ເສດຖະກິດ ຣັດເຊຍ ກັບຄືນສູ່ Top 10 ພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ

ເສດຖະກິດ ຣັດເຊຍ ກັບຄືນສູ່ Top 10 ພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ

ເສດຖະກິດ ຣັດເຊຍ ກັບຄືນສູ່ Top 10 ພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ
ວິທະຍຸກະຈາຍສຽງຫວຽດນາມລາຍງານ ໃນວັນທີ 9 ມີນາ ຜ່ານມາວ່າ: ອົງການສະຖິຕິ ຣັດເຊຍ (Rosstat) ໄດ້ຮັບຮູ້ລວມຍອດຜະລິດຕະພັນພາຍໃນ (GDP) ຂອງ ຣັດເຊຍ ບັນລຸມູນຄ່າ 2,556 ຕື້ໂດລາ. ໂຕເລກດັ່ງກ່າວໄດ້ນຳປະເທດ ຣັດເຊຍ ຈັດອັນດັບທີ 8 ໃນຕາຕະລາງບັນດາພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ.

 

Rosstat ລະບຸວ່າ: ສະຫະລັດ ອາເມຣິກາ ຍັງນໍາໜ້າຕາຕະລາງ ດ້ວຍ 30,800 ຕື້ໂດລາ, ຈີນ ຢູ່ອັນດັບທີ 2 ດ້ວຍ 19,800 ຕື້ໂດລາ, ເຢຍລະມັນ ອັນດັບທີ 3 ດ້ວຍ 5.050 ຕື້ໂດລາ ແລະ ຍີ່ປຸ່ນ ອັນດັບທີ 4 ດ້ວຍ 4,400 ຕື້ໂດລາ.

ບັນດານັກວິເຄາະຖືວ່າ: ການກັບຄືນສູ່ Top 10 ພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກຂອງ ຣັດເຊຍ ແມ່ນຍ້ອນການຟື້ນຟູພາຍຫຼັງວິກິດການ ແລະ ຄວາມສາມາດຮັບມືກັບບັນດາເງື່ອນໄຂໃໝ່. ສິ່ງທີ່ໜ້າສົນໃຈ, ການສະສົມຄຳຂອງ ຣັດເຊຍ ໄດ້ເພີ່ມຂຶ້ນລະດັບສະຖິຕິເກືອບ 130 ຕື້ໂດລາ ໃນປີ 2025, ຈາກ 195 ຕື້ກວ່າໂດລາ ຂຶ້ນເປັນ 326 ຕື້ກວ່າໂດລາ.

ຄໍາເຫັນ

ຂ່າວຕ່າງປະເທດ

ອິນເດຍ ປະເຊີນກັບການຂາດແຄນແກ໊ສປຸງແຕ່ງອາຫານ

ອິນເດຍ ປະເຊີນກັບການຂາດແຄນແກ໊ສປຸງແຕ່ງອາຫານ

ຂ່າວຕ່າງປະເທດລາຍງານ ໃນວັນທີ 10 ມີນາ ຜ່ານມາວ່າ: ສະມາຊິກລັດຖະສະພາອິນເດຍໄດ້ສະແດງຄວາມກັງວົນກ່ຽວກັບບັນຫາການຂາດແຄນແກ໊ສປີໂຕຣລຽມແຫຼວ (LPG) ໃນຫຼາຍພື້ນທີ່ຂອງປະເທດ, ໂດຍສະເພາະແມ່ນລັດກາຣນາຕາກາ ທາງພາກໃຕ້ ແລະ ລັດມາຮາຮາສຕຣາ ພາກຕາເວັນຕົກສ່ຽງໃຕ້ ຊຶ່ງໄດ້ຮັບຜົນກະທົບຢ່າງໜັກ.
IEA ສະເໜີການປ່ອຍນ້ຳມັນສຳຮອງຄັ້ງໃຫຍ່ທີ່ສຸດໃນປະຫວັດສາດ

