ເສັ້ນ​ທາງ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ທີ່​ມີ​ເອ​ກະ​ລັກ​ຂອງ​ຈີນ

ເສັ້ນ​ທາງ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ທີ່​ມີ​ເອ​ກະ​ລັກ​ຂອງ​ຈີນ

ເສັ້ນ​ທາງ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ທີ່​ມີ​ເອ​ກະ​ລັກ​ຂອງ​ຈີນ
ຈາກຖ້ຳຫີນເກົ່າແກ່ຮອດໂຮງງານທັນສະໄໝ, ຈາກເຂດພາກເໜືອທີ່ມີຫິມະ ແລະ ນ້ຳກ້ອນ ຮອດ ເມືອງແຄມນ້ຳທາງພາກແມ່ນ້ຳຢາງຊີກ້ຽງ, ຈີນກຳລັງບຸກເບີກເສັ້ນທາງພັດທະນາການທ່ອງທ່ຽວທີ່ມີເອກະລັກຂອງຕົນ, ສຳລັບການເຊື່ອມໂຍງວັດທະນະທຳກັບການທ່ອງທ່ຽວຢ່າງເລິກເຊິ່ງ, ແມ່ນສັນຍາລັກພົ້ນເດັ່ນທີ່ສຸດຂອງເສັ້ນທາງດັ່ງກ່າວ.

 

ເສນ​ທາງ​ການ​ພດ​ທະ​ນາ​ການ​ທອງ​ທຽວ​ທ​ມ​ເອ​ກະ​ລກ​ຂອງ​ຈນ - image 1
 

 

ໃນ 10 ກວ່າປີຜ່ານມາ, ການທ່ອງທ່ຽວຂອງຈີນໄດ້ກ້າວເຂົ້າສູ່ເສັ້ນທາງທີ່ພັດທະນາຢ່າງວ່ອງໄວ, ມັນບໍ່ພຽງແຕ່ເປັນກິດຈະກຳພັກຜ່ອນຢ່ອນໃຈທີ່ທ່ຽວຊົມທິວທັດ ແລະ ຊີມອາຫານທີ່ແຊບຊ້ອຍເທົ່ານັ້ນ, ຍິ່ງກາຍເປັນກຳລັງສຳຄັນທີ່ຂັບເຄື່ອນເສດຖະກິດ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ເຜີຍແຜ່ວັດທະນະທຳອີກດ້ວຍ. ຂໍ້ມູນສະຖິຕິສະແດງໃຫ້ເຫັນວ່າ, ນັບແຕ່ປີ 2012 ຮອດປີ 2025, ຈຳນວນນັກທ່ອງທ່ຽວພາຍໃນປະເທດຈີນໄດ້ເພີ່ມຂຶ້ນ 1.2 ເທົ່າ, ຄ່າໃຊ້ຈ່າຍໃນການທ່ອງທ່ຽວໄດ້ເພີ່ມຂຶ້ນ 1.77 ເທົ່າ. ປີ 2024, ອັດຕາສ່ວນຂອງມູນຄ່າເພີ່ມດ້ານການທ່ອງທ່ຽວ ແລະ ອຸດສາຫະກຳອ້ອມຂ້າງທີ່ກ່ຽວຂ້ອງໃນລວມຍອດ GDP ທົ່ວປະເທດຈີນບັນລຸເຖິງ 4.35%. ປີ 2026, ຄຳວ່າ “ປະເທດເຂັ້ມແຂງດ້ານການ ທ່ອງທ່ຽວ” ໄດ້ຖືກບັນທຶກເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ເປັນຄັ້ງທຳອິດ, ສະແດງໃຫ້ເຫັນວ່າ ອຸດສາຫະກຳການທ່ອງທ່ຽວຖືກຍົກຂຶ້ນສູ່ລະດັບຍຸດທະສາດສູງກວ່າເກົ່າ.

