ສະຖານທູດລາວ ປະຈຳ ຫວຽດນາມ ຈັດງານສະເຫຼີມສະຫຼອງປີໃໝ່ລາວ

ສະຖານທູດລາວ ປະຈຳ ຫວຽດນາມ ຈັດງານສະເຫຼີມສະຫຼອງປີໃໝ່ລາວ
ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ຈັດງານສະເຫຼີມສະຫຼອງປີໃໝ່ລາວ ປີ ມະໂລງ ພ.ສ 2567 ຂຶ້ນ ເມື່ອວັນທີ 6 ເມສາ ຜ່ານມາ ທີ່ ສະຖານເອກອັກຄະລັດຖະທູດລາວ ທີ່ນະຄອນຫຼວງຮ່າໂນ້ຍ ໂດຍມີທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ, ມີ ທ່ານ ນາງ ເຈືອງ ທິ ມາຍ ກຳມະການກົມການເມືອງ ເລຂາທິການສູນກາງພັກກອມມູນິດຫວຽດນາມ; ທ່ານ ຫງວຽນ ຊວັນ ຖັງ ກຳມະການກົມການເມືອງ ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ; ທ່ານ ເຈິ່ນ ລືວ ກວາງ ກຳມະການສູນກາງພັກ ຮອງນາຍົກລັດຖະມົນຕີ, ທ່ານ ບຸ່ຍ ແທັງ ເຊີນ ກຳມະການສູນກາງພັກ ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
    ໃນພິທີ, ທ່ານ ນາງ ຄຳເພົາ ເອີນທະວັນ ໄດ້ກ່າວວ່າ: ບຸນປີໃໝ່ 2024 ນີ້ ເປັນປີທີ່ມີຄວາມໝາຍຄວາມສຳຄັນສຳລັບ ສປປ ລາວ ຊຶ່ງທົ່ວພັກ, ທົ່ວລັດ ແລະ ປວງຊົນທັງຊາດ ໄດ້ຮ່ວມແຮງຮ່ວມໃຈກັນຈັດຕັ້ງການສະຫຼອງບຸນປີໃໝ່ເພື່ອຊົມເຊີຍ ຜົນສຳເລັດການປະຕິບັດໜ້າທີ່ວຽກງານທີ່ຍາດມາໄດ້ຕະຫຼອດໜຶ່ງປີທີ່ຜ່ານມາ ແລະ ທັງເປັນການສ້າງບັນຍາກາດອັນຟົດຟື້ນໃຫ້ແກ່ການເປັນປະທານອາຊຽນຂອງ ສປປ ລາວ ແລະ ປີທ່ອງທ່ຽວລາວ. ຫຼາຍກິດຈະກຳຈະໄດ້ຈັດຂຶ້ນຕາມຮີດຄອງປະເພນີອັນດີງາມຂອງຊາດລາວ ເພື່ອດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ, ຮັບປະກັນປະຕິບັດຄຳຂວັນປີທ່ອງທ່ຽວລາວ 2024 “ທ່ອງທ່ຽວລາວ ປອດໄພ ຊື່ນໃຈໃນວັດທະນະທຳ, ທຳມະຊາດ ຍີ້ມແຍ້ມແຈ່ມໃສ ຮັກແຂກແພງຄົນ ເປັນເຈົ້າພາບທີ່ດີ ດ້ວຍໄມຕີຈິດມິດຕະພາບ”. 
