ສະຖານກົງສູນໃຫຍ່ ສປ ຈີນ ປະຈໍາ ພາກເໜືອ ແຂວງຫຼວງພະບາງ ສະຫຼອງ ວັນແມ່ຍິງສາກົນ

ສະຖານກົງສູນໃຫຍ່ ສປ ຈີນ ປະຈໍາ ພາກເໜືອ ແຂວງຫຼວງພະບາງ ສະຫຼອງ ວັນແມ່ຍິງສາກົນ

ສະຖານກົງສູນໃຫຍ່ ສປ ຈີນ ປະຈໍາ ພາກເໜືອ ແຂວງຫຼວງພະບາງ ສະຫຼອງ ວັນແມ່ຍິງສາກົນ
ໃນໂອກາດວັນແມ່ຍິງສາກົນ ວັນທີ່ 8 ມີນາ ຄົບຮອບ 116 ປີ, ສະຖານກົງສູນໃຫຍ່ ສປ ຈີນ ປະຈໍາພາກເໜືອ ແຂວງຫຼວງພະບາງ ໄດ້ຈັດກິດຈະກຳສະເຫຼີມສະຫຼອງວັນແມ່ຍິງສາກົນ ຕິດພັນກັບການສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດ ຈີນ-ລາວ, ລາວ-ຈີນ (ວັນທີ 25 ເມສາ) ຄົບຮອບ 65 ປີ ຂຶ້ນໃນວັນທີ 6 ມີນາ ຜ່ານມານີ້, ມີທ່ານ ຈາງ ເສີ້ ພີງ ກົງສູນໃຫຍ່ ສປ ຈີນ ປະຈໍາພາກເໜືອ ແຂວງຫຼວງພະບາງ, ມີທ່ານ ນາງ ວຽນວິໄລ ດີລະພັນ ຮອງປະທານຄະນະກຳມະການປົກຄອງແຂວງຫຼວງພະບາງ, ພ້ອມດ້ວຍ ແຂກຖືກເຊີນຈາກ 6 ແຂວງເຂົ້າຮ່ວມ.
ສະຖານກງສນໃຫຍ ສປ ຈນ ປະຈາ ພາກເໜອ ແຂວງຫວງພະບາງ ສະຫອງ ວນແມຍງສາກນ - image 1
 

ທ່ານ ນາງ ຈາງເຮີຊູນ (Zhang Hequn) ຮອງກົງສູນໃຫຍ່ ສປ ຈີນປະຈໍາ ພາກເໜືອ ແຂວງຫຼວງພະບາງໄດ້ເນັ້ນໜັກເຖິງບົດບາດສຳຄັນຂອງແມ່ຍິງ ໃນການພັດທະນາເສດຖະກິດ-ສັງຄົມ ຂອງທັງສອງຊາດ ຈີນ-ລາວ. ພ້ອມດຽວກັນນັ້ນ, ທ່ານໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະການຮ່ວມມືອັນດີງາມ ລະຫວ່າງ ຈີນ ແລະລາວ ໃນໄລຍະ 65 ປີ ຜ່ານມາ, ໂດຍສະເພາະການຮ່ວມມືສົ່ງເສີມ ຄວາມສະເໝີພາບທາງເພດ ແລະການພັດທະນາແມ່ຍິງ. ຈາກນັ້ນ, ທ່ານ ນາງ ວຽນວິໄລ ດີລະພັນ ໄດ້ຕາງໜ້າຜູ້ເຂົ້າຮ່ວມ ສະແດງຄວາມຂອບໃຈ ຕໍ່ການຈັດກິດຈະກຳໃນຄັ້ງນີ້ ແລະຕີລາຄາສູງຕໍ່ການສະໜັບສະໜູນ ຂອງສາທາລະນະລັດປະຊາຊົນຈີນ ທີ່ມີຕໍ່ການພັດທະນາແມ່ຍິງລາວ ໃນໄລຍະຜ່ານມາ.

ສະຖານກງສນໃຫຍ ສປ ຈນ ປະຈາ ພາກເໜອ ແຂວງຫວງພະບາງ ສະຫອງ ວນແມຍງສາກນ - image 2
 

ໃນພິທີ, ຜູ້ເຂົ້າຮ່ວມໄດ້ຮັບຊົມການສະແດງສິລະປະ ວັນນະຄະນະດີ ທີ່ສອງຊາດ ລາວ-ຈີນ, ຈີນ-ລາວ ຊຶ່ງສະແດງເຖິງຜົນງານ ແລະບົດບາດຂອງແມ່ຍິງ ໃນການພັດທະນາປະເທດຊາດ ແລະການພົວພັນຮ່ວມມື ລາວ-ຈີນ, ຈີນ-ລາວ.