IEA ສະເໜີການປ່ອຍນ້ຳມັນສຳຮອງຄັ້ງໃຫຍ່ທີ່ສຸດໃນປະຫວັດສາດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 11 ມີນາ ນີ້ວ່າ: ໜັງສືພິມ Wall Street Journal (WSJ) ລາຍງານໂດຍອ້າງອີງແຫຼ່ງຂໍ້ມູນວ່າ, ອົງການພະລັງງານສາກົນ (IEA) ໄດ້ສະເໜີໃຫ້ມີການປ່ອຍນ້ຳມັນຈາກຄັງສຳຮອງທາງຍຸດທະສາດຄັ້ງໃຫຍ່ທີ່ສຸດເທົ່າທີ່ເຄີຍມີມາ ເພື່ອຫຼຸດຜ່ອນລາຄານ້ຳມັນດິບທີ່ເພີ່ມຂຶ້ນຢ່າງໄວວາ ຊຶ່ງເປັນຜົນກະທົບມາຈາກຂໍ້ຂັດແຍ່ງລະຫວ່າງ ສະຫະລັດ ອາເມຣິກາ, ອິສຣາເອນ ແລະ ອີຣານ.
ສ ເກົາຫຼີ ຈະໃຊ້ລະບົບກຳນົດລາຄານໍ້າມັນເຊື້ອໄຟ

ສ ເກົາຫຼີ ຈະໃຊ້ລະບົບກຳນົດລາຄານໍ້າມັນເຊື້ອໄຟ

ຂ່າວຕ່າງປະເທດລາຍງານ ໃນວັນທີ 9 ມີນາ ຜ່ານມາວ່າ: ທ່ານ ຄິມ ຢົງ-ບອມ ຫົວໜ້າເຈົ້າໜ້າທີ່ດ້ານນະໂຍບາຍຂອງ ສ ເກົາຫຼີ ໄດ້ປະກາດວ່າ: ສ ເກົາຫຼີ ວາງແຜນທີ່ຈະຈັດຕັ້ງປະຕິບັດລະບົບກຳນົດລາຄານໍ້າມັນເຊື້ອໄຟພາຍໃນປະເທດໃນອາທິດນີ້ ເພື່ອປ້ອງກັນການຂຶ້ນລາຄາຜະລິດຕະພັນນໍ້າມັນ ແລະ ຮັບປະກັນການຄາດຄະເນລາຄາໄດ້, ຫຼັງຈາກລາຄານໍ້າມັນດິບທົ່ວໂລກເພີ່ມສູງຂຶ້ນ ທ່າມກາງການຂັດແຍ້ງໃນຕາເວັນອອກກາງເພີ່ມທະວີຄວາມຮຸ່ນແຮງຂຶ້ນ.
ມູນຄ່າການນຳເຂົ້າ ແລະ ສົ່ງອອກສິນຄ້າຂອງຈີນ ເພີ່ມຂຶ້ນ 18.3%

ມູນຄ່າການນຳເຂົ້າ ແລະ ສົ່ງອອກສິນຄ້າຂອງຈີນ ເພີ່ມຂຶ້ນ 18.3%

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 10 ມີນາ ຜ່ານມາ, ອົງການພາສີແຫ່ງຊາດຈີນໄດ້ເປີດເຜີຍໂຕເລກການຄ້າຕ່າງປະເທດ ຊຶ່ງສະ​ແດງ​ໃຫ້​ເຫັນ​ວ່າໃນ 2 ເດືອນຕົ້ນປີນີ້, ມູນຄ່າການນຳເຂົ້າ ແລະ ສົ່ງອອກສິນຄ້າຂອງຈີນ​ເພີ່ມ​ຂຶ້ນ 18.3% ທຽບໃສ່ໄລຍະດຽວກັນ ຂອງປີກາຍ.
ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​​ພື້ນ​ຖານ​ເສດ​ຖະ​ກິດ​ທີ່ມີກ​ານ​ເຕີບ​ໂຕ​ໄວ​ທີ່​ສຸດ​ໃນອາ​ຊຽນ

ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​​ພື້ນ​ຖານ​ເສດ​ຖະ​ກິດ​ທີ່ມີກ​ານ​ເຕີບ​ໂຕ​ໄວ​ທີ່​ສຸດ​ໃນອາ​ຊຽນ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 10 ມີນາ ຜ່ານມາວ່າ: ມີຫຼາຍອົງການຈັດຕັ້ງ ແລະ ສື່ມວນຊົນສາກົນໄດ້ເນັ້ນໜັກວ່າ: ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ມີການເຕີບໂຕໄວທີ່ສຸດໃນອາຊຽນ, ເມື່ອຍົກບັນດາການຕີລາຄາຢ່າງຕັ້ງໜ້າກ່ຽວກັບເສດຖະກິດຂອງ ຫວຽດນາມ ໃນເດືອນກຸມພາຜ່ານມາ. ເວັບໄຊ Investing.com ໄດ້ຄັດຂໍ້ມູນ ຂອງ S&P Global ໂດຍໃຫ້ຮູ້ວ່າ: ຂະແໜງການຜະລິດຂອງ ຫວຽດນາມ ເປີດສາກປີ 2026 ດ້ວຍທ່າເຕີບໂຕແຮງ ເມື່ອປະລິມານ ແລະ ໃບສັ່ງຊື້ສິນຄ້າໃໝ່ລ້ວນແຕ່ເພີ່ມຂຶ້ນ.
ໜັງສືພິມເຢີນເຢີນ ກັບພາລະກິດແຫ່ງການປ່ຽນແປງໃໝ່

ໜັງສືພິມເຢີນເຢີນ ກັບພາລະກິດແຫ່ງການປ່ຽນແປງໃໝ່

ການກໍາເນີດເກີດຂຶ້ນຂອງໜັງສືພິມ ເຢີນເຢີນ ສະບັບທໍາອິດ ຢູ່ເຂດທີ່ໝັ້ນຫວຽດບັກ ວັນທີ 11 ມີນາ 1951, ແມ່ນກະບອກສຽງຂອງພັກແຮງງານຫວຽດນາມ (ປັດຈຸບັນແມ່ນ ພັກກອມມູນິດຫວຽດນາມ), ປ່ຽນແທນໜັງສືພິມ ສຶເຖິດ, ແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການວຽກງານໂຄສະນາໄລຍະໃໝ່ ແຫ່ງການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງ.
ຈີນ​ ທີ່​ໝັ້ນ​ຄົງ​ຈະ​ເປັນ​ພອນ​ໃຫ້​ແກ່​ໂລກ

ຈີນ​ ທີ່​ໝັ້ນ​ຄົງ​ຈະ​ເປັນ​ພອນ​ໃຫ້​ແກ່​ໂລກ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 8 ມີ​ນາ ຜ່ານມາ​ນີ້, ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຂອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ​ທີ່​ຈັດ​ຂຶ້ນ​ໃນ​ໄລ​ຍະ​ຈັດ​ກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ໄດ້​ດຶງ​ດູດ​ສາຍ​ຕາ​ຂອງ​ຊາວ​ໂລກ. ທ່ານ​ ຫວາງ​ຢີ້ ກຳ​ມະ​ການ​ກົມ​ການ​ເມືອ​ງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ​ໄດ້​ບັນ​ຍາຍ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ຈີນ​ເປັນ​ເວ​ລາ 90 ນາ​ທີກ່ຽວ​ກັບ​ຄຳ​ຖາມ 21 ຂໍ້. ທ່ານ​ ຫວາງ​ຢີ້​ ກ່າວ​ວ່າ: “ຈີນ ​ໄດ້​ເພີ່ມ​ຄວາມ​ໝັ້ນ​ທ່ຽງແລະ ຄວາມ​ແນ່ນອນ​ທີ່​ລ້ຳ​ຄ່າ​ທີ່​ສຸດ​ໃຫ້​ແກ່​ໂລກ ແລະ ກາຍ​ເປັນ​ເສົາ​ຄ້ຳຫຼັກ​​ທີ່​ທົດ​ແທນ​ບໍ່​ໄດ້​ໃນ​ທ່າມ​ກາງ​ສະ​ພາບ​ການ​ປັ່ນ​ປ່ວນ​ຂອງ​ທົ່ວ​ໂລກ.”
ການຜະລິດນໍ້າມັນຂອງອີຣັກ ຫຼຸດລົງ 70%

