![]() |
ການບໍລິການ SkyBoss ມີໃຫ້ບໍລິການໃນຖ້ຽວບິນກົງຂອງ Vietjet ລະຫວ່າງ ນະຄອນຫຼວງວຽງຈັນ ແລະ ນະຄອນໂຮ່ຈິມິນ. SkyBoss ຖືກອອກແບບມາສຳລັບຜູ້ໂດຍສານທີ່ໃຫ້ຄວາມສຳຄັນທັງຄວາມຫູຫຼາ ແລະ ຄວາມວ່ອງໄວ, ພ້ອມດ້ວຍປະສົບການສ່ວນຕົວຕັ້ງແຕ່ພາກພື້ນດິນຈົນເຖິງເທິງທ້ອງຟ້າ. ທຸກໆລາຍລະອຽດໄດ້ຖືກຄິດມາຢ່າງຮອບຄອບ ເພື່ອໃຫ້ການເດີນທາງເປັນໄປຢ່າງສະດວກສະບາຍ, ສ້າງຄວາມພໍໃຈ ແລະ ຄວາມສະດວກໃນທຸກໆຈຸດບໍລິການ.
ເລີ່ມຕົ້ນວິນາທີທີ່ຜູ້ໂດຍສານມາຮອດສະໜາມບິນ, ປະສົບການ "Wings for Leaders" ຈະເລີ່ມຕົ້ນຂຶ້ນດ້ວຍ: ຈຸດບໍລິການ, ຊ່ອງທາງກວດກາຄວາມປອດໄພ ແລະ ການຂຶ້ນເຮືອບິນບຸລິມະສິດ, ລວມທັງການເຂົ້າໃຊ້ຫ້ອງຮັບຮອງລະດັບພຣີມຽມ (Lounge) ເພື່ອໃຫ້ແນ່ໃຈວ່າທຸກການເດີນທາງເລີ່ມຕົ້ນດ້ວຍຄວາມສະຫງົບ ແລະ ຜ່ອນຄາຍ.
ເທິງເຮືອບິນ, ປະສົບການຈະຖືກຍົກລະດັບຂຶ້ນຕື່ມດ້ວຍອາຫານທີ່ປຸງແຕ່ງສົດໃໝ່ແບບບໍ່ຈຳກັດ ຊຶ່ງມີລາຍການຍອດນິຍົມຂອງຫວຽດນາມ ເຊັ່ນ: ເຝີ, ເຂົ້າຈີ່ປາເຕ (Banh Mi), ກາເຟນົມຫວຽດນາມ, ມັດສະລາເຕ້ ແລະ ອື່ນໆ.
ສິ່ງທີ່ເຮັດໃຫ້ປະສົບການສົມບູນແບບຄື ພະນັກງານຕ້ອນຮັບເທິງເຮືອບິນຂອງ Vietjetທີ່ຂຶ້ນຊື່ເລື່ອງຄວາມອົບອຸ່ນ, ສົດໃສ ແລະ ການບໍລິການທີ່ດີ. ດ້ວຍຄວາມເປັນມືອາຊີບແຕ່ເປັນກັນເອງ, ພະນັກງານພ້ອມທີ່ຈະໃຫ້ການຊ່ວຍເຫຼືອໃນທຸກເວລາ, ສະທ້ອນໃຫ້ເຫັນເຖິງຈິດວິນຍານການບໍລິການທີ່ໂດດເດັ່ນຂອງ Vietjet. ນອກຈາກຄວາມເປັນເລີດດ້ານການບໍລິການແລ້ວ, Vietjet ຍັງສືບຕໍ່ເສີມສ້າງຄວາມເຂັ້ມແຂງໃນການດຳເນີນເຄືອຂ່າຍເສັ້ນທາງບິນພາຍໃນ ແລະ ຕ່າງປະເທດ ໂດຍສະເພາະໃນເສັ້ນທາງເສດຖະກິດ ແລະ ການທ່ອງທ່ຽວທີ່ສຳຄັນ. ສິ່ງນີ້ຊ່ວຍໃຫ້ຜູ້ໂດຍສານສາມາດຄວບຄຸມເວລາ ແລະ ວາງແຜນການເດີນທາງທັງດ້ານທຸລະກິດ ແລະ ການພັກຜ່ອນໄດ້ຢ່າງມີປະສິດທິພາບຫຼາຍຂຶ້ນ.
SkyBoss ເປັນຫຼາຍກວ່າຊັ້ນປະຢັດ, ໂດຍມອບປະສົບການການເດີນທາງທີ່ເນັ້ນຄວາມສະດວກສະບາຍ, ປະສິດທິພາບ ແລະ ການບໍລິການທີ່ໃສ່ໃຈໃນທຸກຂັ້ນຕອນ.
ສິດທິພິເສດຂອງບໍລິການ SkyBoss (ເປັນໄປຕາມເງື່ອນໄຂທີ່ກຳນົດ):
- ນໍ້າໜັກກະເປົາຖືຂຶ້ນເຮືອບິນໄດ້ 10kg.
- ນໍ້າໜັກກະເປົາຝາກໃຕ້ທ້ອງເຮືອບິນໄດ້ 30kg ບວກກັບ ຊຸດກິລາກອັຟ 1 ຊຸດ.
- ເຂົ້າໃຊ້ຫ້ອງຮັບຮອງລະດັບພຣີມຽມ ຢູ່ສະໜາມບິນຕົ້ນທາງ (ໃນຊົ່ວໂມງບໍລິການ).
- ບຸລິມະສິດໃນການເຊັກອິນ, ການກວດກາຄວາມປອດໄພ (ຂຶ້ນກັບເງື່ອນໄຂ ແລະ ສິ່ງອຳນວຍຄວາມສະດວກຂອງສະໜາມບິນ) ແລະ ການຂຶ້ນເຮືອບິນ.
- ບຸລິມະສິດໃນການເລືອກທີ່ນັ່ງ.
- ອາຫານສົດໃໝ່ເທິງເຮືອບິນແບບບໍ່ຈໍາກັດ ແລະ ສາຍດ່ວນບໍລິການລູກຄ້າສະເພາະ: +84 1900 6896
ຂ່າວ: ຕຸໄລເພັດ

ຄໍາເຫັນ