ສະຫວັນນະເຂດເຜີຍແຜ່ຄວາມຮູ້ພື້ນຖານດ້ານການເງິນໃຫ້ຊາວໜຸ່ມ-ເຍົາວະຊົນ

ສະຫວັນນະເຂດເຜີຍແຜ່ຄວາມຮູ້ພື້ນຖານດ້ານການເງິນໃຫ້ຊາວໜຸ່ມ-ເຍົາວະຊົນ
ຄະນະບໍລິຫານງານຊາວໜຸ່ມແຂວງສະຫວັນນະເຂດຮ່ວມກັບທະນາຄານອິນໂດຈີນສາຂາແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມເຜີຍແຜ່ຄວາມຮູ້ພື້ນຖານທາງດ້ານການເງິນ ຕິດພັນກັບການສົ່ງເສີມການນໍາໃຊ້ເງິນກີບ ແລະຄຸ້ມຄອງເງິນຕາຕ່າງປະເທດໃຫ້ແກ່ຊາວໜຸ່ມ-ເຍົາວະຊົນຂຶ້ນໃນວັນທີ 21 ພະຈິກຜ່ານມາທີ່ໂຮງຮຽນການເມືອງ-ການປົກຄອງແຂວງ ໂດຍການເປັນປະທານຂອງທ່ານນາງ ຄໍາພູພານ ອິນທິສອນ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ມີທ່ານ ວິໄລຄໍາ ປ້ອງພິມຄໍາຮອງຫົວໜ້າສາຂາທະນາຄານແຫ່ງ ສປປ ລາວ ພາກກາງແຂວງສະຫວັນນະເຂດ, ທ່ານນາງ ພູສະຫວັນ ຈັນທະລັງສີ ຫົວໜ້າທະນາຄານອິນໂດຈີນສາຂາແຂວງສະຫວັນນະເຂດ, ມີຄູ-ອາຈານ, ນັກຮຽນ-ນັກສຶກສາເຂົ້າຮ່ວມ.
    ທ່ານນາງ ຄໍາພູພານ ອິນທິສອນ ກ່າວວ່າ: ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອສົ່ງເສີມໃຫ້ຊາວໜຸ່ມ-ເຍົາວະຊົນມີຄວາມຮັບຮູ້ພື້ນຖານດ້ານການເງິນ, ການຄຸ້ມຄອງເງິນຕາຕ່າງປະເທດ ທັງເປັນການປູກຈິດສໍານຶກໃຫ້ເຂົາເຈົ້າຮັບຮູ້ ແລະເຂົ້າໃຈເຖິງສະພາບເສດຖະກິດ-ການເງິນໃນປັດຈຸບັນຢ່າງເລິກເຊິ່ງພ້ອມທັງສ້າງຂະບວນການຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 48 ປີ (2/12/1975-2/12/2023) ແລະວັນສ້າງຕັ້ງກອງເຍົາວະຊົນທັນວາ ຄົບຮອບ 68 ປີ (2/12/1955-2/12/2023)ພິເສດເພື່ອກະກຽມໃສ່ງານພົບປະຕັ້ງຄ້າຍເຍົາວະຊົນທັນວາ 5 ແຂວງພາກກາງ ຄັ້ງທີ X ທີ່ແຂວງສະຫວັນນະເຂດໄດ້ຮັບກຽດເປັນເຈົ້າພາບຊຶ່ງຈະຈັດຂຶ້ນໃນລະຫວ່າງເດືອນທັນວາທີ່ຈະມາເຖິງນີ້.
ຈາກນັ້ນ, ຄະນະປະທານ ພ້ອມດ້ວຍຜູ້ຊ່ຽວຊານທາງດ້ານການເງິນ ໄດ້ຜັດປ່ຽນກັນຂຶ້ນນໍາສະເໜີກ່ຽວກັບວຽກງານການຄຸ້ມຄອງເງິນຕາຕ່າງປະເທດ, ການສ້າງຄວາມຮູ້ພື້ນຖານດ້ານການເງິນ, ຄວາມຮູ້ກ່ຽວກັບສະຖາບັນການເງິນ ແລະການຄຸ້ມຄອງທະນະບັດສະກຸນເງິນກີບໃນຂອດຈໍລະຈອນ.
ຂ່າວ-ພາບ: ສະຫວັນນະເຂດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະມໍລບີ ສ້າງຂະບວນການອະນາໄມລວມ ແກ້ໄຂບັນຫາການຖິ້ມ-ຈູດຂີ້ເຫຍື້ອຊະຊາຍ