(ພາບ+ຂ່າວ: ທະນູສິນ ອິດທິພົນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທ່ານ ທອງລີ ສີສຸລິດ ຢ້ຽມຢາມໃຫ້ກຳລັງໃຈນາຍ ແລະ ພົນທະຫານ ທີ່ກອງພັນໃຫຍ່ 302

ທ່ານ ທອງລີ ສີສຸລິດ ຢ້ຽມຢາມໃຫ້ກຳລັງໃຈນາຍ ແລະ ພົນທະຫານ ທີ່ກອງພັນໃຫຍ່ 302

ວັນທີ 7 ພະຈິກ ຜ່ານມາ, ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ພ້ອມຄະນະ ໄດ້ລົງຢ້ຽມຢາມໃຫ້ກຳລັງໃຈນາຍ ແລະ ພົນທະຫານ ທີ່ກອງພັນໃຫຍ່ 302 ເມືອງຜາອຸດົມ ແຂວງບໍ່ແກ້ວ ເຂົ້າຮ່ວມໃນຄັ້ງນີ້ມີທ່ານ ອາຄົມເດດ ວົງໄຊ ກຳມະການສຳຮອງສູນກາງພັກ ປະທານສະພາບໍລິຫານ ບໍລິສັດລັດວິສາຫະກິດໄຟຟ້າລາວ, ທ່ານ ພົນຈັດຕະວາ ວົງຈັນ ພັນຈັນທະມານ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ ກະຊວງປ້ອງກັນປະເທດ, ທ່ານ ພົນຈັດຕະວາ ສຸກສະຫວັນ ດາລາສຸກ ຜູ້ບັນຊາການກອງພົນທະຫານຮາບທີ 3, ພ້ອມດ້ວຍບັນດາການນຳ, ນາຍ ແລະ ພົນທະຫານ.
ສນຊ ໄດ້ຮັບເຂົ້າສານ 200 ໂຕນ ຈາກອົງການໃຈບຸນສາກົນ ເດເຊເຣັດ

ສນຊ ໄດ້ຮັບເຂົ້າສານ 200 ໂຕນ ຈາກອົງການໃຈບຸນສາກົນ ເດເຊເຣັດ

ພິທີມອບ-ຮັບເຂົ້າສານຈຳນວນ 200 ໂຕນ ລວມມູນຄ່າ 185,616 ໂດລາ ຈາກອົງການໃຈບຸນສາກົນ ເດເຊເຣັດ (Deseret International Charities ຫຼື DIC) ເພື່ອນຳໄປຊ່ວຍເຫຼືອບັນເທົາທຸກ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນຜູ້ປະສົບໄພພິບັດນ້ຳຖ້ວມໃນ 2 ແຂວງພາກເໜືອ ຄື: ແຂວງອຸດົມໄຊ ແລະ ແຂວງຫຼວງນ້ຳທາ ຈັດຂຶ້ນໃນວັນທີ 9 ພະຈິກນີ້ ທີ່ສູນກາງແນວລາວສ້າງຊາດ (ສນຊ) ໃຫ້ກຽດກ່າວມອບໂດຍ ທ່ານ ຕຽງສັກ ອິນທະວົງ ຫົວໜ້າອົງການໃຈບຸນສາກົນ ເດເຊເຣັດ ປະຈຳ ສປປ ລາວ ແລະ ກ່າວຮັບໂດຍທ່ານ ວິຣະພົງສ໌ ພົມດວງສີ ຮອງປະທານ ສນຊ ໂດຍມີຄະນະນຳ ແລະ ພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ຄຳມ່ວນ ເປີດຊຸດອົບຮົມ ຍົກລະດັບວຽກເກັບກຳແນວຄິດ-ຫາງສຽງສັງຄົມ

ຄຳມ່ວນ ເປີດຊຸດອົບຮົມ ຍົກລະດັບວຽກເກັບກຳແນວຄິດ-ຫາງສຽງສັງຄົມ

ແຂວງຄຳມ່ວນ ໄດ້ເປີດຊຸດຝຶກອົບຮົມວຽກງານເກັບກຳສະພາບແນວຄິດ-ຫາງສຽງສັງຄົມ ປະຈຳປີ 2026ໃນ​ວັນ​ທີ 9 ພະ​ຈິກ​ນີ້ ໂດຍການ​ເປັນ​ປະ​ທານ​ຂອງ ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ,ມີ ທ່ານ ນວນຕາ ແກ້ວນະວົງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ຄະນະກຳມະການເກັບກຳຫາງສຽງສັງຄົມຂັ້ນແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສາ​ລະ​ວັນສຳເລັດຊຸດຝຶກອົບຮົມຄວາມຮູ້ພື້ນຖານການຂຽນຂ່າວ-ບົດໃຫ້ສື່ມວນຊົນສາ​ລະ​ວັນສຳເລັດຊຸດຝຶກອົບຮົມຄວາມຮູ້ພື້ນຖານການຂຽນຂ່າວ-ບົດໃຫ້ສື່ມວນຊົນ

ສາ​ລະ​ວັນສຳເລັດຊຸດຝຶກອົບຮົມຄວາມຮູ້ພື້ນຖານການຂຽນຂ່າວ-ບົດໃຫ້ສື່ມວນຊົນສາ​ລະ​ວັນສຳເລັດຊຸດຝຶກອົບຮົມຄວາມຮູ້ພື້ນຖານການຂຽນຂ່າວ-ບົດໃຫ້ສື່ມວນຊົນ

ສື່ມວນຊົນຈາກ8 ເມືອງແລະຕາໜ່າງຂ່າວຈາກພະແນກການອ້ອມຂ້າງແຂວງສາລະວັນ ຈຳນວນ 26 ທ່ານ,ໄດ້ສຳເລັດການຝຶກອົບຮົມຄວາມຮູ້ພື້ນຖານການຂຽນຂ່າວ-ບົດ ປະຈຳປີ2026ເຊິ່ງໄດ້ມີການຮຽນຮູ້ທັງພາກທິດສະດີ ແລະ ການປະຕິບັດຕົວຈິງ, ຍົກສູງຂີດຄວາມສາມາດໃນການຜະລິດຂ່າວ, ບົດຄວາມ.
ແຂວງວຽງຈັນ ສະຫຼອງວັນຊົນລະປະທານພ້ອມເປີດການນຳໃຊ້ນ້ຳສຳລັບການຜະລິດລະດູແລ້ງ

ແຂວງວຽງຈັນ ສະຫຼອງວັນຊົນລະປະທານພ້ອມເປີດການນຳໃຊ້ນ້ຳສຳລັບການຜະລິດລະດູແລ້ງ

ແຂວງວຽງຈັນໄດ້ຈັດພິທີສະເຫຼີມສະຫຼອງວັນຊົນລະປະທານແຫ່ງຊາດ 3 ພະຈິກ ແລະ ເປີດການນຳໃຊ້ນ້ຳສຳລັບການຜະລິດລະດູແລ້ງ ສົກປີ 2026-2027 ໃນ​ວັນ​ທີ 6 ພະ​ຈິກ​ຜ່ານ​ມາທີ່ ໂຄງການຊົນລະປະທານຈັກສູບນ້ຳປາກແຈ້ງ ບ້ານປາກແຈ້ງ ເມືອງວຽງຄຳ, ໂດຍມີ ທ່ານ ສົມປະສົງ ສຸວົງຄຳຈັນ ຮອງປະທານຄະນະກຳມະການປົກຄອງແຂວງ, ທ່ານ ຄອນສະຫວັນ ສີອັກຄະສອນ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ການນຳເມືອງວຽງຄຳ, ຜູ້ຕາງໜ້າກົມຊົນລະປະທານ, ແຂກຖືກເຊີນ ພ້ອມດ້ວຍປະຊາຊົນພາຍໃນຕາແສງປາກແຈ້ງເຂົ້າຮ່ວມ.
ຄວາມດີໃຈຂອງຊາວບ້ານດົງໝາກໄຟ ທີ່ໄດ້ຮັບເງິນຊ່ວຍເຫຼືອ

ຄວາມດີໃຈຂອງຊາວບ້ານດົງໝາກໄຟ ທີ່ໄດ້ຮັບເງິນຊ່ວຍເຫຼືອ

​ແຂວງສະຫວັນນະເຂດ ກໍແມ່ນແຂວງໜຶ່ງ ຂອງ ສປປ ລາວ ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກພາຍຸທີ່ເກີດຂຶ້ນ ອັນເນື່ອງມາຈາກການປ່ຽນແປງຂອງສະພາບດິນຟ້າອາກາດ, ຝົນຕົກຫຼາຍ ຊຶ່ງສົ່ງຜົນກະທົບໂດຍກົງ ຕໍ່ວິຖີຊີວິດ, ການໄປ-ການມາ, ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ຊຶ່ງເຮັດໃຫ້ມີນ້ຳຖ້ວມເນື້ອທີ່ການຜະລິດ ພ້ອມທັງທີ່ອາໄສຂອງປະຊາຊົນ, ໂດຍສະເພາະປະຊາຊົນບ້ານດົງໝາກໄຟ ເມືອງໄຊບູລິ ແຂວງສະຫວັນນະເຂດ ດີໃຈຫຼາຍ ທີ່ໄດ້ຮັບເງິນຊ່ວຍເຫຼືອ ຈາກໄພພິບັດທາງທໍາມະຊາດ.
ພິທີວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ

ພິທີວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ

ເນື່ອງໃນໂອກາດດໍາເນີນກອງປະຊຸມໃຫຍ່ ຜູ້ແທນຂອງອົງຄະນະພັກ ຫ້ອງວ່າການສູນກາງພັກ ຄັ້ງທີ VIII, ຄະນະນໍາຫ້ອງວ່າການສູນກາງພັກ (ຫສພ) ໄດ້ພ້ອມກັນເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານໄກສອນ ພົມວິຫານ ທີ່ຫໍພິພິທະພັນດັ່ງກ່າວ ໃນວັນທີ 9 ພະຈິກນີ້.
ຄໍາມ່ວນ ປະກາດການຈັດຕັ້ງພະນັກງານນໍາພາ-ຄຸ້ມຄອງ

ຄໍາມ່ວນ ປະກາດການຈັດຕັ້ງພະນັກງານນໍາພາ-ຄຸ້ມຄອງ

ພິທີປະກາດການຈັດຕັ້ງພະນັກງານນໍາພາຄຸ້ມຄອງ ຂອງແຂວງຄໍາມ່ວນໄດ້ຈັດຂຶ້ນໃນວັນທີ6 ພະຈິກ ຜ່ານມາ, ທີ່ຫໍປະຊຸມໃຫຍ່ຫຼັກ4, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງແນວຄິດ, ວຽກພັກ-ພະນັກງານ, ມີຫົວໜ້າ, ຮອງຫົວໜ້າພະແນກກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງແລະ ຂະແໜງການຂັ້ນເມືອງເຂົ້າຮ່ວມ.
ເຈ້ຍຈ່ຽງນານຈະຢຶດໝັ້ນແນວຄິດເຕັກໂນໂລຊີ ແລະ ສີຂຽວ

ເຈ້ຍຈ່ຽງນານຈະຢຶດໝັ້ນແນວຄິດເຕັກໂນໂລຊີ ແລະ ສີຂຽວ

ເນື່ອງໃນໂອກາດສື່ມວນຊົນລາວ ແລະ ສື່ມວນຊົນອາຊຽນ ໄດ້ເຂົ້າຮ່ວມງານສັບປະດາຮ່ວມມືສື່ມວນຊົນອາຊຽນປະຈຳປີ 2026 ທີ່ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ ຈັດຂຶ້ນໃນລະຫວ່າງວັນທີ 5-11 ພະຈິກ 2026, ຄະນະສື່ມວນຊົນລາວ ແລະ ສື່ມວນຊົນອາຊຽນໄດ້ເຄື່ອນໄຫວຢ້ຽມຢາມກຸ່ມບໍລິສັດອຸດສາຫະກຳເຈ້ຍຈຽ່ງນານຈຳກັດ ສປ ຈີນ.
ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ໂຄງການສ້າງຄວາມເຂັ້ມແຂງໃນການເສີມຂະຫຍາຍການປັບຕົວຕໍ່ໄຟປ່າການປັບປຸງຊິວິດການເປັນຢູ່ຂອງຊຸມຊົນທ້ອງຖີ່ນແລະການເຊື່ອມໂຍງຕະຫຼາດ(AFOCO) ໄດ້ຈັດກອງປະຊຸມໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳຕ່າງໆ ທີ່ກ່ຽວຂ້ອງກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າໃຫ້​ບ້ານ​ເປົ້າ​ໝາຍຢູ່​ເມືອງ​ບາ​ຈຽງ​ຈະ​ເລີນ​ສຸກແຂວງ​ຈຳ​ປາ​ສັກ, ໃນ​ວັນ​ທີ 5 ພະ​ຈິກ​ຜ່ານ​ມາທີ່ ບ້ານ​ຫົວ​ແຊຕາ​ແສງ​ຫົວ​ແຊ, ໂດຍການເປັນປະທານຂອງທ່ານ ສຸກສະຫວັນ ສີພັນວົງ ກຳມະການພັກເມືອງ ປະທານຄະນະກຳມະການປົກຄອງຕາແສງຫົວແຊ, ມີທ່ານ ບຸນທະວີ ອິນທິລາດ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ,ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