ການສ້ອມແປງ-ກໍ່ສ້າງທາງເບຕົົງ 2 ເສັ້ນ ຢູ່ບ້ານພັດທະນາໂພນໄຊ ນະຄອນປາກເຊ ແຂວງຈໍາປາສັກຄື: ເສັ້ນທາງເລກທີ 24 ແລະ 46, ຮູບແບບການສ້ອມແປງ - ກໍ່ສ້າງ ແມ່ນຕາມແບບມາດຖານຂອງກະຊວງໂຍທາທິການ ແລະ ຂົນສົ່ງ ກໍານົດໄວ້ ຄື: ເສັ້ນທາງເລກທີ 24, ກວ້າງ 12 ແມັດ, ທາງຄົນຍ່າງກວ້າງ 1.5 ແມັດ x 2 ເບື້ອງ, ຍາວ 320 ແມັດ, ໜາ 23 ຊັງຕີແມັດ, ຮ່ອງລະບາຍນໍ້າເປັນຮູບໂຕຢູ. ເສັ້ນທາງເລກທີ 46, ກວ້າງ 9 ແມັດ, ທາງຄົນຍ່າງກວ້າງ 1.5 ແມັດ x 2 ເບື້ອງ, ຍາວ 393 ແມັດ, ໜາ 23 ຊັງຕີແມັດ, ຮ່ອງລະບາຍນໍ້າເປັນຮູບໂຕຢູ. ເລີ່ມລົງມືກໍ່ສ້າງແຕ່ຕົ້ນເດືອນມິຖຸນາ 2025 ທີ່ຜ່ານມາ ໂດຍແມ່ນບໍລິສັດ ຕັງຈະເລີນ ເປັນຜູ້ຮັບເໝົາສ້ອມແປງ - ກໍ່ສ້າງ ມູນຄ່າປະມານ 10 ຕື້ກີບ, ຊຶ່ງເປັນທຶນສົມທົບ ລະຫວ່າງ ລັດ ແລະ ປະຊາຊົນ ແລະ ການປະກອບສ່ວນຂອງ ບໍລິສັດ ຈະເລີນເຊກອງ ກໍ່ສ້າງ, ຫົວໜ່ວຍທຸລະກິດ, ນະຄອນປາກເຊ ແລະ ປະຊາຊົນພາຍໃນບ້ານພັດທະນາໂພນໄຊ.
ທ່ານ ວາທະເດດ ກິ່ນພູນສິນ ຫົວໜ້າຫ້ອງການໂຍທາ ທິການ ແລະ ຂົນສົ່ງ (ຍທຂ) ນະຄອນປາກເຊ ລາຍງານໃນວັນທີ 1 ກໍລະກົດນີ້ວ່າ: ປັດຈຸບັນການສ້ອມແປງ - ກໍ່ສ້າງ ທາງເບຕົົງ 2 ເສັ້ນ ຢູ່ບ້ານພັດທະນາໂພນໄຊ ສໍາເລັດແລ້ວ 40% ແລະ ບໍລິສັດ ຜູ້ຮັບເໝົາຈະຂຸ້ນຂ້ຽວສ້ອມແປງ - ກໍ່ສ້າງເສັ້ນທາງ ເພື່ອສູ້ຊົນໃຫ້ສໍາເລັດໃນເດືອນກັນຍາ 2025. ສໍາລັບທໍ່ລະບາຍນໍ້າ ຈະໄດ້ກໍ່ສ້າງຕາມຫຼັງ. ສ່ວນລະບົບໄຟເຍືອງທາງ ຈະມີການຕິດຕັ້ງອີກຕ່າງຫາກ ຊຶ່ງບໍ່ລວມໃນມູນຄ່າການສ້ອມແປງ - ກໍ່ສ້າງເສັ້ນທາງ.
(ຂ່າວ-ພາບ: ທູນທອງໃຈ)
ຄໍາເຫັນ