ໃນວັນ 7 ມິຖຸນາ ຜ່ານມາ, ສະມາຄົມຂົນສົ່ງທາງອາກາດສາກົນ (IATA) ຄາດຄະເນວ່າ: ສາຍການບິນຈະມີກຳໄລສຸດທິລວມ 23 ຕື້ໂດລາໃນປີ 2026 ຊຶ່ງຕໍ່າກວ່າການຄາດຄະເນກ່ອນໜ້ານີ້ 18 ຕື້ໂດລາ.
IATA ຊຶ່ງເປັນຕົວແທນຂອງສາຍການບິນຫຼາຍກວ່າ 370 ແຫ່ງໃນສະຫະລັດ ອາເມຣິກາ ແລະ ທົ່ວໂລກ, ຄາດຄະເນວ່າກຳໄລສຸດທິຕໍ່ຜູ້ໂດຍສານຈະຫຼຸດລົງຈາກ 9.10 ໂດລາໃນປີ 2025 ເປັນ 4.50 ໂດລາໃນປີນີ້. ທ່ານ ວີລລີ ວອລ ຜູ້ອຳນວຍການໃຫຍ່ ຂອງ IATA ກ່າວວ່າ: ຂໍ້ຂັດແຍ່ງໃນອີຣ່ານ ແລະ ລາຄານໍ້າມັນເຊື້ອໄຟທີ່ເພີ່ມຂຶ້ນໄດ້ດຶງເອົາທ່າອ່ຽງໃນທຸລະກິດການບິນລົງ.
ສາຍການບິນ Spirit Airlines ຊຶ່ງເປັນບໍລິສັດຂອງ ສະຫະລັດ ອາເມຣິກາ ທີ່ດຳເນີນທຸລະກິດເປັນສາຍການບິນລາຄາຖືກ ໄດ້ຢຸດດຳເນີນງານໃນຕົ້ນເດືອນພຶດສະພາຜ່ານມາ ຫຼັງຈາກໄດ້ຍື່ນຂໍລົ້ມລະລາຍສອງຄັ້ງໃນ 2 ປີຜ່ານມາ ເນື່ອງຈາກລາຄານໍ້າມັນເຊື້ອໄຟທີ່ເພີ່ມຂຶ້ນສູງ.
ຄໍາເຫັນ