ສະຫວັນນະເຂດ ຈູດທຳລາຍຢາເສບຕິດ

ສະຫວັນນະເຂດ ຈູດທຳລາຍຢາເສບຕິດ
ກອງບັນຊາການ ປກສ ແຂວງສະຫວັນນະເຂດ ຈັດພິທີສະເຫຼີມສະຫຼອງວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 22 ປີ (12/10/2001-12/10/2023) ແລະ ທຳລາຍຢາເສບຕິດປະຈຳປີ 2023 ຂຶ້ນທີ່ສະໜາມກິລາຫຼັກ 4 ຂອງແຂວງ ໂດຍມີທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ, ມີທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນປະທານຄະນະກຳມະການກະກຽມສະເຫຼີມສະຫຼອງວັນແຫ່ງຊາດຕ້ານຢາເສບຕິດ ພ້ອມດ້ວຍ ຄະນະພັກ-ຄະນະບັນຊາ ປກຊ-ປກສ ແຂວງ, ພະແນກການກົມກອງອ້ອມຂ້າງແຂວງ ແລະ ຫຼາຍພາກເຂົ້າຮ່ວມ.
ທ່ານ ນາງ ຫຼິງທອງ ແສງຕາວັນ ໃຫ້ຮູ້ວ່າ: ພິທີຈູດທຳລາຍຢາເສບຕິດ ກໍເພື່ອເປັນການສະແດງເຖິງເຈດຈຳນົງ ແລະ ຄວາມໝາຍໝັ້ນຂອງສັງຄົມ ໃນການຮ່ວມມືກັນຕໍ່ສູ້ ແລະ ຕ້ານກັບບັນຫາຢາເສບຕິດ ຊຶ່ງເປັນໄພຄຸກຄາມຕໍ່ການພັດທະນາເສດຖະກິດ-ສັງຄົມ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມສະຫງົບ ແລະ ຄວາມໝັ້ນຄົງຂອງຊາດເຮົາ. ປີ 2021 ພັກ-ລັດຖະບານ ໄດ້ຍົກເອົາບັນຫາດັ່ງກ່າວ ມາເປັນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໂດຍມີຈຸດປະສົງເປົ້າໝາຍ ກໍານົດເອົາ 3 ຫຼັກການຄື: ເດັດຂາດ, ໂປ່ງໃສ ແລະເປັນມືອາຊີບ ແລະ 6 ວຽກຈຸດສຸມ ເປັນຫຼັກການ, ມາດຕະການ ມາສະກັດກັ້ນ ແລະແກ້ໄຂບັນຫາຢາເສບຕິດ ໃຫ້ກາຍເປັນສະໜາມຮົບ ກໍ່ຄືເປັນໜ້າທີ່ການເມືອງອັນສູງສົ່ງຂອງທຸກພາກສ່ວນອົງການຈັດຕັ້ງສັງຄົມ ນຳໄປຈັດຕັ້ງປະຕິບັດຢ່າງແຂງແຮງ.
ຕະຫຼອດໄລຍະຂອງການຈັດຕັ້ງປະຕິບັດວາລະແຫ່ງຊາດ ໂດຍເລີ່ມຕົ້ນແຕ່ເດືອນ 8 ປີ 2021 ມາເຖິງປັດຈຸບັນ ເປັນເວລາ 797 ວັນ, ໂດຍການນຳຂັ້ນແຂວງ ກໍໄດ້ສຸມໃສ່ລົງເລິກນຳພາ-ຊີ້ນຳອຳນາດການປົກຄອງຂັ້ນເມືອງ ຕະຫຼອດຮອດອຳນາດການປົກຄອງຂັ້ນບ້ານ ແລະ ອຳນວຍຄວາມສະດວກດ້ານຕ່າງໆໃຫ້ແກ່ການເຄື່ອນໄຫວ, ພິເສດແມ່ນກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນແຂວງ ກໍໄດ້ເປັນກຳລັງຫຼັກແຫຼ່ງ, ໃຈກາງໃນການແກ້ໄຂ ແລະ ປະສານງານກັບກະຊວງ, ກົມກອງວິຊາສະເພາະທີ່ກ່ຽວຂ້ອງຢ່າງເປັນລະບົບ, ບັນຫາທີ່ພົ້ນເດັ່ນ: ສາມາດແກ້ໄຂຄະດີຢາເສບຕິດໃນທົ່ວແຂວງໄດ້ 1.014 ລາຍ, ຜູ້ຖືກຫາ 1.545 ຄົນ ຍິງ 149 ຄົນ ສາມາດຢຶດຂອງກາງຢາບ້າ 8.452.500 ເມັດ, ຢາອີ 960 ເມັດ, ຢາເຄ 17 ຖົງ, ຢາໄອສ 365 ຖົງ, ເຮໂລອິນ 164 ແທ່ງ (ເທົ່າກັບ 61,50 ກິໂລກຣາມ), ກັນຊາແຫ້ງ 890 ກິໂລກຣາມ, ໃບກະທ້ອມ 46 ກິໂລກຣາມ, ກາເຟ (ປະສົມສານສິບຕິດ) 2.023 ຊອງ, ຢາດີໄອ 929 ກວດ, ບັ້ງແກັສ 3 ບັ້ງ, ປຸ່ມເປົ້າ 166 ໜ່ວຍ, ອາວຸດເສິກ 32 ກະບອກ, ອາວຸດລ່າເນື້ອ 40 ກະບອກ ແລະອື່ນໆ. ສ່ວນຂອງກາງຄະດີຢາເສບຕິດທີ່ສານຕັດສິນໃຊ້ໄດ້ເດັດແລ້ວ ທີ່ຈະນຳອອກມາທໍາລາຍໃນມື້ນີ້ມີ: ຢາບ້າ ຈຳນວນ 963.028 ເມັດ, ນໍ້າໜັກ 56.151 ກິໂລກຣາມ, ຢາໄອສ 8 ຖົງໃຫຍ່ 27 ຫຼອດ, ນ້ຳໜັກ 9.931 ກິໂລກຣາມ, ຢາອີ 57 ເມັດ ນ້ຳໜັກ 23 ກວ່າກຣາມ, ຄັນຊາແຫ້ງ 19 ແທ່ງ 6 ໂຄ້ນ ນໍ້າໜັກ 24.888 ກິໂລກຣາມ.
ຈາກນັ້ນ, ຄະນະການນຳຂັ້ນສູງຂອງແຂວງ ກໍໄດ້ຮ່ວມກັນຈູດທຳລາຍຢາເສບຕິດ ເພື່ອສະແດງເຈດຈຳນົງຢ່າງໜັກແໜ້ນ ວ່າຢາເສບຕິດຄືສັດຕູຂອງຊາດ ທີ່ຂັດຂວາງການພັດທະນາເສດຖະກິດ-ສັງຄົມ ແລະ ທຳລາຍອະນາຄົດລູກຫຼາຍຂອງພວກເຮົາ.
ຂ່າວ-ພາບ: ສະຫວັນນະເຂດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