ການຜະລິດນໍ້າມັນຂອງອີຣັກ ຫຼຸດລົງ 70%

ຂ່າວຕ່າງປະເທດລາຍງານໃນວັນທີ 9 ມີນາ ຜ່ານມາວ່າ: ການຜະລິດນ້ຳມັນຂອງອີຣັກຈາກບໍ່ນ້ຳມັນຫຼັກທາງພາກໃຕ້ໄດ້ຫຼຸດລົງເຖິງ 70% ຈາກປະມານ 4.3 ລ້ານບາເຣວຕໍ່ມື້ ມາເປັນພຽງ 1.3 ລ້ານບາເຣວຕໍ່ມື້ ຍ້ອນວ່າການຕໍ່ສູ້ຢ່າງຕໍ່ເນື່ອງໃນພາກພື້ນເຮັດໃຫ້ອີຣັກບໍ່ສາມາດສົ່ງອອກນ້ຳມັນຜ່ານຊ່ອງແຄບຮໍມຸສໄດ້.
ວິກິດການໃນຕາເວັນອອກກາງກຳລັງເຮັດໃຫ້ຄ່າຂົນສົ່ງໃນນູແວນເຊລັງສູງຂຶ້ນ

ວິກິດການໃນຕາເວັນອອກກາງກຳລັງເຮັດໃຫ້ຄ່າຂົນສົ່ງໃນນູແວນເຊລັງສູງຂຶ້ນ

ຂ່າວຕ່າງປະເທດລາຍງານໃນວັນທີ 9 ມີນາ ຜ່ານມາວ່າ: ບໍລິສັດ Rocket Freight ຊຶ່ງເປັນບໍລິສັດຂົນສົ່ງສິນຄ້າທີ່ຕັ້ງຢູ່ເມືອງໂອກແລນ ປະເທດນູແວນເຊລັງ ໄດ້ເຕືອນວ່າ: ຊາວນູແວນເຊລັງອາດຈະປະເຊີນກັບຄ່າໃຊ້ຈ່າຍໃນການຂົນສົ່ງທີ່ສູງຂຶ້ນຢ່າງຫຼວງຫຼາຍ ແລະ ການຈັດສົ່ງສິນຄ້າທີ່ຊັກຊ້າເປັນເວລາຫຼາຍເດືອນ ເນື່ອງຈາກຂໍ້ຂັດແຍ່ງໃນຕາເວັນອອກກາງສົ່ງຜົນກະທົບຕໍ່ລະບົບຕ່ອງໂສ້ການສະໜອງທົ່ວໂລກ.
ກຳປູເຈຍ ຈະກຳຈັດອາຊະຍາກຳການຫຼອກລວງທາງໂທລະຄົມຢ່າງເດັດຂາດ

ກຳປູເຈຍ ຈະກຳຈັດອາຊະຍາກຳການຫຼອກລວງທາງໂທລະຄົມຢ່າງເດັດຂາດ

ຂ່າວສານຊີອາໄອລາຍງານ ຫວ່າງມໍ່ໆມານີ້ວ່າ: ທ່ານ ຮຸນມາແນດ ນາຍົກລັດຖະມົນຕີກຳປູເຈຍກ່າວວ່າ, ລັດຖະບານກຳປູເຈຍຈະໃຊ້ມາດຕະການທີ່ເດັດຂາດທີ່ສຸດ ເພື່ອກຳຈັດອາຊະຍາກຳການຫຼອກລວງທາງໂທລະຄົມຢ່າງເດັດຂາດ ແລະ ຕັດຂາດຢ່າງສິ້ນເຊີງກັບການຫຼອກລວງທາງໂທລະຄົມ.
ເພີ່ມເຕີມ