ຢູ່ປະເທດຈີນທ່ານຈະໄດ້ເຫັນວ່າ, ການທ່ອງທ່ຽວໄດ້ລື່ນກາຍ “ການແລ່ນເບິ່ງທິວທັດຢ່າງຟ້າວຟັ່ງ” ມາແຕ່ດົນແລ້ວ. ນັກທ່ອງທ່ຽວນັບມື້ນັບຫຼາຍໄດ້ໃສ່ຊຸດບູຮານຈີນທ່ຽວຊົມເມືອງບູຮານ, ຮຽນຮູ້ສີມືນຳຜູ້ສືບທອດມໍລະດົກວັດທະນະທຳນາມມະທຳ ຫຼື ວ່າເດີນທາງໄປຕົວເມືອງໃດໜຶ່ງຍ້ອນຮູບເງົາເລື່ອງໃດໜຶ່ງ ຫຼື ງານດົນຕີຄັ້ງໜຶ່ງ. ສຳລັບກິດຈະກຳສິລະປະວັດທະນະທຳ ແລະ ງານກິລາທີ່ເຂດຊົນນະບົດຈັດເອງ, ກໍກາຍເປັນຍີ່ຫໍ້ໃໝ່ດຶງດູດນັກທ່ອງທ່ຽວ. ການທ່ອງທ່ຽວປະຕິວັດ, ແລະ ການທ່ອງທ່ຽວແບບທັດສະນະສຶກສາກໍໄດ້ຮັບຄວາມນິຍົມຊົມຊອບເພີ່ມຂຶ້ນ, ນັກທ່ອງທ່ຽວສາມາດສຳຜັດກັບປະຫວັດສາດ ແລະ ໄດ້ຮັບກຳລັງທາງຈິດໃຈໃນການເດີນທາງ. ກົງກັນຂ້າມ, ສີສັນວັດທະນະທຳທີ່ອຸດົມສົມບູນເຮັດໃຫ້ການທ່ອງທ່ຽວໄດ້ສ້າງຄວາມປະທັບໃຈຫຼາຍກວ່າເກົ່າໃຫ້ແກ່ນັກທ່ອງທ່ຽວ.

ການເຊື່ອມໂຍງແບບນີ້ບໍ່ແມ່ນເກີດຂຶ້ນແບບທຳມະຊາດ, ແຕ່ມີການຊີ້ນຳທາງນະໂຍບາຍຢ່າງຊັດເຈນ. ຈີນໄດ້ສ້າງຕັ້ງກະຊວງວັດທະນະທຳ ແລະ ທ່ອງທ່ຽວ, ທັງໄດ້ວາງແຜນກ່ຽວກັບການເຊື່ອມໂຍງວັດທະນະທຳກັບການທ່ອງທ່ຽວໃນແຜນການ 5 ປີຫຼາຍສະບັບ. ຈາກຖ້ຳຫີນໂຫຼງເມີນທີ່ເປັນມໍລະດົກວັດທະນະທຳໂລກຮອດເມືອງບູຮານລີ້ຈ່ຽງແຂວງຢຸນນານ, ຜູ້ນຳຈີນເຄີຍເນັ້ນໜັກມາຫຼາຍເທື່ອວ່າ “ບຳລຸງສ້າງການທ່ອງທ່ຽວດ້ວຍວັດທະນະທຳ, ສ່ອງແສງວັດທະນະທຳດ້ວຍການທ່ອງທ່ຽວ”, ບຳລຸງສ້າງອຸດສາຫະກຳການທ່ອງທ່ຽວວັດທະນະທຳເປັນອຸດສາຫະກຳເສົາຄ້ຳ, ອຸດສາຫະກຳເພື່ອຊີວິດການເປັນຢູ່ຂອງປະຊາຊົນ ແລະ ອຸດສາຫະກຳທີ່ເພີ່ມພູນຄູນສ້າງຄວາມສຸກໃຫ້ແກ່ປະຊາຊົນ.

