ເສັ້ນທາງສູ່ນັກຄົ້ນຄວ້າລະດັບຊາດ

ເສັ້ນທາງສູ່ນັກຄົ້ນຄວ້າລະດັບຊາດ
ໂດຍ: ພູເພັດ ກ້ຽວພິລາວົງ
    ທ່ານ ພູເພັດ ກ້ຽວພິລາວົງ ອາຍຸ 49 ປີໄດ້ຮັບແຮງບັນດານໃຈຈາກພໍ່ແມ່ໃຫ້ສູ້ຊົນຮໍ່າຮຽນ, ມີການສຶກສາສູງ ບໍ່ເດີນຕາມຮອຍພໍ່ແມ່ເພື່ອຫຼຸດພົ້ນອອກຈາກວົງຈອນຄວາມທຸກຍາກ.
    ທ່ານ ພູເພັດ ກ້ຽວພິລາວົງ ເກີດໃນຄອບຄົວທຸກຍາກ ຊຶ່ງແມ່ຂອງລາວມີອາຊີບລ້ຽງໝູຂາຍ ເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກ ຕົນເອງຈຶ່ງມີແນວຄວາມຄິດຢາກຮຽນໃຫ້ສູງໆ, ເພາະເຊື່ອວ່າມີພຽງການສຶກສາເທົ່ານັ້ນຈະເຮັດໃຫ້ອະນາ ຄົດດີຂຶ້ນ ແລະ ສ້າງຄວາມພາກພູມໃຈໃຫ້ກັບຄອບຄົວຂອງຕົນໄດ້. “ພໍ່ແມ່ ແລະ ພໍ່ຕູ້ບອກວ່າຖ້າຢາກເປັນຄົນທຸກຄືກັບ ພວກເຮົາໂຕກະບໍ່ຕ້ອງຮຽນ. ແຕ່ກົງກັນຂ້າມຖ້າໂຕຢາກມີຊີວິດທີ່ດີ ໂຕຈໍາເປັນຕ້ອງໄດ້ຮຽນໃຫ້ເກັ່ງ,” ປັດຈຸບັນທ່ານ ພູເພັດ ກ້ຽວພິລາວົງ ເປັນສາດສະດາຈານ ແລະ ຄະນະບໍດີຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ. ຮຽນຈົບປະລິນຍາເອກດ້ານເສດຖະສາດຈາກມະຫາວິທະຍາໄລ Kobe ປະເທດຍີ່ປຸ່ນ ໃນປີ 2003 ແລະ ເປັນສາສະດາຈານໜຸ່ມທີ່ສຸດໃນຈໍານວນ 6 ສາສະດາຈານຂອງມະຫາວິທະຍາໄລແຫ່ງຊາດລາວ ຊຶ່ງບົດຄົ້ນຄວ້າຂອງທ່ານ ພູເພັດ ກ້ຽວພິລາວົງ ໄດ້ຖືກຍອມຮັບຢ່າງກວ້າງຂວາງຈາກພາຍໃນ ແລະ ຕ່າງປະເທດ.
    ທ່ານ ພູເພັດ ກ້ຽວພິລາວົງ ໄດ້ສິດສອນ ແລະ ມີສ່ວນຮ່ວມໃນການພັດທະນາຊັບພະຍາກອນມະນຸດຂອງລາວມາເປັນເວລາ 20 ປີແລ້ວ ປະກອບສ່ວນສ້າງບຸກຄະລາກອນທີ່ມີຄວາມຮູ້-ຄວາມສາມາດ ເພື່ອຕອບສະໜອງຄວາມຕ້ອງການດ້ານການພັດທະນາຂອງ ສປປ ລາວ. ບາງຕອນສຳຄັນທ່ານກ່າວວ່າ: ຕົນເອງມີຄວາມຮູ້ສຶກພາກພູມໃຈທີ່ສຸດທີ່ໄດ້ສອນນັກຮຽນ ແລະ ຖ່າຍທອດຄວາມຮູ້ໃຫ້ແກ່ເຂົາເຈົ້າ ແລະ ໄດ້ເຫັນເຂົາເຈົ້າເຕີບໃຫຍ່. ນັກສຶກສາຂອງຂ້າພະເຈົ້າຫຼາຍຄົນໃນປັດຈຸບັນຖືກແຕ່ງຕັ້ງຮັບຜິດຊອບໃນຕໍາແໜ່ງສໍາຄັນຂອງລັດຖະບານ; ບາງຄົນກໍເປັນເຈົ້າຂອງທຸລະກິດ ແລະ ອື່ນໆ,” ນອກຈາກການສິດສອນແລ້ວ, ຂ້າພະເຈົ້າຍັງເຮັດການຄົ້ນຄວ້າກ່ຽວກັບຫົວຂໍ້ຕ່າງໆທີ່ສຳຄັນເພື່ອຮັບໃຊ້ການພັດທະນາປະເທດຊາດ. ສິ່ງທີ່ຂ້າພະເຈົ້າໃຝ່ຝັນຢາກເຫັນໃນອີກ 5-10 ປີຂ້າງໜ້າ ແມ່ນຢາກເຫັນນັກສຶກສາ ແລະ ຄູ-ອາຈານຈາກຕ່າງປະເທດມາຮຽນ ແລະ ສິດສອນຢູ່ສປປລາວ ໃນຫຼັກສູດສາກົນຂອງພວກເຮົາ. ຢາກເຫັນປະເທດລາວກາຍເປັນສູນກາງດ້ານການສຶກສາໃນພາກພື້ນ.”
