ຂ່າວລະບຸວ່າ: ເມື່ອເບິ່ງຢ່າງລະອຽດ, ໃນເດືອນກໍລະກົດຜ່ານມາ ມູນຄ່າເພີ່ມໃນວິສາຫະກິດຂອງອຸດສາຫະກຳທີ່ມີລາຍຮັບຕົ້ນຕໍຫຼາຍກວ່າ 20 ລ້ານຢວນຕໍ່ປີທົ່ວປະເທດເພີ່ມຂຶ້ນ 5.7%; ດັດຊະນີການຜະລິດຂອງອຸດສາຫະກຳການບໍລິການທົ່ວປະເທດເພີ່ມຂຶ້ນ 5.8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້; ຍອດມູນຄ່າການຈຳໜ່າຍຍ່ອຍເຄື່ອງອຸປະໂພກ-ບໍລິໂພກມີເຖິງ 3,878 ຕື້ຢວນ, ເພີ່ມຂຶ້ນ 3.7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້ ແລະ ການລົງທຶນດ້ານຊັບສິນຄົງທີ່ໄດ້ຮັບການເປີດກວ້າງຢ່າງຕໍ່ເນື່ອງ.
ນັກຄົ້ນຄວ້າອົສຕຣາລີ ພັດທະນາລະບົບບໍາບັດນໍ້າຝົນອັດສະລິຍະ
ສຳນັກຂ່າວສານຊິນຮວາລາຍງານຫວ່າງບໍ່ດົນມານີ້ວ່າ: ທີມນັກຄົ້ນຄວ້າໃນອົສຕຣາລີໄດ້ພັດທະນາລະບົບບຳບັດນ້ຳຝົນທີ່ສາມາດປັບຕົວເຂົ້າກັບສະພາບອາກາດທີ່ປ່ຽນແປງໄດ້ໂດຍອັດຕະໂນມັດ, ຊ່ວຍປັບປຸງຄວາມສາມາດໃນການກຳຈັດມົນລະພິດທີ່ເປັນອັນຕະລາຍກ່ອນທີ່ພວກມັນຈະຖືກປ່ອຍອອກສູ່ທຳມະຊາດຢ່າງຫຼວງຫຼາຍ.
ຄໍາເຫັນ