ປັດຈຸບັນ, ຈີນໄດ້ສ້າງຕະຫຼາດການທ່ອງທ່ຽວພາຍໃນປະເທດຂະໜາດໃຫຍ່ທີ່ສຸດຂອງທົ່ວໂລກ. ແຫຼ່ງທ່ອງທ່ຽວລະດັບ A ໃນທົ່ວປະເທດບັນລຸເຖິງ 16,500 ແຫ່ງ, ຣີສອດລະດັບຊາດ ຄຸ້ມຖະໜົນແບບພັກຜ່ອນຢ່ອນອາລົມ, ເຂດບໍລິໂພກຕອນຄ່ຳຫຼາຍກວ່າ 500 ແຫ່ງ. ໃນດ້ານການທ່ອງທ່ຽວຊົນນະບົດ, ມີບ້ານຊົນນະບົດ 19 ແຫ່ງໄດ້ຖືກອົງການທ່ອງທ່ຽວສະຫະປະຊາຊາດເລືອກເປັນ “ບ້ານທ່ອງທ່ຽວທີ່ດີທີ່ສຸດ”, ຊຶ່ງເປັນອັນດັບໜຶ່ງໃນໂລກ. ປີ 2025, ນັກທ່ອງທ່ຽວພາຍໃນປະເທດຈີນມີເຖິງ 6 ຕື້ 522 ລ້ານເທື່ອຄົນ, ຄ່າໃຊ້ຈ່າຍໃນການທ່ອງທ່ຽວບັນລຸເຖິງ 6,300 ຕື້ຢວນ; ນັກທ່ອງທ່ຽວຕ່າງປະເທດທີ່ເຂົ້າເມືອງຈີນຫຼາຍກວ່າ 150 ລ້ານເທື່ອຄົນ, ຄ່າໃຊ້ຈ່າຍຫຼາຍກວ່າ 130 ຕື້ໂດລາ, ເພີ່ມຂຶ້ນເກືອບ 40% ເມື່ອທຽບໃສ່ປີ 2024.

ໂດຍມຸ່ງໜ້າສູ່ອະນາຄົດ, ອຸດສາຫະກຳການທ່ອງທ່ຽວຂອງຈີນພວມສຸມຄວາມພະຍາຍາມກ້າວໄປສູ່ທິດທາງທີ່ຍົກສູງຄຸນນະພາບ ແລະ ປະສິດທິພາບ, ປັບປຸງຍົກລະດັບໃຫ້ສູງຂຶ້ນ. ພ້ອມກັນນັ້ນ, ຈີນໄດ້ອອກແຮງຍົກລະດັບຄວາມສະດວກສຳລັບນັກທ່ອງທ່ຽວຕ່າງປະເທດທີ່ເຂົ້າເມືອງຈີນ, ເຮັດໃຫ້ຄົນຕ່າງປະເທດສາມາດມາທ່ອງທ່ຽວຢູ່ຈີນຢ່າງສະດວກກວ່າເກົ່າ. ຄືດັ່ງຜູ້ນຳຈີນກ່າວວ່າ, ການທ່ອງທ່ຽວຕ້ອງ “ຮັບໃຊ້ຊີວິດການເປັນຢູ່ທີ່ດີງາມ, ຊຸກຍູ້ການພັດທະນາເສດຖະກິດ, ສ້າງບ້ານເມືອງແຫ່ງຈິດໃຈ, ສະແດງໃຫ້ເຫັນພາບພົດຂອງຈີນ ແລະ ເພີ່ມທະວີການແລກປ່ຽນດ້ານອະລິຍະທຳໃຫ້ດີກວ່າເກົ່າ”.

ບົດໂດຍ: ວິທະຍຸໂທລະພາບສູນກາງຈີນ (CMG)

ຄໍາເຫັນ

ຂ່າວຕ່າງປະເທດ

ທ່ານ ສີ​ຈິ້ນ​ຜິງ ​ຕັ້ງ​ຂໍ້ “ປາລະໄນ” ເມື່ອ 30 ກວ່າ​ປີ​ກ່ອນ

ທ່ານ ສີ​ຈິ້ນ​ຜິງ ​ຕັ້ງ​ຂໍ້ “ປາລະໄນ” ເມື່ອ 30 ກວ່າ​ປີ​ກ່ອນ

ເດືອນ​ມິ​ຖຸ​ນາ​ ປີ 1988, ທ່ານ ສີ​ຈິ້ນ​ຜິງ ດຳ​ລົງ​ຕຳ​ແໜ່ງ​ເປັນ​ເລ​ຂາ​ຄະ​ນະ​ພັກ​ເຂດ​ນິງ​ເຕີ ​ແຂວງ​ຟູ​ຈ້ຽນ. ​ໃນ​ການ​ສຳ​ຫຼວດ​ເກັບ​ກຳ​ຂໍ້​ມູນ, ມີ​ປະ​ຊາ​ຊົນ​ຈຳ​ນວນ​ຫຼາຍ​ໄດ້​ສ່ອງ​ແສງ​ບັນ​ຫາ​ພົ້ນ​ເດັ່ນ​ອັນ​ໜຶ່ງຄື: ພະນັກງານຢຶດທີ່ດິນຫຼວງປຸກສ້າງເຮືອນສ່ວນຕົວຢ່າງຜິດລະບຽບການ.
ແຟງລັງ ອະນຸມັດລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla

ແຟງລັງ ອະນຸມັດລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla

ຂ່າວຕ່າງປະເທດລາຍງານວ່າ: ອົງການຂົນສົ່ງຂອງແຟັງລັງ (Traficom) ໄດ້ອະນຸມັດໃຫ້ລະບົບຊ່ວຍເຫຼືອຜູ້ຂັບຂີ່ຂອງ Tesla ສາມາດນຳໃຊ້ໃນທ້ອງຖະໜົນຂອງແຟງລັງໄດ້ໃນວັນທີ 11 ພະຈິກ ຜ່ານມາ ຊຶ່ງເຮັດໃຫ້ບໍລິສັດສາມາດເລີ່ມສະເໜີລະບົບດັ່ງກ່າວໃຫ້ກັບລູກຄ້າໃນປະເທດໄດ້ທັນທີ.
ຢູວີ້ໄຊ ຊຸກຍູ້ການຮ່ວມມືກັບຄູ່ຮ່ວມງານອາຊຽນ

ຢູວີ້ໄຊ ຊຸກຍູ້ການຮ່ວມມືກັບຄູ່ຮ່ວມງານອາຊຽນ

ທ່ານ ຫຼີເສເວີນ ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ ຢູວີ້ໄຊ ໄດ້ລາຍງານກ່ຽວກັບສະຖານະການຮ່ວມມືພັດທະນາລະຫວ່າງ ຢູວີ້ໄຊ ກັບອາຊຽນວ່າ: ຢູວີ້ໄຊ ໄດ້ສືບຕໍ່ຂຸດຄົ້ນຕະຫຼາດທ້ອງຖິ່ນຢ່າງເລິກເຊິ່ງ ແລະ ເພີ່ມທະວີການຮ່ວມມືກັບຄູ່ຮ່ວມງານອາຊຽນໃນດ້ານຜະລິດຕະພັນ, ເຕັກໂນໂລຊີ, ການຜະລິດ ແລະ ການບໍລິການ ແລະ ປັດຈຸບັນ, ຜະລິດຕະພັນຂອງ ຢູວີ້ໄຊ ໄດ້ກວມເຖິງຫຼາຍກວ່າ 180 ປະເທດ ແລະ ພາກພື້ນທົ່ວໂລກ. ຮອດທ້າຍເດືອນກັນຍາ 2026, ຈຳນວນເຄື່ອງຈັກ ຢູວີ້ໄຊ ທີ່ມີຢູ່ຕ່າງປະເທດມີຫຼາຍກວ່າ 950,000 ໜ່ວຍ, ໃຫ້ບໍລິການຢ່າງກວ້າງຂວາງໃນຂົງເຂດການຂົນສົ່ງ, ເຄື່ອງຈັກກໍ່ສ້າງ, ເຄື່ອງມືກະສິກຳ, ເຮືອ ແລະ ການຜະລິດໄຟຟ້າ ເປັນຕົ້ນ.
ສິງກະໂປ ເປີດໂຄງການລະດົມທຶນ 500 ລ້ານໂດລາ

ສິງກະໂປ ເປີດໂຄງການລະດົມທຶນ 500 ລ້ານໂດລາ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 11 ພະຈິກ ຜ່ານມາວ່າ: ຖະແຫຼງການຮ່ວມຈາກສຳນັກງານເລຂາທິການແຫ່ງຊາດກ່ຽວກັບການປ່ຽນແປງສະພາບອາກາດຂອງສິງກະໂປ, ອົງການເງິນຕາສິງກະໂປ ຫຼື ທະນາຄານກາງ ແລະ ອົງການວິສາຫະກິດສິງກະໂປ (Enterprise Singapore) ໃນວັນທີ 10 ພະຈິກ ຜ່ານມາ ໄດ້ລະບຸການດຳເນີນໂຄງການລະດົມການລົງທຶນເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບກະສິກຳ - ອາຫານ ຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໃນການຮັບມືກັບການປ່ຽນແປງສະພາບອາກາດ.
ຍອດ​​ໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງອາ​ເມ​ຣິ​ກາ ​ເພີ່ມ​ຂຶ້ນເປັນ​ສະ​ຖິ​ຕິ​ໃໝ່​

