ເສດຖະກິດຂອງປະເທດເຮົາ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ

ເສດຖະກິດຂອງປະເທດເຮົາ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ

ເສດຖະກິດຂອງປະເທດເຮົາ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໄລຍະ 6 ເດືອນຕົ້ນປີ 2025 ແລະ ທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2025 ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີIXໃນຕອນເຊົ້າວັນທີ 9 ມິຖຸນານີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

 

ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວໃຫ້ຮູ້ວ່າ: ໃນຕົ້ນປີ 2025, ສະພາບການສາກົນ ແລະ ພາກພື້ນຜັນແປໄປຢ່າງໄວວາ, ສັບສົນ ແລະ ຄາດຄະເນໄດ້ຍາກ ໄດ້ສົ່ງຜົນກະທົບທັງທາງກົງ ແລະ ທາງອ້ອມ ໃນລະດັບທີ່ແຕກຕ່າງກັນ ຕໍ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດຂອງປະເທດເຮົາ; ສຳລັບປະເທດເຮົາ, ໃນໄລຍະ 5 ເດືອນຕົ້ນປີຜ່ານມາ, ນອກຈາກຖືກຜົນກະທົບຈາກປັດໄຈພາຍນອກ ໂດຍສະເພາະການຂຶ້ນພາສີຂອງສະຫະລັດອາເມຣິກາ 48% ຕໍ່ປະເທດເຮົາ ທີ່ກະທົບຕໍ່ການສົ່ງອອກສິນຄ້າແລ້ວ ຍັງຈະສົ່ງຜົນກະທົບຕໍ່ການລົງທຶນຕ່າງປະເທດ ທີ່ເຂົ້າມາປະເທດເຮົາ, ສຳລັບພາຍໃນປະເທດ ກໍຍັງສືບຕໍ່ປະສົບຄວາມຫຍຸ້ງຍາກ ທາງດ້ານເສດກຖະກິດ-ການເງິນ ເປັນຕົ້ນບັນຫາເງິນເຟີ້, ລາຄາສິນຄ້າທີ່ເພີ່ມຂຶ້ນ ແລະ ໜີ້ສິນຕ່າງປະເທດ, ແຕ່ພາຍໃຕ້ການນໍາພາ-ຊີ້ນໍາຢ່າງໃກ້ຊິດຂອງສູນກາງພັກ ກໍຄືການຕິດຕາມກວດກາ ແລະ ສະໜັບສະໜູນຢ່າງເປັນປົກກະຕິຂອງສະພາແຫ່ງຊາດ ແລະ ປະກອບສ່ວນເຂົ້າຮ່ວມຂອງທຸກພາກສ່ວນໃນສັງຄົມ, ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ໄດ້ເປັນເຈົ້າການຈັດຕັ້ງປະຕິບັດທິດທາງ ວຽກງານທີ່ວາງອອກ ແລະ ສືບຕໍ່ສຸມໃສ່ແກ້ໄຂບັນຫາລວມຂອງຊາດ ຊຶ່ງໄດ້ເຮັດໃຫ້ເສດຖະກິດ-ສັງຄົມຂອງປະເທດເຮົາ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

ທ່ານ ສອນໄຊ ສີພັນດອນ ກ່າວວ່າ: ການຂະຫຍາຍຕົວທາງດ້ານເສດຖະກິດ ແມ່ນໄດ້ຮັບການປະເມີນເປັນໄຕມາດ, ໄຕມາດ 1 ປີ 2025 ເສດຖະກິດຂອງປະເທດເຮົາຂະຫຍາຍຕົວໃນລະດັບ 4.5%, ຄິດເປັນມູນຄ່າໃນປີ ເທົ່າກັບ 84,207 ຕື້ກີບ ເທົ່າກັບ 22.4% ຂອງແຜນການ (ມະຕິສະພາ: 375,968 ຕື້ກີບ);ໃນນີ້, ຂະແໜງກະສິກໍາ ຂະຫຍາຍຕົວ 3.1% ກວມເອົາ20.2% (ມະຕິສະພາ: ຂະຫຍາຍຕົວ 4.3% ກວມເອົາ 22.39%); ຂະແໜງອຸດສາຫະກຳ ຂະຫຍາຍຕົວ4.7%ກວມເອົາ30.9% (ມະຕິສະພາ: ຂະຫຍາຍຕົວ4.3%ກວມເອົາ30.36%);ຂະແໜງບໍລິການຂະຫຍາຍຕົວ4.7%ກວມເອົາ37.1% (ມະຕິສະພາ: ຂະຫຍາຍຕົວ5.5%ກວມເອົາ34.29%)ແລະພາສີ-ອາກອນຜະລິດຕະພັນສຸດທິຂະຫຍາຍຕົວ4.3%ກວມເອົາ11.7% (ມະຕິສະພາ: ຂະຫຍາຍຕົວ4.5%ກວມເອົາ13.0%).

