ເສັ້ນທາງລົດໄຟລາວ-ຈີນ ເປັນຫົວຈັກຫຼັກສຳຄັນຊຸກຍູ້ການເຕີບໂຕເສດຖະກິດຂອງສປປ ລາວ

ເສັ້ນທາງລົດໄຟລາວ-ຈີນ ເປັນຫົວຈັກຫຼັກສຳຄັນຊຸກຍູ້ການເຕີບໂຕເສດຖະກິດຂອງສປປ ລາວ
ການຈັດຕັ້ງປະຕິບັດວຽກງານເສັ້ນທາງລົດໄຟ ລາວ-ຈີນ ໃນໄລຍະ 4 ປີຜ່ານມາ, ຊຶ່ງຖືເປັນບາດກ້າວປະ ຫວັດສາດໃນການຫັນປ່ຽນ ສປປ ລາວ ຈາກປະເທດທີ່ບໍ່ມີທາງອອກສູ່ທະເລໄປສູ່ການເປັນປະເທດເຊື່ອມໂຍງເຊື່ອມຈອດຢ່າງແທ້ຈິງ. ວຽກງານເສັ້ນທາງລົດໄຟຍັງເປັນຫົວຈັກຫຼັກທີ່ສຳຄັນທີ່ສຸດໃນການຊຸກຍູ້ການເຕີບໂຕຂອງເສດຖະກິດ, ການບໍລິການ ແລະ ການທ່ອງທ່ຽວຂອງ ສປປ ລາວ ໃຫ້ກ້າວໄປສູ່ຄວາມທັນສະໄໝ ແລະ ເຂັ້ມ ແຂງໃນເວທີສາກົນ.

ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ, ສະຫາຍ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນກ່ຽວກັບການຈັດຕັ້ງປະຕິບັດວຽກງານທາງລົດໄຟລາວ-ຈີນ ໃນວັນທີ 7 ມັງກອນຜ່ານມາວ່າ: ໃນໄລຍະຜ່ານມາ, ຂະແໜງ ຍທຂ ກໍຄືໂຄງການທາງລົດໄຟລາວ-ຈີນໄດ້ປະເຊີນກັບສິ່ງທ້າທາຍອັນໜັກໜ່ວງທີ່ບໍ່ເຄີຍມີມາກ່ອນ ເປັນຕົ້ນແມ່ນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ສົ່ງຜົນກະທົບຕໍ່ການເຄື່ອນຍ້າຍ ແລະ ຂົນສົ່ງ, ວິກິດການທາງດ້ານເສດຖະກິດ-ການເງິນ ແລະ ບັນຫາເງິນເຟີ້, ສະ ພາວະຄ່າຄອງຊີບສູງ ແລະ ການຂາດແຄນນ້ຳມັນເຊື້ອໄຟໃນບາງໄລຍະ ເຖິງຢ່າງໃດກໍຕາມດ້ວຍຄວາມເດັດດ່ຽວຂອງລັດຖະບານ ແລະ ການຮ່ວມມືຢ່າງໃກ້ຊິດລະຫວ່າງລາວ-ຈີນ. ໂຄງການດັ່ງກ່າວ, ຍັງສາມາດດຳເນີນການ ແລະ ສ້າງຜົນປະໂຫຍດໄດ້ຢ່າງຕໍ່ເນື່ອງ. ນັບແຕ່ເລີ່ມເປີດບໍລິການທາງລົດໄຟລາວ-ຈີນ (ວັນທີ 3 ທັນວາ 2021) ປັດຈຸບັນໄດ້ສ້າງຕົວເລກສະຖິຕິທີ່ໜ້າປະທັບໃຈທັງສອງດ້ານຄື: ດ້ານການຂົນສົ່ງຜູ້ໂດຍສານ: ສະເພາະໃນ ສປປ ລາວຂົນສົ່ງຜູ້ໂດຍສານໄດ້ທັງໝົດ 12 ລ້ານເທື່ອຄົນ, ຕະຫຼອດເສັ້ນທາງ (ວຽງຈັນ-ຄຸນໝິງ) ຂົນສົ່ງໄດ້ສູງເຖິງ 62 ລ້ານເທື່ອຄົນ; ດ້ານການຂົນສົ່ງສິນຄ້າ: ສະເພາະໃນສປປ ລາວ ສາມາດລຳລຽງສິນຄ້າໄດ້ 16 ລ້ານໂຕນ, ຕະຫຼອດເສັ້ນທາງຕົວເລກການຂົນສົ່ງສິນຄ້າສູງເຖິງ 72 ລ້ານໂຕນ, ຊ່ວຍຫຼຸດຜ່ອນຕົ້ນທຶນ ແລະ ເວລາໃນການຂົນສົ່ງຢ່າງຫຼວງຫຼາຍ. ພ້ອມນັ້ນ, ດ້ານເສດຖະກິດ ແລະ ການທ່ອງທ່ຽວທາງລົດໄຟສາຍນີ້ໄດ້ກາຍເປັນແມ່ເຫຼັກດຶງດູດນັກທ່ອງທ່ຽວສາກົນເຂົ້າມາລາວໄດ້ເຖິງ 12,5 ລ້ານຄົນ, ສາມາດສ້າງລາຍຮັບເປັນເງິນຕາຕ່າງປະເທດເຂົ້າສູ່ລະບົບເສດຖະກິດໄດ້ກວ່າ 2,6 ຕື້ໂດລາ.