ຍອດ​​ໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງອາ​ເມ​ຣິ​ກາ ​ເພີ່ມ​ຂຶ້ນເປັນ​ສະ​ຖິ​ຕິ​ໃໝ່​

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 11 ພະຈິກ ຜ່ານມາວ່າ: ອີງ​ຕາມ​ບົດ​ລາຍ​ງານ​ໜີ້​ສິນ​ຄົວ​ເຮືອນສະ​ບັບຫຼ້າ​ສຸດ​ທີ່​ FED ​ນິວຢອກ ສະຫະລັດ ອາ​ເມ​ຣິ​ກາ​ ເປີດ​ເຜີຍ​ໃນວັນ​ທີ 10 ພະ​ຈິກ​ ຜ່ານມາ ສະ​ແດງ​ໃຫ້​ເຫັນ​ວ່າ: ໄຕ​ມາດ​ທີ 3 ​ຂອງປີ​ນີ້, ຍອດໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງ​ ສະຫະລັດ ອາ​ເມ​ຣິ​ກາ ​ເພີ່ມ​ຂຶ້ນ 22 ຕື້​ໂດ​ລາ, ​ເຮັດ​ໃຫ້​ຍອດ​ລວມ​ໜີ້​ດັ່ງ​ກ່າວ​ຢູ່​ທີ່ 1,290 ໂດ​ລາ ຊຶ່ງ​ເປັນ​ສະ​ຖິ​ຕິ​ໃໝ່, ເພີ່ມ​ຂຶ້ນ 4.2% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້.
ກຳປູເຈຍ ຢືນຢັນຄຳໝັ້ນສັນຍາຂອງຕົນໃນການຕໍ່ສູ້ກັບການຄ້າມະນຸດ

ກຳປູເຈຍ ຢືນຢັນຄຳໝັ້ນສັນຍາຂອງຕົນໃນການຕໍ່ສູ້ກັບການຄ້າມະນຸດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 10 ພະຈິກ ຜ່ານມາວ່າ: ຄະນະກຳມະການແຫ່ງຊາດຕ້ານການຄ້າມະນຸດຂອງກຳປູເຈຍ (NCCT) ໄດ້ຢືນຢັນຄຳໝັ້ນສັນຍາຂອງກຳປູເຈຍໃນການກຳຈັດການຄ້າມະນຸດທຸກຮູບແບບໂດຍຜ່ານການບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ ເພື່ອຕ້ານການຄ້າມະນຸດ ແລະ ການຂູດຮີດທາງເພດ.
ມູນ​ຄ່າການ​ຄ້າ​ຕ່າງ​ປະ​ເທດ​ຂອງ​ຈີ​ນ​ໃນ​ 10 ເດືອນ ​ເພີ່ມ​ຂຶ້ນ 20%