ສະມໍລບີ ສ້າງຂະບວນການອະນາໄມລວມ ແກ້ໄຂບັນຫາການຖິ້ມ-ຈູດຂີ້ເຫຍື້ອຊະຊາຍ

ບັນຫາການຖິ້ມຂີ້ເຫຍື້ອຊະຊາຍ ແລະ ການຈູດຂີ້ເຫຍື້ອໃນພື້ນທີ່ສາທາລະນະຍັງເປັນປະເດັນສໍາຄັນທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ, ສຸຂະພາບຂອງປະຊາຊົນເຂດໃກ້ຄຽງ ໂດຍສະເພາະການຖິ້ມໃສ່ພື້ນທີ່ ທີ່ເປັນດິນເປົ່າວ່າງ ປະຊາຊົນບາງກຸ່ມຍັງສວຍໂອກາດບໍ່ເຂົ້າຮ່ວມສັນຍາ. ບັນຫາດັ່ງກ່າວບໍ່ພຽງແຕ່ສະທ້ອນພຶດຕິກໍາສ່ວນບຸກຄົນ ແຕ່ຍັງສະທ້ອນຊ່ອງວ່າງທາງສັງຄົມ, ການສວຍໂອກາດ ແລະ ຄວາມບໍ່ເຂົ້າໃຈດ້ານການຮັບຜິດຊອບຕໍ່ສ່ວນລວມ.
ຄະນະຜູ້ສະໝັກຮັບເລືອກຕັ້ງ ສສຊ ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ​ ແລະ​ ຜູ້ສະໝັກຮັບເລືອກຕັ້ງ ສສຂ​ ສືບຕໍ່ພົບປະຜູ້ມີສິດເລືອກຕັ້ງຢູ່ບ້ານນາຫຼົ້ງ

ຄະນະຜູ້ສະໝັກຮັບເລືອກຕັ້ງ ສສຊ ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ​ ແລະ​ ຜູ້ສະໝັກຮັບເລືອກຕັ້ງ ສສຂ​ ສືບຕໍ່ພົບປະຜູ້ມີສິດເລືອກຕັ້ງຢູ່ບ້ານນາຫຼົ້ງ

ຄະນະຜູ້ສະໝັກຮັບເລືອກ​ ຕັ້ງສະມາຊິກສະພາແຫ່ງຊາດ (ສສຊ)​ ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ຄະນະທີ 2 ນໍາໂດຍທ່ານ ປອ.ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງຈຳປາສັກ​ ຮ່ວມກັບ​ ຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາປະຊາຊົນແຂວງ ຊຸດທີ​ V​ ປະຈໍາເຂດເລືອກຕັ້ງ​ເມືອງຊະນະສົມບູນ​ ນໍາໂດຍທ່ານ ຄຳສີ ຫຼິນສະຫວາດ​ ກໍາມະການພັກແຂວງ​ ເລຂາຄະນະບໍລິຫານງານພັກເມືອງ ໄດ້ເຄື່ອນໄຫວໂຄສະນາຫາສຽງພົບປະຜູ້ມີສິດເລືອກຕັ້ງຢູ່ບ້ານນາຫຼົ້ງ ເມືອງຊະນະສົມບູນ​ ໃນຕອນບ່າຍວັນທີ 9 ກຸມພານີ້, ໂດຍມີ​ຄະນະພັກ​ -​ ອົງການປົກຄອງເມືອງ, ອົງການ​ປົກຄອງບ້ານ​ ແລະ​ ພໍ່ແມ່​ປະຊາຊົນ​ພາຍ​ໃນບ້ານ​ນາຫຼົ້ງ ເຂົ້າຮ່ວມຕ້ອນຮັບ.
ບໍລິສັດ ພູເບ້ຍ ມາຍນິ້ງ ມີຫ້ອງຄວບຄຸມລະບົົບການຜະລິດຜ່ານລະບົບຄອມພິວເຕີ

