![]() |
ທ່ານ ນາງ ຫຼິງທອງ ແສງຕາວັນ ໄດ້ຮຽກຮ້ອງມາຍັງບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນຄົ້ນຄວ້າ, ປະກອບຄຳເຫັນ ແລະ ຊ່ວຍຊອກຫາວິທີການ ໃນການປຸກລະດົມຂົນຂວາຍຮັບບໍລິຈາກເລືອດ ເພື່ອນໍາໄປຈັດຕັ້ງຜັນຂະຫຍາຍໃນຂົງເຂດຄວາມຮັບຜິດຊອບຂອງຕົນໃຫ້ມີຜົນສໍາເລັດ, ເຮັດໃຫ້ວຽກງານກາແດງ ຊຶ່ງເປັນວຽກຊ່ວຍເຫຼືອ ດ້ານມະນຸດສະທໍາ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ.
ໃນພິທີ, ທ່ານ ພັອ ເຄນທອງ ພັດທະນາຄຳ ຮອງຫົວໜ້າກົມເສນາຮັກກະຊວງປ້ອງກັນປະເທດ ໄດ້ມີຄຳເຫັນຕໍ່ກັບວຽກງານປຸກລະດົມຂົນຂວາຍບໍລິຈາກເລືອດແບບສະໝັກໃຈ ບໍ່ຮຽກຮ້ອງສິ່ງຕອບແທນ. ໃນກອງປະຊຸມ, ນອກຈາກຈະໄດ້ກໍານົດຄາດໝາຍສູ້ຊົນ ແລະ ແຜນການເຄື່ອນໄຫວປຸກລະດົມຂົນຂວາຍບໍລິຈາກເລືອດໃນໄລຍະ 6 ເດືອນທ້າຍປີ 2025 ແລະ ກໍຍັງຈະໄດ້ກຳນົດຄາດໝາຍສູ້ຊົນ ແລະແຜນການເຄື່ອນໄຫວປະຈຳປີ 2026 ອີກດ້ວຍ.
(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)
ຄໍາເຫັນ