ມູນ​ຄ່າການ​ຄ້າ​ຕ່າງ​ປະ​ເທດ​ຂອງ​ຈີ​ນ​ໃນ​ 10 ເດືອນ ​ເພີ່ມ​ຂຶ້ນ 20%

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ອີງ​ຕາມໂຕ​ເລກ​ສະ​ຖິ​ຕິ​ຫຼ້າ​ສຸດ​ທີ່​ອົງ​ການ​ພາ​ສີ​ແຫ່ງ​ຊາດ​ຈີນ​ເປີດເຜີຍ​ໃນ​ວັນ​ທີ 11 ພະ​ຈິກ​ ຜ່ານມາ ​ສະ​ແດງ​ໃຫ້​ເຫັນ​ວ່າ: 10 ເດືອນ​ຂອງ​ປີ​ນີ້, ຍອດ​ມູນ​ຄ່າ​ການ​ຄ້າ​​ສິນ​ຄ້າຂາ​ເຂົ້າ-ຂາ​ອອກ​ຂອງ​ຈີນ​ເພີ່ມ​ຂຶ້ນ 20% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ສືບ​ຕໍ່​​ຮັກ​ສາ​ທ່າ​ອຽງ​ເພີ່ມ​ຂຶ້ນ​ທີ່​ເຂັ້ມ​ແຂງ.
ຫວຽດນາມ ຢູ່ອັນດັບທີ 37 ຂອງໂລກ ກ່ຽວກັບກຳລັງຄວາມສາມາດແກ່ງແຍ້ງດ້ານດີຈີຕອນ

ຫວຽດນາມ ຢູ່ອັນດັບທີ 37 ຂອງໂລກ ກ່ຽວກັບກຳລັງຄວາມສາມາດແກ່ງແຍ້ງດ້ານດີຈີຕອນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 11 ພະຈິກ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ​ເຕັກ​ໂນ​ໂລ​ຊີ ຫວຽດ​ນາມ ໄດ້ຈັດພິທີປະກາດ​ຜົນການຈັດອັນດັບກຳ​ລັງ​ຄວາມ​ສາ​ມາດ​ແກ່ງ​ແຍ້ງດ້ານດີຈີຕອນ ແລະ ປັນຍາປະດິດໂລກ ປີ 2026 (WDAIR 2026) ຊຶ່ງຫວຽດນາມຖືກຈັດອັນດັບທີ 37, ການຈັດອັນດັບດັ່ງກ່າວດຳເນີນໂດຍສະຖາບັນພັດທະນາການຄຸ້ມຄອງສາ​ກົນ (IMD) ປະເທດສະວິດ.
ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານອາ​ເມ​ຣິ​ກາ​ ບັນ​ລຸ 2,000 ຕື້​ໂດ​ລາ

ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານອາ​ເມ​ຣິ​ກາ​ ບັນ​ລຸ 2,000 ຕື້​ໂດ​ລາ

ວິທະຍຸ, ໂທລະພາບສູນກາງຈີນ ລາຍງານວ່າ: ໃນວັນ​ທີ 9 ພະ​ຈິກຜ່ານມາ, ກະ​ຊວງ​ການ​ເງິນ ​ສະຫະລັດ ອາ​ເມ​ຣິ​ກາ​ ໄດ້​ເປີດ​ເຜີຍ​​ວ່າ: ໃນ​ປີ​ງົບ​ປະ​ມານ 2026 ທີ່ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 30 ກັນ​ຍາ​ ຜ່ານມາ, ​ລວມຍອດ​ມູນ​ຄ່າ​ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານ ສະຫະລັດ ​ອາ​ເມ​ຣິ​ກາ​ຢູ່​ທີີ່ 2,000 ຕື້​ໂດ​ລາ, ເພີ່ມ​ຂຶ້ນ 217 ຕື້​ໂດ​ລາ ​ເມື່ອ​ທຽບ​ໃສ່​ປີກາຍ​ ຫຼື 12% ເມື່ອ​ທຽບ​ໃສ່​ປີ​ງົບ​ປະ​ມານ 2025.
ມຽນມາ ຂະຫຍາຍເວລານຳລາຍຮັບຈາກການສົ່ງອອກກັບປະເທດ

ມຽນມາ ຂະຫຍາຍເວລານຳລາຍຮັບຈາກການສົ່ງອອກກັບປະເທດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 10 ພະຈິກ ຜ່ານມາວ່າ: ສື່ມວນຊົນມຽນມາລາຍງານວ່າ, ທະນາຄານກາງຂອງມຽນມາໄດ້ຂະຫຍາຍໄລຍະເວລາອະນຸຍາດໃຫ້ຜູ້ສົ່ງອອກສາມາດຮັກສາລາຍໄດ້ຈາກການສົ່ງອອກ, ໃນສ່ວນທີ່ຜູ້ສົ່ງອອກສາມາດນຳໄປໃຊ້ໄດ້ຕາມການພິຈາລະນາ, ຈາກເດີມ 30 ມື້ ເປັນ 45 ມື້.
ເພີ່ມເຕີມ