ສະຫາຍ ເຫຼັກໄຫຼ ສີວິໄລ ກ່າວຕື່ມວ່າ: ເພື່ອສືບຕໍ່ຂະຫຍາຍໝາກຜົນດັ່ງກ່າວ ລັດຖະບານໄດ້ວາງແຜນຍຸດທະສາດທີ່ຕັ້ງໜ້າໃນໄລຍະ 5 ປີຕໍ່ໜ້າ (2026-2030) ຄື: ນັກທ່ອງທ່ຽວສາກົນຕັ້ງເປົ້າໃຫ້ບັນລຸ 22 ລ້ານຄົນ, ຄາດຄະເນລາຍຮັບປະມານ 8 ຕື້ໂດລາ, ນັກທ່ອງທ່ຽວພາຍໃນສູ້ຊົນໃຫ້ໄດ້ 11 ລ້ານເທື່ອຄົນ, ຄາດຄະເນລາຍຮັບ 5 ຕື້ໂດລາ, ການຂະຫຍາຍໂຄງຂ່າຍ ແລະ ເຊື່ອມຕໍ່ພື້ນຖານໂຄງລ່າງ ຈະສືບຕໍ່ຍົກລະດັບການເຊື່ອມຕໍ່ລະຫວ່າງທາງລົດໄຟ ລາວ-ໄທ ແລະ ລາວ-ຈີນໃຫ້ມີຄວາມຄ່ອງຕົວ ແລະ ກາຍເປັນສູນກາງໂລຈິສຕິກຂອງພາກພື້ນ, ເສັ້ນທາງໃໝ່ຄາດວ່າຈະເລີ່ມລົງມືກໍ່ສ້າງທາງລົດໄຟລາວ-ຫວຽດນາມ (ໄລຍະແຂວງຄຳມ່ວນ ຫາ ຊາຍແດນຫວຽດນາມ) ໃນຕົ້ນປີນີ້ ແລະ ເລີ່ມສຶກສາຄວາມເປັນໄປໄດ້ໃນການສ້າງທາງລົດໄຟວຽງຈັນ-ປາກເຊ ເພື່ອເຊື່ອມຕໍ່ລົງສູ່ພາກໃຕ້.