ທ່ານ ທູດ ຍັງໄດ້ຕາງໜ້າໃຫ້ການນຳ ພັກ, ລັດ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ຕໍ່ການສະໜັບສະໜຸນ, ການຊ່ວຍເຫຼືອຂອງສະຫາຍຫວຽດນາມ ຕະຫຼອດໄລຍະທີ່ຜ່ານມາ ບໍ່ວ່າໃນຍຸກສະໄໝຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄືໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃນປັດຈຸບັນ ໂດຍສະເພາະແມ່ນການເປັນປະທານອາຊຽນຂອງ ສປປ ລາວ 2024 ນີ້. ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນອັນເລິກເຊິ່ງ ມາຍັງບັນດາສະຫາຍການນຳທຸກຂັ້ນ ນັບແຕ່ສູນກາງຮອດທ້ອງຖິ່ນ, ອົງການຈັດຕັ້ງຕ່າງໆ, ສະຖາບັນການສຶກສາ ທີ່ໄດ້ໃຫ້ການເບິ່ງແຍງດູແລ, ສິດສອນ, ອຳນວຍຄວາມສະດວກດ້ານຕ່າງໆ ໃຫ້ແກ່ພົນລະເມືອງລາວ ທີ່ໄດ້ມາດຳລົງຊີວິດ, ມາເຮັດວຽກ ແລະ ສຶກສາຮໍ່າຮຽນຢູ່ ສສ ຫວຽດນາມ ຊຶ່ງໄດ້ສ້າງເງື່ອນໄຂອັນເອື້ອອຳນວຍທຸກດ້ານຕະຫຼອດມາ. ໃນໂອກາດນີ້, ທ່ານທູດຍັງໄດ້ນຳເອົາຄວາມຮັກແພງອັນອົບອຸ່ນ, ຄຳອວຍພອນໄຊອັນປະເສີດຈາກການນຳພັກ-ລັດ ແລະ ປະຊາຊົນລາວ ມາຍັງການນຳ ພັກ-ລັດ ແລະ ປະຊາຊົນຫວຽດນາມ.
ທ່ານ ຫງວຽນ ຊວັນ ຖັງ ໄດ້ຕາງໜ້າໃຫ້ແກ່ການນຳພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ກ່າວອວຍພອນໄຊອັນປະເສີດມາຍັງບັນດາການນຳພັກ, ລັດ ແລະ ປະຊາຊົນລາວ ທຸກຖ້ວນໜ້າເວົ້າລວມ, ໂດຍສະເພາະ ທ່ານທູດ ພ້ອມດ້ວຍພະນັກງານສະຖານທູດ ແລະ ແຂກເຂົ້າຮ່ວມງານໃນຄັ້ງນີ້. 
ທ່ານໄດ້ກ່າວວ່າ: ຫວຽດນາມ ແລະ ລາວ ແມ່ນສອງປະເທດອ້າຍນ້ອງ ບ້ານໃກ້ເຮືອນຄຽງ ມີສາຍພົວພັນແບບພິເສດ ຊຶ່ງມີໜຶ່ງບໍ່ມີສອງຢູ່ໃນໂລກ. ສາຍພົວພັນດັ່ງກ່າວໄດ້ຮັບການສ້າງຕັ້ງຂຶ້ນ, ເພີ່ມພູນຄູນສ້າງ ແລະ ຜັນຂະຫຍາຍດ້ວຍຄວາມຈິງໃຈ, ນ້ຳໃຈແຫ່ງຄວາມຊື່ສັດບໍລິສຸດ, ການຊ່ວຍເຫຼືອອັນລ້ຳຄ່າໝົດຈິດໝົດໃຈ, ພ້ອມທີ່ຈະເສຍສະຫຼະຊຶ່ງກັນ ແລະ ກັນ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ. ດັ່ງຄຳເວົ້າຂອງປະທານ ໄກສອນ ພົມວິຫານ ໄດ້ເວົ້າວ່າ: ສາຍພົວພັນມິດຕະພາບຖານອ້າຍນ້ອງ ລະຫວ່າງປະຊາຊົນລາວ ແລະ ປະຊາຊົນຫວຽດນາມ ແມ່ນຍິ່ງໃຫຍ່ທີ່ສຸດ ເຖິງແມ່ນວ່າຈະເປັນບົົດລຳໃດ ບົດເພງໃດ ຫຼື ບົດກະວີໃດທີ່ມ່ວນທີ່ສຸດ ກໍບໍ່ສາມາດພັນລະນາໄດ້. ຕໍ່ກັບນ້ຳໃຈ ຄວາມຮັກແພງອັນບໍລິສຸດຈາກໃຈຈິງ, ຄວາມພະຍາຍາມໃນທຸກໆບາດກ້າວ ຂອງປະຊາຊົນສອງຊາດພວກເຮົາໄດ້ຄຽງບ່າງຄຽງໄຫຼ່ ນຳພາສາຍພົວພັນແບບພິເສດ ຫວຽດນາມ - ລາວ  ຜ່ານຜ່າບັນດາສິ່ງທ້າທາຍຂອງປະຫວັດສາດ, ນຳເອົາສາຍພົວພັນມິດຕະພາບອັນຍິ່ງໃຫ່ຍ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດພວກເຮົາ ພັດທະນາກ້າວຂຶ້ນສູ່ໃບໜ້າອັນໃຫມ່ ທີ່ມີປະສິດທິພາບ ແລະ ປະສິດທິຜົນ.