ທ່ານ ສອນໄຊ ສີພັນດອນ ໄດ້ກ່າວຕື່ມວ່າ: ລັດຖະບານໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຕາມທິດບຸກທະລຸແລະເປັນເຈົ້າຕົນເອງສູງຂຶ້ນໂດຍນໍາໃຊ້ຫຼາຍມາດຕະການຄວບຄູ່ກັນໄປເຊັ່ນ: ການຫັນເປັນທັນສະໄໝ, ການກວດກາ, ຕ້ານແລະສະກັດກັ້ນການຮົ່ວໄຫຼຂອງລາຍຮັບງົບປະມານເປັນຕົ້ນການລັກລອບໜີພາສີ-ຫຼົບຫຼີກອາກອນ. ພ້ອມນັ້ນ,ກໍໄດ້ມອບຄວາມຮັບຜິດຊອບໃຫ້ທ້ອງຖິ່ນເປັນເຈົ້າຕົນເອງຫຼາຍຂຶ້ນຊຶ່ງຜ່ານການປະຕິບັດໃນໄລຍະ5ເດືອນສາມາດສັງລວມໄດ້ດັ່ງນີ້:ດ້ານລາຍຮັບງົບປະມານ,ຮອດວັນທີ6ມິຖຸນາ2025ສາມາດເກັບລາຍຮັບງົບປະມານໄດ້ທັງໝົດ33,565ຕື້ກີບເທົ່າກັບ49%ຂອງແຜນການປີ (ແຜນການປີ68,100ຕື້ກີບຫຼືເທົ່າກັບ8.95%ຂອງGDP (ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ29%ເປັນເງິນປະມານ7,607ຕື້ກີບ);ໃນນັ້ນ: ລາຍຮັບພາຍໃນປະຕິບັດໄດ້31,892ຕື້ກີບເທົ່າກັບ51%ຂອງແຜນການປີ (ສູນກາງປະຕິບັດໄດ້21,631ຕື້ກີບເທົ່າກັບ50%ຂອງແຜນການປີແລະທ້ອງຖິ່ນປະຕິບັດໄດ້10,261ຕື້ກີບເທົ່າກັບ53%ຂອງແຜນການປີ). ຄາດຄະເນ 6 ເດືອນຕົ້ນປີ 2025 ຈະສາມາດເກັບລາຍຮັບໄດ້ປະມານ37,100ຕື້ກີບເທົ່າກັບ54.42%ຂອງແຜນການປີ.

