ສະຖານກົງສູນໃຫຍ່ລາວ ປະຈໍາ ຣາຊະອານາຈັກໄທ ສະເຫຼີມສະຫຼອງບຸນປີໃໝ່ລາວ

ສະຖານກົງສູນໃຫຍ່ລາວ ປະຈໍາ ຣາຊະອານາຈັກໄທ ສະເຫຼີມສະຫຼອງບຸນປີໃໝ່ລາວ

ສະຖານກົງສູນໃຫຍ່ລາວ ປະຈໍາ ຣາຊະອານາຈັກໄທ ສະເຫຼີມສະຫຼອງບຸນປີໃໝ່ລາວ
ເນື່ອງໃນໂອກາດສົ່ງທ້າຍປີເກົ່າພ.ສ. 2567ແລະຕ້ອນຮັບປີໃໝ່ພ.ສ. 2568ທີ່ຈະມາເຖິງນີ້, ສະຖານກົງສູນໃຫຍ່ແຫ່ງສປປລາວທີ່ ຈັງຫວັດຂອນແກ່ນຣາຊະອານາຈັກໄທໄດ້ຈັດພິທີບາສີສູ່ຂວັນແລະສະເຫຼີມສະຫຼອງເນື່ອງໃນໂອກາດດັ່ງກ່າວຂຶ້ນ ໃນຕອນຄໍ່າຂອງວັນທີ8ເມສາ ຜ່ານມາ

 

 ຊຶ່ງໄດ້ຮັບກຽດເຂົ້າຮ່ວມພິທີໂດຍ ທ່ານພົງສະຫວັນ ສີສຸລາດຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ, ພ້ອມນີ້ກໍໄດ້ຮັບກຽດຈາກ ທ່ານ ພັນເທບ ເສົາໂກສົນຮອງຜູ້ວ່າຣາຊະການ ຈັງຫວັດຂອນແກ່ນພ້ອມດ້ວຍພັນລະຍາ, ນອກນີ້ ກໍຍັງໄດ້ຮັບກຽດຈາກ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາຂອນແກ່ນ, ຮອງກົງສູນໃຫຍ່ແຫ່ງ ສປ ຈີນ ປະຈໍາຂອນແກ່ນ, ທ່ານຜູ້ວ່າ ແລະ ຮອງຜູ້ວ່າຣາຊະການຈັງຫວັດໃກ້ຄຽງ, ຫົວໜ້າກົມ ແລະ ຮອງຫົວໜ້າກົມຈໍານວນໜຶ່ງ ຈາກກະຊວງການຕ່າງປະເທດ,ພະນັກງານສະຖານກົງສູນໃຫຍ່ລາວ ທີ່ ຂອນແກ່ນ, ຄົນລາວທີ່ອາໄສຢູ່ຂອນແກ່ນ, ບັນດາແຂກທີ່ຖືກເຊີນທັງລາວ ແລະໄທເຂົ້າຮ່ວມໃນພິທີດັ່ງກ່າວດ້ວຍບັນຍາກາດໄມຕີຈິດຕະພາບອັນດີ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍຄວາມສໍາຄັນ.

ໃນໂອກາດນີ້, ທ່ານພົງສະຫວັນ ສີສຸລາດໄດ້ໃຫ້ກຽດມີຄໍາເຫັນຕໍ່ພິທີສະເຫຼີມສະຫຼອງຄັ້ງນີ້ໂດຍໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນໃນການຈັດພິທີບຸນປີໃໝ່ລາວ ຫຼື ບຸນສົງການຊຶ່ງແມ່ນການປະຕິບັດຕາມຮີດຄອງປະເພນີທີ່ບັນພະບູລຸດໄດ້ນໍາພາປະຕິບັດຜ່ານມາ ຕາມຮີດ 12 ຄອງ 14ທີ່ປະຊາຊົນສອງຊາດ ລາວ ແລະ ໄທ ໄດ້ສືບທອດປະຕິບັດມາແຕ່ບູຮານນະການ ບໍ່ວ່າຈະເປັນພິທີທາງສາສະໜາ ຫຼື ການອວຍໄຊໃຫ້ພອນຊຶ່ງກັນແລະກັນ, ຮີດຄອງປະເພນີນີ້ ໄດ້ກາຍເປັນເອກະລັກອັນດີງາມ ແລະ ເປັນປາງບຸນທີ່ມີຊື່ສຽງທີ່ໄດ້ປະກອບສ່ວນອັນສໍາຄັນໃຫ້ແກ່ການດຶງດູດເອົານັກທ່ອງທ່ຽວຈາກຕ່າງປະເທດ ເຂົ້າມາທ່ອງທ່ຽວ ທັງຢູ່ລາວ ແລະ ໄທ ໂດຍການໝູນໃຊ້ທ່າແຮງທີ່ຕັ້ງພູມສາດ ໃນການເຊື່ອມໂຍງເຊື່ອມຈອດກັບອະນຸພາກພື້ນຊຶ່ງປັດຈຸບັນ ສອງປະເທດ ກໍໄດ້ມີການເຊື່ອມຈອດດ້ານເສັ້ນທາງຄົມມະນາຄົມຂົນສົ່ງທາງບົກ, ອາກາດ, ຂົວ, ລົດໄຟ, ໄຟຟ້າ ແລະ ອື່ນໆ ໂດຍສະເພາະ ລະຫວ່າງ ແຂວງ ແລະ ຈັງຫວັດ ທີ່ມີຊາຍແດນຮ່ວມກັນ (ເບື້ຶອງລາວ ມີ 9 ແຂວງ ແລະ ເບື້ອງໄທ ມີ 12 ຈັງຫວັດ).ພ້ອມນີ້, ປີ 2025 ນີ້ກໍເປັນປີທີ່ມີຄວາມໝາຍສໍາຄັນ ຊຶ່ງເປັນປີ ຄົບຮອບ 75 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສອງປະເທດ ລາວ ແລະ ໄທຊຶ່ງສອງລັດຖະບານ ເຫັນດີເປັນເອກະພາບຮ່ວມກັນ ໃນການຈັດກິດຈະກໍາຕ່າງໆເພື່ອສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວ ໂດຍສອງນາຍົກລັດຖະມົນຕີ ລາວ ແລະ ໄທ ໄດ້ຮ່ວມກັນເປີດກາສັນຍາລັກສະເຫຼີມສະຫຼອງ ຄົບຮອບ 75 ປີຢ່າງເປັນທາງການ ໃນວັນທີ 20 ກຸມພາ 2025 ຜ່ານມາ ຈຶ່ງຂໍເຊີນຊວນພີ່ນ້ອງຊາວໄທ ແລະ ລາວ ສືບຕໍ່ຮ່ວມກັນຈັດກິດຈະກໍາຕ່າງໆ ເພື່ອສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວຕະຫຼອດປີ ບົນພື້ນຖານການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ.ນອກຈາກນັ້ນ, ປີນີ້ຍັງເປັນປີທີ່ຄວາມໝາຍສໍາຄັນສໍາລັບປະຊາຊົນລາວໃນການສ້າງຜົນງານຂໍ່ານັບຮັບຕ້ອນວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຢ່າງມີຂະບວນຟົດຟື້ນ ພ້ອມດຽວກັນນີ້, ທ່ານ ພັນເທບ ເສົາໂກສົນຮອງຜູ້ວ່າຣາຊະການ ຈັງຫວັດຂອນແກ່ນກໍໄດ້ມີຄໍາເຫັນໃນພິທີ ໂດຍໄດ້ສະແດງຄວາມຊົມເຊີຍວັນຄົບຮອບ 75 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສອງປະເທດ ລາວ ແລະ ໄທ ທີ່ມີຄວາມໝາຍຄວາມສໍາຄັນ ແລະ ອວຍພອນໄຊອັນປະເສີດມາຍັງລັດຖະບານລາວ ແລະ ປະຊາຊົນລາວທຸກຖ້ວນໜ້າ ໃນໂອກາດປີໃໝ່ລາວ, ພ້ອມທັງໃຫ້ຄໍາໝັ້ນສັນຍາທີ່ຈະສືບຕໍ່ພົວພັນຮ່ວມມື, ສົ່ງເສີມ ແລະ ຊ່ວຍເຫຼືອຊຶ່ງກັນແລະກັນ ເພື່ອຮັດແໜ້ນຄວາມສໍາພັນ ແລະ ຄວາມສາມັກຄີ ຂອງປະຊາຊົນສອງຊາດ ລາວ-ໄທ ໃຫ້ຍືນຍົງຕະຫຼອດໄປ.