    ມາຮອດປັດຈຸບັນ, ທ່ານ ພູເພັດ ກ້ຽວພິລາວົງ ໄດ້ຂຽນບົດຄົ້ນຄວ້າມາແລ້ວຫຼາຍກວ່າ 100 ບົດ ຊຶ່ງໄດ້ຖືກຕີພິມລົງໃນວາລະສານ, ປຶ້ມ ແລະ ເວັບໄຊຕ່າງໆ. ບົດຄວາມຂອງທ່ານແມ່ນເວົ້າກ່ຽວກັບການຄຸ້ມຄອງເສດຖະກິດມະຫາພາກ, ການເຊື່ອມໂຍງເສດຖະກິດ, ພະລັງງານ, ສິ່ງແວດລ້ອມ ແລະ ຊັບພະຍາກອນທໍາມະຊາດ ແລະ ອື່ນໆ. ນອກຈາກນັ້ນ, ທ່ານຍັງໄດ້ດຳເນີນໂຄງການຄົ້ນຄວ້າຫຼາຍໂຄງການ ແລະ ເຮັດວຽກຢ່າງໃກ້ຊິດກັບຂະແໜງການຕ່າງໆຂອງລັດຖະບານ ແລະ ອົງການຈັດຕັ້ງສາກົນເຊັ່ນ: ສະຖາບັນຄົ້ນຄວ້າເສດຖະກິດອາຊຽນ ແລະ ອາຊີຕາເວັນອອກ (ERIA) ແລະ ອື່ນໆ. ທ່ານ ພູເພັດ ກ້ຽວພິລາວົງ ຍັງເປັນສາດສະດາຈານ ແລະ ນັກຄົ້ນຄວ້າຮັບເຊີນຈາກຫຼາຍສະຖາບັນການສຶກສາທີ່ມີຊື່ສຽງ ຂອງໂລກເຊັ່ນ: ມະຫາວິທະຍາໄລແຫ່ງຊາດ Pukyong, ມະຫາວິທະຍາໄລ Nagoya, ມະຫາວິທະຍາໄລ Laval, ມະຫາວິທະຍາໄລ Kobe ແລະ ມະຫາວິທະຍາໄລ Nanyang, ແລະ ມະຫາວິທະຍາໄລ Harvard.
    ທ່ານ ພູເພັດ ກ້ຽວພິລາວົງ ເກີດຢູ່ບ້ານໂພນຕ້ອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ແມ່ຂອງລາວເກີດທີ່ແຂວງຊຽງຂວາງ, ພໍ່ຂອງລາວມາຈາກແຂວງບໍລິຄໍາໄຊ, ພາຍຫຼັງແຕ່ງງານຄອບຄົວໄດ້ມາເລີ່ມຕົ້ນຊີວິດຢູ່ນະຄອນຫຼວງວຽງຈັນດ້ວຍສອງຝາມືເປົ່າ. “ແມ່ຂ້ອຍບໍ່ຮູ້ໜັງສື ແລະ ພໍ່ຮຽນຈົບພຽງຊັ້ນ ປ.2. ແມ່ຂອງຂ້ອຍຍ້າຍຈາກຊົນນະບົດມາຢູ່ນະ ຄອນຫຼວງວຽງຈັນ ເພື່ອຫວັງໃຫ້ລູກໄດ້ຮັບການສຶກສາທີ່ດີໂດຍໄດ້ຮັບການສະໜັບສະໜູນອູ້ມຊູຈາກພໍ່ແມ່, ທ່ານ ພູເພັດ ກ້ຽວພິລາວົງ ເຂົ້າໃຈຄວາມສໍາຄັນຂອງການສຶກສາເພື່ອເຮັດໃຫ້ໂຕເອງມີຜົນສໍາເລັດໃນອະນາຄົດ. ຍ້ອນແນວນັ້ນ, ທ່ານຈຶ່ງຕັ້ງໃຈຮຽນຈົນກາຍເປັນນັກຮຽນເກັ່ງຢູ່ໂຮງຮຽນມັດທະຍົມຕອນປາຍ ແລະ ໄດ້ຮັບທຶນການສຶກສາຈາກລັດຖະບານຍີ່ປຸ່ນເພື່ອເຂົ້າຮຽນຕໍ່ມະຫາວິທະຍາໄລຍີ່ປຸ່ນ.