ບໍລິສັດ ພູເບ້ຍ ມາຍນິ້ງ ມີຫ້ອງຄວບຄຸມລະບົົບການຜະລິດຜ່ານລະບົບຄອມພິວເຕີ

ໂຄງການຂຸດຄົ້ນ-ປຸງແຕ່ງ ຄໍາ-ເງິນ, ບໍລິສັດພູເບຍ ມາຍນິ້ງ ກຳກັດ ຕັ້ງຢູ່ບ້ານຫ້ວຍຊາຍ ເມືອງລອງແຈ້ງ ແຂວງໄຊສົມບູນ ຫ່າງຈາກໂຄງການ ພູຄໍາ ປະມານ 25 ກິໂລແມັດ, ໂຄງການດັ່ງກ່າວໄດ້ເລີ່ມການຜະລິດໃນປີ 2012, ໂດຍນໍາໃຊ້ວິທີການຂຸດຄົ້ນແບບບໍ່ເທິງໜ້າດິນ ຊຶ່ງວິທີການຂຸດຄົ້ນທີ່ໄດ້ນໍາໃຊ້ຢ່າງກວ້າງຂວາງໃນວົງການອຸດສາຫະກຳບໍ່ແຮ່ ແລະ ປ້ອນແຮ່ເຂົ້າໂຮງງານຜະລິດປຸງແຕ່ງ ທີ່ນໍາໃຊ້ລະບົບຈັບແຮ່ດ້ວຍທາດກາກບອນ (CIL) ແລະ ໃຊ້ຕາໜ່າງແຍກແຮ່ ແບບແຮງໂນ້ມທ່ວງ (gravity).
ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ປະຈໍາເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ສືບຕໍ່ລົງຫາສຽງ ແລະ ສະເໜີໂຕ ຢູ່ເມືອງຮົ່ມ

ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ປະຈໍາເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ສືບຕໍ່ລົງຫາສຽງ ແລະ ສະເໜີໂຕ ຢູ່ເມືອງຮົ່ມ

ຜູ້ສະໝັກຮັບເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈໍາເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ຄະນະທີ 2 ສືບຕໍ່ລົງເຄື່ອນໄຫວຫາສຽງ ແລະ ສະເໜີໂຕ ຕໍ່ຜູ້ມີສິດເລືອກຕັ້ງ ຢູ່ເມືອງຮົ່ມ ໃນຕອນເຊົ້າຂອງວັນທີ 9 ກຸມພານີ້ ທີ່ສະໂມສອນຫຼັງໃໝ່ຂອງເມືອງ ໂດຍການນໍາພາຂອງທ່ານ ພອຍຄໍາ ຮຸ່ງບຸນຍວງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ແຂວງໄຊສົມບູນ, ຜູ້ສະໝັກເບີ 2 ພ້ອມດ້ວຍຄະນະຜູ້ສະໝັກທັງໝົດຈໍານວນ 5 ທ່ານ ຍິງ 1 ທ່ານ ໂດຍມີຄະນະນໍາຂອງເມືອງຮົ່ມ ຕະຫຼອດຮອດພະນັກງານ-ລັດຖະກອນ ອ້ອມຂ້າງເມືອງ ເຂົ້າຮ່ວມຕ້ອນຮັບ ຢ່າງຟົດຟື້ນ.
ອົງການເກັບກູ້ລະເບີດແມັກ ສະຫຼຸບທ້າຍໂຄງການສໍາຫຼວດ ແລະ ກວດກູ້ຜົນກະທົບຈາກລະເບີດລູກຫວ່ານ ຢູ່ເມືອງບົວລະພາ

ອົງການເກັບກູ້ລະເບີດແມັກ ສະຫຼຸບທ້າຍໂຄງການສໍາຫຼວດ ແລະ ກວດກູ້ຜົນກະທົບຈາກລະເບີດລູກຫວ່ານ ຢູ່ເມືອງບົວລະພາ