ການຈັດງານຕ້ອນຮັບປີໃໝ່ລາວ ປີມະໂລງ ພ.ສ 2567 ແລະ ການເຂົ້າຮ່ວມຂອງບັນດາການນຳຂັ້ນສູງ ພັກ, ລັດ ທັງສູນກາງ ແລະ ທ້ອງຖິ່ນ ແມ່ນສະແດງໃຫ້ເຫັນ ເຖິງອາລົມຈິດມິດຕະພາບອັນສະໜິດສະໜົມ ຖານສະຫາຍອ້າຍນ້ອງ ບົນພື້ນຖານສາຍພົວພັນພິເສດ ລາວ-ຫວຽດນາມ ທີ່ມີໜຶ່ງບໍ່ມີສອງໃນໂລກ, ໄດ້ກາຍເປັນແຮງບັນດານໃຈອັນໃຫຍ່ຫຼວງໃຫ້ແກ່ບັນດາການນຳ, ພະນັກງານສະຖານທູດລາວ ແລະ ບັນດານັກຄົ້ນຄວ້າ, ນັກສຶກສາລາວ ທີ່ກຳລັງປະຕິບັດໜ້າທີ່ ແລະ ສຶກສາຮ່ຳຮຽນ ຢູ່ຫ່າງໄກຈາກບ້ານເກີດເມືອງນອນຂອງຕົນ ໄດ້ຕ້ອນຮັບ ແລະ ສະຫຼອງປີໃໝ່ລາວຢູ່ ຫວຽດນາມ ດ້ວຍບັນຍາກາດເບີກບານມ່ວນຊື່ນ ແລະ ຖືກຕ້ອງຕາມຮີດຄອງປະເພນີທີ່ດີງາມຂອງລາວເຮົາ. ພ້ອມກັນນັ້ນ ຍັງເປັນການໂຄສະນາຮີດຄອງປະເພນີອັນດີງາມຂອງລາວໃຫ້ປະຊາຊົນຫວຽດນາມອ້າຍນ້ອງໄດ້ຮັບຮູ້ ແລະ ເຂົ້າໃຈຫຼາຍຂຶ້ນກວ່າເກົ່າ.
ຂ່າວ-ພາບ: ສະຖານທູດລາວທີ່ຮ່າໂນ້ຍ

ຄໍາເຫັນ

ຂ່າວການຮ່ວມມື

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ໃນວັນທີ 17 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງ ເບ່ເນ່ດິກ ເດ່ຊັອງ(Bénédicte Deschamps), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ວັນທີ 16 ທັນວານີ້, ຄະນະຜູ້ແທນ ຄະນະໂຄສະນາອົບຮົມ 3 ແຂວງພາກເໜືອຄື: ຫຼວງພະບາງ ອຸດົມໄຊ ແລະ ແຂວງຜົ້ງສາລີ, ນຳໂດຍ ທ່ານ ສົມຈິດ ສິງລໍຄຳ ຮອງຫົວຄະນະໂຄສະນາອົບຮົມແຂວງຫຼວງພະບາງ ເພື່ອເຄື່ອນໄຫວພົບປະແລກປ່ຽນບົດຮຽນ ກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງດຽນບຽນ ສສ ຫວຽດນາມ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ດ້ວຍໄມຕີຈິດມິຕະພາບຈາກ ທ່ານ ລີລີ ຊ້າ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ຄະນະບໍລິຫານງານພັກແຂວງດຽນບຽນ ພ້ອມດ້ວຍຄະນະ.
ເພີ່ມເຕີມ