ການປ່ຽນແປງເຫຼົ່ານີ້ແມ່ນມີຜົນມາຈາກຫຼາຍປັດໄຈ ເຊັ່ນ: ຂໍ້ຈຳກັດດ້ານນ່ານຟ້າໃນບາງພື້ນທີ່ທີ່ກ່ຽວຂ້ອງກັບຂໍ້ຂັດແຍ່ງໃນຕາເວັນອອກກາງ ແລະ ລາຄານໍ້າມັນເຊື້ອໄຟສຳລັບຖ້ຽວບິນສາກົນໄດ້ເພີ່ມຂຶ້ນສູ່ລະດັບສູງສຸດແບບບໍ່ເຄີຍມີມາກ່ອນ ຊຶ່ງສົ່ງຜົນກະທົບຢ່າງຫຼວງຫຼາຍຕໍ່ຄວາມຢູ່ລອດທາງການຄ້າຂອງການບໍລິການບາງເສັ້ນທາງທີ່ວາງແຜນໄວ້.
ສາຍການບິນແອອິນເດຍ ລະບຸວ່າ: ການປ່ຽນແປງເຫຼົ່ານີ້ມີຈຸດປະສົງເພື່ອເຮັດໃຫ້ເຄືອຂ່າຍການບິນມີຄວາມໝັ້ນຄົງ ແລະ ຫຼຸດຜ່ອນຄວາມບໍ່ສະດວກທີ່ອາດເກີດຂຶ້ນຕໍ່ຜູ້ໂດຍສານໃນເວລາອັນສັ້ນ.
ຄໍາເຫັນ