ກະຊວງໂຍທາທິການ ແລະ ຂົນສົ່ງ ສປປ ລາວ ແລະ ສາຍການບິນ Vietjet ຂອງ ສສ ຫວຽດນາມ ໄດ້ບັນລຸຂໍ້ຕົກລົງເພີ່ມທະວີການເຊື່ອມຕໍ່ການຂົນສົ່ງທາງອາກາດລະຫວ່າງ ປະເທດລາວ-ຫວຽດນາມ

ສາຍການບິນ Vietjet ບັນລຸຂໍ້ຕົກລົງຍົກລະດັບການຂົນສົ່ງທາງອາກາດ

ສາຍການບິນ Vietjet ບັນລຸຂໍ້ຕົກລົງຍົກລະດັບການຂົນສົ່ງທາງອາກາດ
ກະຊວງໂຍທາທິການ ແລະ ຂົນສົ່ງ ສປປ ລາວ ແລະ ສາຍການບິນ Vietjet ຂອງ ສສ ຫວຽດນາມ ໄດ້ບັນລຸຂໍ້ຕົກລົງເພີ່ມທະວີການເຊື່ອມຕໍ່ການຂົນສົ່ງທາງອາກາດລະຫວ່າງ ປະເທດລາວ-ຫວຽດນາມ ໂດຍພິທີປະກາດດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 11 ກໍລະກົດ ນີ້ ຢູ່ນະຄອນຫຼວງວຽງຈັນ ໂດຍການເປັນສັກຂີພິຍານຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ທ່ານ ໂຕ ເລິມ ປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມແຂກຜູ້ມີກຽດລະດັບສູງຂອງທັງສອງປະເທດເຂົ້າຮ່ວມ.

ສາຍການບິນ Vietjet ຈະຮ່ວມມືກັບກົມການບິນພົນລະເຮືອນຂອງ ສປປ ລາວ ເພື່ອຈັດຕັ້ງປະຕິບັດໂຄງການທີ່ກ່ຽວຂ້ອງກັບການບິນ ແລະ ຂະຫຍາຍການເຄື່ອນໄຫວການຂົນສົ່ງທາງອາກາດໃນລາວ ຊຶ່ງຄາດວ່າຈະສ້າງວຽກເຮັດງານທຳໃຫ້ບຸກຄະລາກອນໃນຂະແໜງການບິນໄດ້ເຖິງ 2.500 ຄົນ, ສາຍການບິນຍັງມີແຜນຈະສ້າງຕັ້ງສູນຝຶກອົບຮົມ ແລະ ພັດທະນາໃນປະເທດລາວ ຮ່ວມກັບ ສະຖາບັນຝຶກອົບຮົມການບິນ Vietjet ເພື່ອຕິດຕາມກວດກາການຝຶກອົບຮົມພະນັກງານໃໝ່ໃນລະດັບສາກົນ. ຂະນະທີ່ ກົມການບິນພົນລະເຮືອນລາວຈະໃຫ້ການສະໜັບສະໜູນດ້ານບໍລິຫານ, ກົດໝາຍ ແລະ ສິ່ງອຳນວຍຄວາມສະດວກ ຕະຫຼອດຈົນເຖິງການປະສານງານກັບພາກສ່ວນຕ່າງໆ ເພື່ອອໍານວຍຄວາມສະດວກໃນການຈັດຕັ້ງປະຕິບັດໂຄງການ.

