ອ HPV

ມະເຮັງປາກມົດລູກ ແລະ ເຊື້ອ HPV ເປັນໜຶ່ງເຊື້ອພະຍາດທີ່ຕິດຕໍ່ງ່າຍທາງເພດສໍາພັນ. ສະນັ້ນ, ເດັກຍິງເປົ້ນໝາຍອາຍຸ 10 ປີ ຕ້ອງໄດ້ຮັບການສັກວັກຊິນ ປ້ອງກັນພະຍາດດັ່ງກ່າວ ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ລູກ-ຫຼານ, ໃຫ້ມີສຸຂະພາບທີ່ດີ ແລະ ສົດໃສ.
ຊາວໜຸ່ມແຂວງຫຼວງພະບາງ ຮ່ວມບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຮ່ວມບໍລິຈາກເລືອດ

ວັນທີ່ 25 ພະຈິກນີ້, ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ຈັດພິທີຮັບການບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ ໂດຍມີທ່ານ ສົມໃຈ ຢ່າທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງ ພ້ອມດ້ວຍຫົວໜ້າສະຖາບັນເລືອດແຫ່ງຊາດລາວ, ຜູ້ຕາງໜ້າສະຖາບັນເລືອດ ແຫ່ງ ສປ ຈີນ, ພ້ອມດ້ວຍພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການພາຍໃນແຂວງ ເຂົ້າຮ່ວມ.
ຍົກລະດັບດ້ານວຽກງານໂຄສະນາຂ່າວສານກາແດງທົ່ວປະເທດ

ຍົກລະດັບດ້ານວຽກງານໂຄສະນາຂ່າວສານກາແດງທົ່ວປະເທດ

ໃນລະຫວ່າງວັນທີ18-20ພະຈິກນີ້,ອົງການກາແດງແຫ່ງຊາດລາວຈັດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ວຽກງານໂຄສະນາ-ຂ່າວສານທົ່ວປະເທດທີ່ຣີສອດນາປ່າກວາງເມືອງແກ້ວອຸດົມແຂວງວຽງຈັນພາຍໃຕ້ການເປັນປະທານຂອງທ່ານຄຳລາວັນຈັນທະລາວັນປະທານອົງການກາແດງແຫ່ງຊາດລາວ, ມີວິທະຍາກອນຈາກວິທະຍຸກະຈາຍສຽງແຫ່ງຊາດລາວ, ບໍລິສັດວິນວອກໂປຣດັກຊັນແລະຄະນະກໍາມະການກາແດງສາກົນພ້ອມດ້ວຍສຳມະນາກອນມາຈາກກາແດງແຂວງທົ່ວປະເທດເຂົ້າຮ່ວມ.
ສຸມໃສ່ຍູ້ແຮງຂະບວນການຫຼາຍດ້ານ ຕິດພັນກັບການແຂ່ງຂັນດ້ານວິຊາສະເພາະການແພດ

ສຸມໃສ່ຍູ້ແຮງຂະບວນການຫຼາຍດ້ານ ຕິດພັນກັບການແຂ່ງຂັນດ້ານວິຊາສະເພາະການແພດ

ເນື່ອງໃນໂອກາດກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງຊາດໃນປີ 2025 ໃຫ້ມີບັນຍາ ກາດຟົດຟຶ້ນກວ້າງຂວາງ, ສະຫາຍ ພັນເອກ ອັກສອນ ລິນສະຫວາດ ຫົວໜ້າອໍານວຍການໂຮງໝໍບໍລິເວນ109 ກອງທັບໄດ້ສະແດງຄວາມຮູ້ສຶກຄວາມພາກພູມໃຈ ແລະ ເປັນກຽດຢ່າງສູງທີ່ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານນັກຮົບ ແພດໝໍ ສະແດງທັດສະນະຂອງຕົນວ່າ: ກ່ອນໜ້ານີ້ 50 ປີ ສປປ ລາວເປັນປະເທດໜຶ່ງທີ່ຕົກເປັນຫົວເມືອງຂຶ້ນຂອງພວກຈັກກະພັດຕ່າງດ້າວທັງແບບເກົ່າ ແລະ ແບບໃໝ່ ປະຊາຊົນລາວບັນດາເຜົ່າໄດ້ສູນເສຍອິດສະຫຼະພາບ ສິດເປັນເຈົ້າຂອງປະເທດຊາດ ແລະ ຖືກກົດຂີ່ຂຸດຮີດຢ່າງໜັກໜ່ວງ ແຕ່ຍ້ອນນໍ້າໃຈຮັກຊາດອັນດູດດື່ມ ແລະ ຄຽດແຄ້ນຕໍ່ພວກສັດຕູຜູ້ມາຮຸກຮານ. ດັ່ງນັ້ນ, ປະຊາ ຊົນລາວບັນດາເຜົ່າຈຶ່ງໄດ້ສາມັກຄີກັນລຸກຮື້ຂຶ້ນຕໍ່ສູ້ຢ່າງພິລະອາດຫານ ໂດຍພາຍໃຕ້ການນໍາພາຂອງພັກປະຊາ ຊົນປະຕິວັດລາວ ເຮັດໃຫ້ຂະບວນການຕໍ່ສູ້ໄດ້ຮັບໄຊຊະນະເປັນກ້າວໆມາ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ສາທາລະນາລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ

ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ

ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ່ 13 ພະຈິກ 2025 ນີ້, ໂດຍເປັນປະທານຂອງ ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງ, ມີຜູ້ຕາງໜ້າພະແນກການ-ກົມກອງ ອ້ອມຂ້າງແຂວງ ແລະ ນະຄອນ ຫຼວງພະບາງ ເຂົ້າຮ່ວມ.
10 ເດືອນຜ່ານມາ ໂຮງໝໍທະຫານແຂວງສະຫວັນນະເຂດ ມີຄົນເຈັບມາໃຊ້ບໍລິການທັງໝົດ 12,371 ເທື່ອຄົນ

10 ເດືອນຜ່ານມາ ໂຮງໝໍທະຫານແຂວງສະຫວັນນະເຂດ ມີຄົນເຈັບມາໃຊ້ບໍລິການທັງໝົດ 12,371 ເທື່ອຄົນ

ໂຮງໝໍ ທະຫານແຂວງສະຫວັນນະເຂດ ແມ່ນໂຮງໝໍໜຶ່ງທີ່ຮັບໃຊ້ບໍລິການປິ່ນປົວຄົນເຈັບ, ເຈັບປ່ວຍໃຫ້ແກ່ພະນັກງານ-ນັກຮົບ ບັນດາກົມກອງໃນທົ່ວທະຫານແຂວງ ແລະ ບໍລິການຮັບໃຊ້ປະຊາຊົນທົ່ວໄປ ໂດຍຍຶດໝັ້ນຈັນຍາບັນ, ຈັນຍາທໍາຂອງແພດປະຕິວັດເປັນສຳຄັນ
ເພີ່ມເຕີມ