ນັບແຕ່ເດືອນມັງກອນ ຫາ ເດືອນສິງຫາປີນີ້, ຍອດມູນຄ່າຂາຍຍ່ອຍທັງໝົດຂອງສິນຄ້າບໍລິໂພກ ແລະ ການບໍລິການໃນສັງຄົມໄດ້ເພີ່ມຂຶ້ນ 2.5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ອັດຕາວ່າງງານສະເລ່ຍໃນການສຳຫຼວດຕົວເມືອງທົ່ວປະເທດແມ່ນ 5.2%. ເສດຖະກິດຂອງຈີນໃນເດືອນສິງຫາດຳເນີນໄປຢ່າງໝັ້ນທ່ຽງ ແລະ ພັດທະນາໄປສູ່ທ່າອ່ຽງທັງໃໝ່ທັງດີ.
ຫວຽດນາມ ຫັນວິທະຍາສາດເຕັກໂນໂລຊີ ເປັນກຳລັງໜູນການເຕີບໂຕເສດຖະກິດ
ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 14 ຕຸລາ ຜ່ານມາວ່າ: ທ່ານ ໂຮ່ກວັກຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຮຽກຮ້ອງໃນກອງປະຊຸມກ່ຽວກັບການພັດທະນາລະບົບນິເວດນະວັດຕະກຳແຫ່ງຊາດ ທີ່ຈັດຂຶ້ນໃນວັນທີ 14 ຕຸລາ ຜ່ານມາ ຢູ່ນະຄອນຫູວງຮ່າໂນ້ຍ ວ່າ, ໃຫ້ສຸມໃສ່ແກ້ໄຂຈຸດອຸດຕັນຂອງລະບອບລະບຽບການ ແລະ ຊຸກຍູ້ການສະໜອງ - ຄວາມຕ້ອງການ, ເພີ່ມທະວີການຄົ້ນຄວ້າຕາມຄວາມຕ້ອງການຂອງວິສາຫະກິດ ເພື່ອຫັນວິທະຍາສາດເຕັກໂນໂລຊີໃຫ້ກາຍເປັນກຳລັງໜູນຂອງການເຕີບໂຕເສດຖະກິດຢ່າງແທ້ຈິງ.
ຄໍາເຫັນ