![]() |
ຕາງໜ້າຄະນະຮັບຜິດຊອບສວນໄດ້ລາຍງານໃຫ້ຮູ້ວ່າ: ສວນດອກໄມ້ເຂດຮ້ອນແຫ່ງນີ້ເປັນແຫຼ່ງທ່ອງທ່ຽວລະດັບ 4A ຂອງຈີນ ແລະ ເປັນທັງສູນວິໄຈ, ແຫຼ່ງຮຽນຮູ້ພືດເຂດຮ້ອນເປັນສະຖານທີ່ສຶກສານອກຫ້ອງຮຽນ ແລະ ແຫຼ່ງທ່ອງທ່ຽວພັກຜ່ອນ. ຈຸດເດັ່ນພາຍໃນສວນມີຫຼາຍຈຸດສຳຄັນເຊັ່ນ: ສວນເຢ່ຈື້ຮວາເປັນສວນທີ່ມີພືດດອກໄມ້ສີສັນສວຍງາມ; ສວນດອກລີລາວະດີຈັດສະແດງພັນດອກລີລາວະດີ ແລະ ພືດເຂດຮ້ອນ; ສວນ 5 ຕົ້ນໄມ້ 6 ດອກໄມ້ເປັນພື້ນທີ່ວາງສະແດງພືດທີ່ມີຄວາມໝາຍສຳຄັນຕໍ່ວັດທະນະທຳທ້ອງຖິ່ນ; ສວນໝາກໄມ້ເຂດຮ້ອນໄດ້ຮວບຮວມພືດໝາກໄມ້ເຂດຮ້ອນ ແລະ ເປັນຈຸດຮຽນຮູ້ກ່ຽວກັບພືດ. ນອກນີ້ຍັງມີສວນປາມ, ສວນດອກໄມ້ລຽບແຄມນ້ຳເປັນໜຶ່ງໃນຈຸດເດັ່ນມີພື້ນທີ່ນ້ຳປະມານ 86 ພັນຕາແມັດ ແລະ ຈັດສະແດງດອກບົວ, ສາຍບົວ ແລະ ພືດນ້ຳຫຼາຍຊະນິດ, ມີອານຸສາວະລີນາຍົກໂຈວເອີນໄຫຼເປັນຈຸດທີ່ລະນຶກເຫດການໃນປີ 1961 ເມື່ອທ່ານໂຈວເອີນໄຫຼເດີນທາງມາຢ້ຽມຢາມວຽກງານກະສິກຳເຂດຮ້ອນ ແລະ ໄດ້ພົບກັບນາຍົກລັດຖະມົນຕີ 5 ປະເທດລຸ່ມແມ່ນໍ້າຂອງມຽນມາ.
![]() |
ສວນດອກໄມ້ແຫ່ງນີ້ບໍ່ພຽງແຕ່ເປັນສວນດອກໄມ້ສຳລັບທ່ອງທ່ຽວແຕ່ຍັງເປັນສວນອະນຸລັກພັນພືດ ແລະ ສູນສຶກສາພືດເຂດຮ້ອນມີການເກັບຮັກສາພັນພືດປະມານ 1 ພັນກວ່າຊະນິດ ແລະ 10 ພັນລາຍການພັນທຸກຳ.
ຂ່າວ: ພູວັນ


ຄໍາເຫັນ