ໃນໂອກາດດຽວກັນນີ້, ທ່ານສົມສັກ ວິໄລທອນສະຖານກົງສູນໃຫຍ່ ກໍໄດ້ສະແດງຄວາມຂອບໃຈຕໍ່ທຸກພາກສ່ວນທີ່ກ່ຽວຂ້ອງທັງພາກລັດແລະເອກະຊົນ, ສະມາຄົມ-ຊົມລົມຕ່າງໆ, ຄະນະສິລະປະຈາກ ສປປ ລາວ, ພີ່ນ້ອງຊາວໄທ ແລະ ລາວທີ່ໃຫ້ການສະໜັບສະໜູນດ້ານເຫື່ອແຮງ, ວັດຖຸປັດໄຈ ໃນການຈັດງານສະເຫຼີມສະຫຼອງບຸນປີໃໝ່ໃນຄັ້ງນີ້ຊຶ່ງຈັດຂຶ້ນທ່າມກາງຄວາມສໍາພັນ ແລະ ການຮ່ວມມື ລະຫວ່າງສອງປະເທດ ລາວ ແລະ ໄທ ທີ່ກໍາລັງສືບຕໍ່ເບັ່ງບານ, ຈະເລີນງອກງາມ ບົນຈິດໃຈການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ທີ່ກວມເອົາການຮ່ວມມືຮອບດ້ານ ເພື່ອເພີ່ມທະວີ ແລະ ຮັດແໜ້ນການຮ່ວມມືໃນດ້ານຕ່າງໆ ເປັນຕົ້ນແມ່ນການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ, ການຄ້າ, ການລົງທຶນ, ການເຊື່ອມໂຍງ-ເຊື່ອມຈອດ, ການທ່ອງທ່ຽວ, ລວມເຖິງການຮັດແໜ້ນສົ່ງເສີມຄວາມສໍາພັນ ລະຫວ່າງ ປະຊາຊົນ ກັບ ປະຊາຊົນ ສອງຊາດ ລາວ-ໄທ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.

ການສະເຫຼີມສະຫຼອງບຸນປີໃໝ່ລາວຄັ້ງນີ້ ຍັງໄດ້ມີການສະແດງສິລະປະວັນນະຄະດີ ທັງລາວ-ໄທ ແລະ ໄດ້ສໍາເລັດລົງດ້ວຍຜົນສໍາເລັດອັນຈົບງາມ ຊຶ່ງເຕັມໄປດ້ວຍບັນຍາກາດໄມຕີຈິດມິດຕະພາບອັນອົບອຸ່ນ, ເບີກບານມ່ວນຊື່ນ, ມີຮອຍຍິ້ມ ແລະ ມີຄວາມໝາຍສໍາຄັນເປັນຢ່າງຍິ່ງ.