ດ້ານລາຍຈ່າຍງົບປະມານ: ປະຕິບັດໄດ້22,968ຕື້ກີບເທົ່າກັບ32%ຂອງແຜນການປີ (ແຜນການປີ71,850ຕື້ກີບ), ຄາດຄະເນ6 ເດືອນຕົ້ນປີ2025ຈະປະຕິບັດໄດ້ປະມານ36,380ຕື້ກີບເທົ່າກັບ50.63%ຂອງແຜນການປີ. ລາຍຈ່າຍສ່ວນໃຫຍ່ແມ່ນສຸມໃສ່ລາຍຈ່າຍບູລິມະສິດຂອງລັດຖະບານເຊັ່ນ:ການເບີກຈ່າຍເງິນເດືອນ,ເງິນອຸດໜູນຄ່າຄອງຊີບໃຫ້ພະນັກງງານ-ລັດຖະກອນ, ທະຫານ, ຕໍາຫຼວດ, ພະນັກງານບໍານານແລະຜູ້ເສຍອົງຄະລວມທັງການປະຕິບັດເງິນອຸດໜູນຕໍ່ຄູອາສາສະໝັກແລະເງິນເດືອນຂັ້ນຕໍ່າຂອງພະນັກງານ-ລັດຖະກອນ (2,200,000ກີບ/ຕົ້ນເດືອນ) ເລີ່ມປະຕິບັດແຕ່ເດືອນມັງກອນ2025ເປັນຕົ້ນມາ. ພ້ອມກັນນັ້ນ,ໄດ້ອະນຸມັດໃຫ້ແຂວງເລີ່ມນໍາໃຊ້ເງິນເກີນແຜນປີ2024 ເຂົ້າໃນວຽກງານຈໍາເປັນ, ວຽກງານຈຸດສຸມແລະແກ້ໄຂໜີ້ສິນຂອງແຂວງຈໍານວນທັງໝົດ4,257ຕື້ກີບໂດຍເລີ່ມປະຕິບັດນັບແຕ່ທ້າຍເດືອນມີນາ2025ເປັນຕົ້ນມາ.

ນອກຈາກນີ້, ທ່ານ ນາຍົກລັດຖະມົນຕີ ຍັງໃຫ້ຮູ້ກ່ຽວກັບການແກ້ໄຂໜີ້ສິນພາຍໃນແລະຕ່າງປະເທດ ຊຶ່ງໄດ້ສືບຕໍ່ແກ້ໄຂໜີ້ສິນພາຍໃນແລະຕ່າງປະເທດໃຫ້ສໍາເລັດຕາມສັນຍາໂດຍຮັບປະກັນບໍ່ໃຫ້ປະເທດເຮົາຕົກເປັນປະເທດທີ່ບໍ່ສາມາດຊໍາລະໜີ້ສິນໄດ້;ໃນນັ້ນສາມາດສະສາງໜີ້ສິນພາຍໃນໄດ້ທັງໝົດ2,301ຕື້ກວ່າກີບທຽບເທົ່າ13.54%ຂອງແຜນປີ;ສາມາດສະສາງໜີ້ສິນຕ່າງປະເທດໄດ້ທັງໝົດ533.58ລ້ານໂດລາທຽບເທົ່າ29.38% ຂອງແຜນປີ.

(ຂ່າວ: ສຸກສະຫວັນ, ພາບ: ອ່າຍຄໍາ)

ຄໍາເຫັນ

ຂ່າວເດັ່ນ

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດ ສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວປະເທດສະໄໝທີ IX ອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 23 ທັນວານີ້ ທີ່ ຫໍປະຊຸມແຫ່ງຊາດ. ໂດຍການເປັນປະທານຂອງ ພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານ ສູນກາງອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ (ອພສ), ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາການນໍາພັກ-ລັດ, ອົງການຈັດຕັ້ງທີ່ຢູ່ອ້ອມຂ້າງ ພັກ-ລັດ, ຜູ້ແທນພະສົງ, ແນວລາວສ້າງຊາດແຂວງ, ນະຄອນຫຼວງ, ເມືອງ, ທ່ານຜູ້ຊົງຄຸນວຸດທິ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫງວຽນ ຮຸຍ ຕຽນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສສຫວຽດນາມ ພ້ອມດ້ວຍຄະນະ ໃນວັນທີ 19 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ.
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ.ເກົາຫຼີ ຊຶ່ງນໍາໂດຍ ທ່ານ ກິມ ເທ ຮຶມ(Kim Tae Heum) ເຈົ້າແຂວງ ຊຸງຊອງນໍາໂດ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ, ເຮັດວຽກ ແລະ ພົບປະກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃນວັນທີ 18 ທັນວານີ້ ທີ່ສໍານັກງານນາຍົກລັດຖະມົນຕີ.
ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ປະທານປະເທດໂອ້ລົມເນັ້ນຫຼາຍບັນຫາຕໍ່ກອງປະຊຸມສະຫຼຸບວຽກງານຄະນະປະຕິຮູບລັດວິສາຫະກິດປະຈໍາປີ 2025

