ຂ່າວລະບຸວ່າ: 6 ເດືອນຕົ້ນປີນີ້, ຍອດມູນຄ່າການຄ້າຂາເຂົ້າ-ຂາອອກຂອງເຂດສາມຫຼ່ຽມປາກແມ່ນ້ຳຢາງຊີກຽງຂອງຈີນ ໄດ້ບັນລຸເຖິງ 9,620 ຕື້ຢວນ, ໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ແລະ ກວມ 37.8% ຂອງຍອດມູນຄ່າການຄ້າຂາເຂົ້າ-ຂາອອກທົ່ວປະເທດຈີນ.
ໃນຂະນະທີ່ການຄ້າກັບຕ່າງປະເທດຂອງພາກຕາເວັນອອກໄດ້ເຕີບໂຕຢ່າງຄຶກຄື້ນ, ຊ່ອງທາງເປີດປະຕູສູ່ພາຍນອກຂອງພາກຕາເວັນຕົກໄດ້ຮັກສາຄວາມສະດວກສະບາຍຢ່າງຕໍ່ເນື່ອງ. 6 ເດືອນຕົ້ນປີນີ້, ຍອດມູນຄ່າການຄ້າຂອງ 13+2 ແຂວງ, ກຳແພງນະຄອນ ຫຼື ເຂດປົກຄອງຕົນເອງທີ່ຢູ່ລຽບຕາມຊ່ອງທາງໃໝ່ທາງບົກ ແລະ ທາງທະເລພາກຕາເວັນຕົກທີ່ໄດ້ນຳເຂົ້າ ແລະ ສົ່ງອອກຜ່ານຊ່ອງທາງດັ່ງກາວມີຫຼາຍກວ່າ 500 ຕື້ຢວນເປັນຄັ້ງທຳອິດ, ໂດຍບັນລຸເຖິງ 517.23 ຕື້ຢວນ, ເພີ່ມຂຶ້ນ 13% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ຊຶ່ງໄດ້ສ້າງສະຖິຕິສູງສຸດໃນ 6 ເດືອນຕົ້ນປີໃນປະຫວັດສາດ.
ຄໍາເຫັນ