ຂ່າວ:ຕປທ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຮັບຮອງຫຼັກການວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາອົງການກວດສອບແຫ່ງລັດ

ຮັບຮອງຫຼັກການວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາອົງການກວດສອບແຫ່ງລັດ

ກອງປະຊຸມຮັບຮອງດ້ານຫຼັກການ ວິໄສທັດ ຮອດປີ 2035, ຍຸດທະສາດການພັດທະນາ ຮອດປີ 2030 ແລະ ແຜນພັດທະນາອົງການກວດສອບແຫ່ງລັດ ຮອດປີ 2026 ໄດ້ຈັດຂັ້ນໃນວັນທີ 7 ພະຈິກນີ້, ທີ່ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງທ່ານ ບຸນເລີດ ເທບວົງສາ ຮອງປະທານອົງການກວດສອບແຫ່ງລັດ ,ທ່ານ ໂທມັດສ ລາມມາຣ໌ ອຸປະທູດ ປະເທດລຸກຊໍາບວກ, ທ່ານ ໂຣເບີດ ເດິ ວາຮາ ຜູ້ຕາງໜ້າປະຈໍາການຫ້ອງການອາຊີ-ວຽງຈັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ
ກະຊວງການຕ່າງປະເທດ ປິດຊຸດຝຶກອົບຮົມວຽກງານກວດກາ ຄັ້ງທີ V

ກະຊວງການຕ່າງປະເທດ ປິດຊຸດຝຶກອົບຮົມວຽກງານກວດກາ ຄັ້ງທີ V

ໃນຕອນແລງ ວັນທີ 6 ພະຈິກ 2025 ທີ່ ກະຊວງການຕ່າງປະເທດໄດ້ຈັດພິທີປິດຊຸດຝຶກອົບຮົມວຽກງານກວດກາຄັ້ງທີ Vໂດຍໃຫ້ກຽດເປັນປະທານ ຂອງ ທ່ານ ພົງສະຫວັນ ສີສຸລາດ ຄະນະປະຈໍາພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຜູ້ຕາງໜ້າຈາກຄະນະກວດກາສູນກາງພັກ, ອົງການກວດສອບແຫ່ງລັດ, ອົງການໄອຍະການປະຊາຊົນສຸງສຸດ, ຫົວໜ້າກົມ, ຮອງກົມ ແລະ ຜູ້ຕາງໜ້າຈາກບັນດາກົມ ຂອງກະຊວງການຕ່າງປະເທດ ແລະ ນັກສໍາມະນາກອນ ເຂົ້າຮ່ວມ
ຄະນະຜູ້ແທນກອງປະຊຸມສໍາມະນາ ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ

ຄະນະຜູ້ແທນກອງປະຊຸມສໍາມະນາ ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ

ໂອກາດຈັດກອງປະຊຸມສໍາມະນາວິທະຍາສາດລະດັບຊາດ ມູນເຊື້ອວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ທີ່ແຂວງສະຫວັນນະເຂດ ເປັນຈຸດທີ 2 ພາຍຫຼັງຈັດຢູ່ນະຄອນຫຼວງວຽງຈັນ; ຄະນະຜູ້ແທນກອງປະຊຸມໄດ້ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ
ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງສະຫວັນນະເຂດ ຈັດພິທີມອບ-ຮັບນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດເລກທີ 57/ລບ ປະຈຳປີ 2025 ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ຫ້ອງປະຊຸມພະແນກການດັ່ງກ່າວ ໂດຍການເປັນປະທານຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນປະທານຄະນະກຳມະການດຳລັດ 57/ລບ ຂັ້ນແຂວງ.
ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງສະຫວັນນະເຂດ ຈັດພິທີມອບ-ຮັບນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດເລກທີ 57/ລບ ປະຈຳປີ 2025 ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ຫ້ອງປະຊຸມພະແນກການດັ່ງກ່າວ ໂດຍການເປັນປະທານຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນປະທານຄະນະກຳມະການດຳລັດ 57/ລບ ຂັ້ນແຂວງ.
ການນໍາຂັ້ນສູງ ຕິດຕາມ ຊົມການຝຶກຊ້ອມໃຫຍ່ການສວນສະໜາມ ກ້ອນກໍາລັງ ປກຊ- ປກສ