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

- ນ້ອມນະມັດສະການ ພະອາຈານໃຫຍ່ ອິນ ຊຸນ ປະທານຜູ້ກໍ່ຕັ້ງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ. - ນ້ອມນະມັດສະການ ພະອາຈານໃຫຍ່ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ. - ນ້ອມນະມັດສະການ ແລະ ເຄົາລົບນັບຖືມາຍັງບັນດາຜູ້ນຳທາງພຸດທະສາສະໜາ, ການນຳພັກ-ລັດ, ຜູ້ຊ່ຽວຊານ, ນັກວິຊາການ ແລະ ເພື່ອນມິດພຸດທະສາສະນິກະຊົນ ຈາກບັນດາປະເທດ ແລະ ເຂດແຄວ້ນ ຈາກພາກພື້ນ ແລະ ສາກົນ,ພະເຖຣານຸເຖຣະ ແລະ ບັນດາຜູ້ແທນ ທີ່ນັບຖື ແລະ ຮັກແພງ.
ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ  ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນຕອນເຊົ້າວັນທີ 22 ຕຸລານີ້ ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈໍານວນ 9 ທ່ານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ເປີດຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026.
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພາຍຫຼັງດໍາເນີນມາແຕ່ວັນທີ 5 ຕຸລາ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ໃນວັນທີ 19 ຕຸລານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສ ເກົາຫຼີ ທີ່ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE) ຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫຼີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ-ເກົາຫຼີ ຄັ້ງທີ 2.
ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ໃນໂອກາດທີ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມທາງການ ທີ່ ສອາແຊັກໄບຊານ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກະຊວງເສດຖະກິດ ແຫ່ງ ອາແຊັກໄບຊານ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ອາແຊັກໄບຊານຂຶ້ນ ທີ່ ນະຄອນຫຼວງບາກູ ໃນວັນທີ 14 ຕຸລາ 2026ເພື່ອເປັນການຊອກຫາໂອກາດໃນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແລະ ທັງເປັນເວທີໃນການພົບປະແລກປ່ຽນລະຫວ່າງວິສາຫະກິດຂອງສອງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ວິສາຫະກິດເອກະຊົນທັງໝົດ 80 ທ່ານຈາກຫຼາຍຂະແໜງການ ເປັນຕົ້ນ ພະລັງງານ, ທ່ອງທ່ຽວ, ການເງິນ, ໂລຈີສຕິກ, ອຸດສາຫະກໍາ, ການບໍລິການທີ່ປຶກສາ ແລະ ກໍ່ສ້າງ.
ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ໃນວັນທີ 16 ຕຸລານີ້ ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີີແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພື່ອອວຍພອນ ແລະ ສະແດງຄວາມຊົມເຊີຍໃນໂອກາດທີ່ທ່ານ ສະເຫຼີມໄຊ ກົມມະສິດໄດ້ຮັບການເລືອກຕັ້ງດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ປະທານປະເທດສໍາເລັດການຢ້ຽມຢາມສ ອາແຊັກໄບຊານ ຢ່າງເປັນທາງການ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງຢ້ຽມຢາມ ສາທາລະນະລັດອາແຊັກໄບຊານ ຢ່າງເປັນທາງການ ໃນວັນທີ 13-15 ຕຸລາ 2026ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ພະນະທ່ານ ອີວຮາມ ອາລີເຢບ (Ilham Aliyev) ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາແຊັກໄບຊານ.
ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ນາຍົກລັດຖະມົນຕີ ເນັ້ນຂະແໜງ ຍທຂ ເອົາໃຈໃສ່ຫຼາຍບັນຫາສໍາຄັນ

ໃນວັນທີ 13 ຕຸລານີ້ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວ, ຢ້ຽມຢາມ ແລະ ພົບປະ ພະນັກງານການນໍາຫຼັກແຫຼ່ງກະຊວງ ຍທຂ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ.
ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ຕາງໜ້າທ່ານ ນາຍົກລັດຖະມົນຕີ ກໍຄືລັດຖະບານ ແຫ່ງ ສປ ຈີນ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ.
ເພີ່ມເຕີມ