ກອງປະຊຸມສະຫຼຸບການປະຕິບັດວຽກງານວຽກຄະນະປະຕິຮູບລັດວິສາຫະກິດປະຈຳປີ 2025 ແລະ ທິດທາງແຜນວຽກຈຸດສຸມປີ 2026 ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມ ICTC, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບລັດວິສາຫະກິດ, ເປັນກຽດເຂົ້າຮ່ວມ ແລະ ໂອ້ລົມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ, ມີ ບັນດາທ່ານ ຄະນະປະຕິຮູບລັດວິສາຫະກິດຂັ້ນສູນກາງ ກະຊວງ-ອົງການ ແລະ ຂັ້ນແຂວງ, ບັນດາທ່ານຜູ້ອໍານວຍການ ຕາງໜ້າສະພາບໍລິຫານ ລັດວິສາຫະກິດໃນຂອບເຂດທົ່ວ ປະເທດ, ຜູ້ຕາງໜ້າຈາກທະນາຄານໂລກປະຈຳລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຫສນຍ

ໃນຕອນເຊົ້າ ວັນທີ 16 ທັນວານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ ຄະນະບໍລິ ຫານງານພັກ ແລະ ຄະນະກົມ ພາຍໃນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໂດຍມີ ສະຫາຍ ບົວຄົງ ນາມມະວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ພ້ອມດ້ວຍບັນດາສະຫາຍ ຄະນະບໍລິຫານງານພັກ ແລະ ຄະນະກົມ ທົ່ວ ຫສນຍ ເຂົ້າຮ່ວມ.
ງານມະຫາກຳການເງິນລາວ

ງານມະຫາກຳການເງິນລາວ

ເພື່ອເປັນການຮ່ວມສະເຫຼີມສະຫຼອງສາມວັນປະຫວັດສາດຂອງ ສປປ ລາວ, ໃນວັນທີ 15 ທັນວາ 2025 ທີ່ສູນ ການຄ້າລາວໄອເຕັກນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບບໍລິສັດແຮັບປີ້ອີເວັ້ນ ໄດ້ຈັດພິທີ ເປີດງານມະຫາກຳການເງິນລາວ 2025 (Lao Money Expo 2025) ຂຶ້ນຢ່າງເປັນທາງການ ພາຍໃຕ້ຄໍາຂວັນ: “ການ ເງິນ ເພື່ອການເຕີບໂຕ” ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະ
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປ ລາວ.
ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ປະທານປະເທດລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ລີ ແຈ ມຽງ (H.E. Mr. LEE Jae Myung), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ໃນລະຫວ່າງວັນທີ 14-15 ທັນວາ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ຊຶ່ງການຢ້ຽມຢາມດັ່ງກ່າວ ໄດ້ມີຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ສປປ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດ ຄົບຮອບ 30 ປີ ໃນປີ 2025 ນີ້ (ວັນທີ 25 ຕຸລາ 1995 - 25 ຕຸລາ 2025) ແລະ ເປັນການຢ້ຽມຢາມ ສ. ເກົາຫຼີ ໃນຮອບ 12 ປີ ໃນລະດັບການນຳສູງສຸດແຫ່ງ ສປປລາວ.
ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ປະທານປະເທດ ຕ້ອນຮັບ ເລຂາທິການສະພາຄວາມໝັ້ນຄົງ ສ. ຣັດເຊຍ

ໃນວັນທີ 12 ທັນວາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ພົນເອກ ເຊີເກ ໂຊຍກູ ເລຂາທິການສະພາຄວາມໝັ້ນຄົງ ແຫ່ງ ສ. ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 10-12 ທັນວານີ້.
ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ວາງກະຕ່າດອກໄມ້ໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາຂັ້ນສູງພັກ-ລັດ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ໃນວັນທີ 12 ທັນວາ 2025 ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025).
ເພີ່ມເຕີມ