ການນໍາຂັ້ນສູງ ຕິດຕາມ ຊົມການຝຶກຊ້ອມໃຫຍ່ການສວນສະໜາມ ກ້ອນກໍາລັງ ປກຊ- ປກສ

ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ແຫ່ງ ສປປ ລາວ, ທ່ານ ພົອ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານ ປກຊ-ປກສ, ທ່ານ ພົທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ພົທ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ຄະນະນໍາກະຊວງ, ກົມໃຫຍ່, ຫ້ອງວ່າການ, ອະນຸກໍາມະການ, ຄະນະຄູຝຶກ ໄດ້ເຄື່ອນໄຫວຕິດຕາມ ແລະ ຊົມການສະແດງ ການຝຶກຊ້ອມສວນສະໜາມຂອງກ້ອນກໍາລັງສວນສະໜາມ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ທີ່ປະສານສົມທົບຮ່ວມການຝຶກຊ້ອມໃຫ່ຍ ຢູ່ວິທະຍາຄານນາຍທະຫານບົກກົມມະດໍາ ໃນວັນທີ 6 ພະຈິກ 2025.
ເຊັນບົດບັນທຶກຄວາມເຂົ້າໃຈ ເພຶ່ອສໍາຫຼວດອອກແບບໂຄງການຟື້ນຟູ ແລະ ບູລະນະເສັ້ນທາງຫຼວງແຫ່ງຊາດເລກ 21

ເຊັນບົດບັນທຶກຄວາມເຂົ້າໃຈ ເພຶ່ອສໍາຫຼວດອອກແບບໂຄງການຟື້ນຟູ ແລະ ບູລະນະເສັ້ນທາງຫຼວງແຫ່ງຊາດເລກ 21

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພຶ່ອສໍາຫຼວດອອກແບບໂຄງການຟື້ນຟູ ແລະ ບູລະນະເສັ້ນທາງຫຼວງແຫ່ງຊາດເລກ 21 ໄລຍະທີ 2 ເລີ່ມແຕ່ຕີນພູແດນເມືອງ ບ້ານໂພນມຸງຄຸນ ເມືອງບໍລິຄັນ ຫາ ບ້ານທ່າສີ ເລີ່ມແຕ່ ກິໂລແມັດທີ (ກມ) 25+000 ຫາ ກມ 81+000 ເມືອງບໍລິຄັນ ແຂວງບໍລິຄໍາໄຊ ລວງຍາວ 56 ກມ ແລະ ເສັ້ນທາງຫຼວງແຫ່ງຊາດ ເລກ 1D ແຕ່ 3 ແຍກທາງເລກທີ 21 ບ້ານທ່າສີ ຫາ ຊາຍແດນແຂວງໄຊສົມບູນ (ເລີ່ມແຕ່ ກມ 145+000 ຫາ ກມ 146+100) ລວງຍາວ 1,10 ກມ ເພື່ອສຶກສາ ສໍາຫຼວດ-ອອກແບບ ໂຄງການຟື້ນຟູ ແລະ ບູລະນະຮັກສາທາງຫຼວງແຫ່ງຊາດ ເລກທີ 21 ຊ່ວງທີ 2 ແລະ ທາງເລກ 1D ລະຫວ່າງອົງການປົກຄອງແຂວງບໍລິຄໍາໄຊ, ຕາງໜ້າໂດຍ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ແລະ ບໍລິສັດ ພີເອັສແອວ ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ຮ່ວມກັບ ບໍລິສັດ AVIC-INTL Project Engineering Company ໄດ້ຈັດຂຶ້ນໃນວັນທີ 5 ພະຈິກ 2025 ທີ່ຫ້ອງປະຊຸມ ໂຮງແຮມສຸນັນທາ ເມືອງປາກຊັນ ໂດຍໃຫ້ກຽດເຂົ້າຮ່ວມພິທີຂອງ ທ່ານ ບຸນລ້ຽງ ດວງສະເພົາທອງ ຄະນະປະຈຳພັກແຂວງ ຫົວໜ້າພະແນກການເງິນແຂວງ, ບໍລິສັດ, ມີຕາງໜ້າການນໍາຂັ້ນເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຊາວກະສິກອນທົ່ວເມືອງຄົງເຊໂດນ ເກັບກ່ຽວເຂົ້ານາປີສຳເລັດ 85%