ຄວາມມຸ່ງໝັ້ນຂອງສາຍການບິນຫວຽດເຈັດໃນການຂະຫຍາຍການເຊື່ອມຕໍ່ທາງອາກາດ ຢູ່ປະເທດລາວຈະນຳສະເໜີທາງເລືອກຖ້ຽວບິນທີ່ມີລາຄາປະຢັດ ແລະ ການບໍລິການທີ່ມີຄຸນນະພາບໃຫ້ແກ່ນັກທ່ອງທ່ຽວລາວ ແລະ ຕ່າງປະເທດທີ່ເຂົ້າມາທ່ຽວຊົມ. ການຂະຫຍາຍຕົວທຸລະກິດຂອງສາຍການບິນມາປະເທດລາວໃນຕົ້ນປີນີ້ ມີຖ້ຽວບິນເຊື່ອມຕໍ່ນະຄອນຫຼວງວຽງຈັນ ຫາ ນະຄອນໂຮ່ມິນ ດ້ວຍສີ່ຖ້ຽວບິນໄປກັບຕໍ່ອາທິດໃນວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ ດ້ວຍເວລາໃນການບິນພຽງ 1 ຊົ່ວໂມງ 45 ນາທີ. ບັນດາຂໍ້ຕົກລົງນີ້ແນໃສ່ການຊຸກຍູ້ເສດຖະກິດ ແລະ ພັດທະນາສັງຄົມ, ສົ່ງເສີມການຄ້າ, ການເຊື່ອມຕໍ່ການທ່ອງທ່ຽວ ແລະ ການແລກປ່ຽນວັດທະນະທຳ ລະຫວ່າງ ປະເທດລາວກັບປະເທດຕ່າງໆໃນພາກພື້ນ. ກະຊວງໂຍທາທິການ ແລະ ຂົນສົ່ງໄດ້ຊົມເຊີຍການສະໜັບສະໜູນ ແລະ ຄວາມສາມາດຂອງ ສາຍການບິນ Vietjet ຊຶ່ງ ເປັນສາຍການບິນສາກົນທີ່ມີການຂະຫຍາຍຕົວຂອງເຄືອຂ່າຍການບິນໄດ້ຢ່າງວ່ອງໄວ. ຂໍ້ຕົກລົງດັ່ງກ່າວຍັງສອດຄ່ອງກັບເປົ້າໝາຍ ແລະ ທິດທາງລວມຂອງລັດຖະບານທັງສອງປະເທດ ທີ່ລະບຸໄວ້ໃນບົດບັນທຶກວ່າດ້ວຍການຮ່ວມມືຍຸດທະສາດດ້ານຄົມມະນາຄົມ ໃນໄລຍະ 2016-2025.

ໃນປີ 2023, ສາຍການບິນຫວຽດເຈັດໄດ້ເປີດສູນຝຶກອົບຮົມເຮືອບິນລະດັບພາກພື້ນ ໂດຍມີການຮ່ວມມືກັບສາຍການບິນລາວແອລາຍ, ພ້ອມທັງໄດ້ເປີດເສັ້ນທາງບິນທຳອິດລະຫວ່າງລາວ ແລະ ຫວຽດນາມ ຊຶ່ງເຊື່ອມຕໍ່ລະຫວ່າງນະຄອນຫຼວງວຽງຈັນ ແລະ ນະຄອນໂຮ່ຈີິມິນ ຊຶ່ງເປັນທາງເລືອກໃຫ້ນັກທ່ອງທ່ຽວໄດ້ເດີນທາງທີ່ສະດວກ. ປັດຈຸບັນ ປະເທດຫວຽດນາມ ແມ່ນໜຶ່ງໃນບັນດານັກລົງທຶນ ແລະ ຄູ່ຮ່ວມມືການຄ້າອັນດັບຕົ້ນຂອງ ສປປ ລາວ ທີ່ມີ 255 ໂຄງການລົງທຶນ ລວມມູນຄ່າທັງໝົດ 5,5 ຕື້ໂດລາ. ໂຄງການດັ່ງກ່າວໄດ້ສຸມໃສ່ອຸດສາຫະກໍາການຂົນສົ່ງ, ການທ່ອງທ່ຽວ, ວິທະຍາສາດເຕັກໂນໂລຊີ ແລະ ອື່ນໆ ຊຶ່ງເປັນການສົ່ງເສີມການແລກປ່ຽນການຄ້າ ການພັດທະນາແບບຍືນຍົງ ແລະ ການແບ່ງປັນຄວາມຈະເລີນຮຸ່ງເຮືອງຂອງ ສປປ ລາວ, ສສ ຫວຽດນາມ ແລະ ພາກພື້ນ.

(ຂ່າວ: ຕຸໄລເພັດ)

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດສະໄໝທີ IX ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 23 ທັນວານີ້ ທີ່ ຫໍປະຊຸມແຫ່ງຊາດ. ໂດຍການເປັນປະທານຂອງ ພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ), ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນໍາພັກ-ລັດ, ອົງການຈັດຕັ້ງທີ່ຢູ່ອ້ອມຂ້າງ ພັກ-ລັດ, ຜູ້ແທນພະສົງ, ແນວລາວສ້າງຊາດແຂວງ, ນະຄອນຫຼວງ, ເມືອງ, ທ່ານຜູ້ຊົງຄຸນວຸດທິ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ເພີ່ມເຕີມ