ອົງການເກັບກູ້ລະເບີດ (ແມັກ) ໄດ້ຈັດກອງປະຊຸມສະຫຼຸບທ້າຍໂຄງການສໍາຫຼວດ ແລະ ກວດກູ້ຜົນກະທົບຈາກລະເບີດລູກຫວ່ານ ຢູ່ເມືອງບົວລະພາ ຂຶ້ນໃນວັນທີ 9 ກຸມພາ 2026 ທີ່ຣີສອດສາຍພູຫຼວງ ເມືອງບົວລະພາ ແຂວງຄໍາມ່ວນໄລຍະ VIII ໂດຍມີ ທ່ານ ແກ້ວອຸດອນ ບຸດສິງຂອນ ປະທານຄະນະກໍາມະການຄຸ້ມຄອງເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກຂັ້ນແຂວງ ເປັນປະທານກອງປະຊຸມ. ໃນກອງປະຊຸມມີຜູ້ແທນຈາກພາກສ່ວນທີ່ກ່ຽວຂ້ອງທັງລະດັບສູນກາງ, ທ້ອງຖິ່ນ, ອົງການສາກົນ, ອໍານາດການປົກຄອງເມືອງ ແລະ ບ້ານເປົ້າໝາຍ ເຂົ້າຮ່ວມຢ່າງພ້ອມພຽງ.
ຜູ້ຮັບສະໝັກເລືອກຕັ້ງເປັນ ສສຊ ຊຸດທີ X ປະຈໍາເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ ລົງເຄື່ອນໄຫວສະເໜີຕົວ ແລະ ໂຄສະນາຫາສຽງ.

ຜູ້ຮັບສະໝັກເລືອກຕັ້ງເປັນ ສສຊ ຊຸດທີ X ປະຈໍາເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ ລົງເຄື່ອນໄຫວສະເໜີຕົວ ແລະ ໂຄສະນາຫາສຽງ.

ໃນລະຫ່ວາງວັນທີ 8-9 ກຸມພານີ້, ຂະບວນການລົງຫາສຽງຂອງບັນດາຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ ລົງເຄື່ອນໄຫວສະເໜີ ຕົວ ແລະ ໂຄສະນາຫາສຽງຢູ່ເມືອງໃໝ່ ຊຶ່ງເປັນເມືອງທຳອິດໃນການລົງໂຄສະນາຫາສຽງ ໂດຍການນຳພາຂອງ ທ່ານ ພົຕ ສົມພອນ ມິດຕະພອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຜົ້ງສາລີ, ຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ຊຸດທີ X ນໍ້າເບີ 1 ປະຈໍາເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ, ພ້ອມດ້ວຍບັນດາທ່ານຜູ້ສະໝັກ ສສຊ ຈຳນວນທັງໝົດ 9 ທ່ານ ຍິງ 2 ທ່ານ, ໂດຍການຕ້ອນຮັບຂອງທ່ານ ທອງຄູນ ໄຊຍະຄອນ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ພ້ອມດ້ວຍຄະນະການນຳຂັ້ນເມືອງ, ພະນັກງານ - ລັດຖະກອນ, ທະຫານ - ຕໍາຫຼວດ ອ້ອມຂ້າງເມືອງ, ອົງການປົກຄອງບ້ານ, ຕະຫຼອດຮອດປະຊາຊົນຜູ້ມີສິດປ່ອນບັດເລືອກຕັ້ງ 4 ບ້ານຄື: ບ້ານນາຊອງ, ບ້ານນໍ້າງາ, ບ້ານຫ້ວຍຈີກ ແລະ ບ້ານນາງກາງ ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.
ຜູ້ສະໝັກຮັບເລືອກຕັ້ງ ສສຊ ເຂດເລືອກຕັ້ງທີ 3 ແຂວງຫຼວງນໍ້າທາ ໂຄສະນາຫາສຽງ ຢູ່ເມືອງຫຼວງນໍ້າທາ

ຜູ້ສະໝັກຮັບເລືອກຕັ້ງ ສສຊ ເຂດເລືອກຕັ້ງທີ 3 ແຂວງຫຼວງນໍ້າທາ ໂຄສະນາຫາສຽງ ຢູ່ເມືອງຫຼວງນໍ້າທາ

ຄະນະຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 3 ແຂວງຫຼວງນໍ້າທາ ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ປະຈໍາເຂດເລືອກຕັ້ງເມືອງຫຼວງນໍ້າທາ ໄດ້ລົງເຄື່ອນໄຫວໂຄສະນາຫາສຽງພົບປະຜູ້ມີສິດເລືອກຕັ້ງຢູ່ສະໂມສອນເມືອງຫຼວງນໍ້າທາ ໃນວັນທີ 9 ກຸມພານີ້, ຊຶ່ງນໍາໂດຍທ່ານນາງ ປິ່ງຄໍາ ລາຊະສີມມາ ກໍາມະການສູນກາງພັກ ຄະນະກໍາມະການເລືອກຕັ້ງລະດັບຊາດ, ມີບັນດາທ່ານຜູ້ຮັບສະໝັກເລືອກຕັ້ງເປັນ ສສຊ ຊຸດທີ X ປະຈໍາເຂດເລືອກຕັ້ງທີ 3 ແລະ ສສຂ ຊຸດທີ V ປະຈໍາເຂດເລືອກຕັ້ງເມືອງຫຼວງນໍ້າທາ, ມີຄະນະກຳມະການເລືອກຕັ້ງຂັ້ນແຂວງ, ຂັ້ນເມືອງ, ມີພະນັກງານ-ລັດຖະກອນອ້ອມຂ້າງເມືອງເຂົ້າຮ່ວມ.
ປະທານຄະນະກວດກາສູນກາງພັກ ເນັ້ນເມືອງບົວລະພາ ແລະ ໄຊບົວທອງ ເອົາໃຈໃສ່ແກ້ໄຂຄວາມທຸກຍາກຂອງພໍ່ແມ່ປະຊາຊົນ

ປະທານຄະນະກວດກາສູນກາງພັກ ເນັ້ນເມືອງບົວລະພາ ແລະ ໄຊບົວທອງ ເອົາໃຈໃສ່ແກ້ໄຂຄວາມທຸກຍາກຂອງພໍ່ແມ່ປະຊາຊົນ

ໂອກາດລົງເຄື່ອນໄຫວພົບປະ ອຳນາດການປົກຄອງເມືອງ ແລະ ການຈັດຕັ້ງບ້ານ ຢູ່ເມືອງບົວລະພາ ແລະ ໄຊບົວທອງ ແຂວງຄໍາມ່ວນໃນວັນທີ 8 ກຸມພາຜ່ານມາ, ທ່ານ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ປະທານຄະນະກວດກາສູນກາງພັກ ໄດ້ມີຄໍາເຫັນໂອ້ລົມ ຕໍ່ການນໍາຂອງເມືອງ, ພະນັກງານຫຼັກແຫຼ່ງ ແລະ ອຳນາດການປົກຄອງບ້ານ ຊຶ່ງກ່ອນອື່ນທ່ານໄດ້ສະແດງຄວາມຂອບໃຈ ທີ່ໄລຍະຜ່ານມາ ກໍຄືໃນໄລຍະທີ່ທ່ານດຳລົງຕໍາແໜ່ງເປັນເລຂາພັກແຂວງ ເຈົ້າແຂວງຄໍາມ່ວນ ໂດຍໄດ້ຮັບການຮ່ວມມື ແລະ ສະໜັບສະໜູນ ຈາກອຳນາດການປົກຄອງເມືອງ, ການຈັດຕັ້ງບ້ານ ຕະຫຼອດເຖິງພໍ່ແມ່ປະຊາຊົນ ເຮັດໃຫ້ວຽກງານລວມຂອງແຂວງ, ຂອງເມືອງ ໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຫຼາຍໆດ້ານທີ່ໄດ້ຮັບຜົນສຳເລັດ.
ປະຊາຊົນເມືອງວຽງຄໍາ ຕັ້ງໃຈຮັບຟັງວິໄສທັດຂອງຜູ້ສະໝັກເປັນສະມາຊິກ ສສຊ ຊຸດທີ X ເຂດເລືອກຕັ້ງທີ 6