ຊາວກະສິກອນທົ່ວເມືອງຄົງເຊໂດນ ເກັບກ່ຽວເຂົ້ານາປີສຳເລັດ 85%

ການເກັບກ່ຽວມຽ້ນມັດເຂົ້ານາປີຂອງຊາວກະສິກອນ ເມືອງຄົງເຊໂດນ ແຂວງສາລະວັນ ມາຮອດປັດຈຸບັນສຳເລັດແລ້ວ 85%, ທ່ານ ບົວສອນ ຈັນດາວົງ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງຄົງເຊໂດນ ໄດ້ລາຍງານໃຫ້ຮູ້ວ່າ: ໃນທົ່ວເມືອງ ມີເນື້ອທີ່ທັງໝົດ 16,854 ເຮັກຕາ, ເນື້ອທີ່ສາມາດເກັບກ່ຽວໄດ້ຕົວຈິງ 12,456 ເຮັກຕາ, ຜົນຜະລິດສະເລ່ຍໄດ້ 3,7 ໂຕນຕໍ່ເຮັກຕາ, ທຽບໃສ່ປີຜ່ານມາ ແມ່ນຫຼຸດຄາດໝາຍ ເນື່ອງຈາກມີຫຼາຍສາເຫດ ເປັນຕົ້ນ: ເກີດໄພພິບັດນໍ້າຖ້ວມ ໃນໄລຍະເຂົ້າທີ່ກຳລັງເຕີບ, ໄລຍະເກັບກ່ຽວ. ນອກຈາກນັ້ນ, ຍັງມີສັດຕູພືດແມງໄມ້ທໍາລາຍ.
ເປີດຊຸດຝຶກອົບຮົມ ການເຜີຍແຜ່ວຽກງານປົກປັກຮັກສາປ່າໄມ້

ເປີດຊຸດຝຶກອົບຮົມ ການເຜີຍແຜ່ວຽກງານປົກປັກຮັກສາປ່າໄມ້

ການຝຶກອົບຮົມວຽກງານປົກປັກຮັກສາປ່າໄມ້ ແລະ ສິ່ງແວດລ້ອມ ພາຍໃຕ້ໂຄງການ ພູມີທັດ ແລະ ຊີວິດການເປັນຢູ່ໃນ ສປປ ລາວ ຫຼື LLL ພາຍໃຕ້ການຄຸ້ມຄອງຂອງກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບ ວິທະຍຸກະຈາຍສຽງແຫ່ງຊາດລາວ
ງານບຸນນະມັດສະການພະທາດຫຼວງວຽງຈັນປີນີ້ ມວນຊົນຮ່ວມຮັກສາໄດ້ຮີດຄອງປະເພນີ

ງານບຸນນະມັດສະການພະທາດຫຼວງວຽງຈັນປີນີ້ ມວນຊົນຮ່ວມຮັກສາໄດ້ຮີດຄອງປະເພນີ

ເພື່ອໃຫ້ໝົດທຸກຊັ້ນຄົນພາຍໃນຊາດໄດ້ຮັບຮູ້ ແລະ ມີຄວາມເອກອ້າງທະນົງໃຈໃນຄວາມເປັນຊາດລາວ ຊຶ່ງສະແດງອອໃນການນຸ່ງຖືທີ່ມີເອກະລັກຮັກສາໄດ້ວັດທະນະທໍາຂອງຊາດ ທັງເປັນການສືບຕໍ່ອະນຸລັກປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທໍາອັນຍອດຍິ່ງໃຫ້ຄົງຢູ່ຄູ່ຄົນລາວ, ຊາດລາວ, ຊາວນະຄອນຫຼວງວຽງຈັນ ກໍຄືຊາວພຸດຕະຫຼອດໄປ.
ເພີ່ມເຕີມ