    ທ່ານເຂົ້າຮຽນໃນລະດັບປະລິນຍາຕີ ແລະ ປະລິນຍາໂທໃນຂະແໜງວິສະວະກໍາໂຍທາທີ່ມະຫາວິທະຍາໄລ Osaka ແຕ່ປີ 1994 ຫາ 2000 ກ່ອນທີ່ຈະຮຽນປະລິນຍາເອກໃນຂະແໜງເສດຖະສາດຢູ່ທີ່ມະຫາວິທະຍາໄລ Kobe, ທ່ານໃຊ້ເວລາຮຽນປະລິນຍາເອກພຽງແຕ່ 3 ປີທັງໆທີ່ຮຽນຂ້າມສາຍ ຍ້ອນມີຄວາມຮູ້ພື້ນຖານເປັນນັກຮຽນເກັ່ງໃນວິຊາເລກ ຈຶ່ງເຮັດໃຫ້ການຮຽນມີຄວາມສະດວກຂຶ້ນ. ໃນເວລາຮຽນຢູ່ປະເທດຍີ່ປຸ່ນ ທ່ານ ພູເພັດ ກ້ຽວພິລາວົງ ມັກຈັດກິດຈະກຳກັບນັກສຶກສາເພື່ອໂຄສະນາວັດທະນະທຳ ແລະ ວິຖີຊີວິດຂອງຄົນລາວໃຫ້ຄົນຍີ່ປຸ່ນຮູ້ຈັກຫຼາຍຂຶ້ນ ແລະ ໄດ້ລະດົມຄົນຍີ່ປຸ່ນມາຊ່ວຍສ້າງໂຮງຮຽນຢູ່ເຂດຊົນນະບົດຢູ່ລາວ. ທ່ານໄດ້ປະກອບສ່ວນສຳຄັນໃນວຽກງານການຄົ້ນຄວ້າ ເພື່ອຍົກມາດຕະຖານ ແລະ ຊື່ສຽງຂອງມະຫາວິທະຍາໄລແຫ່ງຊາດໃຫ້ສູງຂຶ້ນໃນລະດັບສາກົນ. ເພີ່ນຖືການຄົ້ນຄວ້າແມ່ນໜ້າທີ່ ແລະ ເປັນສິ່ງທີ່ຕົນເອງມັກເພື່ອພັດທະນາຫຼັກສູດໃໝ່ໆ ແລະ ປັບປຸງມັນເລື້ອຍໆເພື່ອສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດໃນແຕ່ລະ ໄລຍະ. ປັດຈຸບັນໂລກໄດ້ຫັນສູ່ລະບົບດີຈີຕອນ, ຂໍ້ມູນຂ່າວສານສ່ວນໃຫຍ່ແມ່ນສາມາດຊອກໄດ້ໃນອິນເຕີເນັດ. ຖ້າບໍ່ມີການປັບປຸງຫຼັກສູດ ແລະ ຍົກລະດັບຄວາມຮູ້-ຄວາມສາມາດຂອງອາຈານ, ຫຼັກສູດມະຫາວິທະຍາໄລຈະບໍ່ຕອບໂຈດຄວາມ ຕ້ອງການຂອງການພັດທະນາໄດ້. ເມື່ອຖາມວ່າພວກຈະສ້າງສັງຄົມລາວໃຫ້ເປັນສັງຄົມແຫ່ງການຮຽນຮູ້ໄດ້ແນວໃດ, ທ່ານ ຕອບວ່າ ວຽກງານການຄົ້ນຄວ້າ ແລະ ການພັດທະນາ ແມ່ນກຸນແຈສຳຄັນໃນການພັດທະນາປະເທດຊາດ; ການຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ ມີຄວາມຈຳເປັນໃຫ້ແກ່ທຸກໂຄງການພັດທະນາໃນປະເທດ. ສິ່ງສຳຄັນອີກຢ່າງໜຶ່ງ ແມ່ນຂະແໜງການຂອງລັດຕ້ອງໄດ້ເຮັດວຽກຢ່າງໃກ້ຊິດກັບນັກຄົ້ນຄວ້າໃນຫົວຂໍ້ຕ່າງໆ ເພື່ອຕອບສະໜອງຄວາມຕ້ອງການຂອງການພັດທະນາ. ທຸກໆໂຄງການພັດທະນາຕ້ອງການໆປະກອບສ່ວນຈາກນັກຄົ້ນຄວ້າ, ຈາກຂະແໜງການຕ່າງໆເພື່ອຮັບປະກັນການພັດທະນາແບບຍືນຍົງ. ການສ້າງແຮງຈູງໃຈມີຄວາມສຳຄັນຫຼາຍ ເພື່ອຊຸກຍູ້ໃຫ້ນັກວິຊາການ ແລະ ນັກ ຄົ້ນຄ້ວາມີກຳລັງໃຈເຮັດການຄົ້ນຄວ້າຫຼາຍຂຶ້ນ. ການສ້າງແຮງຈູງໃຈບໍ່ຈຳເປັນຕ້ອງເປັນເງິນຢ່າງດຽວກໍໄດ້ ອາດຈະເປັນ ໃນຮູບແບບການສົ່ງເສີມ ແລະ ການຮັບຮູ້ຜົນງານຂອງເຂົາເຈົ້າ ແລະ ຮູບແບບອື່ນໆ. ຕົວຢ່າງ: ການປະເມີນຜົນວຽກງານຂອງຄູ-ອາຈານ ຄວນອີງໃສ່ຜົນສໍາເລັດຂອງການຄົ້ນຄວ້າ ແລະ ກິດຈະກໍາການສິດສອນຂອງເຂົາເຈົ້າ. ສິ່ງສໍາຄັນຕ້ອງໃຫ້ນັກຄົ້ນຄວ້າມີເວລາຫຼາຍຂຶ້ນໃນການສຶກສາຄົ້ນຄ້ວາ ເພື່ອຊ່ວຍຫຼຸດຜ່ອນເວລາໃຫ້ເຂົາເຈົ້າໃນການເຮັດກິດຈະກໍາທີ່ບໍ່ຈໍາເປັນ. “ສິ່ງທີ່ຢາກເຫັນຫຼາຍທີ່ສຸດໃນປະເທດລາວແມ່ນເສດຖະກິດທີ່ອີງໃສ່ຄວາມຮູ້ ໂດຍວຽກງານການຄົ້ນຄວ້າ ແລະ ການພັດ ທະນາ ເປັນວຽກງານຈຸດສຸມໃນການພັດທະນາປະເທດຊາດ. ຂ້າພະເຈົ້າຢາກເຫັນນັກຄົ້ນຄ້ວາຢູ່ມະຫາວິທະຍາໄລຂອງລາວ, ສະຖາບັນການສຶກສາອື່ນໆ ແລະ ຂະແໜງການຂອງລັດ ແລະ ທົ່ວສັງຄົມ ເຮັດການຄົ້ນຄວ້າຫຼາຍຂຶ້ນ,” ໂດຍສະເພາະຊາວໜຸ່ມຕ້ອງມີນ້ຳໃຈຮັກຊາດ ເພື່ອໃຫ້ເຂົາເຈົ້າເຂົ້າໃຈເຖິງຄວາມສຳຄັນຂອງການພັດທະນາປະເທດຊາດ ແລະ ການປະກອບສ່ວນຂອງຕົນເຂົ້າໃນການພັດທະນາຊາດ ແລະ ເຫັນຜົນປະໂຫຍດສ່ວນລວມຫຼາຍກ່ວາສ່ວນຕົວ.“ພວກເຮົາທຸກຄົນຕ້ອງຄິດວ່າ ພວກເຮົາຈະເຮັດຫຍັງໃຫ້ປະເທດຊາດ ເພື່ອໃຫ້ຊາດເຮົາຜ່ານຜ່າຄວາມຫຍຸ້ງຍາກດ້ານເສດຖະກິດ ແລະ ການເງິນທີ່ພວກເຮົາກໍາລັງປະເຊີນຢູ່ໃນປັດຈຸບັນ. ຮຽກຮ້ອງມາຍັງຄົນລາວທຸກທ່ານຈົ່ງຊ່ວຍກັນ ຮ່ວມມືກັນ ເຊື່ອໝັ້ນວ່າການຮ່ວມມືຢ່າງແໜ້ນແຟ້ນຂອງພວກເຮົາ ຈະຊ່ວຍປະເທດຊາດໃຫ້ຜ່ານຜ່າຄວາມຫຍຸ້ງຍາກນີ້ໄດ້ ກາຍເປັນປະເທດທີ່ຈະເລີນຮຸ່ງເຮືອງ.” 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