ປະຊາຊົນເມືອງວຽງຄໍາ ຕັ້ງໃຈຮັບຟັງວິໄສທັດຂອງຜູ້ສະໝັກເປັນສະມາຊິກ ສສຊ ຊຸດທີ X ເຂດເລືອກຕັ້ງທີ 6

ວັນທີ 9 ກຸມພານີ້ ຢູ່ບ້ານວຽງຄໍາ ເມືອງວຽງຄໍາ, ບັນດາຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ ໄດ້ພົບປະ ແລະແນະນໍາຕົວກັບຜູ້ມີສິດປ່ອນບັດເລືອກຕັ້ງ, ນຳພາໂດຍທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາບໍລິຫານງານພັກແຂວງຫຼວງພະບາງ ຜູ້ສະໜັກຮັບເລືອກຕັ້ງ ນໍ້າເບີ 2, ທ່ານ ສໍານານ ສົນທະນີ ກໍາມະການປະຈໍາພັກແຂວງ ຜູ້ສະໜັກຮັບເລືອກຕັ້ງ ນໍ້າເບີ 3, ທ່ານ ນາງ ຈັນດີ ເຢັງວື ກໍາມະການພັກແຂວງ ຜູ້ສະໜັກຮັບເລືອກຕັ້ງ ນ້ຳເບີ 9, ທ່ານ ນາງ ກິ່ງນະຄອນ ຈັນທະກຸມມານ ຜູ້ສະໜັກຮັບເລືອກຕັ້ງ ນ້ຳເບີ 10, ທ່ານ ສຸລິໄຊ ຫົງສາຄອນ ຜູ້ສະໜັກຮັບເລືອກຕັ້ງ ນ້ຳເບີ 11, ທ່ານ ພັນເອກ ວິລະສິນ ມິດຕະພອນ ຜູ້ສະໜັກຮັບເລືອກຕັ້ງ ນ້ຳເບີ 13 ແລະທ່ານ ນາງ ວົງພະຈັນ ວົງປະດິດ ຜູ້ສະໜັກຮັບເລືອກຕັ້ງ ນ້ຳເບີ 14, ພ້ອມດ້ວຍ ຜູ້ຮັບສະໝັກເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງວຽງຄໍາ ຈຳນວນ 7 ທ່ານ ຍິງ 1 ທ່ານ, ມີການນຳຂອງເມືອງ, ອົງການປົກຄອງບ້ານ ແລະປະຊາຊົນບັນດາເຜົ່າ ຜູ້ມີສິດປ່ອນບັດເລືອກຕັ້ງ ເຂົ້າຮ່ວມ.
ພະນັກງານຫຼັກແຫຼ່ງເມືອງຫຼາ ຕ້ອນຮັບຄະນະຜູ້ສະໝັກເລືອກຕັ້ງ ສສຊ-ສສຂ ເຂດ 4 ແລະ ຮັບຟັງການສະເໜີຕົວ

ພະນັກງານຫຼັກແຫຼ່ງເມືອງຫຼາ ຕ້ອນຮັບຄະນະຜູ້ສະໝັກເລືອກຕັ້ງ ສສຊ-ສສຂ ເຂດ 4 ແລະ ຮັບຟັງການສະເໜີຕົວ

ໃນວັນທີ9 ກຸມພາ 2026, ທີ່ສະໂມສອນເມືອງຫລາແຂວງອຸດົມໄຊ ໄດ້ຈັດກອງປະຊຸມພົບປະລະຫວ່າງ ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ຊຸດທີ V ປະຈຳເຂດເລືອກຕັ້ງທີ 4 ພ້ອມດ້ວຍພະນັກງານຫຼັກແຫຼ່ງທົ່ວເມືອງຫຼາ ເພື່ອຮັບຟັງການນຳສະເໜີຕົວ ແລະ ແຜນການເຄື່ອນໄຫວຂອງຜູ້ສະໝັກ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ວິລະວອນພັນທະວົງຮອງຫົວໜ້າຄະນະໂຄສະນາອົມຮົມສູນກາງພັກ, ພ້ອມດ້ວຍຄະນະຜູ້ສະໝັກເລືອກຕັ້ງ ສສຊ ແລະ ສສຂ.
ເພີ່ມເຕີມ